ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງໄພ ກິດຕິຣາດ ນັກວິສະວະກອນ ສ້ອມແປງເຄື່ອງຈັກ ສ່ອງໄຟຟ້າ


ຍານາງໄພ ກິດຕິຣາດ ນັກວິສະວະກອນ ສ້ອມແປງເຄື່ອງຈັກ ສ່ອງໄຟຟ້າ CT Scanner ຢູ່ທີ່ລັດ Wisconsin ສະຫະລັດ.
ຍານາງໄພ ກິດຕິຣາດ ນັກວິສະວະກອນ ສ້ອມແປງເຄື່ອງຈັກ ສ່ອງໄຟຟ້າ CT Scanner ຢູ່ທີ່ລັດ Wisconsin ສະຫະລັດ.

ທ່ານຜູ້ຟັງທີ່ເຄົາລົບ ຢູ່ໃນບ້ານເຮືອນຂອງທ່ານ ທ່ານມີເຄື່ອງໃຊ້ສອຍຕ່າງໆທີ່ໃຊ້ດ້ວຍ
ພະລັງໄຟຟ້າຍີ່ຫໍ້ GE ບໍ? GE ​ແມ່ນຊື່ຫຍໍ້ມາຈາກ​ຄຳ​ວ່າ General Electric ຊຶ່ງເປັນ
ບໍລິສັດຜະລິດເຄື່ອງໃຊ້ຕ່າງໆຢູ່ຕາມບ້ານເຮືອນທີ່ແລ່ນດ້ວຍໄຟຟ້າ ນັບແຕ່ດອກໄຟຟ້າ
ຕູ້ເຢັນ ເຕົາໄຟ ຈັກຊັກເຄື່ອງ ເຕົາລີດ ລະບົບຄົມມະນາຄົມ ຜະລິດຕະພັນອຸດສາຫະກຳ
ແລະເຄື່ອງໃຊ້ຢູ່ຕາມໂຮງພະຍາບານເຫລົ່ານີ້ເປັນຕົ້ນ.

GE ແມ່ນບໍລິສັດທີ່ຮູ້ກັນດີ ມີຊື່ສຽງຂອງສະຫະລັດ ຕັ້ງຂຶ້ນມາໃນ ປີ 1892 ປັດຈຸບັນນີ້
ມີອາຍຸໄດ້ 125 ປີແລ້ວ. ບໍລິສັດ GE ປະກອບເຂົ້າກັນກັບຫຼາຍບໍລິສັດ ບໍລິຫານງານ
ພາຍໃຕ້ຊື່ GE ມາຈົນເຖິງເທົ່າທຸກມື້ນີ້ ແລະ​ເປັນນຶ່ງໃນຈຳນວນບັນດາບໍລິສັດ ທີ່ໃຫຍ່
ສຸດໃນໂລກ. ໃນປີ 2016 ບໍລິສັດ GE ມີພະນັກງານຢູ່ 295,000 ຄົນ ມີສາຂາຢູ່ທົ່ວ
ສະຫະລັດ ແລະຢູ່ໃນທົ່ວໂລກ.

ປະກອບຢູ່ໃນພາກສ່ວນການຜະລິດຄິດສ້າງ ແລະສ້ອມແປງເຄື່ອງໃຊ້ອັນທັນສະໄໝ
ຢູ່​ໃນ​ບໍລິສັດ GE ນີ້ ກໍມີຄົນອາເມຣິກັນເຊື້ອສາຍລາວ ຊື່ວ່າຍານາງໄພ ກິດຕິຣາດ ຜູ້ມີ
ພອນສະຫວັນ ແລະຊຳນິຊຳນານໃນການສ້ອມແປງເຄື່ອງກວດສຸຂະພາບ ມາ​ເປັນ​ເວ
ລາ 17 ປີແລ້ວ. ​ເຄື່ອງຈັກ​ປິ່ນປົວ​ສຸຂະ​ພາບ​ນີ້ຮ້ອງວ່າ CT Scanner ຫລືເຄື່ອງຈັກສ່ອງ
ໄຟຟ້າ ເບິ່ງຂ້າງ​ໃນ​ຮ່າງກາຍຂອງຄົນເຈັບ ​ເພື່ອ​ຊ່ວຍບອກ​ໃຫ້​ພວກ​ນາຍ​ໝໍຮູ້ເຖິງ​ສາ​
ເຫດຂອງ​ການ​ເຈັບ. ຍານາງ​ໄພ ໄດ້ກ່າວເຖິງຄວາມຮັບຜິດ ຊອບກ່ຽວ​ກັບໜ້າທີ່ວຽກ
ການສູ່ ວີໂອເອ ຟັງດັ່ງນີ້:

​ເຄື່ອງ​ຈັກ​ສ່ອງ​ໄຟຟ້າທີ່​ຮ້ອງ​ວ່່າ CT Scanner ​ເປັນຕູ້​ຄືກັບອຸໂມງ​ໃຫ້​ຄົນ​ເຈັບ​ນອນ​ລົງ
​ແລ້​ວຍູ້​ເຂົ້າ​ໄປ​ເພື່ອ​ຖ່າຍຮູບ​ເອົາໜົດຮ່າງກາຍ ທີ່​ໃຊ້​ກັນ​ຢູ່ຕາມ​ໂຮງໝໍ​ ​ທົ່ວໆ​ໄປ​ ໃນ​ສະ
ຫະລັດ. ​ເຄື່ອງ​ຈັກ CT Scanner ນີ້ ​ໄດ້​ຖືກ​ປັບປຸງ ຜະລິດ​ອອກ​ມາ​ໃໝ່​ເລື້ອຍໆ ​ແລະ​
ຜູ້ແປງ​ຕ້ອງ​ໄດ້​ຮຽນ​ຮູ້​ວິ​ທີ​ແປງ​ເຄື່ອງທີ່​ສ້າງ​ອອກ​ມາ ​ໃໝ່​ເລື້ອຍ​ໆນັ້ນ ຊຶ່ງຍານາງ​ໄພ ​ໄດ້​
ອະທິ​ບາຍກ່ຽວ​ກັບເລື້ອງ​ນີ້​ວ່າ:

ຍານາງໄພຊຶ່ງ​ມັກ​ຮັກໃນ​ວຽກ​ການນີ້ຫຼາຍ​ເປັນ​ພິ​ເສດ ໄດ້ສ້ອມ​ແປງ​ເຄື່ອງ​ສ່ອງ​ໄຟ​ຟ້າ
ມາ​ໄດ້ 17 ປີ​ແລ້ວ ​ແລະເປັນ​ທີ່ເພີ່ງ​ພໍ​ໃຈ​ໃຫ້ແກ່​ບໍລິສັດ GE ​ເປັນ​ຢ່າງດີ ຊຶ່ງ​ຍານາງ​ໄພ​
ໄດ້​ກ່າວສູ່ຟັງ​ວ່າ:

ຍານາ​ງ​ໄພ ແມ່ນ​ສະຕີອາເມຣິກັນ​ເຊື້ອສາຍ​ລາວ​ ທີ່​ໜ້າ​ສັນລະ​ເສີນ ຫາ​ໄດ້​ຍາກ​ທີ່​ເປັນ​
ຜູ້​ມັກ​ວຽກງານດ້ານ​ເທັກ​ໂນ​ໂລ​ຈີ​ ແລະ​ມັກສ້ອມ​ແປງ​ເຄື່ອງ​ຈັກຕ່າງໆ. ຍານາງ​ໄດ້​ເລົ່າ
ເຖິງ​ເບື້ອງ​ຫລັງສູ່ຟັງ​ວ່າ​ ເປັນ​ຫຍັງ​ຈຶ່ງ​ໄດ້​ຍຶດ​ເອົາ​ອາຊີບ​ເປັນນັກ​ວິສະວະ​ກອນດັ່ງກ່າວ​ນີ້:

ຍານາງ​ໄພ ກິດ​ຕິ​ຣາດ ​ແມ່ນ​ລູກບ້ານຫຼານເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ​ປະ​ເທດ​ລາວ
ທີ່​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ ​ຢູ່​ໃນ​ສະຫະລັດ​ເມື່ອ ​39 ປີ​ກ່ອນ. ຍານາງສຳເລັດການສຶກ
ສາປະລິນຍາຕີ ຝ່າຍວິສະວະກອນໄຟຟ້າ ຈາກມະຫາວິ ທະຍາໄລ ຄຣິສຕຽນ ເທັກຊັສ.
ປັດຈຸບັນ​ນີ້ ໄດ້​ເຖິງ​ກຳໜົດ ອອກ​ກິນ​ເບ້ຍ​ບຳ ນານ​ໄດ້​ແລ້ວ ​ແຕ່​ຍັງ​ມີ​ຈິດ​ໃຈ​ ມັກ​ຮັກ​ໃນ
ວຽກ​ການ​ຢູ່ ຍານາງ​ຈຶ່ງຈະ​ເຮັດ​ວຽກຕໍ່​ໄປອີກ ​ຈົນ​ກວ່າ​ວ່າ ​ຈະ​ເຮັດ​ຕໍ່​ໄປບໍ່​ໄດ້​.

XS
SM
MD
LG