ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດອັກຄີໄພ ຮ້າຍແຮງ ທີ່ວັດພຸດທາຣາມ ເມືອງ Fort Smith ລັດ Arkansas


ວັດລາວພຸດທາຣາມ ເມືອງ Fort Smith ລັດ Arkansas ກ່ອນເກີດ ອັກຄີໄພ.
ວັດລາວພຸດທາຣາມ ເມືອງ Fort Smith ລັດ Arkansas ກ່ອນເກີດ ອັກຄີໄພ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ລາວ ປະ​ຈຳວັນ​ພະຫັດ​ມື້​ນີ້
ຈະ​ນຳພາ​ທ່ານ​ຟັງ​ການ​ສຳພາດ ທ່ານ​ຄຳ​ຜ່ານ ​ເພັງ​ສຸວັນນະ​ວົງ
ຮອງ​ປະທານ​ວັດ​ພຸດທາຣາມ ທີ່​ເມືອງ​ Fort Smith ລັດ Arkan-
sas​. ໃນ​ຕອນ​ທ່ຽງຄືນ ວັນ​ພຸດ ທີ່ 4 ​ເດືອນ​ມີນາ ທີ່​ຜ່າ​ນມາ​ນີ້ ​ໄດ້
​ເກີດ​ອັກຄີ​ໄພ ເຮັດ​ໃຫ້​ສາລາໂຮ​ງທຳ​ບ່ອນ​ປະ​ກອບ​ພິທີ່​ທາງ​ສາ
ສະໜາ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ອັນ​ເປັນສາ​ເຫດຂອງ
ການ​ມໍລະນະ​ພາບພະ​ພິຂຸ​ສົງອາຈານ​ສຸພັນ ຈັນທະ​ສາ​ໂລ ອິນ​ທະ
ລັງ​ສິນ ອາຍຸ 68 ປີ ທີ່ບວດມາ​ໄດ້ 15 ພັນ​ສາ.ຄວາ​ມ​ເປັນ​ມາຂອງ
​ການ​ສ້າງວັດ ​ແລະ​ກໍ່​ຕັ້ງ​ປະຊາ​ຄົມ​ລາວ-ອາ​ເມຣິກັນ ຢູ່​ໃນຂົງ​ເຂດ
ແຫ່ງ​ນີ້​ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ວັນ ຈະ​ນຳ​ເລື້ອງ​ນີ້​ມາສະ​ເໜີທ່ານ
​ໃນອັນ​ດັບ​ຕໍ່​ໄປ.

ສະ​ບາຍ​ດີທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ລາຍ​ການ​ຊີ​ວິດ​ຊາວ​ລາວມື້​ນີ້ ຈະນຳ​ພາ​ທ່ານ​ໄປ​ຖາມ​ຂ່າວ
ພີ່​ນ້ອງ​ເຊື້ອ​ຊາດ​ລາວ-ອາ​ເມ​ຣິ​ກັນ ຢູ່​ທີ່​ເມືອງ Fort Smith ລັດ Arkansas ຕັ້ງ​ຢູ່ພາກ​ກາງ
​ຕອນ​ໃຕ້​ຂອງ ສ​ະ​ຫະ​ລັດ. ໃນ​ຕອນທ່ຽງ​ຄືນວັນວັດ​ພຸດ ​ທີ່ 4 ​ເດືອນ​ມີນາ ທີ່​ຜ່ານ​ມາ​ນີ້ ໄດ້​ເກີດໄຟ​ໄໝ້​ຫໍແຈກຢູ່​ ວັດພຸດ​ທາ​ຣາມ ເຫດການ​ດັ່ງກ່າວ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍກວ່າ
​ສອງ​ແສນ​ໂດ​ລາ ພ້ອມ​ດ້ວຍ​ພະ​ພິ​ຂຸ​ສົງ​ອົງ​ນື່ງ​ໄດ້​ເຖິງ​ແກ່​ມໍລະນະ​ພາບ.

