ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ແວນ ຣິດ ນັກ​ທຸ​ລະ​ກິດ ​ຫ້ອງ​ບັນທຶກ​ສຽງ ແລະ​​ຕິດ​ຕັ້ງ​ເວ​ທີສະ​ແດງຄອນ​ເຊີດ


ທ່ານ​ແວນ ຣິດ ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ​​ເຈົ້າ​ຂອງ​ບໍ​ລິ​ສັດ VPN ນັກ​ທຸ​ລະ​ກິດ​ຫ້ອງ​ບັນ​ທຶກ​ສຽງ ແລະຕິດ​ຕັ້ງ​ເວ​ທີສະ​ແດງ​ຄອນ​ເຊ​ີດ.
ທ່ານ​ແວນ ຣິດ ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ​​ເຈົ້າ​ຂອງ​ບໍ​ລິ​ສັດ VPN ນັກ​ທຸ​ລະ​ກິດ​ຫ້ອງ​ບັນ​ທຶກ​ສຽງ ແລະຕິດ​ຕັ້ງ​ເວ​ທີສະ​ແດງ​ຄອນ​ເຊ​ີດ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ ຂອງວີ​ໂອ​ເອ ​ປະ​ຈຳ​ແລງ
ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ ທ່ານ​ແວນ ຣີດ ອາ​ເມ​ຣິ​ກັນເຊື້ອ​ສາຍ​
ລາ​ວ ເກີດ​ຢູ່​ສູນ​ອົບ​ພະ​ຍົບ​ປະ​ເທດ​ໄທ. ໃນ​ຊຸມ​ປີ 1980 ຄອບ​ຄົວທ່ານ​ແວນ ​ແມ່ນຮວມ
​ຢູ່​ໃນ​ບັນ​ດາ​ອົບ​ພະ​ຍົບ​ລາວ ​ທີ່ໄດ້​ຖືກ​ນຳໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ປະ​ເທດ​ອາ​ເຈັນ​ຕີ​ນາ.
ຄວາມ​ເປັນ​ມາ​ຂອງ​ຄອບ​ຄົວ​ທ່ານ​ຣີດ ເຕັມ​ໄປ​ດ້ວຍການ​ຜະ​ຈົນ​ໄພ​ຂອງ​ສົງ​ຄາມ ຖືກ
​ຍົກ​ຍ້າຍ​ມາ​ເປັນ​ໄລ​ຍະ ​ແລະຕັ້ງ​ຊີ​ວິດໃໝ່​ທີ່​ປະ​ເທດ​ອາ​ເຈັນ​ຕີ​ນາ ແລະ​ໃນ​ທີ່​ສຸດທ່ານ
ແວນ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ. ສ່ວນວ່າຄວາມ​ເປັນ​ມາ​ຂອງ​ທ່ານແວນ
ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະນໍາ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ບັນ​ດາ​ເຊື້ອ​ສາຍ​ລາວຢູ່​ໃນປະ​ເທດ​ທີ​ສາມ ​ມີ​ພື້ນ​ຖານການ​ເປັນ​ມາ​ຢູ່​ໃນຫຼາຍ​ຮູບ​ແບບ
​ຂອງ​ເສັ້ນ​ທາງມາສູ່​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະດ້ວຍເຫດ​ຜົນຕ່າງກັນ. ​ທ່ານ​ແວນ ແມ່ນ
ອ​າ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ເກີດ​ຢູ່​ໃນ​ສູນ​ອົບ​ພະ​ຍົບ​ປະ​ເທດ​ໄທ ໃນ​ປີ 1978 ເຕີບໃຫຍ່
​ຢູ່​ປະ​ເທດ​ອາເ​ຈັນ​ຕີ​ນາ ແລະ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານປະ​ກອບ​ວິ​ຊາ​ອາ​ຊີບ​ຢູ່​ໃນເມືອງ​
ແທມ​ປາ ​ລັດ​ຟ​ລໍ​ຣິ​ດາ ຕັ້ງ​ຢູ່​ທາງພາກຕາ​ເວັນ​ອອກ​ສຽງ​ໃຕ້​ສຸດ​ຂອງ​ສະ​ຫະ​ລັດ. ຊີ​ວິດ​
ຄອບ​ຄົວ​ຂອງ​ທ່ານ​ແວນ ເຕັມໄປ​ດ້ວຍ​ການ​ຖືກ​ຍົກ​ຍ້າຍ ​ຍ້ອນ​ສົງ​ຄາມ ແລະຜົນ​ສະ
​ທ້ອນ​ດ້ານ​ການ​ເມືອງ. ທ່ານ​ແວນ ແມ່ນ​ນັກ​ທຸ​ລະ​ກິດບໍ​ລິ​ການ​ຫ້ອງ​ບັນ​ທຶກສຽງ ​ມີ​ຊື່ວ່າ
VPN ​ຫຍໍ້​ມາ​ຈາກຊື່ Van Paula Nguyen ຊຶ່ງ​ແມ່ນ​ຫ້ອງ​ອັດ​ສຽງ (studio) ຕັ້ງເຄື່ອງ
​ອຸບ​ປະ​ກອນ​ກະ​ຈາຍ​ສຽງແກ່​ການ​ສະ​ແດງ​ຄອນ​ເຊີດ. ບໍ​ລິ​ສັດ VPN ເປັນບໍ​ລິ​ສັດ​ນ້ອຍໆ
​ທີ່​ ບໍ​ລິ​ການ​ຄວບ​ຄຸມ​ລະ​ບົບກະ​ຈາຍ​ສຽງ ແລະຖ່າຍ​ພາບ​ການ​ສ​ະ​ແດງ. ທ່ານ​ແວນ​ ໄດ້
​ກ່າວກ່ຽວ​ກັບການ​ບໍ​ລິ​ການ​ຕໍ່ ວີ​ໂອ​ເອ ຟັງດັ່ງ​ນີ້:

