ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຳພາດ ຍານາງ ມາລີ ພົມມະວົງ ອະດີດຕຳຫຼວດ ທີ່ກາຍມາເປັນ ນັກທຸລະກິດ


ຍານາງມາລີ ພົມມະວົງ ອະດີດເຈົ້າໜ້າທີ່ຕຳຫລວດ ປັດຈຸບັນ ເປັນນັກທຸລະກິດ ແລະນັກອາສາສະໝັກ ຊ່ວຍເຫຼືອອາຫານ ໃຫ້ແກ່ເດັກນ້ອຍ ຢູ່ຊົນນະບົດ ໃນ ສປປ ລາວ.
ຍານາງມາລີ ພົມມະວົງ ອະດີດເຈົ້າໜ້າທີ່ຕຳຫລວດ ປັດຈຸບັນ ເປັນນັກທຸລະກິດ ແລະນັກອາສາສະໝັກ ຊ່ວຍເຫຼືອອາຫານ ໃຫ້ແກ່ເດັກນ້ອຍ ຢູ່ຊົນນະບົດ ໃນ ສປປ ລາວ.

ທ່ານ​ຜູ້​ຟັງ​ທັງຫຼາຍ ​ໃນລາຍການ​ຊີ​ວິ​ດຊາວ​ລາວ ສຳລັບ​ວັນ​
ພະຫັດ ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ ​ໄປ​ພົບ​ກັບຍານາງ​ມາລີ ພົມມະ​ວົງ
ສະຕີ​ລາວ-ອາ​ເມຣິກັນ ຜູ້​ຫ້າວຫັນ ວ່ອງ​ໄວ ກ້າຫານ ​ແລະ​ສະ
ຫລຽວສະຫລາດ. ນາງ​ເຄີຍ​ຮັບ​ໃຊ້ ​ເປັນ​ເຈົ້າ​ໜ້າ​ທີ່​ຕຳຫລວດ
​ຝ່າຍ ຝາກ​ໂທດ ຫລື Probation Officer ​ໃຫ້​ແກ່​ກົມ​ຕຳຫຼວດ
​ໃນ ລັດ California ​ເປັນ​ເວລາ​ 10 ປີ. ຫລັງ​ຈາກ​ນັ້ນ ນາງໄດ້​
ລາ​ອອກມາ​ປະກອບ​ວິຊາ​ອາຊີບໃໝ່ ເປັນ​ນັກທຸລະກິດ ທີ່ໄດ້​ນຳ
ພາ ມາລີ ​ກ້າວ​ເຂົ້າ​ມາ​ຊ່ວຍ​ ການ​ສ້າງ​ສາ​ໂຮງຮຽນ ​ສົ່ງ​ເສີມອາ
ຫານການ​ກິນ ​ທີ່​ມີ​ຄຸນ​ນະພາ​ບ​ໃຫ້​ແກ່ ​ເດັກນ້ອຍ​ຊົນນະບົດຢູ່​
ໃນ ສປປ ລາວ ຊຶ່ງ ​ກິ່ງສະຫວັນ ຈະ​ນຳ​ເລື້ອງ​ນີ້ ມ​າສະ​ເໜີ​ທ່ານ
ໃນ​ອັນດັບຕໍ່​ໄປ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ ຈະຂໍ​ແນະນຳ​ໃຫ້ທ່ານຮູ້ຈັກ​ກັບ ຍານາງ​ມາລີ ພົມມະ​
ວົງ ລູກ​ລາວ​ຫລານ​ລາວ ​ເກີດ​ຢູ່​ບ້ານ​ຮ່ອງຄ້າ ນະຄອນຫລວງ​ວຽງ​ຈັນ. ມາລີ ​ໄດ້ເຂົ້າ​ມາຕັ້ງ
​ຖິ່ນ​ຖານ​ຢູ່ ສະຫະລັດ ອາ​ເມຣິກາ ​ກັບ​ຄອບຄົວ ໃນ​ປີ 1985 ຊຶ່ງ​ເວລາ​ນັ້ນ ມີ​ອາຍຸ​ໄດ້ 5 ປີ.
​ເຖິງ​ແມ່ນ​ວ່າ ມາລີ ຈະ​ໄດ້ມາ​ເຕີບ​ໃຫຍ່​ຢູ່​ ສະຫະລັດກໍ​ຕາມ ​ແຕ່​ນາງກໍ​ສາມາດ ​ປາກ​ເວົ້າ
​ພາສາ​ລາວ​ ​ໄດ້ຢ່າງ​ຄ່ອງ​ແຄ້່ວ ​ເພາະວ່າ ມາລີ ຖືກ​ລ້ຽງ​ດູອ້ອມລ້ອມ​ໄປ​ດ້ວຍ ບັນຍາກາດ
ທີ່ເຕັມ​ໄປ​ດ້ວຍ​ເຜົ່າ​ລາວຕ່າງໆ ທີ່ເມືອງ Fresno ​ລັດ California ຂົງ​ເຂດ​ທີ່​ມີ​ການ​ປູກ​ຝັງ
​ເປັນ​ສ່ວນ​ໃຫຍ່ ຕັ້ງ​ຢູ່ລະຫວ່າງນະຄອນ San Francisco ​ກັບ ນະຄອນ Los Angeles
ທາງ​ຟາກ​ຕາ​ເວັນ​ຕົກ​ຂອງສະຫະລັດ.

