ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ທ່ານແຄວິນ ກອງສະມິດ ພໍ່ຄ້າຂາຍກາເຟ ທີ່ປະສົບຜົນສຳເລັດ ຢູ່ລັດວໍຊິງຕັນ


ທ່ານແຄວິນ ແລະຍານາງໃຈ ກອງສະມິດ ເຈົ້າຂອງຮ້ານຂາຍ ກາເຟ KSJ ທີ່ນະຄອນແວນຄູເວີ ລັດວໍຊິງຕັນ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳ ແລງວັນພະຫັດ
ມື້ນີ້ ເຮົາຈະນຳພາ​ທ່ານ​ໄປຢ້ຽມຢາມ ທ່ານ​ແຄ​ວິນ ກອງ​ສະ​ມິດ ນັກທຸລະກິດ​ຂາຍກາ​ເຟ
​ແລະ​ນໍ້າຊາ​ຫວານ ທີ່​ເມືອງແວນ​ຄູ​ເວີ ລັດວໍຊິງຕັນ ທາງ​ເໜືອ​ສຸດ ​ຂອງ ສະຫະຫະລັດ.
ທ່ານ​ແຄ​ວິນ ​ແມ່ນ​ລູກບ້ານ​ຫລານ​ເມືອງ​ປາກ​ເຊ ມີ​ພອນສະຫວັນ​ດ້ານ​ຄ້າຂາຍ ທີ່ມີ​ເຊື້ອ
ສາຍ​ຕໍ່​ເນື່ອງ​ມາ​ຈາກ​ຄອບຄົວ. ທ່ານ​ແຄ​ວິນ​ໄດ້​ປະກອບວິຊາ​ອາຊີບ ​ຢ່າງ​ອື່ນ​ມາ​ກ່ອນ​
ແລ້ວ ແຕ່​ໄດ້​ຕັດສິນ​ໃຈ​ມາ​ເຮັດ​ການ​ຄ້າ​ສ່ວນ​ໂຕຢ່າງ​ໄດ້ຮັບຜົນສຳ​ເລັດ. ສ່ວນວ່າຄວາມ
​ເປັນ​ມາ​ ຂອງທ່ານ​ແຄວິນ ​ເປັນຢ່າງໃດນັ້ນ​ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ເຄື່ອງຈັກປະສົມກາເຟ.
ເຄື່ອງຈັກປະສົມກາເຟ.

ລິງໂດຍກົງ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ​ຈະ​ນຳພາ​ທ່ານ​ໄປໂອ້​ລົມ​ກັບທ່ານ​ແຄ​ວິນ
ກອງ​ສະ​ມິດ ນັກທຸລະກິດ​ຕັ້ງ​ຮ້ານຂາຍ​ກາ​ເຟ ​ແລະ​ເຄື່ອງ​ດື່ມ​ຊາຫວານ​ເຢັນ​ທີ່​ຮ້ອງວ່າ
Bubble Tea ​ເປັນ​ຮ້ານ​ນ້ອຍໆ​ຕັ້ງ​ຢູ່​ໃນ​ສະໜາມກິລາ​ຂອງ​ເມືອງ​ແວນ​ຄູ​ເວີ ລັດ​ວໍຊິງ
ຕັນ ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ສະຫະລັດ ທີ່​ໄດ້ບໍລິການປະຊາ​ຄົມຢູ່
ແຖວນັ້ນມາ​ ຢ່າງ​ເປັນ​ຜົນສຳ​ເລັດໄດ້ແປດ​ປີ​ແລ້ວ.

