ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເຊີນຟັງການບອກເລົ່າ ປະຫວັດຄວາມເປັນມາ ຂອງພີ່ນ້ອງ ເຜົ່າຢ້າວຫລືມ້ຽນ ໃນສະຫະລັດ


ທ່ານ Seng Fo Chao (ທີ່ສີ່ຈາກຂວາມື) ນັກປະຫວັດສາດ ແລະ ຜູ້ນຳສັງຄົມ ຢ້າວ-ມ້ຽນ-ອາເມຣິກັນເຂົ້າຮວມກອງປະຊຸມ ທີ່ Ruyan Yao Autonomous County ເມືອງ Sao Guan ແຂວງ Guangdong ປະເທດຈີນ ທີ 21 ທັນວາ 2015.
ທ່ານ Seng Fo Chao (ທີ່ສີ່ຈາກຂວາມື) ນັກປະຫວັດສາດ ແລະ ຜູ້ນຳສັງຄົມ ຢ້າວ-ມ້ຽນ-ອາເມຣິກັນເຂົ້າຮວມກອງປະຊຸມ ທີ່ Ruyan Yao Autonomous County ເມືອງ Sao Guan ແຂວງ Guangdong ປະເທດຈີນ ທີ 21 ທັນວາ 2015.

ທ່ານ​ຜູ້​ຟັງ​ທັງຫຼາຍ ​ໃນ​ລາຍການ​ຊີວິດ​ຊາວ​ລາວປະຈຳ​ວັນແລງ​
ພະຫັດ ມື້​ນີ້ິ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດກັບ ທ່ານ Sen​g Fo
Chao ສະມາຊິກເຜົ່າ​ມ້ຽນ-ອາ​ເມຣິກັນ ຜູ້​ສຳຄັນ ປັດຈຸບັນນີ້ ຕັ້ງ
ຖິ່ນ​ຖານຢູ່ ລັດ Oregon ​ພາ​ກຕາ​ເວັນ​ຕົກ​ສຽງເໜືອຂອງ ສະຫະ
ລັດ ມາສເນີທ່ານ. ຊາວ​ມ້ຽນ ​ແມ່ນ​ໜຶ່ງ​ໃນ​ຈໍາ​ນວນ​ບັນ​ດາຊົນ​ເຜົ່າ
ລາວ ທີ່​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ຢູ່ໃນ ສະຫະລັດ ອາ​ເມຣິກາ ຕັ້ງແຕ່​ປີ 1975 ​ແລະ​ບັດ​ນີ້​ໄດ້
ກາຍ​ມາເປັນ ພົນລະ​ເມືອງ​ທີ່​ດີ​ຂອງປະ​ເທດ. ພື້ນຖານ​ຄວາມ​ເປັນມາ​ຂອງ ທ່ານ Seng Fo Chao ​ແລະ​ພີ່ນ້ອງຢ້າວ ຫລື​ມ້ຽນ ​ເປັນ​ຢ່າງ​ໃດ​ ກິ່ງ​ສະຫວັນ ຈະມີຄຳຕອບດັ່ງກ່າວມາ
ສະ​ເໜີ​ທ່ານ.​

ສະບາຍດີ​ປີ​ໃໝ່ ທ່ານ​ຜູ່​ຟັງ​ທີ່​ເຄົາລົບ ມື້​ນີ້​ແມ່ນ​ວັນພະຫັດ ອາທິດ​ທຳ​ອິດ​ຂອງລາຍການ​
ຊີວິດ​ຊາວ​ລາວ ປະຈຳ​ປີ 2016. ​ເພາະສະ​ນັ້ນ ເຮົາຈຶ່ງຖືວ່າເປັນໂຊກດີ​ທີ່ໄດ້ເລີ້ມປີໃໝ່​
ໂດຍ​ການ​ສຳພາດ ກ່ຽວ​ກັບຊີ​ວີ​ດຄວາມ​ເປັນມາ ​ແລະ​ການ​ເປັນ​ຢູ່ຂອງ​ພີ່ນ້ອງເຊື້ອ​ສາຍ
ລາວ​ເຜົ່າຢ້າວ ຫລື​ມ້ຽນຂອງເຮົາ ທ່ານ Seng ​Fo Chao. ປັດຈຸບັນນີ້ ທ່ານ Chao ຕັ້ງ​
ຖິ່ນ​ຖານ​ຢູ່​ທີ່ ລັດ Oregon ທາງພາກ​ຕາ​ເວັນ​ຕົກ​ສຽງເໜືອ ຂອງ ສະຫະລັດ.

