ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ທ່ານກ່ອງປະກັນ ຣາຊພົນ ຄົນຂັບລົດຕັກຊີ ທີ່ ນະຄອນຫຼວງປາຣີ ປະເທດຝຣັ່ງ


ທ່ານກ່ອງປະກັນ ຣາຊພົນ ຄົນຂັບລົດຕັກຊີ ທີ່ນະຄອນປາຣີ ປະເທດຝຣັ່ງ.
ທ່ານກ່ອງປະກັນ ຣາຊພົນ ຄົນຂັບລົດຕັກຊີ ທີ່ນະຄອນປາຣີ ປະເທດຝຣັ່ງ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ລາວ ມື້​ນີ້​ຈະ​ນຳ​ເລື້ອງ​ທີ່
​ໜ້າ​ສົນ​ໃຈ ມາສະ​ເໜີ​ທ່ານນັ້ນ​ກໍ​ຄື ການສຳພາດ ກັບທ່ານ
ກ່ອງປະກັນ ຣາຊພົນ ອາ​ຊີບ​ຂັບ​ລົດ taxi ທີ່​ນະຄອນຫລວງ
ປາຣີ ​ປະ​ເທດ​ຝຣັ່ງ. ທ່ານ​ກ່ອງ​ປະກັນ ​ເປັນ​ລູກບ້ານ​ຫລານ
​ເມືອງ​ແກ້ງ​ກອກ ອະດີດ​ນັກ​ສຶກສາ​ກົດໝາຍ ​ທີ່​ເຄີຍຮຽນ​ຢູ່​
ສາທາລະນະ​ລັດ​ເຊັກສ. ກ່ອນທ່ານ​ຕັດສິນ​ໃຈ​ເຂົ້າໄປ​ຕັ້ງ​ຖິ່ນ
​ຖານ​ຢູ່ ປະ​ເທດຝຣັ່ງ ຕັ້ງ​ແຕ່​ປີ1982. ວິຊາ​ອາຊີບການ​ຂັບ
ລົດ​ຕັກ​ຊີ ຢູ່​ນະຄອນຫລວງ​ປາຣີ​ເປັນ​ຢ່າງ​ໃດ​ນັ້ນ
ກິ່ງ​ສະຫວັນ ຈຳນຳ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ​ ​ໃນ​ອັນ​ດັບ​ຕໍ່​ໄປ.

ແຜນທີ່ຄວາມໜາແໜ້ນຂອງ ນະຄອນຫລວງປາຣີ ປະເທດຝຣັ່ງ
ແຜນທີ່ຄວາມໜາແໜ້ນຂອງ ນະຄອນຫລວງປາຣີ ປະເທດຝຣັ່ງ

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ ມື້​ນີ້
ຂ້າພະ​ເຈົ້າ​ຂໍ​ແນະ​ນຳ ໃຫ້​ທ່ານຮູ້ຈັກກັບ ທ່ານ​ກ່ອງ​ປະກັນ ຣາຊ
ພົນ ເຊື້ອສາຍ​ລາວ ອາຊີບ ຂັບ​ລົດ​ taxi ຢູ່​ເຂດນະຄອນຫລວງ
ປາຣີ ປະ​ເທດ​ຝຣັ່ງ. ​ເມືອງ​ດັ່ງກ່າວ​ນີ້​ໃຫຍ່ ​ມີ​ເຄຫາ​ສະຖານເກົ່າ​
ແກ່​ຫລາຍຊັ້ນ​ ແຕ່ເປັນ​ຕຶກທີ່​ບໍ່​ສູງ ປຸກຢາຍ​ເປັນ​ຄຸ້ມ​ ຕິດ​ໆ​ກັນ​
ໄປເກືອບ​ຈະ​ຊອກ​ຫາບ່ອນຫວ່າ​ງບໍ່​ເຫັນມີ. ຂົງ​ເຂດນະຄອນ
​ຫລວງປາຣີ ມີ​ທາງ​ຫລວງໃຫຍ່ຫລາຍໆ​ສາຍແລ່ນ​ຜ່ານກັນ ​
ແລະ​ມີ​ຮ່ອມ​ນ້ອຍໆຢູ່ລະຫວ່າງ​ຕຶກ ​ພໍ​ໃຫ້​ລົດ​ຫລີກ​ກັນ​ໄປມາ​
ໄດ້. ​ເພາະສະ​ນັ້ນ ລົດ​ທີ່​ແລ່ນ​ຢູ່​ໃນ​ນະຄອນ​ປາຣີ ​ແລະ​ຂົງ​ເຂດ
​ຢູ​ໂຣບ ຈະປາກົດ​ໃຫ້​ເຫັນ​ມີ​ແຕ່ລົດ​ຄັນ​ນ້ອຍໆ ​ແລະ​ລົດຈັກແລ່ນ​ຢູ່​ຕາມ​ຖະໜົນ ​ທີ່​ເຂົ້າ​ກັບ​ສະພາບແວດລ້ອມຂອງ​ບ້ານ​ເມືອງ. ​

