ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊີວິດ ແລະວຽກງານຂອງ ຍານາງສຸຣິວອນ ໂຣແມນ ພະນັກງານຂໍ້ມູນ ບໍລິສັດຢາຮູ


ຍານາງສຸຣິວອນ ໂຣແມນ ພະນັກງານຂໍ້ມູນ ບໍລິສັດຢາຮູ ທີ່ນະຄອນນິວຢອກ.
ຍານາງສຸຣິວອນ ໂຣແມນ ພະນັກງານຂໍ້ມູນ ບໍລິສັດຢາຮູ ທີ່ນະຄອນນິວຢອກ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳ ແລງວັນພະຫັດ
ມື້ນີ້ ເຮົາຈະ​ໃຫ້ທ່ານ​ໄດ້ຟັງ ການ​ໂອ້​ລົມ​ກ່ຽວ​ກັບ​ວຽກ​ງານ ​ແລະຊີວິດ​ການ​ເປັນ​ຢູ່ ​ຂອງ
ຍານາງ​ສຸຣິວອນ ​ໂຣ​ແມນ ພະ​ນັກ​ງານ​ຝ່າຍ​ຂໍ້​ມູນ ຫລື IT ​ຂອງ ​ບໍລິສັດ Yahoo ທີ່​ນະ
ຄອນ New York. ສຸຣິວອນ ​ເກີດ​ຢູ່​ນະຄອນຫຼວງ​ວຽງ​ຈັນ ປະ​ເທດ​ລາວ ​ເດີນທາງ​ມາ
ສະ​ຫະລັດ​ໃນ​ປີ 1980 ​ເວ​ລາຍານາງອາຍຸ​ໄດ້ 2 ປີເຄິ່ງ. ເລື່ອງ​ຄວາມ​ເປັນ​ມາ​ຂອງ​ນາງ​
ສຸຣິວອນ​ ​ເປັນຢ່າງໃດ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດາພະນັກງານ ບໍລິສັດຢາຮູ (Yahoo) ທີ່ນະຄອນນິວຢອກ.
ບັນດາພະນັກງານ ບໍລິສັດຢາຮູ (Yahoo) ທີ່ນະຄອນນິວຢອກ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ​ຈະຂໍ​ແນະນຳ​ໃຫ້ທ່ານ​ຮູ້ຈັກ​ກັບຍາ​ນາງ​
ສຸຣິວອນ ວິຣະພັນ ​ໂຣ​ແມນ ​ສະຕີ​ລາວ​ອາ​ເມຣິກັນ ພະນັກງານ​ເກັບ​ກຳ​ຂໍ້​ມູນ ຫລື IT ​ໃຫ້
​ແກ່​ບໍລິສັດ Yahoo. ບັນດາ​ທ່ານ​ຜູ້​ທີ່ໃຊ້​ລະບົບ​ຄອມ​ພິວ​ເຕີ​ ​ເມື່ອ​ໄດ້ຍິນ​ຊື່​ ຢາ​ຮູ ​ຄົງ​ຮູ້​ກັນ
ດີ ວ່າ​ແມ່ນ​ຫຍັງ. ບໍລິສັດ “ຢາ​ຮູ” Yahoo ​ແມ່ນ​ນຶ່ງ​ຢູ່​ໃນ​ຈຳນວນບໍລິສັດ​ເອກ​ກະ​ຊົນຂອງ​ສະຫະລັດ ທີ່​ມີ​ຊື່​ສຽງ ບໍລິ​ການດ້ານ​ສື່ສານ​ທາງອິນ​ເຕີ​ແນັດຢູ່​ທົ່ວ​ໂລກ​ເຊັ່ນ​ວ່າ ຂ່າວສານ
ອີ​ແມ​ລ ການ​ເງິນ ກິລາ​ ການ​ຄົ້ນ​ຫາ​ຂໍ້​ມູນ​ຕ່າງໆ ການສົ່ງຂ່າວ​ຫາ​ກັນ ການ​ຊອກ​ຫາ​ຄຳ
ຕອບ​ຕ່າງໆ​ເຫ​ລົ່ານີ້​ເປັນ​ຕົ້ນ. ບໍລິສັດ​ຢາ​ຮູຕັ້ງ​ຂຶ້ນ​ມາ​ໃນ​ປີ 1994 ມີ​ຫ້ອງການ​ໃຫຍ່​ຢູ່​ເມືອງ Sunnyvale ລັດ California​ ​ແລະ​ບໍລິການ​ຢູ່​ທົ່ວ​ໂລກ. ​ໃນ​ປີ 2016 ບໍລິສັດຢາ​ຮູສ້າ
ງ​ລາຍໄດ້​ເຖິງ​ 1 ພັນ 31 ລ້ານ​ໂ​ດລາ ມີ​ພະນັກງາ​ນ​ເຮັ​ດວຽກ​ຢູ່ 8,500 ຄົນຢູ່​ທົ່ວ​ໂລກ ​ແລະ
ເປັນ​ບໍລິສັດອິດສະຫຼະ​ຂອງ​ຕົນ​ເອງ.

