ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ທ່ານສົມບັດ ບູຣົມ ຢູ່ເມືອງແອກກີ ແຂວງເບຣີຕາຍ ປະເທດຝຣັ່ງ ທ່າມກາງທີ່ມີການລະບາດ ຂອງໄວຣັສໂຄໂຣນາ


ຄອບຄົວ ທ່ານສົມບັດ ບູຣົມ ທີ່ເມືອແອກກີ ແຂວງເຍຣີຕາຍ ປະເທດຝຣັ່ງ
ຄອບຄົວ ທ່ານສົມບັດ ບູຣົມ ທີ່ເມືອແອກກີ ແຂວງເຍຣີຕາຍ ປະເທດຝຣັ່ງ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງວັນ ພະຫັດຂອງ
ວີໂອເອ ມື້ນີ້ ເຮົາຈະນຳເອົາການສຳພາດກ່ຽວກັບຊີວິດການເປັນຢູ່ ຂອງຄອບຄົວ ທ່ານ
ສົມບັດ ບູຣົມ ຄົນຝຣັ່ງເຊື້ອສາຍລາວ ຕັ້ງຖິ່ນຖານຢູ່ເມືອງ ແອັກກີ ທາງພາກເໜືອສຸດໄປ
ທາງຕາເວັນຕົກຂອງປະເທດຝຣັ່ງ. ທ່ານສົມບັດ ແມ່ນນັກວິສະກອນ ຫົວໜ້າຫ້ອງການວິ
ໄຈ ໃຫ້ບໍລິສັດ Parker Manninfin ຊຶ່ງເປັນບໍລິສັດເອກກະຊົນ. ທ່ານສົມບັດ ຍັງໄດ້ເລົ່າ
ຊີວິດການເປັນຢູ່ ພາຍໃຕ້ ການແຜ່ລະບາດຂອງໄວຣັສໂຄໂຣນາໃນປັດຈຸບັນສູ່ຟັງ. ກົດ
ລະບຽບທີ່ເຄັ່ງຄັດແລະມີການຫ້າມ ໃນເຂດທີ່ທ່ານຢູ່ ມີຢາງໃດແດ່ນັ້ນ ກິ່ງສະຫວັນ ຈະນຳມາ ສະເໜີທ່ານໃນອັນດັບຕໍ່ໄປ.

ຫາດຊາຍເມືອງແອກກີ
ຫາດຊາຍເມືອງແອກກີ

ທ່ານສົມບັດ ບູຣົມ ອາຍຸ 51 ປີ ເກີດຢູ່ປະເທດລາວ ແຕ່ໄດ້ເຕີບໃຫຍ່ ແລະສຳເລັດການ
ສຶກສາປສິນຍາເອກ ຝ່າຍວິສະວະກອນ ຢູ່ປະເທດຝຣັ່ງ. ທ່ານສົມບັດແມ່ນຫົວໜ້າຫ້ອງ
ວິເຄາະໃຫ້ແກ່ Paker Mannifin ຊຶ່ງເປັນບໍລິ ສັດເອກກະຊົນ. ທ່ານສົມບັດ ແຕ່ງງານ
ກັບຄົນຟຣັ່ງ ມີລູກສາວ ແລະລູກຊາຍ ທີ່ໜ້າຮັກນຳກັນສີ່ຄົນ. ປັດຈຸບັນນີ້ ທ່ານສົມບັດ
ຕ້ອງໄດ້ເຮັດວຽກຢູ່ບ້ານກັບພັນ ລະຍາ ແລະພວກລູກໆທີ່ບໍ່ໄດ້ໄປໂຮວຮຽນ. ທ່ານສົມ
ບັດ ໄດ້ອະທິບາຍກ່ຽວກັບ ໜ້າທີ່ວຽກການສູ່ຟັງໜ້ອຍນຶ່ງ ແລະກົດລະບຽບຂອງລັດຖະ
ບານຝຣັ່ງຢູ່ທົ່ວປະເທດ ທີ່ຕ້ອງໄດ້ປະຕິບັດພາຍໃຕ້ພາວະສຸກເສີນໃນລະຫວ່າງການແຜ່
ລະບາດໄວຣັສໂຄໂຣນາ ໃນນະຄອນຫຼວງປາຣີ ໃນອາທິດນີ້ ສູ່ວີໂອເອ ຟັງວ່າ ດັ່ງນີ້.