ຫໍແຈກ ສາລາໂຮງທຳ ທີ່ຖືກອັກຄີໄຟ ທັງໝົດ
ຫໍແຈກ ສາລາໂຮງທຳ ທີ່ຖືກອັກຄີໄຟ ທັງໝົດ

ວັດລາວພຸ​ດ​ທາ​ຣາມ ​ແມ່ນ​ວັດ​ນຶ່ງໃນ​ຈຳນວນ​ຮ້ອຍກວ່າ​ວັດສາ​ສະ​
ໜາ​ພຸດ ຂ​ອງ​ປະ​ຊາ​ຄົມລາວ​-ອາ​ເມ​ຣິ​ກັນ ​ຢູ່ໃນ​ສະ​ຫະ​ລັດ ຊືຶ່ງເປັ​ນ
ວັດ​ເກົ່າ​ແກ່​ແຫ່ງ​ນຶ່ງ ​ແລະເປັນວັດ​ໃຫຍ່ໃນຈຳນວ​ນ​ສີ່​ວັດໃນ​ເຂດ​
ເມືອງ Fort Smith ລັດ Arkansas. ຂົງ​ເຂດ​ແຫ່ງ​ນີ້​ເປັນ​ທີ່​ຕັ້ງ​ຂອງ
ປະຊາ​ຄົມອົບ​ພະຍົບລາວ ຫລັງ​ຈາກ​ປີ 1975 ປັດ​ຈຸ​ບັນ​ນີ້ມີ​ປະຊາ
ກອນ​ລາວ-ອາ​ຣິກັນ ຢູ່ປະມານ ສິບກວ່າ​ພັນຄົນ ສ່ວນ​ໃຫຍ່ພາກັນ
ປະ​ກອບ​ວິ​ຊາ​ອາ​ຊີບ ​ຢູ່​ໂຮງ​ງານ​ປາດ​ຊີ້ນ​ໄກ່ ​ຈຳນວນ​ນຶ່ງມີ​ຟາມ​ໄກ່​
ເປັນ​ຂອງ​ຕົນ​ເອງ ແລະນອກ​ນັ້ນປະ​ກອບ​ອາຊີບ​ອຶ່ນໆ. ບ່ອນໃດ
​ເປັນ​ທີ່​ຕັ້ງ​ປະຊາ​ຄົມ​ລາວບ່ອນ​ນັ້ນ​ກໍ​ແມ່ນ​ຈະ​ມີ ວັດພຸດທະ​ສາສະ
ໜາ​ເປັນ​ທີ່​ພັກ​ພິງ​ໃຈ​ຂອງ​ຊາວ​ລາວ​ຢູ່​ໃນ ສະຫະລັດ ແລະ ຢູ່​ທົ່ວ​ໂລກ ຕັ້ງເປັນ​ບ່ອນປະ
ກອບພິ​ທີ​ທາງ​ສາ​ສະ​ໜາ ​ແລະສູນ​ກາງເຕົ້າ​ໂຮມ ​ແລະ​ຈັດ​ງານ​ສຳຄັນ​ຂອງສັງ​ຄົມ.

ຢູ່​ໃນ​ສະຫະລັດ ​ໃນແຕ່ລະ​ປີ ວັດ​ວາ​ອາ​ຮາມ ​ໂບດ ຫລື​ວິຫານ ບໍ່​ວ່າ​ຈະ​ເປັນ​ສາ​ສະ​ໜາ​
ໃດ​ໆກໍ​ຕາມ ຈະ​ຫລີກ​ລ່ຽງຈາກ​ໄພ​ພິ​ບັດ​ບໍ່​ໄດ້​ ເຊັນ​ວ່າ ​ເກີີດແຜ່ນ​ດິ​ນ​ໄຫ​ວ ນ້ຳ​ຖ້ວມ ຖືກ​
ລົມ​ຫົວ​ກຸດ​ພັດ​ທຳ​ລາຍ ແລະ​ເກີດ​ອັກຄີ​ໄພ ເຫລົ່າ​ນີ້​ເປັນ​ຕົ້ນ. ຢູ່​ໃນພື້ນ​ທີ່ ວັດ​ລາວພຸດທາ
ຣາມ ດັ່ງກ່າວ​ນີ້ ປະ​ກອບ​ມີ​ຫໍແ​ຈກ ສີມ ແລະ​ຫໍ​ກອງ. ​ຜ່ານ​ມາ ຈຸດບ່ອນ​ປຸກ​ສ້າງຫໍ​ແຈກ
ບ່ອນ​ປະກອບ​ພິທີ​ທາງ​ສາສະໜາ​ດັ່ງກ່າວ​ນີ້ ໄດ້​ປະ​ສົບ​ກັບ​ໄພພິບັດ​ເຖິງສາມ​ຄັ້ງແລ້ວ ​
ເຊັນ​ວ່າ ຖືກ​ລົມ​ຫົວ​ກຸດ​ພັດ​ທຳ​ລາຍ​ໃນ​ປີ 1996 ຕໍ່​ມາ​ໄດ້​ເກີດໄຟ​ໄໝ້​ໃນ​ປີ 1997 ແລະ​
ເທຶ່ອ​ສຸດ​ທ້າຍ​ນີ້ໄດ້​ເກີດ​ອັກ​ຄິີໄພອີກເປັນ​ຄັ້ງ​ທີສອງ ໃນ​ວັນ​ພຸດ ທີ 4 ເດືອນ​ມີນາ ທີ່​ຜ່ານ
​ມາແລະເຮັດ​ໃຫ້​ພະ​ພິຂຸ​ສົງ​ອົງ​ນຶ່ງ​ໄດ້​ເຖິງ​ແກ່ມໍລະນະ​ພາບ. ​