ປະກອບ​ພາກສ່ວນເຮັດ​ວຽກຢູ່​ບໍ​ລິ​ສັດ​ຢາ​ຮູ​ນີ້​ມີ ຍານາງ​ສຸຣິວອນ ວິຣະພັນ ​ໂຣ​ແມນ ​ອາ​ເມຣິກັນເຊື້ອ​ສາຍ​ລາວ ​ເຮັດວຽກປະຈຳຢູ່ສາຂາບໍລິສັດທີ່ ​ນະຄອນ​ນິວຢອກ​. ສຸຣິວອນ
​ແມ່ນ​ລູກ​ຫລານ​ເຊື້ອສາຍ​ລາວທີ່​ໄດ້​ມາ​ເຕີບໃຫຍ່ຢູ່​ໃນ​ສະຫະລັດ ​ແຕ່​ອາຍຸ 2 ປີ​ເຄິ່ງ ຖືກ
​ລ້ຽງ​ດູ​ຢູ່​ໃນ​ບັນຍາກາດ​ທີ່​ພໍ່​ແມ່​ບອກສອນ​ໃຫ້​ເວົ້າ​ພາສາ​ລາວ ​ແລະ​ຮີ​ດຄອງ​ປະ​ເພນີ​ລາວ. ສຸຣິວອນ ​ສາ​ມາດໂອ້​ລົມ​ສົນທະນາ​ເປັນພາສາ​ລາວ​ໄດ້​ດີ​ສົມຄວນ. ນາງ​ສຳ​ເລັດ​ການ​ສຶກ
ສາ​ຝ່າຍ​ບໍລິຫານ​ທຸລະ​ກິດ ຫລື Business Administration ຈາກ​ມະຫາວິທະຍາ​ໄລ Hayward ທີ່​ລັດ California​. ຫລັງ​ຈາກນັ້ນ ​ສຸຣິວອນ ​ກໍໄດ້ເລີ້ມເຮັດ​ວຽກ​ໃຫ້​ແກ່ ບໍລິ
ສັດຢາ​ຮູ ຊຶ່ງມີ​ຫ້ອງການ​ໃຫຍ່ຢູ່​ທີ່ ລັດ​ຄາ​ລີ​ຟໍ​ເນຍ ຕັ້ງຢູ່​ທາງຟາກ​ຕາ​ເວັນ​ຕົກ​ຂອງ​ສະ
ຫະລັດ. ຕໍ່​ມາ​ສຸຣິວອນ ໄດ້ຕັດສິນ​ໃຈ​ຍ້າຍ​ມາ​ເຮັດ​ວຽກ​ຢູ່​ສາຂາ​ຂອງ​ບໍລິສັດ​ຢາຮູ ທີ່​ນະ
ຄອນ​ນິວຢອກ ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ. ສຸຣິວອນ​ ​ໄດ້​ກ່າວ​ເຖິງ​ໜ້າ​ວຽກ​
ຄວາມຮັບຜິດຊອບຂອງ​ນາງ​ຕໍ່ ວິ​ໂອ​ເອ ດັ່ງ​ນີ້:

ສຸຣິວອນ (ຊ້າຍ) ແລະນ້ອງສາວ ຊາຣາ ວິຣະພັນ, 1980.
ສຸຣິວອນ (ຊ້າຍ) ແລະນ້ອງສາວ ຊາຣາ ວິຣະພັນ, 1980.