ກາ​ເຟແມ່ນ​ເຄື່ອງ​ດື່ມ​ສາກົນຍອດ​ນິຍົມຂອງ ຊາວ​ຢູ​ໂຣບ ​ອາ​ເມຣິກາ ​ແລະ​ອື່ນໆ ​ທີ່​ປະ
ຊາຊົນ​ໂລກພາກັນດື່​ມຢູ່​ຕະຫລອດ​ ​ແລະມີ​ຮ້ານ​ຂາຍ​ກາ​ເຟຢູ່​ຕາມ​ເຂດເມືອງຕ່າງໆທີ່
​ເປັນ​ບ່ອນ​ຊຸມນຸມ​ເຕົ້າ​ໂຮມ​ກັນ. ນອກຈາກ​ນັ້ນ​ຢູ່​ຕາມ​ໂຮງການ ​ແລະ​ບໍລິສັດ​ການ​ຄ້າ​ທີ່​
ສຳຄັນ ​ກໍ​ມີ​ກາ​ເຟ​ໄວ້​ຕ້ອນຮັບ​ແຂກ ​ແລະ​ພະ​ນັກ​ງານ​ດື່ມ​ກັນ​ຢ່າງ​ບໍ່​ຂາດ. ການ​ດື່ມກາ​ເຟ​
ມີ​ຄວາມ​ແຕກ​ຕ່າງກັນ​ໄປ​ກັບປະ​ເພ​ນີຂອງໃຜລາວ​ເຊັ່ນວ່າ ປະ​ເທດ​ເອ​ເຊຍນິຍົມ​ການ
ດື່ມ​ກາ​ເຟ​ຮ້ອນ​ໃນຍາມ​ຕອນ​ເຊົ້າ ໃສ່​ນໍ້ານົມ​ຂຸ້ນ ມາ​ຈາກ​ກະ​ປອງ ຫລື​ໃສ່​ຄຣີມກາ​ເຟ
ນໍ້າຕານ ​ແລະ​ກາ​ເຟ​ເຢັນ​ໃສ່​ນໍ້າກ້ອນ ຄົນ​ເອ​ເຊຍ​ສ່ວນ​ໃຫຍ່​ ຈະ​ບໍ່​ມັກ​ດື່ມ​ກາ​ເຟດໍາ​ລ້າໆ.
​ແຕ່​ວ່າ​ສ່ວນ​ໃຫຍ່​ຂອງ​ຊາວຢູ​ໂຣບ ​ແລະ​ອາ​ເມຣິກາ ​ເຂົາ​ເຈົ້າມັກ​ດື່ມ​ກາ​ເຟຮ້ອນ ​ທີ່​ບໍ່
​ປະສົມ​ກັບຫຍັງ​ໝົດ ຫລື​ໃສ່​ແຕ່​ຄຣີມ ​ແລະ​ນໍ້າຕານໜ້ອຍ​ນຶ່ງ​ເທົ່າ​ນັ້ນ.

ທ່ານ​ແຄວິນ ກອງ​ສະ​ມິດ ​ແມ່ນ​ລູກບ້ານ​ຫຼານ​ເມືອງ​ປາກ​ເຊ ທ່ານ​ສຳ​ເລັດ​ການ​ສຶກສາ​ຂັ້ນ​ປະລິນຍາ​ຕີ B.A in Leadership & Ministry ຈາກ​ມະຫາວິທະຍາ​ໄລ Multnomah,
ຊຶ່ງ​ເປັນມະຫາວິທະຍາໄລຄິຣສຕຽນ ທີ່ເກົ່າແກ່ແຫ່ງນຶ່ງ ຕັ້ງ​ຢູ່ພາກ​ຕາ​ເວັນ​ຕົກ​ສຽງເໜືອ
​ຂອງ​ນະຄອນ​ພອດ​ແລນ ​ລັດ​ອໍຣິກັນ. ທ່ານ​ແຄ​ວິນ ​ໄດ້​ປະກອບ​ວິຊາ​ອາຊີບ​ຫຼາຍ​ຢ່າງມາ
ກ່ອນ ແຕ່​ບໍ່​ມັກຫຼັງ​ຈາກ​ນັ້ນທ່ານ ​ແລະ​ພັນ​ລະຍາ ຍານາງ​ໃຈ ຈຶ່ງໄດ້​ຕັດສິນ​ໃຈ​ ມາເຮັດ​
ທຸລະ​ກິດ​ເປີດ​ຮ້ານ​ຂາຍ​ກາ​ເຟ​ເປັນ​ຂອງ​ໂຕ​ເອງ ຊຶ່ງ​ທ່ານແຄ​ວິນໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ເຄື່ອງດື່ມເຢັນ.
ເຄື່ອງດື່ມເຢັນ.

ລິງໂດຍກົງ

ທ່ານແຄ​ວິ​ນມີ​ເຊື້ອ​ສາຍມາ​ຈາກ​ຄອບຄົວ​ນັກທຸລະກິດ ​ເພາະສະ​ນັ້ນທ່ານຈຶ່ງ​ມີ​ປະສົບ​
ການຈາກ​ການ​ສັງ​ເກດ ​ແລະ​ຮຽນ​ຮູ້​ດ້ວຍ​ຕົນ​ເອງທາງ​ດ້ານ​ເຮັດ​ທຸລະ​ກິດ​. ທ່ານ​ໄດ້​ກ່າວ
​ເຖິງ​ລາຍ​ໄດ້ທີ່​ນຳ​ເຂົ້າສູ່​ຄອບຄົວ ​ຊະນິດກາ​ເຟທີ່​ທ່ານ​ບໍລິການ ​ແລະການ​ດື່ມກາ​ເຟ
ດັ່ງ​ນີ້:

ພາຍໃນຮ້ານ.
ພາຍໃນຮ້ານ.

