ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ລິນດາ ອິນທະວົງ ຜູ້ຊ່ວຍເພສັດຊະກຳ ນັກເຄື່ອນໄຫວສັງຄົມ ນັກປະພັນເພງ ແລະນັກຮ້ອງ


ລິນດາ ອິນທະວົງ ລູກຫລານລາວ ເກີດທີ່ນະຄອນ Montreal ປະເທດການາດາ.
ລິນດາ ອິນທະວົງ ລູກຫລານລາວ ເກີດທີ່ນະຄອນ Montreal ປະເທດການາດາ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ລາຍ​ການ​ຊີ​ວິດ​ຊາວ​ລາວ ມື້​ນີ້​ຈະ​ນຳ​ສະ​ເໜີ
​ການ​ສຳ​ພາດ ລິນ​ດາ ອິນ​ທະວົງ​ ຢູ່ປະ​ເທດ​ກາ​ນາ​ດາ. ​ລິນ​ດາ ​
ແມ່ນ​ລູກ​ຫລານລາວ ເກີດ​ຢູ່ ນະຄອນ Montreal ປະ​ເທດ​ກາ​ນາ
​ດາ ປັດ​ຈຸ​ບັນ​ນີ້​ນາງ​ເຮັດ​ວຽກ​ເປັນ ​ຜູ້​ຊ່ວຍ​ເພສັດຊະ​ກຳ. ​ສິ່ງ​ທີ່​ໜ້າ​
ສົນໃຈ​ກ່ຽວ​ກັບ ລິນ​ດາ ​ກໍ​ຄື ນາງ​ມີ​ພອນ​ສະ​ຫວັນ ສາ​ມາດ​ປາກ​ພາ​
ສາ​ລາວ​ໄດ້​ເປັນ​ຢ່າງ​ດີ ພ້ອ​ມທັງພາສາຝ​ຣັ່ງ ແລະ​ອັງ​ກິດ. ​ລິນ​ດາ
ຍັ​ງ​ເປັນ​ນັກ​ປະ​ພັນ​ ​ແລະ​ຮ້ອງເພງ​ລາວ ປະ​ສົມ​ກັບ​ອັງ​ກິດ ແລະ
ກຳລັງ​ມີ​ຊື່​ສຽງ ນາງໄດ້ເດີນທາງໄປ​ຮ້ອງ​ຢູ່​ໃນ​ງານ​ສັງ​ສັນຕ່າງໆ​ໃນ​
ສັງຄົມ​ລາວທີ່ ສະຫະລັດ ຝຣັ່ງ ​ແລະ​ກາ​ນາ​ດາ. ຊີ​ວິດ​ຄວາມ​ເປັນ
​ມາ​ຂອງລິນ​ດາ ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ
ໃນ​ອັນ​ດັບ​ຕໍ່​ໄປ. ​

ສ​ະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ທີ່​ທ່ານ​ໄດ້​ຍິນຢູ່​ນີ້​ຄືເພງ Sern Sa la la ​ແຕ່ງ​ໃນ​ປີ 2008 ​ເປັນ​ເພງ​ນຶ່ງທີ່ໄດ້​ຮັບ​ຄວາມນິຍົມຫລາຍ ເຜີຍ​ແຜ່​ໃນເດືອນ​ມີນາ ປີ 2014 ​ນັກ​ຮ້ອງ ນັກ​ປະ​ພັນສາວ ​ເຊື້ອສາຍ​ລາວ ​ຄົນ​ນີ້​ຊື່ວ່າ ລິນ​ດາ ອິນ​ທະ​ວົງ ​ຈາກ​ນະ​ຄອນ Montreal
ປະ​ເທດ​ກາ​ນາ​ດາ.