“ລາ​ຄາ​ຄາບໍ​ລິ​ການ​ຂຶ້ນ​ຢູ່​ກັບ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ເຊັ່ນວ່າ​ເຂົາ​ເຈົ້າ​ມັກ​ເວ​
ທີນ້ອຍ​ໃຫຍ່​ຊໍ່າ​ໃດ ຕ້ອງ​ການ​ແສງ​ສີ​ແບບ​ໃດ ເຄື່ອງ​ກະ​ຈາຍ​ສຽງ​ໜ້ອຍຫຼາຍ​ປານ
​ໃດ ແລະ​ຈໍ​ຮູບເງົາຈັກ​ອັນ​ເຫລົ່າ​ນີ້​ເປັນ​ຕົ້ນ ຊຶ່ງ​ທັງ​ໝົດ​ນີ້ປະ​ກອບ​ດ້ວຍ​ແຮງ​ງານ
ເພີ້ມ​ເຂົ້າ​ໄປ​ທີ່​ຈະໃຫ້​ການບໍ​ລິ​ການ ຊຶ່ງຈະ​ຕົກ​ເປັນ​ເງິນ​ຢູ່​ມື້​ນຶ່ງ​ປະ​ມານ 6,000
ໂດ​ລາ ​ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ຈ່າຍ​ກໍ​ເພາະ​ວ່າ ເຂົາ​ເຈົ້າ​ມີ​ຜູ້ຊື້​ປີ້ເຂົ້າ​ມາເບິ່ງ ມ​າຊົມ
10 ຫາ 50 ພັນ​ຄົນ ເຂົ​າ​ເຈົ້າ​ຕ້ອງ​ການເບິ່ງ​ນັກ​ສິນ​ລະ​ປິນ ແລະ​ຈໍຮູບ​ພາບທີ່ໃຫຍ່
ຕັ້ງ​ຢູ່​ທາງ​ຂ້າງ​ເວ​ທີ​ສອງ​ເບື້ອງ. ທຸ​ລະ​ກິດ​ດັ່ງ​ກ່າ​ວນີ້ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ເຮັດ​
ວ​ຽກ​ເກືອບ​ທຸກໆ​ທ້າຍ​ອາ​ທິດ ແລະ​ບາງ​ຄັ້ງ​ສອງ​ເທື່ອ​ຕໍ່​ມື້​ ທີ່ຢູ່​ຄົນລະ​ບ່ອນ ເພາະ​
ສະ​ນັ້ນ​ພວກ​ເຮົາຕ້ອງ​ໄດ້ເຊົ່າ​ລົດ​ຂົນ​ສົ່ງແກ່​ເຄື່ອງອຸບ​ປະ​ກອນ​ໄປ​ຫາ​ຈຸດ​ໝາຍ
​ຕ່າງໆ.”