ເປັນ​ທີ່​ຮູ້​ກັນ​ແລ້ວ​ວ່າ ປະຊາກອນ​ລາວ ປະກອບກັນ​ດ້ວຍຫລາຍ​ຊົນ​ຊາດ​ຊົນ​ເຜົ່າ ​ແລະ
​ເປັນ​ເວລາອັນ​ດົນ​ນານ​ທີ່ ລັດ​ຖະ​ບານ​ລາວ​ ຢູ່ໃນ​ທຸກ​ສ​ະ​ໄໝ ​ໄດ້ພະຍາຍາມ​ສໍາ​ຫລວດ
ເກັບ​ກໍາ​ເອົາ​ຂໍ້​ມູນ​ຂອງ​ເຜົ່າຕ່າງໆ​ ​ໃຫ້​ເປັນ​ທີ່​ສົມ​ບຸນ​ແບບ. ​ແຕ່ວ່າ​ໄດ້​ປະສົບ​ກັບຄວາ​ມ
ສັບ​ສົນຫລາຍ​ຢ່າງ ລະຫວ່າງສາຍ​ພົວພັນຂອງເຜົ່າຕ່າງໆ. ​ເພາະສະ​ນັ້ນ ​ເພື່ອ​ຕັດ​ບັນຫາ
​ຫຍຸ້ງຍາກດັ່ງກ່າວ​ ປັດ​ຈຸ​ບັນນີ້ ທາງ​ການລາວ ຈຶ່ງຮ້ອງແຕ່ພຽງ​ສອງ​ເຜົ່າ​ໃຫຍ່ໆ​ ​ຄືເຜົ່າ​
ລາວ​ສູງ ​ແລະ​ເຜົ່າ​ລາວ​ລຸ່ມ. ​ເຜົ່າ​ລາວ​ສູງ​ປະ​ກອບ​ດ້ວຍ​ບັນດາ​ຊົນ​ເຜົ່ານ້ອຍ​ໆຕ່າງໆທີ່ຢູ່
ຕາມ​ພູຜາ​ພາກ​ເໜືອ​ຂອງ​ລາວ ​ແລະ​ເຜົ່າ​ລາວ​ລຸ່ມ​ປະກອບດ້ວຍ ຊົນ​ຊາດ​ລາວ ​ທີ່​ພາກັນ
​ຢູຸ່ກິນຕາມດິນພຽງ​ທົ່ວໄປ.

ອ້າງ​ອິງ​ຕາມ​ບັນ​ທຶກ​ປະຫວັດ​ສາດ ​ແລະ​ການ​ຄົ້ນ​ຄວ້າແລ້ວ ຊາວ​ຢ້າວ ຫລືມ້ຽນ ​ແມ່ນ​ເຜົ່າ
​ດຽວ​ກັນ ທີ່​ມີປະຫວັດ​ສາດອັນ​ຍາວ​ນານ ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ປະ​ເທດ​ຈີນ. ເຜົ່າ​ຢ້າວ ຫລືມ້ຽນ
ໄດ້​ຖືກ​ຮ້ອງໂດຍ​ຊື່​ຕ່າງໆນາໆ​ຈາກ​ຈີນ ຮວມທັງ​ຊື່​ທີ່​ເຂົາ​ເຈົ້າ​ຮັບ​ເອົາບໍ່​ໄດ້ ​ແຕ່​ວ່າສາຍ​
ພົວພັນ​ຂອງ​ເຂົາ​ເຈົ້າ​ກັບ​ຈີນ ​ມັກ​ຈະມີ​ການຄັດ​ແຍ່້​ງກັນຢ່າງ​ຮ້າຍ​ແຮງ​ໃນ​ການອອກສຽງ.