ຂ້າ​ພະ​ເຈົ້າ​ຈະ​ແນະນຳ​ໃຫ້​ທ່ານ​ໄດ້​ຮູ້​ຈັກ​ໃນ​ມື້​ນີ້​ກັບ ລິນ​ດາ ອິນ​ທະ​ວົງ ​ມີ​ຊື່​ເປັນ​ພາ​ສາ​ລາວ
ວ່າ ພອນ​ສະ​ຫວັນ ອາ​ຍຸ 31 ປີ ເກີດ​ທີ່​ນະ​ຄອນ Montreal ປະ​ເທດ​ກາ​ນາ​ດາ. ປັດ​ຈຸ​ບັນ​ນີ້​
ລິນ​ດາ ເຮັດ​ວຽກ​ເປັນ​ຜູ້ຊ່​ວຍເພສັດ​ຊະ​ກຳ ຫລື pharmacist assistant​. ສິ່ງ​ທີ່​ໜ້າ​ສົນ
​ໃຈ ແລະ​ໜ້າ​ສັນ​ລະ​ເສີນ​ກ່ຽວ​ກັ​ບ ລິນ​ດາ ອີກ​ຢ່າງ​ນຶ່ງນັ້​ນ​ກໍ​ຄື ນາງສາ​ມາດ​ເວົ້າ​ໄດ້​ທັງພາ
ສາຝຣັ່ງ ອັງກິດ ໂດຍ​ສະ​ເພາະ​ພາ​ສາ​ລາວ​ ດ້ວຍມີ​ສຳ​ນຽງ​ວຽງ​ຈັນ ​ແລະເຂົ້າ​ໃຈ​ວັດ​ທະ​ນະ​
ທຳ​ລາວ​ໄດ້ຢ່າງເລິກເຊິ່ງ ​ເຖິງ​ແມ່ນ​ວ່າຍັງ​ບໍ່​ເຄີຍ​ໄປ​ຢ້ຽມ​ຢາມ​ເມືອງ​ລາວເລີຍ. ຄວາມຄ່ອງ​
ແຄ່ວ​ດັ່ງກ່າວ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ນາງ​ໄດ້​ເ​ຕີບ​ໃຫຍ່​ຂື້ນ​ມາພາຍ​ໃຕ້​ສະພາບແວດ​ລ້ອມ
ຂອງ ພໍ່​ແມ່​ຜູ້​ປົກ​ຄອງທີ່ເອົາ​ໃຈ​ໃສ່​ນຳ​ເປັນ​ຢ່າງ​ດີ. ລິນ​ດາ ເປັນລູກ​ຜູ້​ທີ່​ສາມ ​ແລະ​ລູກ​ສາວ
​ຫລ້າ ຂອງ​ທ່ານຈັນ​ດວງ ອະ​ດີດ​ນັກ​ສຶກ​ສາ Lycee ​ແລະ​ຍາ​ນາງ​ຄຳ​ແພງ ​ອິນ​ທະ​ວົງ
ອະ​ດີດ​ນັກ​ສຶກ​ສາ​ວິ​ຊາ​ຄູ​ດົງ​ໂດກ ໃນ​ສະ​ໄໝ​ອະ​ດີດ​ພະ​ລາດ​ຊະ​ອາ​ນາຈັກ​ລາວ ປັດ​ຈຸ​ບັນ
​ນີ້ທັງ​ສອງ​ກິນ​ເບ້ຍ​ບຳ​ນານ​ແລ້ວ.

ທ່ານຈັນດວງ ແລະຍານາງຄຳແພງ ອິນທະວົງ ພໍ່ແລະແມ່ ຂອງນາງລິນດາ
ທ່ານຈັນດວງ ແລະຍານາງຄຳແພງ ອິນທະວົງ ພໍ່ແລະແມ່ ຂອງນາງລິນດາ