ລິງໂດຍກົງ

ສຸຣິວອນ ​ແລະ​ທິມງານ​ໃນ​ບໍລິສັດ ມີ​ຄວາມຮັບຜິດຊອບ ທີ່​ສະລັບ​ສັບຊ້ອນ​ ​ແລະ​ບໍ່​ສາ
ມາດ​ອະທິບາຍ​ເປັນ​ພາສາ​ລາວໃຫ້​ເຂົ້າ​ໃຈໄດ້ ​ເພາະສະ​ນັ້ນ ສຸຣິວອນ ​ຈຶ່ງໄດ້​ເວົ້າ​ເປັນ​
ພາສາ​ອັງກິດ ຊຶ່ງ​ໄດ້​ຄວາມ​ໝາຍ​ດັ່ງ​ນີ້:

ລິງໂດຍກົງ

“ຄວາມ​ຮັບຜິດ​ຊອບ​ຂອງ​ຂ້ານ້ອຍ​ກໍ​ຄື ຕິດຕາມທຸລະ​ກິດ​ວຽກ​ງານ ​ແລະ​ວາງ​ແຜນ​
ໃຫ້​ແກ່ບໍລິສັດ​ຢາ​ຮູ. ສິ່ງ​ທີ່​ພວກ​ເຮົາ​ເຮັດ​ກໍ​ຄື​ປະຕິບັດວຽກ​ງານຫລາຍໆ​ຢ່າງ ຊຶ່ງ​ໝາ​ຍ
ຄວາມວ່່າການ​ສື່ສານ​ຂອງ​ຢາ​ຮູ​ ພວກ​ເຮົາ​ທົດ​ສອບ​ເບິ່ງສະມັດ​ທະພາບການ​ນຳ​ອອກ
​ໃຊ້.ໃນ​ກໍລະ​ນີ​ທີ່ເກີ​ດ​ເຫດ​ການຕ່າງໆ ພວກ​ເຮົາຕ້ອງ​ໄດ້​ແກ້​ໄຂ​ກ່ອນ​ ​ໂດຍ​ທີ່​ລູກ​ຄ້າ​
ຫລື​ຜູ້​ໃຊ້ບໍ່​ຮູ້ສຶກເຖິງ. ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ເຮັດ ​ແລະຄື​ດັ່ງດຽວ​ກັບ​ຜູ້​ກວດ​ສອບ.
ຫລັງ​ຈາກ​ນັ້ນພວກ​ເຮົາ​ຕ້ອງໄດ້ລາຍ​ງານ​ໄປ​ຫາ​ບັນດາ​ຜູ້ນຳບໍລິສັດ ​ໃ​ນກໍລະນີ​ເກີດ​

ມີ​ການ​ກວດກາ​ຕາມ​ພາຍຫລັງ ​ພວກ​ເຮົາ​ຕ້ອງໄດ້ກະກຽມໄວ້ກ່ອນ​ລ່ວງ​ໜ້າ."

ນະຄອນ​ນິວຢອກ​ແບ່ງ​ອອກ​ເປັນ​ຫ້າຄຸ້ມຄື Manhattan, the Bronx, Queens,
Brooklyn ​ແລະ Staten Island. ສ່ວນໃຫຍ່​ຂອງ​ນະຄອນ​ນິວຢອກ​ມີ​ຕຶກ​ສູງ​ຫລາຍໆ
ສິບ​ຊັ້ນ ​ເປັນ​ນະຄອນ​ທີ່ມີ​ປະຊາກ​ອນຢູ່​ຢ່າງໜາ​ແໜ້ນທີ່​ສຸດ​ໃນ​ສະ​ລັດ ມີ​ລົດ​ໄຟ​ໃຕ້​ດິນ​
ທີ່​ຄົນ​ສ່ວນ​ໃຫຍ່​ພາກັນ​ໃຊ້​ໃນ​ແຕ່​ລະ​ວັນ ຫລື​ບໍ່​ດັ່ງ​ນັ້ນ​ ຕ້ອງ​ໄດ້​ໃຊ້​ລົດແທັກ​ຊີ​ອັນ​ເປັນ​ທີ່
ນິຍົມ​ກັນ. ການ​ໃຊ້​ລົດ​ສ່ວນ​ຕົວແມ່ນເປັນການສິ້ນເປືອງຄ່າໃຊ້ຈ່າຍຢ່າງສູງ ​ເພາະວ່າ
ຄ່າ​ຈອດ​ໃນ​ແຕ່​ລະ​ວັນແພງ​ຫຼາຍ ​ແລະຄ່າ​ຄອງ​ຊີບ​ກໍສູງ ຊຶ່ງ​ສຸຣິວອນ ​ໄດ້​ເຫລົ່າ​ເຖິງ​ຊີວິດ​
ການ​ເປັນ​ຢູ່​ຂອງ​ນະຄອນ​ນິວຢອກ​ສູ່​ຟັງ​ວ່າ:

ລິງໂດຍກົງ

ສຸຣິວອນ ​ເຕີບ​ໃຫຍ່​ຢູ່​ໃນ​ລັດ​ຄາ​ລີ​ຟໍ​ເນຍ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ບ່ອນ​ທີ່
​ມີ​ອາກາດ​ອົບ​ອຸ່ນ​ຢູ່​ຕະຫລອດ​ປີ ມີ​ສະຖານ​ທີ່ຫວ່າງເປົ່າ​ກວ້າງ​ຂວາງ ​ແລະ​ບໍ່​ມີ​ຕຶຶກ​ສູງ.
ບັດ​ນີ້ ສຸຣິວອນ​ ​ໄດ້​ຍ້າຍ​ມາ​ເຮັດ​ວຽກ​ຢູ່ ນະຄອນ​ນິວຢອກ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​
ສະຫະລັດ ຊຶ່ງມີ​ໄລຍະ​ທາງ​ຫ່າງກັນຢູ່ 3961 ກິ​ໂລ​ແມັດ ຫລື 2461 ​ໄມ ແລະຖ້າ​ຂີ່ເຮືອ
ບິນຈະ​ໃຊ້​ເວລາ​ຢູ່ 6 ຊົ່ວ​ໂມງ ​ແລະ​ຖ້າ​ຂັບ​ລົດ​ໃຊ້​ເວລາ​ຢູ່​ດົນກວ່າ​ນຶ່ງ​ອາທິດ. ສຸຣິວອນ
​ໄດ້​ກ່າ​ວ​ເຖິງ​ຄວາມ​ແຕກ​ຕ່າງຂອງສອງນະຄອນ​ດັ່ງ​ນີ້.

ລິງໂດຍກົງ

ບໍ່​ແຕກ​ຕ່າງຫຽັງກັນກັບ​ບັນດາເຍົາວະ​ຊົນອາ​ເມຣິກັນ​ທົ່ວໄປ ສຸຣິວອນ ກໍແມ່ນຜູ້ນຶ່ງທີ່
​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ​ເມື່ອສີ່​ທົດ​ສະ​ວັດ​ກ່ອນ. ສຸຣິວອນ ​ໄດ້​ຮັບ​ການ​
ສຶກສາ ​ແລະ​ຈົບ​ປະລິນຍາ​ຕີ ​ອັນ​ເປັນ​ພື້ນຖານທີ່​ນຳພາ​ໄປ​ສູ່່​ຜົນສຳ​ເລັດ ​ແລະ​ເປັນ
​ພົນລະ​ເມື​ອງດີ​ຂອງ​ປະ​ເທດ. ສຸຣິວອນ ມັກໜ້າ​ທີ່​ວຽກ​ການ ​ຊີວິດ​ການ​ເປັນ​ຢູ່ຂອງ​ຊາວ
ນະຄອນ​ນິວຢອກ ບ່ອນ​ທີ່ມີ​ແສງ​ສີ ​ບໍ່ຫລັບບໍ່ນອນ ບໍ່ມີ​ຄວາມ​ອຶດ​ເມື່ອຍ​ຢຸດ​ເຊົາ ມີໂຮງ​ມະຫໍລະສົບ ຮ້ານ​ຄ້າ​ແຟຊັນລະດັບ​ໂລກ ​ຊົມ​ຊອບ​ກັບ​ຮ້ານ​ອາຫານ​ຕ່າງໆ ​ແລະ​ບໍ່​ມີ​ແຜນ
ການ​ວ່າ​ຈະ​ຍົກຍ້າຍ​ໄປ​ແຫ່ງ​ອື່ນ.

XS
SM
MD
LG