ເມື່ອຕົກ​ມາ​ເຖິງ​ສະ​ໄໝ​ ປະຕິວັດ​ປະຊາ​ຊົນ​ຈີນ ຂອງ Mao Zedong ຜູ້ນຳ​ປະຕິວັດຈີນ​
ແຜ່ນດິນ​ໃຫຍ່ ​ໃນ​ປີ 1949 ຊາວ​ມ້ຽນ ຫລື​ຢ້າວ ​ຈຶ່ງໄດ້​ຮັບ​ຄວາ​ມ​ເຄົາລົບ​ນັບ​ຖື​ຫລາຍ​ຂື້ນ.
ກ່ອນ​ໜ້າ​ນັ້ນຊາວ​ມ້ຽນຮູ້​ກັນວ່າ Iu-Mienh ທີ່ອີກຊື່ນຶ່ງກໍຄື​ Man, Yao Yiu ຫລື Iu ​ໄດ້​
ເກີດມີ​ການ​ຂັດ​ແຍ້​ງກັນ​ຢູ່​ເປັນ​ປະຈຳ​ກັບ ລັດຖະບານ​ຈີນ ​ແລະ​ມີຮ່ອງ​ຮອຍ​ ໃນປະຫວັດ
ສາດ ມາ​ຕັ້ງແຕ່ສະ​ໄໝໂບຮານນະ​ການ ຂອງ​ການ​ຕັ້ງ​ຖິ່ນຖານ​ຢູ່​ຂົງເຂດ ​ແມ່​ນໍ້າ​ເຫລືອງ
​ຂອງຈັກກະພັດ Huangdi ປີ 2697-2597 ຫລື​ສາມ​ພັນ​ປີ ກ່ອນ​ການ​ປະສູດຂອງ
​ພະ​ເຍຊູ.

ຕະຫລອດ​ປະຫວັດ​ສາດ​ອັນ​ຍາວ​ນານ ການດຳລົງ​ຊີ​ວີ​ດ​ຂອງຊົນ​ເຜົ່າຢ້າວ ຫລື​ມ້ຽນ ນີ້ໄດ້
​ມີການ​ປະສົມປະສານກັນ​ກັບ​ເຜົ່າ​ອື່ນໆ​ ​ແຕກ​ແຍກ​ກັນ​ອອກ​ໄປ ແລະ​ເຄື່ອນ​ຍ້າຍ​ລົງ​ມາ
​ທາງ​ພາກ​ໃຕ້​ຂອງ​ແຜ່ນດິນ​ຈີນ ​ຄື​ດັ່ງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ ​ອ້າຍ​ລາວ​. ​ເນື່ອງ​ຈາກ
​ສົງຄາມ​ລະຫວ່າງ​ເຜົ່າ​ພັນ​ຢູ່​ໃນ​ປະ​ເທດ​ຈີນ ປະຊາ​ກອນ​ເຜົ່າ​ຢ້າວ ຫລື​ມ້ຽນ​ ຈຶ່ງ​ໄດ້​ເລີ້ມ
​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ແຜ່ນດິນ​ລ້ານ​ຊ້າງ ປະມານ​ປີ 1800 ຫາ 1850.

ເອົາທໍ່ນັ້ນກ່ອນເໜາະທ່ານ ສຳລັບປະຫວັດອັນເກົ່າແກ່ຂອງຊົນເຜົ່າມ້ຽນດັ່ງກ່າວ. ບັດ​ນີ້
​ເຮົາຈະ​ພາຫັນໄປເບ່ິງ​ຊີວິດໃໝ່ຂອງພວກຄົນດ່ັງກ່າວນີ້ວ່າ ເຖິງປັດຈຸບັນພວກເຂົາເຈົ້າ
ພາກັນຢູ່ກິນມາຈັ່ງໃດ ດັ່ງທ່ານ Seng Fo Chao ບັນລະຍາຍວ່່າ ຄອບຄົວ​ຂອງ​ທ່ານ
​ໄດ້​ພະ​ຈົນໄພ​ມາເລື້ອຍໆ ຈົນຕົກມາເຖິງດິນ​ແດນ​ທີ່​ເຄີຍ​ຮ້ອງ​ກັນວ່າ ພະ​ລາຊະ​ອານາ
ຈັກ​ລາວ ຈາກ​ປີ 1953-1975.

ທ່ານ Seng Fo Chao ອາຍຸ 18 ປີ ໃນປີ 1971.
ທ່ານ Seng Fo Chao ອາຍຸ 18 ປີ ໃນປີ 1971.