ພຣະອາຈານສະຫວ່າງ (ຊ້າຍ) ແລະພະອາຈານສຸພັນ (ຂວາ)
ພຣະອາຈານສະຫວ່າງ (ຊ້າຍ) ແລະພະອາຈານສຸພັນ (ຂວາ)

ພະພິຂຸ​ສົງ​ອົງ​ດັ່ງກ່າວມີຊື່ວ່າ ​ອາຈານ​ສຸພັນ ຈັນທະ​ສາ​ໂລ
(ອິນ​ທະລັງ​ສິນ) ​ເກີດ​ເມຶ່ອວັນ​ທີ່ 5 ​ເມສາ ປີ 1946 ທີ່​ບ້ານ​ເຊ
ຕາແສງ​ໜອງ​ຈັນ ​ເມືອງ​ຈຳ​ພອນ ​ແຂວງສະຫວັນ​ນະ​ເຂດ.
ທ່ານແມ່ນ​ອະດີດນາຍຈ່າ​ເອກ ທະຫານ​ໝໍ ແຫ່ງອະດີດພະ
ລາດ​ຊະ​ອານາຈັກ​ລາວ​. ​ໃນປາງ​ສົງຄາມ​ທ່ານ​ໄດ້ປະຕິບັດ​
ງານ​ສູ້​ລົບ​ຢູ່​ແນວ​ໜ້າທີ່ເມືອງນຳ້ບາກ ​ແຂວງ​ຫລວງ​ພະ​ບາງ.
​ໃນ​ປີ 1967 ທ່ານ​ໄດ້​ຖືກ​ຄະນະ​ແນວ​ລາວ​ຮັກ​ຊາດ ຈັບເປັນ
​ຊະ​ເລີ​ຍ​ເສິກ​ ​ແລະ​ໄດ້​ກັກ​ຂັງ​ໄວ້​ເປັນ​ເວລາ ກວ່າ 10 ປີ. ​ໃນ​
ຂະນະ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ ຄະນະ​ແນວ​ລາວ​ຮັກ​
ຊາດ​ນັ້ນ ທ່ານ​ໄດ້ຊ່ວຍປິ່ນປົວ ທະຫານ​ແນວ​ລາວ. ຫລັງ​ຈາ​ກສົງຄາມ​ໄດ້​ສິ້ນ​ສຸດ​ລົງ​ໃນ
ປີ 1975 ທ່ານສຸພັນ ​ໄດ້ຖືກ​ປົດ​ປ່ອຍຄືນເມື່ອ​ຫາ​ຄອບຄົວ ​ແລະ​ຕໍ່​ມາໄດ້​ເດີນທາງ​ເຂົ້າ​
ມາຢູ່ສະຫະລັດ ​ໃນ​ປີ 1986. ທ່ານ​ມີພັນ​ລະ​ຍາ​ ​ແລະລູກ​ສີ່​ຄົນ. ​ໃນ​ປີ 2000 ທ່ານໄດ້
ຕັດສິນໃຈ​ເຂົ້າ​ບວດ​ເປັນ​ພະ​ພິຂຸສົງ​ ຢູ່ທີ່​ວັດ​ພຸດທາຣາມ ​ເມືອງ Fort Smith ລັດ Ar-
kansa ອັນ​ເປັນ​ເວລາທັງ​ໝົດ 15 ພັນ​ສາ​ ແລະໄດ້ເຖິງ​ແກ່ມໍລະນະ​ພາບ ໃນ​ວັນ​ພຸດ
ທີ 4 ​ເດືອນ​ກຸມພາ ຍ້ອນ ​ອັກ​ຄີ​ໄພ.