ຊີວິດ​ການ​ເປັນຢູ່​ໃນ ສະຫະລັດ ​ໃນ​ແຕ່ລະ​ເຂດ ​ແຕ່ລະ​ລັດ​ນັ້ນ ມີ​ຄວາມ​ແຕກ​ຕ່າງ​ກັນ​
ຫລາຍ​ທີ່​ສຸດ ຊຶ່ງທັງ​ໝົດ​ນີ້ຂື້ນ​ຢູ່​ກັບ ບັນຍາກາດ​ສັງຄົມ​ຊີວິດ ການ​ເປັນ​ຢູ່​ ວິຊາ​ອາ​ຊີບ ​ແລະ​
ສິ່ງ​ແວດ​ລ້ອມ ທີ່​ໄດ້​ຫລໍ່​ຫລອມ​ແນວ​ຄິດຂອງ​ໃຜລາວ. ​ສ່ວນລາຍການ ຊີວິດຊາວລາວ​ມື້​ນີ້
​ເຮົາ​ຈະໄດ້ຟັງ​ການ​ໂອ້​ລົມ ກັບ​ຍານາງ ມາລີ ພົມມະ​ວົງ ທີ່ສຳ​ເລັດ​ປະລິນຍາ​ໂທຝ່າຍອາ​ຊະ
ຍະກຳ ຫລື criminology ຈາກ​ມະຫາວິ​ທະ​ບາ​ໄລ Freshno State ທີ່​ລັດ California.
ມາລີ ​ເປັນອະດີດ​ເຈົ້າ​ໜ້າ​ທີ່​ຕຳຫລວດຝ່າ​ຍ ຝາກ​ໂທດ ຫລື Probation Officer ຊຶ່ງ​ມີໜ້າ​
ທີ່ ​ໃຫ້ການ​ປຶກສາກ່ຽວ​ກັບດ້ານ​ກົດ​ໝາຍ ​ຕິດຕາມແກ່ງ​ອັນ​ທະພານ ແກ້​ໄຂ​ບັນຫາສັງຄົມ
​ແລະ​ປະສານ​ງານ​ລະຫວ່າງ​ ຫ້ອງການຕຳຫລວດ​ທ້ອງ​ຖິ່ນ ​ກັບປະຊາ​ຄົມ. ມາລີ ​ໄດ້​ເລົ່າຊີ
ວິດ​ຄວາມ​ເປັນ​ມາ ​ແລະ​ປະສົບ​ການຂອງໜ້າ​ວຽກ ​ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້.

ຍານາງ ມາລີ ພົມມະວົງ
ຍານາງ ມາລີ ພົມມະວົງ

ລິງໂດຍກົງ

ໃນ​ຊົ່​ວລະຍະ​ນຶ່ງ ປະຊາ​ຄົມ​ລາວ​ ຢູ່​ທີ່​ເຂດ Bay Area ຫລື​ເຂດ​ປາກ​ອ່າວ​ຂອງ ນະຄອນ
San Francisco ​ແລະ Oakland ຂອງ​ລັດ California ​ໄດ້​ເກີດ​ມີ​ແກ່ງອັນ​ທະພານ​ຂອງ​
ຊາວ​ໜຸ່ມ​ລາວ-ອາ​ເມຣິກັນ ທີ່​ຮ້າຍ​ແຮງ ​ເຮັດ​ໃຫ້​ມີ​ການ​ຍິງ​ກັນ ​ແລະ​ຂ້າ​ກັນ​ລະຫວ່າງ​ແກ່ງ
ຕໍ່​ແກ່ງ ອັນ​ເປັນເຫດ​ກໍ່ກວນ​ຄວາມ​ບໍ່​ສະຫງົບແກ່​ສັງຄົມ. ​ເພາະສະ​ນັ້ນ ມັນ​ເປັນ​ໜ້າ​ທີ່​ຂອງ
ມາລີ ທີ່​ຈະຕ້ອງ​ໄດ້​ເຂົ້າ​ມາ​ພົວພັນ ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ຊຶ່ງ ມາລີ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ວ່າ :

