ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ​ລຳ​ເງິນ ສົມ​ຈິດ ນາຍ​ຊ່າງກວດ​ສອບ ທໍ່​ອາຍ​ເສຍ​ລົດ​ຍົນ


່ ອູ່​ລົດ ສ້ອມແປງ​ທໍ່​ອາຍ​ເ​ສຍ ຂອງ​ທ່ານ​ລຳ​ເງິນ ສົມ​ຈິດ ທີ່​ເມືອງ Oxnard ລັດ California.
່ ອູ່​ລົດ ສ້ອມແປງ​ທໍ່​ອາຍ​ເ​ສຍ ຂອງ​ທ່ານ​ລຳ​ເງິນ ສົມ​ຈິດ ທີ່​ເມືອງ Oxnard ລັດ California.

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງວີ​ໂອ​ເອ ປະ​ຈຳ​ແລງ
ວັນ​ພະ​ຫັດມື້​ນີ້ ເຮົາຈະ​ນຳ​ພ​າ​ທ່ານໄປ​ຟັງການສຳພາດກັບ ​ທ່ານລຳ​ເງິນ ສົມ​ຈິດ ​ນາຍ​
ຊ່າງ​ກົນ​ຈັກ ທີ່​ຊ່ຽວ​ຊານ​ດ້ານ​ກວດກາ​ ແລະສ້ອມ​ແປງ​ທໍ່​ອາຍ​ເສຍ​ລົດ​ຍົນ ແລະ​ເປັນ
ເຈົ້າ​ຂອງ​ຮ້ານ​ສ້ອມ​ແປງທໍ່​ອາຍ​ເສຍ​ລົດ JJ’S Smog ຢູ່​ທີ່​ເມືອງ Oxnard, ລັດຄາລີ​
ຟໍ​ເນຍ​ ໃນສະ​ຫະ​ລັດ​ອາ​ເມ​ຣິ​ກາ ຊຶ່ງ​ທ່ານ​ຈະ​ມາ​ແບ່ງ​ປັນ​ປະ ​ສົ​ບ​ການ​ຂອງ​ທ່ານໃນ​
ການເຮັດ​ວຽກ​ງານ ເພື່ອ​ຮັບ​ປະ​ກັນ​ວ່າ ລົດທຸກໆ​ຄັນ ທີ່ເຂົ້າ​ມາ​ຮ້ານ​ຂອງ​ທ່ານຈະຕ້ອງ​
ໄດ້​ມາດ​ຕະ​ຖານ​ຕາມ​ກົດ​ລະ​ບຽບ​ຂອງ​ລັດ ກໍ​ຄືບໍ່​ປ່ອຍ​ອາຍ​ເສຍ​ທີ່​ເຮັດ​ໃຫ້ອາ​ກາດ​ເປິ​
ເປື້ອນ ​ຫລືມົນ​ລະ​ພິດອອກ​ມາຫລາຍ​ເກີນ​ກຳ​ນົດ. ກິ່ງ​ສະ​ຫວັນ ຈະ​ນຳ​ລາຍ​ລະ​ອຽດ
ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.​

ຄວັນພິດທີ່​ເກີດມາ​ຈາກ​ການ​ເຜົາ​ໄໝ້ຢູ່ໂຮງ​ງານ​ອຸດ​ສາ​ຫະ​ກຳ​ຕ່າງໆ ແລະ​ຈາກເຄື່ອງ
​ຈັກ​ລົດ​ຍົນ​ທີ່​ແລ່ນ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງຫຼາຍໆ​ພັນລ້ານ​ຄັນ​ຢູ່​ໃນ​ໂລ​ກ​ ລ້ວນ​ແລ້ວ​ໄດ້
ແຕ່ປ່ອຍອາຍ​ພິດ​ອອກ​ມາ ແລ້ວ​ສົ່ງຂຶ້ນ​ໄປ​ຄ້າງ​ຢູ່​ເທິງ​ອາ​ກາດ. ຄວັນ​ພິດດັ່ງ​ກ່າວ​ນີ້ ​ໄດ້
ທຳ​ລາຍສິ່ງ​ທີ່​ຮ້ອງວ່າຊຽວ ໂອ​ໂຊນ (shield ozone) ທີ່ປົກ​ປ້ອງ​ການ​ເຜົາ​ໄໝ້​ຂອງ
ແສງ​ຕາ​ເວັນລົງ​ມ​າ​ສູ່​ໂລກ​ມະ​ນຸດ. ນອກ​ຈາກ​ນັ້ນ​ແລ້ວ ​ອາຍ​ພິດ​ເປື້ອນ​ເປິ​ເຫລົ່າ​ນີ້ຍັງ
ເປັນ​ສາ​ເຫດເຮັດ​ໃຫ້ເກີດ​ສະ​ພາບອາ​ກາດໂລກຮ້ອນເອົ້າເກີນ​ໄປ ແລະ​ໜາວ​ເກີນ​ໄປ
ພ້ອ​ມ​ທັງ​ເຮັດໃຫ້ນ້ຳ​ກ້ອນ​ຢູ່​ຂົ້ວ​ໂລ​ກ​ເໜືອ ແລະຂົ້ວໂລກ​ໃຕ້​ເປື່ອຍ​ລົງ ຊຶ່ງ​ສົ່ງ​ຜົນເຮັດ​
ໃຫ້​ນ້ຳ​ທະ​ເລຍື່ງຂຶ້ນມາຖ້ວມ ແລະ​ເກີດ​ຜົນ​ກະ​ທົບ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຕ່າງໆ​ຢູ່ໃນ​
ໂລກ​ມະ​ນຸດ​.