ທ່ານ​ກ່​ອງ​ປະ​ກັນ ຣາ​ຊ​ພົນ ​ແມ່ນລູກ​ບ້າ​ນ​ຫ້ວຍ​ຊາຍ ທີ່ຕັ້ງຢູ່ຫ່າງຈາກ​ເມືອງ ແກ້ງກອກ
ແຂວງສະ​ຫວັນ​ນະ​ເຂດ ປະມານ 19 ກິໂລແມດ. ທ່ານກ່ອງປະກັນ ແມ່ນອ​ະ​ດີດ​ນັກ​ສຶກ​ສາ
​ໂຮງ​ຮຽນກົດ​ໝາຍ ແຫ່ງ​ອະ​ດີດ​ພະ​ລາດ​ຊະ​ອາ​ນາ​ຈັກລາວ. ​ໃນ​ປີ 1976 ທ່ານ​ໄດ້​ເດີນ​
ທາງ​ໄປ​ສຶກ​ສາຕໍ່​ທີ່​ ປະ​ເທດສາທາລະນະ​ລັດ​ເຊກ​ສ໌ ຫລັງ​ຈາກ​ນັ້ນ​ໄດ້​ຕັດ​ສິນ​ໃຈ​ໂຕນເຂົ້າ
ໄປ​ຂໍ​ລີ້​ໄພ​ຢູ່​ປະ​ເທດ​ຝ​ຣັ່ງໃນ​ປີ 1982 ບ່ອນ​ທີ່​ທ່ານໄດ້ເຂົ້າມາ​ຕັ້ງ​ຊີ​ວິດ​ຫາ​ຢູ່​ຫາ​ກິນ ສ້າງ​
ຄອບຄົວກັບ​ຍາ​ນາງ​ແສງ​ສະຫວັນ ລູກ​ບ້ານ​ຫລາ​ນ​ເມືອງ​ສະ​ຂຶນ. ທັງ​ສ​ອງ​ທ່ານມີ​ລູກ​ດ້ວຍ
​ກັນ​ສີ່​ຄົນ ທີ່​ສ້າງຄອບຄົວ​ກັນໄປ​ໝົດທຸ​ກ​ຄົນ​ແລ້ວ​ ​ແລະ​ໄດ້ຫລານຫົກ​ຄົນ​. ທ່ານ​ກ່ອງ​ປະ
ກັນ ເລົ່າ​ຊີວິດ​ເບື້ອງຕົ້ນຂອງ​ທ່ານ​ສູ່ ​ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ໂບດ Sacre Coeur
ໂບດ Sacre Coeur

ລິງໂດຍກົງ

ສິ່​ງ​ທີ່​ໜ້າ​ສົນ​ໃຈ​ກ່ຽວ​ກັບ ທ່ານ​ກ່ອງ​ປະ​ກັນ ນັ້ນກໍ​ຄືຂັບ​ລົດ taxi ຢູ່​ໃນ​ນະ​ຄອນ​ຫລວງ ປາ​ຣີ ​ບໍ​ລິ​ການ​ປະ​ຊາ​ຄົມ ​ມາ​ແຕ່​ປີ 1993 ວິ​ຊາ​ອາ​ຊີ​ດັ່ງ​ກ່າວ​ນີ້ ສ້າງ​ລາຍ​ໄດ້​ດີ ແລະ​ມີ​ຫ​ລາຍຂັ້ນ​ຕອນ​ກ່ອນ​ທີ່​ຈະ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ ປະ​ກອບວິ​ຊາ​ອາຊີບ​ຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ.
ທ່ານ​ກ່ອງ​ປະ​ກັນ ໄດ້​ເລົ່າ​ຕໍ່​ໄປ​ອີກ​ວ່າ :

ຫໍຄອຍ Eiffle Tower
ຫໍຄອຍ Eiffle Tower

ລິງໂດຍກົງ

ຢູ່​ໃນ​ນະຄອນຫລວງ​ປາຣີ ​ມີພີ່ນ້ອງເຊື້ອສາຍລາວຂັບລົດຕັກຊີຢູ່ ​ປະມານ 200 ຄົນ ແລະ​
ມີ "ສະມາຄົມ taxi ລາວ ຫລື Association de Taxi Laotien" ເປັນສະມາຄົມເຕົ້າໂຮມ
ຄົນລາວ ​ເບິ່ງ​ແຍງ​ກັນ ພົບພໍ້ສັງ​ສັນ​ກັນ ແລະ ຊ່ວຍເຫລືອກັນ​. ທ່ານ​ກ່ອງປະກັນ ອະທິ​
ບາຍ​ສູ່​ຟັງດັ່ງ​ນີ້ :

