ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານທອງສຸກ ວົງພັກດີ
ປະທານສະມາຄົມລາວແຂວງອອນແທຣິໂອ ປະເທດການາດາ ຊຶ່ງທ່ານຈະມາລົມສູ່ຟັງ
ເຖິງການທີ່ປະຊາຄົມລາວ ໃນການາດາ ແລະປະຊາຄົມອື່ນໆ ທີ່ມາຈາກເຂດເອເຊຍ
ພ້ອມດ້ວຍພວກເຈົ້າໜ້າທີ່ການາດາ ໄດ້ພາກັນສະຫຼອງວັນຄົບຮອບສີ່ສິບປີໃນການມາ
ຕັ້ງຖິ່ນຖານປະຊາຄົມລາວ ຊຶ່ງໄດ້ຈັດຂຶ້ນຢູ່ໃນນະຄອນໂຕຣອນໂຕ. ກິ່ງສະຫວັນ ຈະ
ນຳເອົາລາຍລະອຽດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ນະຄອນໂຕຣອນໂຕແມ່ນເມືອງເອກຂອງແຂວງອອນແທຣິໂອ ຕັ້ງຢູ່ເລາະແມ່ນ້ຳອອນ
ແທຣິໂອ ທາງພາກກາງ ຕາເວັນອອກ ຂອງປະເທດການາດາ ມີທະເລສາບໃຫຍ່ ທີ່
ຮ້ອງວ່າ Great Lake ເປັນເຂດຊາຍແດນ ກັບສະຫະລັດ. ນະຄອນໂຕຣອນໂຕ ເປັນ
ເມືອງໃຫຍ່ສຸດຂອງປະເທດການາດາ ເປັນສູນກາງການຄ້າ ການເງິນ ບ່ອນແຈກຢາຍ
ສິນຄ້າເຂົ້າອອກ ໂຮງງານອຸດສາຫະກຳຕ່າງໆ ໂດຍສະເພາະຢ່າງຍິ່ງ ມີບໍລິສັດສ້າງ
ເຮືອບິນທີ່ໃຫຍ່ສຸດຂອງການາດາ. ນອກຈາກນັ້ນແລ້ວ ນະຄອນໂຕຣອນໂຕຍັງມີປະຊາ
ກອນທີ່ມີເຊື້ອສາຍມາຈາກເຂດເອເຊຍຫຼາຍທີ່ສຸດ ແລະຮວມຢູ່ໃນນັ້ນ ແມ່ນຊາວການາ
ດາເຊື້ອສາຍລາວ.
ໃນວັນເສົາ ທີ 8 ທັນວາ 2018 ທີ່ຜ່ານມາໄດ້ມີການສະຫຼອງຄົບຮອບ 40 ປີ ຂອງ
ການຕັ້ງຖິ່ນຖານປະຊາຄົມລາວ ຢູ່ໃນຂົງເຂດນະຄອນໂຕຣອນໂຕ ໂດຍການເປັນ
ປະທານຂອງສະມາຄົມລາວ-ອອນແທຣິໂອ, ຊຶ່ງທ່ານທອງສຸກ ວົງພັກດີ, ປະທານ
ຂອງສະມາຄົມ ໄດ້ກ່າວເຖິງຈຸດສຳຄັນຂອງການພົບປະສັງສັນສູ່ວີໂອເອຟັງດັ່ງນີ້:
ບັນດາເຍົາວະຊົນເຊື້ອສາຍລາວຜູ້ທີ່ໄດ້ມາເກີດ ແລະເຕີບໃຫຍ່ຢູ່ໃນປະເທດການາດາ
ເຂົາເຈົ້າຕ່າງກໍພາກັນໄດ້ຮັບການສຶກສາສູງ ເປັນພົນລະເມືອງດີ ແລະຮັບໃຊ້ສັງຄົມຢູ່
ໃນໜ້າທີ່ການງານຕ່າງໆ ຊຶ່ງທ່ານທອງສຸກ ໄດ້ກ່າວກ່ຽວກັບເລື່ອງນີ້ວ່າ :
ສ່ວນໃຫຍ່ຂອງສະມາຊິກສັງຄົມລາວຢູ່ໃນເຂດນີ້ ພາກັນປະກອບສ່ວນຊຸກຍູ້ເສດຖະ
ກິດ ໃຫ້ແກ່ປະເທດການາດາ ໂດຍເຮັດທຸລະກິດ ປະກອບວິຊາອາຊີບ ຢູ່ໃນໂຮງງານ
ອຸດສາຫະກຳຕ່າງໆ ດັ່ງທ່ານທອງສຸກ ໄດ້ກ່າວຕໍ່ໄປອີກວ່າ :
ກ່ຽວກັບຊີວິດການເປັນຢູ່ຂອງບັນດາຜູ້ອາວຸໂສເຊື້ອສາຍລາວ ທີ່ຢູ່ໃນປະເທດການາ
ດານັ້ນ ທ່ານທອງສຸກໄດ້ແບ່ງປັນຄວາມຮູ້ສຶກ ແລະຄວາມເປັນຫ່ວງສູ່ ວີໂອເອ ຟັງ
ດັ່ງນີ້
ຄົນລາວຮວມທັງຄົນຕ່າງດ້າວອື່ນໆ ທີ່ຕົກມາຢູ່ການາດາ ແມ່ນໄດ້ຮັບສັນຊາດໝົດແລ້ວ
ພວກເຂົາເຈົ້າໄດ້ຮັບສິດເສລີພາບ ຄືກັນກັບປະຊາຊົນທົ່ວໆໄປ. ບັດນີ້ຂຶ້ນຢູ່ກັບໂຕຂອງ
ເຂົາເຈົ້າເອງວ່າ ຢາກປະກອບວິຊາອາຊິບ ແລະນຳພາຊີວິດ ການເປັນຢູ່ຢ່າງໃດ ດັ່ງທີ່
ທ່ານທອງສຸກ ໄດ້ກ່າວມ້ວນທ້າຍດັ່ງນີ້:
ນັ້ນແມ່ນຜົນສຳເລັດ ຂອງການຕັ້ງຊີວິດປະຊາຊົນເຊື້ອສາຍລາວຢູ່ໃນປະເທດກາ
ນາດາ.