ທ່ານ​ຄຳ​ຜ່ານ ເພັງ​ສຸ​ວັນນະ​ວົງ ຮອງ​ປະ​ທານ ວັດ​ພຸດ​ທະ​ຣາມ ໄດ້​ໃຫ້​ສຳ​ພາດ​ກັບ ວີ​ໂອ​ເອ ກ່ຽວ​ກັບຊີວິດຄວາມ​ເປັນ​ມາ​ຂອງ​ທ່ານ ​ແລະບັນຍາກາດ​ສິ່ງ​ແວດ​ລ້ອມ ​ຂອງ​ປະຊາ​ຄົມ​ລາວ
ທີ່​ເມືອງ Fort Smith ດັ່ງ​ນີ້ :

ທ່ານຄຳຜ່ານ ເພັງສຸວັນນະວົງ ຮອງປະທານ ວັດພຸດທາຣາມ
ທ່ານຄຳຜ່ານ ເພັງສຸວັນນະວົງ ຮອງປະທານ ວັດພຸດທາຣາມ

ທ່ານ​ຄຳ​ຜ່ານ ​ໄດ້​ເລົ່າຄວາມ​ເປັນມາ​ເບື້ອງ​ຕົ້ນ​ຂອງ​ການ​ສ້າງ ວັດລາວ​ພຸດທາຣາມ ດັ່ງ​ນີ້ :

ຮູບພາບຫໍແຈກ ສາລາໂຮງທຳ ກ່ອນເກີດອັກຄີໄພ
ຮູບພາບຫໍແຈກ ສາລາໂຮງທຳ ກ່ອນເກີດອັກຄີໄພ

ກ່ຽວ​ກັບ​ເຫດອັກຄີ​ໄພນັ້ນ ທ່ານ​ຄຳ​ຜ່ານ ບໍ່​ສາມາດ​ບອກສາ​ເຫດໄດ້​ຢ່າງ​ເປັນ​ທາງ​ການ
​ເນື່ອງ​ຈາກ​ວ່າ​ ປັດ​ຈຸ​ບັນ​ນີ້ຍັງ​ຢູ່​ພາຍ​ໃຕ້​ການ​ສື​ບສວນ ຂອງເຈົ້າ​ໜ້າ​ທີ່​ລັດ ​ແລະ​ບໍລິສັດ
​ປະກັນ​ໄພ​. ອ້າງ​ອີ​ງຕາມການ​ສຳພາດ ​ແລະ​ຄຳໃຫ້ການ​ຂອງ​ບັນດາສະມາ​ຊິກ​ວັດພຸດ
​ທາຣາມ ​ແລະ​ຜູ້​ເຫັນ​ເຫດການແມ່ນ​ວ່າ ໃນ​ຄຳ່​ຄືນ​ຂອງ​ວັນພຸດ​ທີ 4 ​ເດືອນມີນາ ທີ່​ຜ່ານ​
ມາ​ນີ້​ໄດ້​ເກີ​ດ ​ມີ​ຝົນ​ຕົກ​ເປັນນ້ຳກ້ອນ ຫລື sleet ຊຶ່ງເປັນ​ເມັດ​ນ້ຳກ້ອນ​ນ້ອຍໆ ປະກອບ
​ດ້ວຍອາກາດ​ໜາວຈັດ ​ເຮັດ​ໃຫ້ການໄປມາຫາສູ່​ກັນລຳບາກ. ​ຊຶ່ງຕາມປົກກະຕິ​ແລ້ວ ຢູ່​
ວັດ​ພຸດ​ທາຣາມ ​ແຫ່ງ​ນີ້ມັກ​ຈະ​ມີສະມາຊິກຈຳນວນ​ນຶ່ງ​ມາ​ເຕົ້າ​ໂຮມ​ຫລີ້ນ​ກິລາ​ຢູ່​ທີ່​ວັດ ​
ແຕ່​ວ່າຄ່ຳ​ຄືນ​ນີ້ ມີ​ແຕ່​ອາຈານສຸພັນ ຈັນທະ​ສາ​ໂລ ອິນ​ທະລັງ​ສິນ ອົງ​ດຽວ​ທີ່​ນອນ​ຢູ່ ສາ
ລາ​ໂຮງ​ທຳ. ອັກ​ຄີ​ໄພ ​ໄດ້​ເກີດ​ຂື້ນປະມານ 11 ​ໂມງ​ກາງຄືນ ​ຊາ​ວບ້ານ​ຄົນ​ນຶ່ງທີ່ຢູ່ໃກ້​ໄດ້
​ເຫັນ​ໄຟ​ໄໝ້ ​ແລ້ວ​ຮ້ອງ​ລົດ​ດັບ​ເພີງ​ມາມ​ອດ ​ແຕ່ກ​ວ່າ​ ລົດ​ດັບ​ເພີງ​ມາ​ເຖິງ​ບ່ອນ​ເກີດ​ເຫດ
​ໄຟ​ໄດ້​ໄໝ້​ສາລາ​ຫໍ​ແຈກ​ ເກືອ​ບທັງ​ໝົດ​ແລ້ວ​ ແລະບໍ່ສາມາດ​ຄວບ​ຄຸມ​ອັກຄີ​ໄພ​ໄວ້​ໄດ້.
ທ່ານຄຳ​ຜ່ານ ​ໄດ້ເລົ່າ​ເຫດການ​ຕອນ​ນີ້​ວ່າ :