ເມືອງແອັກກີ ແຂວງເບຣີຕາຍ ເປັນເມືອງນ້ອຍໆທີ່ງົດງາມ ແລະເປັນເມືອງຕາກອາກາດ
ຕັ້ງຢູ່ທາງເໜືອສຸດຂອງໄປທາງຕາເວັນຕົກ ຫ່າງຈາກນະຄອນ ຫຼວງປາຣີ 240 ກິໂລແມດ.
ປັດຈຸບັນນີ້ຍັງບໍ່ທັນໄດ້ຮັບຜົນກະທົບຈາກໄວຣັສ ໂຄໂຣນາເທຶ່ອ ແຕ່ວ່າທາງລັດຖະບານ
ໄດ້ອອກກົດລະບຽບຢ່າງເຂັ້ມງວດ ຊຶ່ງ ທ່ານສົມບັດ ໄດ້ອ້າງອີງຄຳປະກາດຂອງ ປະທາ
ນາທິບໍດີ ເອັມມານຸຍແອລ ມາກຣົງ ຜ່ານທາງໂທລະພາບ ແລະໄດ້ກ່າວເຖິງສະຖານະການ
ໃນເມືອງແອັກກີ ບ່ອນທີ່ທ່ານຢູ່ສູ່ຟັງດັ່ງນີ້:

ບໍ່ວ່າຈະເປັນຫ້ອງການລັດຖະບານ ແລະເອກກະຊົນ ບັນດາ ພະນັກງານສ່ວນ ໃຫຍ່
ພາກັນບອກໃຫ້ເຮັດວຽກຢູ່ບ້ານເຮືອນຂອງໃຜລາວ ແຕ່ມີຈຳນວນນຶ່ງທີ່ຕ້ອງ ໄດ້ມີໜ້າ
ຢູ່ບ່ອນເຮັດວຽກ ເພາະເປັນວຽກສຸກເສີນທີ່ຈະຕ້ອງໄດ້ໄປປະຈຳຢູ່ທີ່ນັ້ນ. ທ່ານສົມບັດ ຫົວ
ໜ້າຫ້ອງການວິໄຈເທັກໂນໂລຈີໃຫ້ແກ່ບໍລິສັດ Parker Mannifin ທີ່ສ້າງອຸບປະກອນອະວະກາດ ການຂົນສົ່ງ ອາຫານ ແລະເຄຶ່ອງດື່ມ ພ້ອມດ້ວຍອຸບປະກອນທີ່ສະຫລັບສັບ
ຊ້ອນດ້ານເທັກໂນໂລຈີ. ທ່ານສົມບັດ ກໍແມ່ນຜູ້ນຶ່ງທີ່ກຳລັງເຮັດວຽກຢູ່ບ້ານ ແລະໄດ້ອະ
ທິບາຍໃຫ້ຟັງໂດຍຫຍໍ້ໆ ວ່າ:

ດອກໄມ້ເມືອງແອກກີ
ດອກໄມ້ເມືອງແອກກີ

ທຸລະກິດສ່ວນໃຫຍ່ປິດລົງ ແຕ່ວ່າຮ້ານຄ້າຈຳນວນນຶ່ງຍັງເປີດເຊັ່ນວ່າ ຮ້ານຂາຍເຂົ້າຈີ່ຕະຫຼາດ ຮ້ານອາຫານ ແລະປໍ້ານໍ້າມັນ. ສຳລັບຄລິນິກ ແລະພວກທ່ານໝໍນັ້ນຈະຕ້ອງໄດ້
ລົມກັນທາງ Skype ຜ່ານຄອມພິວເຕີ ແລະຖ້າຫາກມີການ ສຸກເສີນແທ້ໆນັ້ນຈຶ່ງພົບທ່ານ
ໝໍໄດ້ໜ້າຕໍ່ໜ້າ ຊຶ່ງທ່ານສົມບັດ ກ່າວວ່າ :