ລິງໂດຍກົງ

ຮ້ານ​ຂາຍ​ກາ​ເຟຂອງ​ທ່ານ​ແຄ​ວິນ ​ເປັນ​ຮ້ານ​ນ້ອຍໆ ຕັ້ງ​ຢູ່​ໃນສະໜາມກິລາ​ຂອງ​ນະຄອນ
​ແວນ​ຄູ​ເວີ ​ທີ່ເປັນບ່ອນ​ເຕົ້າ​ໂຮມ​ຂອງ​ປະຊາ​ຄົມ ​ແຂກ​ຄົນທີ່​ມາທ່ຽວ​ເບິ່ງ​ການ​ແຂ່ງຂັນ​ກິ
ລາ ​ແລະ​ລາຍການ​ອື່ນໆຢູ່ຕະຫຼອດ. ນອກຈາກ​ຂາຍ​ກາ​ເຟ​ແລ້ວ ​ກໍ​ມີເຄື່ອງ​ດື່ມ ທີ່​ເປັນ​
ຂອງ​ຫວານ​ອື່ນໆ ຊຶ່ງ​ທ່ານ​ໄດ້​ອະທິບາຍ​ເຖິງ​ລາຄາ​ການຂາຍ​ກາ​ເຟຂອງ​ທ່ານດັ່ງ​ນີ້:

ກາເຟ.
ກາເຟ.

ລິງໂດຍກົງ

ທ່ານ​ແຄ​ວິນ ​ແລະ​ພັນ​ລະ​ຍາ ຍານາງ​ໃຈ ກອງ​ສະ​ມິດ ​ໄດ້​ປະກອບ​ວິຊາ​ອາຊີ​ບຂາຍ​ກາ​ເຟມາດ້ວຍ​ຄວາມ​ພາກພູມໃຈ ​ແລະ​ມີ​ຄວາມມ່ວນ​ຊື່ນ ທີ່​ໄດ້​ພົບໜ້າພໍ້​ຕາບັນດາ​ລູກ​ຄ້າ​
ຕ່າງໆ​ໃນ​ແຕ່​ລະ​ມື້. ທ່ານ​ໄດ້​ກ່າວ​ມ້ວນທ້າຍ​ເຖິງ​ຄວາມມັກ​ຮັກກັບ​ໜ້າ​ທີ່​ວຽກການ​ດັ່ງ​ນີ້:

ກາເຟເຢັນ.
ກາເຟເຢັນ.

ລິງໂດຍກົງ

ຢູ່​ໃນ​ສະຫະລັດອາ​ເມຣິກາ ທຸກໆ​ໜ້າທີ່​ວຽກ​ການແມ່ນ​ມີ​ຄວາມສຳຄັນ ດັ່ງ​ໂຕ​ຢ່າງ​ການ
​ເຮັດ​ທຸລະ​ກິດຮ້ານ​ຂາຍ​ກາ​ເຟ​ເປັນ​ຂອງ​ຕົນ​ເອງ ​ເປັນ​ນາຍ​ຂອງ​ຕົນ​ເອງ ​ແລະ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ຕົນ​ເອງ. ​ທ່ານແຄ​ວິນ ​ແລະ​ຍານາງ​ໃຈ ພ້ອມ​ດ້ວຍ​ພວກ​ລູກ​ສາວ​ນ້ອຍ​ໄດ້​ພາກັນຫາ​ຢູ່​ຫາ​ກິນ​ດ້ວຍ​ຄວາມດຸ​ໝັ່ນ​ມ່ວນ​ຊື່ນ ​ແລະ​ສ້າງ​ລາຍ​ໄດ້ດີມາສູ່​ຄອບຄົວຢ່າງ​
ໜ້າ​ພາກພູມ​ໃຈ.

ທ່ານແຄວິນ ກອງສະມິດ ເຈົ້າຂອງຮ້ານຂານກາເຟ KSJ.
ທ່ານແຄວິນ ກອງສະມິດ ເຈົ້າຂອງຮ້ານຂານກາເຟ KSJ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG