ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ​ພຽນ​ດົນ ສຸ​ທັມ ທີ່​ປືກ​ສາ​ ດ້ານ​ການ​ເງິນ ​ເພື່ອຊື້​ເຮືອນ ທີ່​ນະ​ຄອນ​ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ


​ທ່ານ​ພຽນ​ດົນ ສຸ​ທັມ ທີ່​ປຶກ​ສາ​ດ້ານ​ການ​ເງິນ ໃນ​ການ​ຊື້​ເຮືອນ ຢູ່​ນະ​ຄອນ​ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ.
​ທ່ານ​ພຽນ​ດົນ ສຸ​ທັມ ທີ່​ປຶກ​ສາ​ດ້ານ​ການ​ເງິນ ໃນ​ການ​ຊື້​ເຮືອນ ຢູ່​ນະ​ຄອນ​ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃ​ນລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ
ປະ​ຈຳ​ແລງວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ ກັບທ່ານ​ພຽນ​ດົນ ສຸ​ທັມ ທີ່​ປຶກ
ສາດ້ານ​ການ​ເງິນ ເພື່ອຊື້​ເຮືອນ ຢູ່​ໃນເຂດ​ນະ​ຄອນມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ. ທ່ານ
ພຽນ​ດົນ ໄດ້​ປະ​ກອບວິ​ຊາ​ອາ​ຊີບ​ ຫລາ​ຍໆຢ່າງ ຈະຕັດ​ສິນ​ໃຈ​ປ່ຽນ​ວິ​ຊາ​ອາ​ຊີບ​ໃໝ່ ເຂົ້າ​
ຮັບ​ການ​ອົບ​ຮົມ​ເພື່ອຢືມ​ເງິນ​ຈາກ​ທະ​ນາ​ຄານ​ມາ​ຊື້​ເຮືອນ. ລະ​ບົບ​ການ​ຊື້​ຂາຍ​ເຮືອນ​ຊານ
​ຢູ່​ໃນ​ນະ​ຄອນ​ມົງ​ເຣ​ອາ​ນ​ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສ​ະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ທ່ານ​ຜູ້​ຟັງ​ທີ່​ເຄົ​າ​ລົບ ມື້​ນີ້​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ ​ໃຫ້​ທ່ານ​ຮູ້​ຈັກ​ກັບ ທ່ານ​ພຽນ​ດົນ ສຸ​ທັມ ທີ່
ປຶ​ກ​ສາດ້ານ​ການ​ເງິນໃຫ້​ແກ່​ຜູ້ທີ່​ຊອກ​ຫາ​ຊື້ເຮືອນຢູ່​ໃນ​ເຂດ​ນະ​ຄອນ​ມົງ​ເຣ​ອານ ​
(Montreal) ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ ຂອງ ປະ​ເທດ​ກາ​ນາ​ດາ. ​ການ​ຊື້​ເຮືອນ​ບ່ອນ
​ຢູ່ອາ​ໄສໃຫ້ເປັນສົມ​ບັດຂອງ​ຕົນ​ເອງ​ນັ້ນ​ຈະຕ້ອງໄດ້ຜ່ານ​ການ ກວດ​ສອບ​ດ້ານ​ການ​ເງິນ​
ຫຼາຍ​ຢ່າງ ແລະຄວ​າມ​ສະຫຼ​ລັບ​ຊັບ​ຊ້ອນ​ກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວນີ້ ທ່ານ​ພຽນ​ດົນ ສຸທັມ
ຈະ​ມາ​ອະ​ທິ​ບາ​ຍ​ສູ່ເຮົາ​ຟັງ​.

ການ​ມີເຮືອນຊ​ານ​ບ້ານ​ຊ່ອງ​ຢູ່ຕ່າງ​ປະ​ເທດແມ່ນ​ຄວ​າມຝັນຂອງທຸກໆ​ຄົນທີ່ເປັນ​ການ
ສະ​ແດງ​ໃຫ້​ເຫັນເຖິງ​ຜົນ​ສຳ​ເລັດຂອງ​ການ​ຕັ້ງ​ຊີ​ວິດໃໝ່. ​ແຕ່ວ່າ​ບ້ານເຮືອນ​ເຫລົ່າ​ນີ້​ມີ​ລາ
​ຄາ​ແພງ ພ້ອມ​ທັງມີ​ຄວາມ​ສະຫ​ລັບ​ຊັບ​ຊ້ອນ​ໃນ​ດ້ານ​ການຢືມເງິນ​ ເພາະ​ສະ​ນັ້ນ​ການຢືມ
​ເງິນຊື້​ເຮືອນ ຕ້ອງມີນາຍ​ໜ້າ​ເປັນ​ຜູ້​ປຶກ​ສາ​ນຳ​ພາ. ​ທ່ານ​ພຽນ​ດົນ ສຸນ​ທັມ ເປັນຜູ້ຊ່ຽວ​
ຊານ​ກ່ຽວ​ກັບ​ເລື້ອງ​ນີ້ ​ໄດ້​ກ່າວ​ສູ່ວີ​ໂອ​ເອ ​ຟັງເຖິງ​ຄວາມ​ເປັນ​ມາ​ຂອງ​ທ່ານໃນ​ເບື້ອງ​
ຕົ້ນວ່າ:

ລະ​ບົບ​ການ​ຊື້​ເຮືອນ​ໃນແຕ່​ລະ​ບ່ອນ​ມີ​ຄວາມ​ແຕກຕ່າງກັນບາງ​ຢ່າງ ແຕ່ສິ່ງ​ສຳ​ຄັນ​ນັ້ນ
​ກໍ​ຄື ພື້ນ​ຖານຄວາມ​ໝັ້ນ​ຄົງດ້ານ​ການ​ເງິນ ແລະສິນ​ເຊື່ອ ຫຼື​ເຄ​ຣ​ດິດ (credit) ຊຶ່ງ​ທ່ານ
​ພຽນ​ດົນ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ເລື້ອງ​ນີ້ວ່າ:

ລູກ​ຄ້າ​ຂອງ​ທ່ານ​ພຽນ​ດົນ ນອກ​ຈາກ​ເປັນຊາວກາ​ນາ​ດາເຊື້ອ​ສາ​ຍ​ລາວ​ແລ້ວ ​ຍັງ​ມີ​ຊົນ​
ຊາດ​ອື່ນໆ​ອີກ ທີ່ພາ​ກັນຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ເຂດ​ດັ່​ງ​ກ່າວ ມາ​ຂໍ​ການ​ແນະ​ນຳ ຊຶ່ງ​ທ່ານ​ໄດ້​
ກ່າວ​ດັ່ງ​ນີ້:

ສຳ​ລັບບັນ​ດາ​ປະ​ຊາ​ຊົນ​ກາ​ນາ​ດາ​ເຊື້ອ​ສາຍ​ລາວ ​ຜູ້​ທີ່​ບໍ່​ມີ​ຄວາມ​ສາ​ມາດ​ຊື້​ເຮືອນ​ຢູ່ ເປັນ
​ຂອງ​ຕົນ​ເອງໄດ້​ນັ້ນ ທ່ານ​ພຽນ​ດົນ ໄດ້ກ່າວ​ສະ​ຫລຸບ​ ເຖິງ​ໂຄງ​ການເຮືອນ​ຫຼວງ​ຂອງ​ລັດ​
ຖະ​ບານ ທີ່​ໄດ້​ຕັ້ງ​ເປັນ​ໝູ່​ບ້ານລາວ ແລະ​ມີ​ຊື່​ບ້ານລາວ​ຕ່າງໆ​ສູ່​ຟັງດັ່ງ​ນີ້:

ນັ້ນ​ແມ່​ນ​ການ​ສຳ​ພາດ​ກັບ​ທ່​ານ​ພຽນ​ດົນ ສຸ​ທັມ ທີ່​ເປັນນັກ​ທຸ​ລະ​ກິດ​ພົວ​ພັນ​ດ້ານ​ການ
​ເງິນ ເພື່ອ​ຊ່ວຍ​ຢືມ​ເງິນ​ຈາກ​ທະ​ນາ​ຄານ ມາ​ຊື້​ເຮືອນ ຢູ່​ໃນ​ນະ​ຄອນ​ມົງ​ເຣ​ອານ ປະ​ເທດ
​ກາ​ນາ​ດາ.

XS
SM
MD
LG