ລິງໂດຍກົງ

ທ່ານ Seng Fo Chao ແມ່ນ​ປະຊາຊົນ​ເຊື້ອສາຍລາວ​ເຜົ່າມ້ຽນຜູ້​ໜຶ່ງ ທີ່ໄດ້ເກີດໃຫຍ່ຢູ່​
ໃນ​ສະ​ໄໝການ​ກໍ່​ຕັ້ງເປັນປະ​ເທດລາວໃໝ່ ຫລື ພະ​ລາຊະອານາຈັກ​ລາວ ທີ່​ຫາ​ກໍໄດ້​
ຮັບເອກ​ກະລາວ ຈາກ​ຝຣັ່ງ​ ໃນ​ປີ 1953. ທ່ານ Seng Fo ​Chao ໄດ້ເລົ່າ​ເຖິງ​ຊີ​ວິດ​ໃນ
​ເວລາ​ຍັງ​ເປັ​ນ​ເດັກນ້ອຍວ່າ ຄອບຄົວ​ຂອງທ່ານ ໄດ້​ພາຍົກຍ້າຍ​ຈາກ​ເມືອງ​ສິງ ລົງມາຢູ່
ສາມຫລ່ຽມ​ຄໍາ ບ່ອນ​ທີ່​ທ່ານ ໄດ້ເລີ້ມຮັບການ​ສຶກສາ ​ແລະເຕີບໃຫຍ່ຢູ່​ທີ່​ນັ້ນ ​ຊຶ່ງ​ທ່ານໄດ້
​ກ່າວກ່ຽວ​ກັບ​ຊີວິດ​ບັ້ນ​ນີ້​ວ່າ :

ທ່ານ Seng ແລະ ພັນລະຍາ ຍານາງ May Fo Chao
ທ່ານ Seng ແລະ ພັນລະຍາ ຍານາງ May Fo Chao

ລິງໂດຍກົງ

ເຖິງ​ແມ່ນ​ວ່າ ລາວ​ໄດ້​ຮັບເອກ​ກະລາດ ​ເປັນ​ປະ​ເທດ​ທີ່​ເກີດ​ຂື້ນ​ໃໝ່ ກາງ​ສັດຕະວັດ​ທີ 20
​ແຕ່​ຍັງ​ດຳ​ເນີນ​ຢູ່​ພາຍ​ໃຕ້​ການ​ຄຸ້​ມຄອງ​ຂອງຝຣັ່ງ​. ​ໃນ​ລະຍະ 83 ປີ ພາຍ​ໃຕ້​ການເປັນ​ຫົວ
​ເມືອງ​ຂື້ນ​ຂອງ​ຝຣັ່ງນັ້ນ (1892-1953) ຝຣັ່ງບໍ່​ໄດ້​ສ້າ​ງສາ​ພັດທະນາ​ອັນໃດໄວ້​ໃຫ້​ແກ່​
ລາວ ​ໂດຍ​ສະ​ເພາະກໍຄື ບໍ່​ມີ​ໂຮງຈັກ​ໂຮງງານ ​ແລະ​ສະຖາ​ບັນ​ການ​ສຶກສາ​ໃດໆ. ​ເອກ​ກະ
ລາດ​ລາວ ໃນ​ເວ​ລາ​ນັ້ນໄດ້​ຕິດຕາມ​ມາ​ດ້ວຍ​ເງົາ​ມືດ​ຂອງ​ສົງຄາມ​ເຢັນ ​ເວລາ​ນັ້ນ ບັນດາ
​ຊາວ​ໜຸ່ມ​ລາວ ​ໄດ້​ຖືກ​ເກນ​ເຂົ້າ​ເປັນ​ທະຫານ​ເພື່ອ​ປ້ອງ​ກັນ​ປະ​ເທດ ​ແລະ​ອີກ​ພາກ ສ່ວນ​
ໜຶ່ງ ​ກໍໄດ້​ຖືກ​ຮ້ອງ​ເຂົ້າໄປ​ຮັບ​ໃຊ້​ເປັນ​ທະຫານ​ຮັບຈ້າງຂອງ ສະຫະລັດ ຫລື Special
Guerilla Unit (SGU) ​ປະສານ​ງານກັບ​ກອງທັບ ແຫ່ງ​ອ​ະດີດ​ພະ​ລາຊະອານາ​ຈັກ​ລາວ
ຊຶ່ງທ່ານ Seng Fo ໄດ້​ກ່າວ​ເຖິງ​ຊີວິດ​ຂອງ​ທ່ານຕອນ​ນີ້​ວ່າ :

ກອງປະຊຸມ ພີ່ນ້ອງຊາວຢ້າວ ຫລືມ້ຽນ ທີ່ ປະເທດຈີນ 21 ທັນວາ 2015.
ກອງປະຊຸມ ພີ່ນ້ອງຊາວຢ້າວ ຫລືມ້ຽນ ທີ່ ປະເທດຈີນ 21 ທັນວາ 2015.