ບັນດາລົດ Taxi ໃນນະຄອນປາຣີ
ບັນດາລົດ Taxi ໃນນະຄອນປາຣີ

ລິງໂດຍກົງ



ຂ້າພະ​ເຈົ້າ ໄດ້ໄປ​ຢ້ຽມຢາມນະຄອນ​ຫລວງ​ປາຣີ ສາມ​ຄັ້ງ ​ເຫັນ​ວ່າ​ເປັນ​ເມືອງ​ໃຫຍ່ທີ່ໜາ​
ແໜ້ນ ມີ​ລົດ​ຫລາຍ​ພ້ອມ​ດ້ວຍ​ລົດຈັກ​ແລ່ນ​ຢູ່​ຕາມ​ຖະໜົນ ມີ​ຮ່ອມ​ນ້ອຍໆ ຖ້າ​ຫາກ​ວ່າ​ປ່ອຍ
ຂ້າພະ​ເຈົ້າ​ໄວ້​ແມ່ນ​ກັບ​ເມື່ອ​ບ້ານ​ເອງ​ບໍ່​ໄດ້. ສຳ​ລັບທ່ານ ​ສາມາດ​ຈື່​ບັນດາເສັ້ນທາງ​ເຫລົ່າ​ນີ້
​ໄດ້​ຢ່າງ​ໃດ?

ຮ່ອມຖະໜົນ ຂອງຄຸ້ມນຶ່ງໃນ ນະຄອນປາຣີ
ຮ່ອມຖະໜົນ ຂອງຄຸ້ມນຶ່ງໃນ ນະຄອນປາຣີ

ລິງໂດຍກົງ

ຫວ່າງ​ບໍ່​ນານ​ມາ​ນີ້ ວີ​ໂອ​ເອ ​ໄດ້​ອອກ​ຂ່າວ​ກ່ຽວ​ກັບ​ການ​ຂັດ​ແຍ້​ງ​ເລື້ອງ​ລົດ​ຕັກ​ຊີ ຢູ່​ໃນ​ນະ
ຄອນ​ຫລວງປາຣີ ຊຶ່ງມີສ່ວນບຸກຄົນທີ່​ບໍ່​ແມ່ນ​ຄົນ​ຂັບ​ຕັກ​ຊີ ສາມາດຮັບ​ເອົາ​ຜູ້​ໂດຍສານ​ໄດ້​
ກ່ຽວ​ກັບເລື້ອງ​ນີ້​ໄປ​ຮອດ​ໃສ​ແລ້ວ :

ຖະໜົນຫລວງຕໍ່ໜ້າ ປະຕູໄຊ Arc de Triomphe, Champs-Elysees.
ຖະໜົນຫລວງຕໍ່ໜ້າ ປະຕູໄຊ Arc de Triomphe, Champs-Elysees.

ລິງໂດຍກົງ


ທ່ານ​ກ່ອງ​ປະກັນ ຈະ​ດຳ​ເນີນ​ອາຊີບ​ນີ້​ໄປ​ອີກ​ດົນ​ປານ​ໃດ?

ຊາວຝຣັ່ງ ມັກນັ່ງດຶ່ມກາເຟ ຢູ່ຂ້າງຖະໜົນຫລວງ
ຊາວຝຣັ່ງ ມັກນັ່ງດຶ່ມກາເຟ ຢູ່ຂ້າງຖະໜົນຫລວງ

ລິງໂດຍກົງ

ຈຸດສຳຄັນແຫ່ງນຶ່ງ ຂອງ ນະຄອນຫລວງປາຣີ
ຈຸດສຳຄັນແຫ່ງນຶ່ງ ຂອງ ນະຄອນຫລວງປາຣີ


ນັ້ນ​ແມ່ນການ​ສຳພາດ ທ່ານ​ກ່ອງ​ປະກັນ ຣາຊພົນ ຄົນ​ຂັບ​
ລົດ​ຕັກ​ຊີ ທີ່​ນະຄອນ​ຫລວງປາຣີ ປະ​ເທດ​ຝຣັ່ງ. ກະລຸນ​າຕິດ​
ຕາມຟັງ ອ່ານ ​ເບິ່ງ​ຮູບພາບ ​ແລະ​ລາຍລະອຽດ​ເພີ້​ມ​ເຕີມ​ໄດ້
ທີ່ lao.voanews.com

XS
SM
MD
LG