ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບຍານາງ ສີຕານ ສຸນດາຣາ ແມ່ຄົວອາ
ຫານພື້ນເມືອງລາວ ແລະເຈົ້າຂອງຕະຫຼາດ ຢູ່ທີ່ເມືອງເມີຟຣິສໂບໂຣ ລັດເທັນເນັສຊີ
ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ ມາສະເໜີທ່ານໂດຍ ກິ່ງສະຫວັນ ໃນອັນດັບຕໍ່ໄປ.
ຢູ່ໃນສະຫະລັດອາເມຣິກາ ບໍ່ວ່າຈະເປັນເມືອງນ້ອຍ ແລະໃຫຍ່ຢູ່ຕາມລັດຕ່າງໆ ເຮົາ
ຈະສັງເກດເຫັນມີຮ້ານອາຫານລາວ ແລະຕະຫຼາດລາວ ຫຼືໂກຣສເຊີຣີ (Grocery)
ຫຼາຍຂຶ້ນທຸກມື້ ທີ່ຄົນລາວເປັນເຈົ້າຂອງ. ນອກຈາກຄົນອາເມຣິກັນເຊື້ອສາຍລາວພາ
ກັນຊອກຫາກິນອາຫານພື້ນເມືອງລາວທີ່ຫາຍາກເຫລົ່ານີ້ແລ້ວ ແຕ່ກໍຍັງມີເຊື້ອຊາດ
ອື່ນໆຖືກແນະນຳ ແລະເປັນທີ່ນິຍົມໄປຕາມໆກັນ.
ບັດນີ້ຂ້າພະເຈົ້າຂໍແນະນຳໃຫ້ທ່ານຮູ່ຈັກກັບ ຍານາງສີຕານ ສຸນດາຣາ ຕັ້ງຖິ່ນຖານຢູ່
ເມືອງເມີຟຣິສໂບໂຣ (Murfreesboro) ລັດເທັນເນັສຊີ (Tenessee) ທາງພາກໃຕ້
ຂອງສະຫະລັດ. ຂົງເຂດແຫ່ງນີ້ມີຊາວອາເມຣິກັນເຊື້ອສາຍລາວຕັ້ງຖິ່ນຖານຢູ່ຫຼາຍ
ພັນຄົນ ມີວັດວາອາຮາມ ແລະຮ້ານຄ້າ ເຊັ່ນວ່າຕະຫຼາດ ແລະຫ້ອງອາຫານຂອງຍາ
ນາງສີຕານຊື່ວ່າ “Sitane Market & Deli" ຂາຍອາຫານລາວ ແລະໄທ. ກ່ອນໜ້າ
ນັ້ນ ຍານາງສີຕານ ໄດ້ເຮັດວຽກຢູ່ໂຮງງານກະກຽມຊີ້ນໄກ່ Chicken Nugget ເພື່ອ
ສົ່ງອອກໄປຂາຍຢູ່ຕາມຮ້ານອາຫານຈານດ່ວນ ທີ່ມີຊື່ສຽງຂອງສະຫະລັດ ຢູ່ເກືອບທົ່ວ
ໂລກ ຄື McDonald. ຍານາງສີຕານ ໄດ້ເຮັດວຽກຢູ່ບໍລິສັດນີ້ມາເປັນເວລາຊາວກວ່າປີ
ແລະຕໍ່ມາຈຶ່ງໄດ້ ຕັດສິນໃຈຕັ້ງທຸລະກິດເປັນຂອງຕົນເອງ ດັ່ງຍານາງສີຕານໄດ້ກ່າວຕໍ່
ວີໂອເອ ດັ່ງນີ້:
ຢູ່ໃນຂົງເຂດເມືອງເມີຟຣິສໂບໂຣ ມີບໍລິສັດສ້າງລົດຍົນນິສສັນ (Nissan) ທີ່ມີພະນັກ
ງານລາວອາເມຣິກັນ ແລະເຊື້ອຊາດອື່ນໆປະປົນກັນເຮັດວຽກຢູ່ນີ້. ເພາະສະນັ້ນ ເວລາ
ພັກກິນເຂົ້າທ່ຽງ ພວກພະນັກງານເຫລົ່ານີ້ມັກຈະພາກັນມານັ່ງກິນອາຫານທ່ຽງຢູ່ຮ້ານ
ຂອງຍານາງສີຕານ ຊຶ່ງຍານາງໄດ້ກ່າວສູ່ຟັງວ່າ:
ຍານາງສີຕານ ສຸນດາຣາ ແມ່ນອະດີດໄທບ້ານໂສກປ່າຫຼວງ ນະຄອນຫຼວງວຽງຈັນ
ປະເທດລາວ. ຄອບຄົວໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານ ຢູ່ທີ່ເມືອງເມີຟຣິສໂບໂຣ
ສະຫະລັດອາເມຣິກາໃນປີ 1986. ຍານາງສີຕານມີລູກຫ້າຄົນໃຫຍ່ເປັນຄອບເປັນ
ຄົວໄປໝົດແລ້ວ ແລະແຕ່ລະຄົນກໍສຳເລັດການສຶກສາມີວຽກງານຢ່າງໜ້າສັນລະ
ເສີນ ດັ່ງຍານາງສີຕານ ໄດ້ກ່າວມ້ວນທ້າຍ ສູ່ ວີໂອເອ ຟັງກ່ຽວກັບເລື້ອງນີ້ວ່າ:
ຕະຫຼາດ ແລະຮ້ານອາຫານ ຂອງຍານາງສີຕານ ເປີດເຈັດມືີ້ ແຕ່ 9 ໂມງເຄິ່ງ ຕອນ
ເຊົ້າ ຫາ 7 ໂມງແລງ. ຖ້າທ່ານຜູ້ໃດມີໂອກາດໄດ້ເດີນທາງຜ່ານໄປເມືອງ ເມີຟຣິສ
ໂບໂຣ ກະລຸນາແວ່ຢ້ຽມຢາມຖາມຂ່າວຍານາງສີຕານ ສຸນດາຣາ ໄດ້.