ລິງໂດຍກົງ

ປັດຈຸບັນ ທ່ານ Seng Fo Chao ​ເປັນ​ຜູ້ນຳ​ສັງຄົມ​ຊາວ​ມ້ຽນ ​ທີ່​ໜ້າ​ສັນລະ​ເສີນ ທ່ານ​ເປັນ
​ນັກ​ປະຫວັດ​ສາດ​ເຜົ່າ​ຢ້າວ ຫລື​ມ້ຽນ ​ທ່ານ​ໄດ້​ເລົ່າ​ເຖິງ​ລາຍ​ລະ​ອຽດ​ຄວາມ​ເປັນ​ມາສູ່ ວີ​ໂອ​ເອ ຟັງຢ່າງ​ຍືດຍາວ. ນັບ​ແຕ່​ໄດ້ເດີນທາງ​ມາ​ຕັ້ງ​ຊີວິດ​ໃໝ່​ຢູ່​ໃນ​ສະຫະລັດ ທ່ານ​ບໍ່ໄດ້​ລົດ​ລະ​ໃນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ພາສາ ​ແລະ​ວັດທະນາ​ທຳຢ້າວ ຫລືມ້ຽນ ​ແລະໄດ້​ກ່າວເຖິງ
ຕອນນີ້​ວ່າ :

ທ່ານ Seng Fo Chao ທີ່ສີ່ຈາກຂວາມື ທີ່ກອງປະຊຸມເຜົ່າຢ້າວ ໃນປະເທດຈິນ.
ທ່ານ Seng Fo Chao ທີ່ສີ່ຈາກຂວາມື ທີ່ກອງປະຊຸມເຜົ່າຢ້າວ ໃນປະເທດຈິນ.

ລິງໂດຍກົງ

ພີ່ນ້ອງ​ລາວ​ເຜົ່າ​ຢ້າວ ຫລື​ມ້ຽນ ​ໄດ້​ເລີ້ມ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ຢູ່​ໃນ ສະຫະລັດ ​ແຕ່​ປີ
1975. ທ່ານ Seng Fo Chao ​ໄດ້​ສະ​ລຸບໃນ​ບັ້ນ​ທ້າຍກ່ຽວ​ກັບການ​ດຳລົງ​ຊີ​ວິດ​ຂອງ
ພີ່ນ້ອງ​ເຜົ່າ​ມ້ຽນ​ດັ່ງ​ນີ້ິ :

ທ່ານ Seng Fo Chao ແລະພີ່ນ້ອງມ້ຽນ ທີ່ລັດ Oregon ສະຫະລັດ ອາເມຣິກາ
ທ່ານ Seng Fo Chao ແລະພີ່ນ້ອງມ້ຽນ ທີ່ລັດ Oregon ສະຫະລັດ ອາເມຣິກາ

ລິງໂດຍກົງ

ຫລັງ​ຈາກ​ໄດ້​ຮັບ​ໃຊ້ ປະຊາ​ສົງ​ເຄາະ ປະຈຳ​ເຂດ ລັດຖະບານ​ທ້ອງ​ຖິ່ນ ​ໃນ​ລັດ Oregon
ມາ​ເປັນ​ເວລາ​ສາ​ມທົດ​ສະ​ວັດແລ້ວ ທ່ານ Seng Fo Chao ບັດ​ນີ້​ຫາ​ກໍ​ລາ​ອອກ​ບຳນານ
​ໃນ​ເດືອນ​ທັນວາ ​ທີ່​ຜ່ານ​ມາ​ນີ້ ​ແລະຫາກໍ​ກັບ​ມາ​ຈາກ​ປະ​ເທດຈີນ ​ເພື່ອ​ເຂົ້າ​ຮ່ວມປະຊຸມ
ກ່ຽວ​ກັບ ສັງຄົມ​ຢ້າວ ຫລື​ມ້ຽນ. ສຸດ​ທ້າຍນີ້ ທ່ານ Seng Fo Chao ​ໄດ້​ຝາກ​ຄວາມ​ຄິດ​
ຮອດ​ຄິດ​ເຖິງ ຮັກ​ແພງ​ມາ​ຍັງ ບັນດາ​ຍາດ​ຕິ​ພີ່ນ້ອງ​ຊາວ​ລາວ ທີ່ຢູ່​ທຸ​ກຫົນ​ແຫ່ງ ບໍ່​ວ່າ​ຈະຢູ່​
ໃນ ​ແລະ​ນອກ​ປະ​ເທດ ກໍຂໍ​ໃຫ້​ທຸກ​ໆ​ທ່ານຈົ່ງມີແຕ່ຄວາມ​ຜາ​ສຸກ ​ແລະຮັກ​ແພງກັນຊົ່ວ​ຟ້າ
​ດິນ​ສະຫລາຍ.

XS
SM
MD
LG