​ລິນ​ດາ ເປັນ​ສະ​ຕີ​ລາວ​-ກາ​ນາ​ດຽນ ທີ່ໜ້າ​ຮັກ ແລະວ່ອງ
​ໄວມີ​ພອນ​ສະ​ຫວັນ ສົມ​ກັບ​ຊື່ ພ້ອ​ມ​ທັງ​ມີ​ຄວາມ​ສົນ​ໃຈຢ່າງ​
ເລິກ​ເຊີ່ງກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ສັງ​ຄົມ​ລາວ​ຢູ່ນອກ​
ປະ​ເທດ. ​ເ​ນຶ່​ອງ​ຈາກວ່າແມ່​ເຄີຍ​ເປັນ​ນາຍ​ຄູ ເພາະ​ສະ​ນັ້ນ ​
ລິນ​ດາ ໄດ້ຖືກ​ສິດ​ສອນ​ໃຫ້ຮ​ຽນ​ຂຽນ ແລະ​ອ່ານ​ພາ​ສາ​ລາວ.
ເວ​ລາ​ລິນ​ດາ ມິີອາ​ຍຸ​ 15 ປີ ນາງ​ໄດ້ເລີ້ມແຕ່ງ​ເພງເປັນ​ພາ​
ສາ​ອັງ​ກິດ ແລະ​ຕໍ່​ມາໃນປີ 2006 ນາງ​ໄດ້​ເລີ້​ມ​ແຕ່ງ​ເພງ​ລາວ
ປະ​ສົມປະ​ສານກັບ​ພາ​ສາ​ອັງ​ກິດ ຊຶ່ງເນື້ອ​ເພງ​ສ່ວນ​ຫລ​າຍ
ແມ່ນພົວ​ພັນ​ກັບ​ຊີ​ວິດ​ສ່ວນໂຕ ​ແລະຊີວິດສັງຄົມ​ ທີ່​ນາງ​ໄດ້​
ພົບເຫັນ. ​ລິນ​ດາ​ ເຄີຍ​ເຮັດ​ວຽກເປັນ ນັກ​ຖ່າຍພາບ​ ບັນ​ນາ
ທິ​ການວີ​ດີ​ໂອ ໃຫ້​ແກ່​ຫ້ອງ​ຂ່​າວລາວ​ກາ​ນາ​ດາ ແລະ​ລາວ​ທີ​ວີ​ກາ​ນາ​ດາ. ຫລັງ​ຈາກ​ນັ້ນ
ລິນ​ດາ ​ໄດ້​ມາ​ເປັນ​ໂຄ​ສົກ​ບັນ​ເທີງ​ໃນ​ລາຍ​ການ​ຂອງ​ຕົນ​ເອງ ທີ່​ສະ​ຖາ​ນີ​ໂທ​ລະ​ພາບ
Lao Overseas TV ເປັນ​ເວ​ລາ​ສອງ​ປີ. ​ແລະ​ໃນ​ທີ່​ສຸດ ລິນ​ດາ ໄດ້​ກາຍ​ມາ​ເປັນ​ນັກຮ້ອງ
ນັກ​ປະ​ພັນ​ເພງ ຈາກ​ນັ້ນ​ມານາງໄດ້​ເລີ້ິມ​ເປັນ​ທີ່​ຮູ້​ຈັກແກ່​ສັງຄົມລາວ ​ແລະ​ໄດ້​ຖືກ​ເຊີນ​ໄປ
​ປາ​ກົດ​ໂຕ​ຢູ່​ເປັນ​ປະ​ຈຳ​ໃນ​ພິ​ທີ​ອັນ​ສຳຄັນຕ່າງໆ ຢູ່​ທົ່ວ​ ສະ​ຫະ​ລັດ ອາ​ເມ​ຣິ​ກາ ​ການ​າ​ດາ ​
ແລະ​ຝຣັ່ງ. ລິນ​ດາ​ ເລົ່າຄວາມ​ເປັນ​ມາ​ເບື້ອງ​ຕົ້ນ​ສູ່​ຟັງ​ດັ່ງ​ນີ້

ລິນດາ ອິນທະວົງ
ລິນດາ ອິນທະວົງ

ລິງໂດຍກົງ

ລິນ​ດາ ​ໄດ້​ຖືກ​ແນະນຳ​ບອກ​ສອນ​ ໃຫ້​ຮູ້ຈັກ​ວັດທະນາ​ທຳ​ລາວ ຈາກ​ພໍ່​ແມ່ມາ​ແຕ່ນ້ອຍ ນາງ​ໄດ້​ສັງ​ເກດ​ເຫັນ​ຄວາມ​ຕ້ອງກາ​ນຂອງ​ສັງຄົມ ​ແລະ​ມີ​ຄວາມ​ສົນ​ໃຈ​ຢາກ​ຊ່ວຍ​ສັງຄົ​ມ ຈຶ່ງ​ໄດ້ເຄື່ອນ​ໄຫວຜ່ານ​ການ​ຂີດ​ຂຽນ​ເພງ ​ຮ້ອງ​ເພງກ່ອມ​ອາ​ລົມແກ່​ສັງຄົມ ຊຶ່ງ​ລິນ​ດາ​ບໍ່ຄິດ​ເລີຍ​ວ່າ ​ຢາກ​ໄດ້​ເງິນ ​ຫລື​ຫາ​ເງິນ ​ນາງໄດ້ເລົ່າ​ຄວາມ​ສຳຄັນ​ຂອງ​ຕອນ​ນີ້​ວ່າ :

ລິນດາ ແລະ Kenji ໄຊໂກສີ
ລິນດາ ແລະ Kenji ໄຊໂກສີ

ລິງໂດຍກົງ

ເພງ​ທຳ​ອິດ​ທີ່ ​ລິນ​ດາ​ ໄດ້​ແຕ່ງ​ຂື້ນ​ມາ ມີ​ຊື່ວ່າ “ຂໍ​ຂະມາໂທດ​” ຊຶ່ງ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ
​ສີ້​ນຊີວິດ​ຂອງ​ນ້າ​ບ່າວ ທີ່​ລິນ​ດາ ຄິດ​ເສຍ​ໃຈ ຜິດພາດ​ບໍ່​ໄດ້ໄປສັ່ງ​ລາກ່ອນ​ທີ່​ທ່ານ​ໄດ້​ຈາກ​ໂລກ​ນີ້ໄປ. ​ນອກຈາກ​ນັ້ນ​ແລ້ວເພງ​ນີ້​ໄດ້​ຍັງ​ໄດ້ແຕ່ງ​ປະກອ​ບ​ກັບຮູບ​ເງົາ​ເລື້ອງ “​ນັກ​ລົບ” ທີ່​ສ້າງ​ໂດຍ​ທ້າວ Kenji ​ໄຊ​ໂກສີ ທີ່ເລົ່າ​ປະສົບ​ການ​ກັບ​ການ​ເສຍ​ຊີວິດຂອງ​ເພື່ອນ​ຄົນ​ນຶ່ງ ​ແລະ ວີ​ໂອ​ເອ ​ໄດ້​ສຳພາດ​ກັບ​ທ້າວ Kenji ​ໄຊ​ໂກສີ ນັກ​ມວຍ​ຢູ​ໂດ ກາຣາ​ເຕ ຄົນ​ນີ້ ມາ​ກ່ອນ​ແລ້ວຊຶ່ງ ​ລິນ​ດາ​ ໄດ້​ເລົ່າ​ສູ່​ຟັງ​ດັ່ງ​ນີ້ :