ຄອບ​ຄົວ​ທ່ານ​ແວນ ແມ່ນເຊື້ອ​ສາຍ​ລາວ ທີ່​ໄດ້​ເຂົ້າ​ໄປຕັ້ງ​ຖິ່ນ​ຖານ​ຊີ​ວິດໃໝ່ ຢູ່​ປະເທດ​
ອາ​ເຈັນ​ຕີ​ນາ ບ່ອນ​ທີ່ທ່ານ​ແວນ ໄດ້ສຳ​ເລັດ​ການ​ສຶກ​ສາ​ປະ​ລິນ​ຍາ​ຕີ​ ຝ່າຍ​ລະ​ບົບສຽງ
ແລ​ະ​ຕໍ່​ມາ​ໄດ້​ເຂົ້າມາສະ​ແຫວງ​ຫາ​ການ​ຕັ້ງ​ຊີ​ວິດ​ໃໝ່​ຢູ່​ໃນ ສະ​ຫະ​ລັດອາ​ເມ​ຣິ​ກາ ບ່ອນ​
ທີ່ທ່ານໄດ້​ແຕ່ງ​ງານ​ກັບ​ຄົນ​ອາ​ເມ​ຣິກັນ. ທ່ານ​ແວນ​ ໄດ້​ກ່າວ​ເຖິງ​ການ​ສຶກ​ສາຂອງທ່ານ
ຕໍ່ ວີ​ໂອ​ເອ ຕໍ່ໄປ​ອີກວ່າ:

“ຂ້າ​ພະ​ເຈົ້າ​ສຳ​ເລັດ​ກ​ານ​ສຶກ​ສາ​ຢູ່​ປະ​ເທດ​ອາ​ເຈັນ​ຕີ​ນາ ແລະ​ໄດ້ມາ​ຮັບ​ການ​ອົບ​
ຮົມຕໍ່ຢູ່​ໃນ​ສະ​ຫະ​ລັດ ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເວິສເຕີ (Worcester) ທີ່​ລັດ​ແມັ​ສ​ຊາ​
ຈູ​ແຊັ​ສ. ຫຼັງ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເປີດ​ທຸ​ລະ​ກິດ​ກ່ຽວ​ກັບ​ກາ​ນ​ບໍ​ລິ​ການລະ​ບົບ​ສຽງ
ມາ​ແຕ່​ປີ 2009 ຢູ່​ເມືອງ​ແທມ​ປາ ຟ​ລໍ​ຣິ​ດາ ເພື່ອ​ບໍ​ລິ​ການ​ໆ​ສະ​ແດງຕ່າງໆ​ເຊັ່ນ​ວ່າ
ຄອນ​ເຊີດ ​ພິ​ທີບຸນ​ໃຫຍ່​ຕ່າງໆ​ທີ່​ຈະ​ຕ້ອງ​ໃຊ້​ແຮງ​ງານ​ເຮັດ​ວຽກ​ກ່ຽວ​ກັບ​ລ​ະ​ບົບ​ສຽງ

​ສື່​ສານ ກ້ອງ​ຖ່າຍ​ພາບ ແລະ​ໜ້າ​ທີ່​ຕ່າງໆ.”

​ປະ​ຫວັດ​ສາດສັງ​ຄົມ​ຊີ​ວິດລາວ ໄດ້​ພິ​ສູດ​ໃຫ້​ເຫັນ​ການ​ຖືກ​ຮາ​ວີ​ຍົກ​ຍ້າຍ​ຢູ່​ເປັນ​ໄລ​ຍະ
ຈົນ​ເທົ້າເຖິງປັດ​ຈຸ​ບັນ. ຄອບ​ຄົວ​ທ່ານ​ແວນ ກໍ​ແມ່ນ​ໂຕຢ່າ​ງ​ຄອບ​ຄົວ​ນຶ່ງ​ ທີ່​ສະ​ແດງ​ໃຫ້
​ເຫັນດັ່ງທີ່​ທ່ານ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ:

