ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ເຮົາຈະນຳເອົາການສຳພາດກັບ ດອກເຕີ ຄອນເພັດ ລິລີ ຫລ່ຽມທອງສະໝຸດ. ຍາ
ນາງເປັນນັກວິຊາການຝ່າຍການສຶກສາ ພ້ອມທັງເປັນນັກອາສະໝັກ ປະສານງານການ
ຮ່ວມມືກັບບັນດາພໍ່ແມ່ຜູ້ປົກຄອງພວກນັກຮຽນ ມັດທະຍົມ ເພື່ອຊ່ວຍອະທິບາຍກ່ຽວກັບ
ການສຶກສາ. ໂດຍສະເພາະພວກເຍົາວະຊົນອາເມຣິກັນເຊື້ອສາຍລາວຢູ່ໃນເຂດຊາ
ກຣາເມັນໂຕ ນະຄອນຫຼວງຂອງລັດຄາລີຟໍເນຍ. ນອກນັ້ນດອກເຕີ ລິລີ ຍັງອາສາສະ
ໝັກເປັນປະທານກອງປະຊຸມສຶກສານັກຮຽນລາວອາເມຣິກັນຊາກຣາເມັນໂຕ ຊຶ່ງ
ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ດອກເຕີ ຄອນເພັດ ລິລີ ຫລ່ຽມທອງສະໝຸດ ແມ່ນລູກສາວຄົນທີຫົກ ຂອງອ້າຍເອື້ອຍ
ນ້ອງທັງໝົດ 10 ຄົນ ເກີດຢູ່ເມືອງປາກເຊ ປະເທດລາວ. ຄອບຄົວໄດ້ເດີນທາງເຂົ້າມາ
ຕັ້ງຖິ່ນຖານ ຢູ່ໃນສະຫະລັດ ໃນຊຸມປີ 1980 ທີ່ເມືອງ Elk Grove ໃນເຂດຊາກຣາ
ເມັນໂຕ ນະຄອນຫຼວງຂອງລັດຄາລິຟໍເນຍ ທີ່ຕັ້ງຢູ່ພາກຕາເວັນຕົກຂອງສະຫະລັດ.
ດອກເຕີ ລິລີ ເປັນຄົນມັກຮຽນ ສະຫຼຽວສະຫຼາດ ວ່ອງໄວ ສາມາດປາກພາສາລາວໄດ້
ດີ ແລະໄດ້ພົວພັນກັບສັງຄົມສິ່ງແວດລ້ອມບ່ອນຢູ່ອາໄສມາແຕ່ນ້ອຍ. ສິ່ງເຫລົ່ານີ້ໄດ້
ຫລໍ່ຫລອມໃຫ້ຍານາງມີຄວາມສົນໃຈທາງດ້ານການສຶກສາ ເປັນນັກເຄື່ອນໄຫວສັງ
ຄົມ ແລະໄດ້ຮັບໃຊ້ສັງຄົມລາວອາເມຣິກັນມາຕະຫຼອດຈົນເຖິງເທົ້າປັດຈຸບັນ.
ດອກເຕີ ລິລີ ໄດ້ຮັບການສະໜັບສະໜູນ ແລະກຳລັງໃຈຈາກຄອບຄົວດ້ານການສຶກ
ສາ. ຍານາງໄດ້ປ່ຽນວິຊາຮຽນຫຼາຍເທື່ອ ໄດ້ເຮັດວຽກເປັນນາຍຄູສອນຢູ່ຊັ້ນປະຖົມ
ເລື່ອນຂຶ້ນມາເປັນຫົວໜ້າໂຮງຮຽນ ແລະຊ່ວຍຕົນເອງໃຫ້ໄດ້ຮັບການສຶກສາຂັ້ນສູງຂຶ້ນ
ຕໍ່ໄປອີກ ດັ່ງທີ່ ດອກເຕີ ລິລີ ໄດ້ກ່າວສູ່ຟັງດັ່ງນີ້
ກ່ອນທີ່ຈະໄດ້ຮັບປະລິນຍາເອກ ຝ່າຍການສຶກສາຈາກມະຫາວິທະຍາໄລລັດຄາລີຟໍ
ເນຍ ທີ່ເມືອງຊາກຣາເມັນໂຄ ດອກເຕີ ລິລີ ຕ້ອງໄດ້ອົດທົນ ແລະຜ່ານຂັ້ນ ຕອນດັ່ງທີ່
ທ່ານນາງໄດ້ກ່າວຕໍ່ໄປອີກວ່າ:
ໜ້າທີ່ຮັບຜິດຊອບຂອງ ດອກເຕີ ລິລີ ກໍຄືຄວບຄຸມ ດູແລລະບົບການສິດສອນ ແລະ
ໂຄງການຕ່າງໆ ຂອງໂຮງຮຽນມັດທະຍົມ ໃນນະຄອນຊາກຣາເມັນໂຕ. ນອກຈາກນັ້ນ
ຍັງໄດ້ອາສາສະໝັກນຳພາການຈັດຕັ້ງ ກອງປະຊຸມສຶກສານັກຮຽນລາວອາເມຣິກັນຊາ
ກຣາເມັນໂຕ ເພື່ອຊ່ວຍແນະນຳບັນດາພໍ່ແມ່ຜູ້ປົກຄອງນັກຮຽນຮູ້ເຖິງຄວາມຄືບໜ້າ
ຂອງເຂົາເຈົ້າ ຊຶ່ງດອກເຕີ ລິລີ ກ່າວມ້ວນທ້າຍດັ້ງນີ້:
ດອກເຕີ ຄອນເພັດ ລິລີ ຫລ່ຽມທອງສະໝຸດ ໄດ້ໃຊ້ການສຶກສາເພື່ອຊ່ວຍນຳພາບັນດາ
ເຍົາວະຊົນລາວອາເມຣິກັນ ທີ່ໄດ້ມາເກີດໃຫຍ່ ຢູ່ໃນສະຫະລັດ ທີ່ໄດ້ຮັບເປັນຜົນສຳ
ເລັດຢ່າງດີ. ນອກນັ້ນຍັງເປັນສະມາຊິກສັງຄົມ ແລະພົນລະເມືອງທີ່ດີຂອງປະເທດນຳ
ດ້ວຍ.