ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍາ​ນາງ​ແກ້ວ​ວຽງ​ໄຊ ທຳ​ວົງ​ສາ ​ປະ​ສົບ​ຜົນ​ສຳ​ເລັດ ໃນການ​ຕັ້ງ​ຊີ​ວິດໃໝ່ ຢູ່​ໃນ​ສະ​ຫະ​ລັດ


ຍາ​ນາງ​ແກ້ວ​ວຽງ​ໄຊ ທຳ​ວົງ​ສາ ເຮັດ​ວຽກ​ຢູ່​ໂຮ​ງ​ຮຽນ ມັດ​ທະ​ຍົ​ມ​ Walwicman ​Intermediate School ທີ່​ເມືອງ​ແຟ​ແຟັກ (Fairfax) ລັດ​ເວີ​ຈີ​ເນຍ.
ຍາ​ນາງ​ແກ້ວ​ວຽງ​ໄຊ ທຳ​ວົງ​ສາ ເຮັດ​ວຽກ​ຢູ່​ໂຮ​ງ​ຮຽນ ມັດ​ທະ​ຍົ​ມ​ Walwicman ​Intermediate School ທີ່​ເມືອງ​ແຟ​ແຟັກ (Fairfax) ລັດ​ເວີ​ຈີ​ເນຍ.

ສະ​ບາຍ​ດີ ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ
ປະ​ຈຳ​ແລງວັນ​ພະ​ຫັດມື້​ນີ້ ເຮົາຈະ​ໂອ້​ລົມ ກັບຍາ​ນາງແກ້ວ​ວຽງ​ໄຊ ທຳ​ວົງ​ສາ ຄົນເບິ່ງ
​ແຍງ​ບົ​ວ​ລະ​ບັດໂຮງ​ຮ​ຽນທັດ​ມະ​ຍົມແຫ່ງ​ນຶ່ງ ໃນ​ເຂດ​ເມືອງ​ແຟ​ແຟັກ ລັດ​ເວີ​ຈີ​ເນຍ. ນອກ
ຈາກ​ເຮັດ​ວຽກ​ເຕັມແປດ​ຊົ່ວ​ໂມງ ​ໃນແຕ່​ໃນລະ​ມື້​ແລ້ວ ຍາ​ນາງ​ແກ້ວວຽງ​ໄຊ ແລະ​ສາ​ມີ
ຍັງ​ເຮັດ​ວຽກຮັບ​ເໝົາ​ທຳ​ຄວາມ​ສະ​ອາດ ໃຫ້​ແກ່ ຫ້ອງ​ການ​ຕ່າງໆ ເພື່ອສ້າງ​ລາຍ​ໄດ້​ພິ​
ເສດເພີ້ມ​ເຕີມ​. ເປັນ​ຫຍັງ​ຍາ​ນາງ​ແກ້ວ​ວຽງ​ໄຊ ຈຶ່ງ​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມ​ງ ແລະ​ມີຊີ​ວິດ
​ການ​ເປັນ​ຢູ່​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະນຳເອົາ​ການ​ໂອ້​ລົມ​ນີ້ ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​
ຕໍ່​ໄປ.

ຄອບ​ຄົວ ຍາ​ນາງ​ແກ້ວ​ວຽງ​ໄຊ ແລະ​ທ່ານ​ບຸນ​ຈັນ ທຳ​ວົງ​ສາ.
ຄອບ​ຄົວ ຍາ​ນາງ​ແກ້ວ​ວຽງ​ໄຊ ແລະ​ທ່ານ​ບຸນ​ຈັນ ທຳ​ວົງ​ສາ.

ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ​ໂດຍ​ທົ່ວ​ໄປ​ແລ້ວ ຜູ້ຄົນ​ພາ​ກັນ​ເຮັດ​ວຽກ​ມື້​ນຶ່ງ​ແປດ​ຊົ່ວ​ໂມງ
40 ຊົ່ວ​ໂມງຕໍ່​ອາ​ທິດ​ອັນ​ເປັນ​ມາດ​ຕະ​ຖານ​ທີ່​ໄດ້​ຖືກ​ຮັບ​ຮອງ​ໂດຍ​ລັດ​ຖະ​ບານ ແຕ່​ວ່າ
ກົດ​ໝາຍ​ບໍ່​ໄດ້​ຫ້າມ ໃນ​ການ​ເຮັດ​ວຽກ ​ກາຍ 40 ຊົ່ວ​ໂມງ. ເພາະ​ສະ​ນັ້ນ ພວກ​ພະ​ນັກ​
ງານທີ່​ເຮັດ​ຢູ່​ຕາມ​ໂຮງ​ຈັກ​ໂຮງ​ງານ​ ມັກຈະ​ເຮັດ​ວຽກ​ລ່ວງ​ເວ​ລາ​ເພື່ອຫາລາຍ​ໄດ້​ເພີ້ມ​
ເຕີມ. ຫຼາຍໆ​ຄົນພາ​ກັນ​ເຮັດ​ສອງ​ວຽກ ເຊັ່ນ​ວ່າ ອອກ​ຈາກວຽກ​ນຶ່ງ ແລ້ວ​ໄປ​ເຮັດອີກ
ວຽກ​ນຶ່ງ​ເຫລົ່າ​ນີ້​ເປັນ​ຕົ້ນ. ບັດ​ນີ້ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ ຍາ​ນາງ​ແກ້ວ
​ວຽງ​ໄຊ ທຳ​ວົງ​ສາ ແລະ​ສາ​ມີ ທ່ານ​ບຸນ​ຈັນ ທຳ​ວົງ​ສາ ທີ່​ພາ​ກັນ​ເຮັດ​ວຽກມື້​ນຶ່ງ 12 ຊົ່ວ​
ໂມງ ໃນແຕ່​ລະ​ວັນ ເຈັດ​ມື້​ຕໍ່​ອາທິດ ໂດຍ​ທີ່​ບໍ່​ມີ​ວັນ​ພັກທຳ​ມະ​ດາ ເໝືອນ​ຄົນ​ທົ່ວໆ​
ໄປ ນອກ​ຈາກວັນ​ພັກ​ບຸນ​ປະ​ຈຳ​ຊາດ​ເທົ່າ​ນັ້ນ.

ຢູ່​ໃນ​ຂັ້ນ​ເລີ້ມ​ຕົ້ນ​ຂອງ​ການຕັ້ງ​ຊີ​ວິດ​ໃໝ່ ຍາ​ນາງ​ແກ້ວ​ວຽງ​ໄຊ ໄດ້​ເຮັດ​ວຽກ​ຢູ່​ຮ້ານ​ອາ
​ຫານ​ດ່ວນ​ແມັກ​ດາ​ໂນ​ລ (Mcdonald) ຫຼັງ​ຈາກ​ນັ້ນໄດ້​ຍ້າຍ​ໄປເຮັດ​ວຽກ​ບົວ​ລະ​ບັດ
​ຫ້ອງນອນ​ໂຮງ​ແຮມ ກ່ອນ​ທີ່ຈະ​ໄດ້ມາເຮັດ​ວຽກ​ເປັນ​ທີ່​ຖາ​ວອນ ຢູ່​ໂຮ​ງ ຮຽນມັດ​ທະ​ຍົ​ມ Walwicman ​Intermediate School ທີ່​ເມືອງ​ແຟ​ແຟັກ (Fairfax) ບ່ອນ​ທີ່ຍາ​ນາງ
​ແກ້ວ​ວຽງ​ໄຊ ເປັນ​ຄົນ​ທຳ​ຄວາມ​ສະ​ອາດຫ້ອງ​ຮຽນ​ໃຫ້​ແກ່ພວກ​ນັກ​ຮຽນ. ລະ​ບົບການ
​ເຮັດ​ວຽກ​ຢູ່​ໂຮງ​ຮຽນ​ແຫ່ງ​ນີ້ໄດ້​ຮັບ​ຜົນ​ປະ​ໂຫຍດ​ດີ​ສຳ​ລັບ​ຄອບ​ຄົວ​ໂດຍ​ສະ​ເພາະ​ປະ​ກັນ​
ໄພ​ສຸ​ຂະ​ພາບ ຊຶ່ງ​ຍາ​ນາງ​ໄດ້​ກ່າວ​ເຖິງການ ​ເຮັດ​ວຽກ ​ຈາກ​ຂັ້ນ​ເລີ້ມ​ຕົ້ນ ມາ​ຈົນ​ເຖິງວຽກ
ປັດ​ຈຸ​ບັນ ສູ່ ວີ​ໂອ​ເອ ຟັງ​ວ່າ:

ນອກຈາກທຳ​ຄວາມ​ສະ​ອາດຢູ່​ໂຮງ​ຮຽນເຕັມ​ເວ​ລາ​ແປດ​ຊົ່ວ​ໂມ​ງແລ້ວ ຍາ​ນາງ​ແກ້ວວຽງ
ໄຊ ແລະ​ສາ​ມີ ​ຍັງມີ​ທຸ​ລະ​ກິດ​ຮັບ​ເໜົາ​ສ່ວນ​ໂຕ ​ທຳ​ຄວາມ​ສະ​ອາດ ຫ້ອງ​ການ​ຕ່າງ​ໆ ໃນ
​ຕອນ​ກາງ​ຄືນ​ເພື່ອ​ສ້າງ​ລາຍ​ໄດ້​ພິ​ເສດເພີ້ມ​ເຕີມແກ່​ຄອບ​ຄົວ ຊຶ່ງ​ຍາ​ນາງ​ແກ້ວ​ວຽງ​ໄຊ
ໄດ້​ກ່າວ​ຕໍ່​ໄປ​ອີກວ່າ:

ຍາ​ນາງແກ້ວ​ວຽງ​ໄຊ ແມ່ນ​ອະ​ດີດ​ລູກ​ບ້​ານ​ໂພນ​ພະ​ເນົາ ນະ​ຄອນ​ຫຼວງວຽງ​ຈັນ ແລະ​
ອະ​ດີດ​ຄູ​ສອນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ເລກ 3 ຊຶ່ງ​ປັດ​ຈຸ​ບັນ​ນີ້ຮ້ອງວ່າ ມັດທະ​ຍົມ​ສະ​ພັງ​ໝໍ້.
ພື້ນ​ຖານ​ດັ່ງ​ກ່າວ​ນີ້​ບໍ່​ໄດ້​ລົດ​ລ​ະ​ໃນ​ການ​ຢາກ​ໃຫ້​ພວກ​ລູກ​ເຕົ້າ​ໄດ້​ຮັບ​ການ​ສຶກ​ສາ​ສູງ.
ເພາະ​ສະ​ນັ້ນ ຍ​ານ​າງ ແລະ​ສາ​ມີ​ຕ້ອງ​ສູ້​ທົນ​ເພື່ອ​ຄວາມ​ກ້າວ​ໜ້າຂອງ​ພວກ​ລູກໆ ຊຶ່ງ​
ຍາ​ນາງ​ພູມ​ໃຈ​ທີ່​ພວກ​ລູກໆ​ໄດ້​ສຳ​ເລັດ​ການ​ສຶກ​ສາ ແລະ​ໄດ້​ກ່າວ​ມ້ວນ​ທ້າຍ​ຕໍ່ ວີ​ໂອ​ເອ
​ຟັງດັ່ງ​ນີ້ :

ຍ​າ​ນາງ​ແກ້ວວຽງ​ໄຊ ແລະ​ທ່ານ​ບຸນ​ຈັນ ທຳ​ວົງ​ສາ ໄດ້ເລີ້ມ​ຕັ້ງ​ຊີ​ວິດ​ໃໝ່​ຈາກ​ຂັ້ນ​ຕົ້ນ
ດ້ວຍ​ຄວາມ​ມາ​ນະ​ອົດ​ທົນ ​ບໍ່ຕິ​ບໍ່​ຮິ​ວຽກ​ການ. ຄ​ອບ​ຄົວ​ທຳ​ວົງ​ສາໄດ້​ປະ​ສົບ​ຜົນ​ສຳ​ເລັດ​
ໃນ​ຄວາມໄຝ່​ຝັນ​ຂອງ​ຊາວອາ​ເມ​ຣິ​ກັນນັ້ນ​ກໍ​ຄື ມີ​ວຽກເຮັດງານທຳ​ທີ່​ຖາ​ວອນ ມີ​ບ້ານ
​ເຮືອນ​ເປັນ​ຂອງ​ຕົນ​ເອ​ງ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ພວກ​ລູກໆ​ໄດ້​ສຳ​ເລັດ​ການ​ສຶກ​ສາ​
ຈ​າກ​ມະ​ຫາ​ວິ​ທະ​ຍາ​ໄລທຸກ​ຄົນ ເປັນ​ພົນ​ລະ​ເມືອງ​ດີ​ຂອງ​ປະ​ເທດ ແລະ​ບັດ​ຈຸ​ບັນ ຍາ​
ນາງ​ແກ້ວ​ວຽງ​ໄຊ ແລະ​ທ່ານ​ບຸນ​ຈັນ ​ກຳ​ລັງ​ກະ​ກຽມຈະອອກ​ບຳ​ນານ ເພື່ອ​ຄວາມ​ສຸກ
ກັບ​ໝາກ​ຜົນ​ທີ່​ໄດ້ສ້າງມາ.

XS
SM
MD
LG