“ຂ້າ​ພະ​ເຈົ້າ​ເຫັນ​ຕົນ​ເອງວ່າ​ເປັນ​ອົບ​ພະ​ຍົບລຸ້​ນ​ທີສາມ​ ເຫ​ດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ເວົ້າກໍ​
ເພາະ​ວ່າ ພໍ່​ຕູ້​ແມ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ອົບ​ພະ​ຍົບ​ໜີ​ມາຢູ່​ເມືອງ​ລາວ. ສະ​ໄໝ​ນັ້ນ​
ຝ​ຣັ່ງ​ປົກ​ຄອງ​ອິນ​ດູ​ຈີນ ໃນ​ປີ 1950 ຝ​ຣັ່ງ​ໄດ້​ເສຍສົງ​ຄາມຢູ່​ດຽນ​ບຽນ​ຟູ ພໍ່​ຕູ້​ແມ່​ຕູ້​
ຂອງ​ຂ້າ​ພະ​ເຈົ້າ ​ໄດ້​ຍົກ​ຍ້​າຍ​ມາ​ຢູ່​ເມືອງ​ປາກ​ເຊ ປະ​ເທດ​ລາວ ບ່ອນ​ທີ່​ພໍ່​ແມ່​ຂອງ​ຂ້າ​
ພະ​ເຈົ້າ​ໄດ້​ເກີດມາ​ເປັນ​ຄົນ​ລາວ. ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ເອົາ​ຮີດ​ຄອງ​ປະ​ເພ​ນີລາວ ຮັກ​
ຫອມ​ປະ​ເພ​ນີ​ລາວ ແລະ​ຫຼັງ​ຈາກ​ນັ້ນ​ ໃນ​ປີ 1975 ກໍ​ໄດ້​ເກີດ​ການ​ປ່ຽນ​ແປງ​ລະ​ບອບ
ການ​ປົກ​ຄອງໃໝ່​ອີກ ທີ່​ເຮັດ​ໃຫ້​ມີ​ການ​ຍົກ​ຍ້າຍ​ມາ​ຢູ່​ສູນ​ອົບ​ພະ​ຍົບ​ປະ​ເທດ​ໄທ. ເວ
​ລ​າ​ນັ້ນ​ສ​ະ​ຫະ​ປະ​ຊາ​ຊາດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ ນຳ​ພາ​ອົບ​ພະ​ຍົບ​ເຫຼົ່າ​ນີ້ໄປ​ຕັ້ງ​ຖິ່ນ​

ຖານ​ຢູ່​ທົ່ວ​ໂລກ.

ຂ້າ​ພະ​ເຈົ້າ​ເກີດ​ຢູ່​ສູນ​ອົບ​ພະ​ຍົບປະ​ເທດ​ໄທ​ໃນ​ປີ 1978 ແລະ​ໄດ້​ຢູ່​ທີ່​ນັ້ນ​ນຶ່ງ​ປີ. ພໍ່
​ແມ່​ຂອງ​ຂ້າ​ພະ​ເຈົ້າ​ເກີດ​ຢູ່​ປາກ​ເຊ ຄອບ​ຄົວ​ຂ້າ​ພະ​ເຈົ້າ​ມີ​ນຳກັນ​ສີ່​ຄົນ ຂ້າ​ພະ​ເຈົ້າ​
ໄດ້​ໃຊ້ຊີ​ວິດ​ຢູ່​ປະ​ເທດ​ອາ​ເຈັນ​ຕີ​ນາເປັນ​ເວ​ລາ 22 ປີ ສຳ​ເລັດ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່
​ໃນ​ອາ​ເຈັນ​ຕີ​ນາ. ຂ້າ​ພ​ະ​ເຈົ້າ​ໄດ້ເດີນ​ທາ​ງ​ມາ​ຢ້​ຽມ​ຢາມ​ສ​ະ​ຫະ​ລັດ ແລະຢູ່​ເກີນ​ກຳ​
ນົດ. ຂ້າ​ພະ​ເຈົ້າຫລົງ​ຮັກອາ​ເມ​ຣິ​ກາ ມັກ​ອາ​ເມ​ຣິ​ກາ ແລະ​ຕໍ່​ມາ​ໄດ້​ແຕ່ງ​ງານກັບ
​ສາວອ​າ​ເມ​ຣິ​ກັນ ແລະ​ປະ​ກອບ​ວິ​ຊາ​ອາ​ຊີບຢູ່​ທີ່​ນີ້.”

ທ່ານ​ແວນ ບໍ່​ເຄີຍ​ເຫັນ​ເມືອງ​ລາວ ແລະ​ບໍ່​ມີ​ໂອ​ກາດ​ໄດ້​ໄປ​ຢ້ຽມ​ຢາມ​ເມືອງ​ລາວຈັກເທື່ອ
ແຕ່​ທ່ານ​ມີ​ຄວາມ​ພໍ​ໃຈ​ທີ່​ກ່າວ​ວ່າ ທ່ານ​ແມ່ນເຊືິ້ອ​ສາຍ​ລາວ ແລະ​ກໍ​ຮູ້​ຈັກພຽງແຕ່ທີ່​ມາ​
ຂອງ​ຄອບຄົວ ວ່າ​ມາ​ຈາກ​ເມືອງ​ລາວ ຊຶ່ງ​ທ່ານ​ກ່າວ​ເຖິງ​ຕ້ອນ​ນີ້​ວ່າ :