ຫ້ອງນອນ ອາຈານສຸພັນ ຈັນທະສາໂລ ອິນທະທັງສິນ
ຫ້ອງນອນ ອາຈານສຸພັນ ຈັນທະສາໂລ ອິນທະທັງສິນ

ອັກຄີ​ໄພຄັ້ງ​ນີ້ ​ທີ່ໄດ້ສ້າງ​ຄວາມ​ເສຍ​ຫາຍ​ແກ່ ຊັບ​ສົມບັດຂອງ​ວັດ ​ແລະ​ເອົາ​ພະ​ພິຂຸ​ສົງ​ນຶ່ງ​ອົງ​ໄປ​ນັ້ນ ໄດ້​ນຳ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາສູ່ ປະຊາ​ຄົມ​ລາວ-ອາ​ເມຣິກັນ ທີ່ຢູ່​ໃກ້ ​ແລະ​ໄກ. ພິທີ​ຊາ​ປະນາ​ກິດ​ສົບ​ ອາຈານ ສຸພັນ ຈັນທະ​ສາ​ໂລ ອິນ​ທະລັງ​ສິນ ຈະຈັດ​ຂື້ນ​ໃນ​ເວລາ 1:00 ໂມງ ​ວັນ​ເສົາ ທີ່​ 4 ​ເດືອນ​ເມສາ ທີ່​ຈະ​ມາ​ເຖິງ​ນີ້ ຢູ່​ທີ່ ສະ​ໂມ​ສອນ​ສະມາຄົມ​ຊາວ​ພຸດ ​ເມືອ​ງ Ft. Smith ທີ່ ລັດ Arkansas.

ຫໍແຈກ ສາລາໂຮງທຳ ທີ່ຖືກອັກຄີໄພ ຢ່າງຮາບຄາບ
ຫໍແຈກ ສາລາໂຮງທຳ ທີ່ຖືກອັກຄີໄພ ຢ່າງຮາບຄາບ

ຄະນະເຈົ້າ​ໜ້າ​ທີ່ ວີ​ໂອ​ເອ ພາກ​ພາສາ​ລາວ ພ້ອ​ມດ້ວຍ​ບັນດາ
ຊາ​ວພຸດ ຜູ້​ມີ​ຄວາມ​ເຫລື້​ອມ​ໃສ​ຕໍ່ພຸດສາສະໜາ ຂໍ​ສະ​ແດງ​ຄວາມ
​ເສົ້າ​ສະຫລົດ​ໃຈ ມາ​ຍັງ​ຄອບຄົວ ພະ​ອາຈານສຸພັນ ຈັນທະ​ສາ​ໂລ
ອິນ​ທະລັງ​ສິນ ກໍ​ຄື​ຄະນະ​ກໍ​າມະ​ການ​ວັດ ພຸດ​ທາຣາມ ​ແລະ​ປະຊາ​
ຄົມ​ລາວ-ອາ​ເມຣິກັນ ​ເຂດ​ເມືອງ Fort Smith ​ໃນ​ຄັ້ງ​ນີ້​ດ້ວຍ. ​ພ້ອມ
​ນີ້ຂໍ​ວິ້ງ​ວອນໃຫ້​ດວງ​ວິນ​ຍານ ຂອງ ພະ​ອາຈານສຸພັນ ຈັນທະ​ສາ​ໂລ
ອິນ​ທະລັງ​ສິນ ຈົ່ງ​ໄປ​ສູ່​ຂະ​ຕິ​ພົບ​ດ້ວຍ​ເຖີດ.

ທ່ານຜູ້ໃດມີສັດທາ ຢາກກິນທານນຳ ອາຈານສຸພັນ ຈັນທະສາໂລ ອິນທະທັງສິນ ແລະ ໂມທະນາ ບຸຣະນະສ້ອມແປງ ວັດພຸດທາຣາມ ກະລຸນາສົ່ງປັດໄຈແລະຕິດຕໍ່ໄດ້ດັ່ງຕໍ່ລົງ ໄປນີ້ :

Lao Buddhist Association

Activity Center

3317 North 23rd Street

Fort Smith, Arkansas 72904

XS
SM
MD
LG