ເພາະ​ສະ​ນັ້ນ​ການກວດ​ທໍ່​ອາຍ​ເສຍ​ລົດ​ຍົນຢູ່​ໃນ​ສະ​ຫະ​ລັດ​ເປັນ​ເລື້ອງທີ່ກົດ​ໝາຍ​ບັ​ງ​
ຄັບ​ຢ່າງເຄັ່ງ​ຄັດ ເພື່ອ​ຮັບ​ປະ​ກັນ​ວ່າລົດທຸກໆ​ຄັນທີ່​ແລ່ນ​ຢູ່​ຕາມ​ຖະ​ໜົນ​ຫຼວງຈະ​ບໍ່​ປ່ອຍ
ອາຍພິດ​ຈາກ​ທໍ່​ອາຍ​ເສຍ​ທີ່​ເຮັດ​ໃຫ້ອາ​ກາດເປື້ອນເປິ ​ຫລື​ມົນ​ລະ​ພິດອອກ​ມາ. ແລະ​
ນີ້ກໍແມ່ນໜ້າ​ທີ່​ຕົ້ນ​ຕໍຂອງ​ທ່ານ​ລຳ​ເງິນ ສົມ​ຈິດ ທີ່​ເປັນນາຍ​ຊ່າງ​ກ​ວດ​ກາ ແລະ​ສ້ອມ
​ແປງ​ທໍ່​ອາຍ​ເສຍທີ່ເອີ້ນວ່າ emission inspection ດັ່ງ​ທີ່​ທ່ານ​ລຳ​ເງິນ​ໄດ້​ອະ​ທິ​ບາຍ​
ສູ່​ວີ​ໂອ​ເອ ຟັງ​ດັ່ງ​ນີ

ການສ້ອມ​ແປງລົດ​ເປັນ​ເລື້ອງສະ​ຫລັບ​ຊັບ​ຊ້ອນ ຖ້າ​ຫາກ​ຜູ້ເປັນ​ເຈົ້າ​ຂອງ​ລົດ​ບໍ່​ມີ​ຄວາມ
​ຮູ້​ກ່ຽວ​ກັບ​ລະ​ບົບ​ເຄື່ອງ​ຈັກ​ແລ້ວ ​ຈະຕ້ອງ​ໄດ້​ອາໄສ ແລະມອບ​ຄວາມໄວ້​ ວ​າງໃຈກັບ​
ນາຍ​ຊ່າງແປງລົດ​. ​ໂດຍ​ມີປະ​ສົບ​ການ​ໃນການ​ເປັນ​ລູກ​ຄ້າ ແລະ​ເຄີຍໄດ້ເປັນ​ຊ່າງ​
ແປງ​ລົດ​ມາ​ກ່ອນ ໄດ້ເຮັດ​ໃຫ້ທ່ານສົມ​ຈິດ​ຕັດ​ສິນ​ໃຈ​ກັບ​ຄືນໄປ​ຮຽນເ​ອົາ​ໃບ​ປະ​ກາດ
​ສະ​ນີຍະ​ບັດ ເພື່ອ​ຈະ​ສາ​ມາດ​ເຮັດ​ວຽກສ້ອມ​ແປງ​ລົດ​ຢູ່​ໃນ​ສະ​ຫະ​ລັດໄດ້ ດັ່ງ​ທີ່​ທ່ານ
​ໄດ້​ເລົ່າ​ສູ່​ຟັງ​ດັ່ງ​ນີ້:

ພາຍຫຼັງ​ທີ່​ທ່ານ​ລຳ​ເງິນ​ມີ​ປະ​ສົບ​ການໃນ​ການເຮັດ​ວຽກ​ໃຫ້ແກ່​ບໍ​ລິ​ສັດ​ຂາຍ​ລົດ ແລະ​
ອູ່ສ້ອມແປງ​ລົດ​ມາ​ໄດ້​ຫຼາຍ​ປີ ແລ້ວ ​ທ່ານ​ໄດ້​ຕັດ​ສິນ​ໃຈ​ມາ​ຕັ້ງ​ຮ້ານ​ແປງ​ລົດ​ເປັນ​ຂອງ
​ຕົນ​ເອງ​ຢູ່​ທີ່​ເມືອງ Oxnard ຕັ້ງ​ຢູ່ທາງພາກ​ໃຕ້ຂອງ​ລັດ​ຄາ​ລິ​ຟໍ​ເນຍໃນ​ເວ​ລາ​ຕໍ່​ມາ ຊຶ່ງ
​ທ່ານ​ໄດ້​ເລົ່າ​ເຖິງ​ຜົນ​ສຳ​ເລັດຂອງ​ທ່ານ​ສູ່ຟັງ​ດັ່ງ​ນີ້.

ທ່ານ​ລຳ​ເງິນ​ເປັນ​ເຈົ້າຂອງ​ຮ້ານ​ສ້ອມ​ແປງ​ລົດ​ທີ່​ຊື່​ສັດ ແລະ​ມີພວກ​ລູກ​ຄ້າ​ທີ່ໃຫ້​ຄວາມ
​ໄວ້​ວາງ​ໃຈ ສະ​ນັ້ນ ທ່ານ​ພ້ອມ​ດ້ວຍ​ພັນ​ລະ​ຍາຈຶ່ງ​ມີ​ຄວາມ​ສາ​ມາດ​ໃນ​ ສົ່ງ​ລູກ​ເຕົ້າ
​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ການໃຊ້​ຈ່າຍ​ສູງໄດ້. ນີ້​ຄື​ຜົນ​ສຳ​ເລັດ​ຂອງ​ຊີ​ວິດ ຄົນອ​າ​
ເມ​ຣິ​ກັນ-​ເຊື້ອ​ສາຍ​ລາວ.

XS
SM
MD
LG