“ຂ້າ​ພະ​ເຈົ້າ​ເປັນ​ຄົນ​ລາວ ແລະ​ກໍແມ່ນ​ຄົນ​ລາວ​ຫຼາຍກວ່າ ເພາ​ະວ່າ​ຂ້າ​ພະ​ເຈົ້າ​ເຕີບ​
ໃຫຍ່​ຢູ່​ໃນ​ປະ​ຊາ​ຄົມ​ລາວ​ໃນ​ອາ​ເຈັນ​ຕີ​ນາ. ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າເກີດ​ຢູ່​ປະ​ເທດ​ລາວ
ເຂົາ​ເຈົ້າ​ເວົ້າ​ພາ​ສາ​ລາວ ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ມີ​ເພື່ອນ​ເປັນ​ຄົນ​ຫວຽດ​ນາມ ແລະ​ເພື່ອນ​
ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຄົນ​ລາວ​ໝົດ. ປະ​ຊາ​ຄົມ​ລາວ​ຢູ່​ອາ​ເຈັນ​ຕີ​ນາ​ ພາກັນ​ແຍກຍ້າຍ
ກັນໄປທົ່ວ ສ່ວນ​ໃຫຍ່​ພາ​ກັນ​ຢູ່​ທາງພາກ​ເໜືອ​ຂອງ​ປ​ະ​ເທດ​ອາ​ເຈັນ​ຕີ​ນາ ບ່ອນ​ທີ່​ຫຼາຍຄົນທຳມາຫາກິນໂດຍການ​ປູກ​ຝັງ ຊື້​ຂາຍ ແລະຫຍິບ​ເຄື່ອງ​ນຸ່ງ. ຄວາມ​ຈິງ​ແລ້ວ
​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຕັດ​ເຄື່ອງ​ອັນ​ເປັນ​ທຸ​ລະ​ກິດ​ຂອງ​ເຂົາ​ເຈົ້າ ຢູ່​ທີ່​ນີ້ມີ​ຄອບ
​ຄົວ​ຄົນ​ລາວຈຳນວນນ້ອຍໆ​ ທີ່​ພາ​ກັນ​ຢູ່​ອ້ອ​ມ​ແອ້ມ​ນະ​ຄອນ​ຫຼວງ​ບູ​ແອ​ນົ​ສ ແອ​ຣັ​ສ
(Buenos Aires) ເພາະ​ສະ​ນັ້ນ​ລະ ຂ້າ​ພະ​ເຈົ້າ ແລະ​ເພື່ອນ​ຄົນ​ລາວຈຶ່ງ​ໄດ້​ມີ​ໂອ​
ກາດ​ຮ່ຳ​ຮຽນ​ ແລະ​ໃຊ້​ຊີ​ວິດ​ຢູ່​ກິນ​ໃນ​ສິ່ງ​ທີ່​ພວກ​ເຮົາ​ມັກອັນ​ເປັນ​ສິ່ງ​ທີ່​ບໍ່​ງ່າຍ. ໃນ​
ປະ​ສົບ​ການ​ຂອງ​ຂ້າ​ພ​ະເຈົ້າ ລັດ​ຖະ​ບານ​ອາ​ເຈັນ​ຕີ​ນາ​ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດີ
ເທົ່າ​ທີ່​ຄວ​ນ.”

ທ່ານ​ແວນ ​ໄດ້ກ່າວ​ມ້ວນ​ທ້າຍ ສະ​ແດງ​ເຖິງ​ຄວາມ​ສາ​ມາດ​ການ​ເວົ້າ​ພາ​ສາ​ລາວ​ສູ່
ວີ​ໂອ​ເອ ຟັງດັ່ງ​ນີ້.

ປັດ​ຈຸ​ບັນ​ນີ້ ທ່ານ​ແວນ​ ຕັ້ງ​ຄອບ​ຄົວ ແລະ​ເຮັດ​ທຸ​ລະ​ກິດ​ຢູ່ຢ່າງ​ປະ​ສົບ​ຜົນ​ສຳ​ເລັດ​ທີ່
​ເມືອງ​ແທມ​ປາ ລັດ​ຟ​ລໍ​ຣິ​ດາ ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

XS
SM
MD
LG