ທ່ານສົມບັດ ໄດ້ກ່າວກ່ຽວກັບພວກລູກໆທີ່ຕ້ອງໄດ້ຮຽນໜັງສືຢູ່ບ້ານແຕ່ລະມື້ ຜ່ານທາງ
ຄອວພິວເຕີ. ລູກສາວຜູ້ໃຫຍ່ເຮັດວຽກຢູ່ຮ້ານຂາຍເຂົ້າຈີ່ ທີ່ເປີດຂາຍ ແລະຕ້ອງໄດ້ນຳ
ເອົາເຂົ້າຈີ່ໄປສົ່ງໃຫ້ຄົນຢູ່ບ້ານທີ່ອອກມາຊື້ບໍ່ໄດ້. ສ່ວນລູກຊາຍ ກຳລັງຮຽນເປັນໝໍ ຕ້ອງ
ໄດ້ເຮັດວຽກໜັກຢູ່ໂຮງໝໍ ແລະມີຄວາມເປັນຫ່ວງທີ່ຈະ ນຳເອົາເຊື້ອໄສຣັສມາສູ່ຄອບຄົວ
ນອກຈາກນັ້ນແລ້ວ ຍັງຂາດເຂີນໜ້າກາກໃສ່ ປ້ອງກັນທີ່ທຸກຄົນບໍ່ສາມາດມີໄດ້ ຊຶ່ງທ່ານ
ສົມບັດໄດ້ກ່າວວ່າ:

ການຫ້າມອອກນອກບ້ານຢູ່ແຕ່ລະປະເທດ ມີກົດລະບຽບແຕກຕ່າງກັນໄປ ບາງປະເທດ
ເຄັ່ງຄັດ ແລະບໍ່ເຄັ່ງຄັດ. ສຳລັບຢູ່ປະເທດຝຣັ່ງແລ້ວ ທ່ານສົມບັດ ກ່າວວ່າ:

ດອກໄມ້ເມືອງແອກກີ
ດອກໄມ້ເມືອງແອກກີ

ເມື່ອສອງສາມອາອາທິດທີ່ຜ່ານມາ ລັດຖະບານຢູ່ທົ່ວໂລກໄດ້ປະກາດ ໃຫ້ຄົນ ພາກັນ
ຢູ່ໃນບ້ານເຮືອນຂອງໃຜລາວ. ເວລານີ້ຄົນພາກັນແຕກຕື່ນຮີບຮ້ອນພາ ກັນໄປລຽນແຖວ
ຊື້ອາຫານການກິນ ແລະເຄືຶ່ອງໃຊ້ທີ່ຈຳເປັນ. ສິ່ງທີ່ໜ້າສົນໃຈ ສຳລັບຊາວຕາເວັນຕົກໃນ
ເວລານີ້່ກໍຄື ເຈັ້ຍສຳຫຼະຢູ່ຫ້ອງນໍ້າ. ບໍ່ວ່າຈະຢູ່ຝຣັ່ງ ແລະສະຫະລັດກໍເຊັ່ນດຽວກັນ ທີ່ຄົນ
ພາກັນຍາດຊື້ ດັ່ງທີ່ທ່ານສົມບັດໄດ້ກ່າວ ມ້ວນທ້າຍສູ່ຟັງດັ່ງນີ້:

ທ່ານຜູ້ຟັງທີ່ເຄົາລົບ ບໍ່ວ່າທ່ານຈະຢູ່ແຫ່ງຫົນໃດກໍຕາມ ຖ້າທ່ານຄິດວ່າຄວາມບໍ່ສະດວກ
ໃນການໄປມາ ແລະຢູ່ກິນປະຈຳວັນຂອງທ່ານນັ້ນ ເມື່ອປຽບທຽບໃສ່ ກັບຊີວິດການເປັນ
ຢູ່ຂອງທ່ານສົມບັດແລ້ວ ທ່ານຄິດວ່າຢ່າງໃດ.

XS
SM
MD
LG