ລິງໂດຍກົງ

ຫລັງ​ຈາ​ກ ມາລີ ​ໄດ້​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່ຕຳຫລວດ​ຝ່າຍ ຝາກ​ໂທດ ມາ​ເປັນ​ເວລາ​ສິບ​ປີ
​ແລ້ວ ນາງຈຶ່ງໄດ້​ຕັດສິນ​ໃຈ​ ປ່ຽນວິຊາ​ອາຊີບໃໝ່ ມາ​ເປັນ​ນັກທຸລະກິດ​ໃຫ້​ແກ່ ບໍລິສັດ
New Skin Enterprise ​ຂາຍເຄຶ່ອງສຳອາງ​ປິ່ນປົວ​ຜີ​ວໜັງ​ໃຫ້​ງາມ ໂດຍ​ສະ​ເພາະ​ຢ່າງ​
ຍິ່ງ ​ມີເປົ້າ​ໝາຍຊ່ວຍ​ປະຊາ​ຄົມ​ໂລກ ທີ່​ກຳ​ລັງບົວລະ​ບັດພັດທະນາ​ໃນດ້ານການ​ລົບ​ລ້າງ​ການຂາດ​ອາຫານ ອັນ​ໄດ້​ນຳໄປສູ່​ການ​ຊ່ວຍເຫລືອສ້າງ​ໂຮງຮຽນ ​ແລະ​ການ​ປຸງ​ແຕ່ງອາ
ຫານ​ທີ່​ມີ​ຄຸນນະພາ​ບ ​ໃຫ້​ແກ່​ເດັກ​ນັກຮຽນ​ລາວ ທີ່​ເຂດ​ຊົນນະ​ບົດ​ໃນ ສປປ ລາວ ຊຶ່ງ ມາລີ
​ໄດ້​ເລົ່າ​ຊີວິດ​ບັ້ນ​ນີ້​ວ່າ :

ລິງໂດຍກົງ

ຢູ່​ ສປປ ລາວ ​ໂດຍ​ສະ​ເພາະ ​ໃນ​ເຂດ​ຊົນນະບົດ​ທົ່ວ​ປະ​ເທດ ບັນດາ​ເດັກ​ນ້ອຍ​ນັກຮຽນ
​ພາກັນ​ຂາດ​ອາຫານ​ການ​ກິນບໍ່ພຽງພໍ ຊຶ່ງ​ເປັນສາ​ເຫດ​ຂອງ​ການ​ເຕີບ​ໃຫຍ່ ບໍ່​ສົມບູນ
​ແລະ​ເປັນ​ຜົນ​ສະທ້ອນ​ຕໍ່​ການ​ຮຽນ ​ເພາະສະ​ນັ້ນ ຫລາຍໆ​ອົງການ ​ຈຶ່ງໄດ້ຍື່ນມືເຂົ້າ​ມາພົວ
ພັນເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ດ້ານ​ດັ່ງກ່າວ ຊຶ່ງ ມາລີ ​ໄດ້ເລົ່າ ການພົວພັນ​ຕ່າງໆໃນ​
ຕອນ​ນີ້​ວ່າ :

ເດັກນ້ອຍນັກຮຽນ ໃນຊົນນະບົດ ສປປ ລາວ
ເດັກນ້ອຍນັກຮຽນ ໃນຊົນນະບົດ ສປປ ລາວ

ລິງໂດຍກົງ

ນັ້ນ​ແມ່ນເລື້ອງ​ນຶ່ງ ກ່ຽວ​ກັບຊີວິດ​ຄວາມ​ເປັນ​ມາ ​ໃນບົດ​ບາດ ການ​ແຂ່ງ​ຂັນ ອົດທົນ ​ແລະ
​ການ​ເຫັນ​ຄວາມ​ສຳ​ຄັນ​ດ້ານ​ມະນຸດ​ສະ​ທຳ ຂອງ ຍານາງມາລີ​ ພົມມະ​ວົງ ສະຕີ​ລາວ-ອາ​
ເມຣິກັນ.

XS
SM
MD
LG