ລິນດາ ອິນທະວົງ
ລິນດາ ອິນທະວົງ

ລິງໂດຍກົງ

ໃນ​ຈຳນວນ​ເພງທີ່ ​ລິນ​ດາ ​ໄດ້​ແຕ່ງ​ ແລະ​ຮ້ອງ​ມາ​ນັ້ນ ​ເພງ Sern Sa la la ​ແຕ່ງ​ໃນ​ປີ 2008 ​ເປັນ​ເພງ​ດັງ ໄດ້​ຮັບ​ຄວາມນິຍົມ​ຫລາຍ​ທີ່​ສຸດ ນຳອອກ​ເຜີຍ​ແຜ່​ໃນເດືອນ​ມີນາ ປີ 2014 ​ໂດຍ​ການ​ຮ້ອງ​ປະສານ​ກັບ ນັກ​ຮ້ອງ Rapper ລາວ ຄື ​ທ້າວນ້ອຍ​ ຈັນທະ​ລາ ຢູ່​ທີ່​ເມືອງ High Point ລັດ North Carolina ຊຶ່ງທ່ານ​ຈະ​ໄດ້ຟັງ​ເພງ Sern Sa la la ດັ່ງ​ນີ້ :

ນັ້ນ​ແມ່ນ​ການ​ສຳພາດ ນາງ​ລິນ​ດາ ອິນ​ທະວົງ ສິນລະ​ປີນ​ລາວ-ກາ​ນາ​ດຽນ ລຸ້ນ​ໃໝ່ທີ່​ກຳລັງ​ເປັນ​ທີ່​ນິຍົມຢູ່​ໃນ​ວົງ​ສັງຄົມ​ລາວຢູ່​ນອກ​ປະ​ເທດ. ​ເພື່ອ​ລາຍ​ລະ​ອຽດ​ເພີ້​ມ​ເຕີມ ທ່ານ​ສາມ​າດ​ເຂົ້າ​ໄປ​ຟັງ ​ແລະ​ຊົມ ​ເພງ​ຂອງ ລິນ​ດາ ທັງ​ໝົດ​ໄດ້​ຢູ່​ໃນ Youtube ​ໂດຍ​ຕີ​ຊື່​ເຂົ້າ
​ໄປ​ວ່າ Linda Inthavong​.

ການສະແດງຄອນເສີດ ທີ່ຈະຈັດຂື້ນໃນເດືອນສິງຫາ ທີ່ 8 ຈະມາເຖິງນີ້
ການສະແດງຄອນເສີດ ທີ່ຈະຈັດຂື້ນໃນເດືອນສິງຫາ ທີ່ 8 ຈະມາເຖິງນີ້

ໃນ​ວັນ​ເສົາ​ທີ່ 4 ​ເມສາ​ນີ້ ລິນ​ດາ​ມີ​ລາຍການ​ໄປສະ​ແດງ ​ແລ​ະ
ຮ​້ອງ​ເພງ​ຢູ່​ງານ​ຫາ​ລາຍ​ໄດ້ໃຫ້​ແກ່​ໂຄງການ ຄ້າຍ​ຮຽນ​ວັດ​
ທະນະ​ທຳລາວ ລະດູ​ຮ້ອນ​ຂອງ​ລັດ Rhode Island ທ່ານ​ໃດ​
ທີ່​ສົນ​ໃຈ​ຢາກ​ເຫັນ​ໂຕ​ຈິງ​ພັງ​ສຽງ​ຈິງ ກໍ​ຂໍ​ເຊີນຊວນ​ໄປ​ຮ່ວມ
​ໄດ້​ໃນ​ວັນ​ເສົາ​ນີ້ ​ເວລາ 6 ​ໂມງ​ແລງ ຫາ​ທ່ຽງ​ຄືນ ຢູ່ Holy Ghost.

XS
SM
MD
LG