ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ​ໄກ​ເພັດ ອິນ​ທິ​ສອນ ອະ​ດີດ​ນັກ​ລົບ​ເກົ່າ​ ຊຶ່ງ​ໃນປັດ​ຈຸ​ບັນ ​ເປັນ​​ຜູ້​ຊ່ຽວ​ຊານ ​ດ້ານ IT


ທ່ານ​ໄກ​ເພັດ ອິນ​ທິ​ສອນ ​ນັກ​ລົບ​ເກົ່າ​ສະ​ໄໝ​ສົງຄາມ ອີ​ຣັກ ຊຶ່ງ​ໃນ​ປັດຈຸ​ບັນ​ນີ້ ​ເປັນ​ຜູ້​ຊ່ຽວ​ຊ້ານ ​ດ້ານ IT ໃຫ້​ແກ່​ບໍ​ລິ​ສັດ​ເອກ​ກະ​ຊົນ​.
ທ່ານ​ໄກ​ເພັດ ອິນ​ທິ​ສອນ ​ນັກ​ລົບ​ເກົ່າ​ສະ​ໄໝ​ສົງຄາມ ອີ​ຣັກ ຊຶ່ງ​ໃນ​ປັດຈຸ​ບັນ​ນີ້ ​ເປັນ​ຜູ້​ຊ່ຽວ​ຊ້ານ ​ດ້ານ IT ໃຫ້​ແກ່​ບໍ​ລິ​ສັດ​ເອກ​ກະ​ຊົນ​.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ລາຍ​ການ​ຊີ​ວິດ​ຊາວ​ລາວ​ໃນ​ຕ່າງ​ແດນ​ມື້​ນີ້ ເຮົາ​ຈະພາ
​ທ່ານ​ໄປ​ພົບ​ກັບ​ ທ່ານ​ໄກ​ເພັດ ອິນ​ທິ​ສອນ ​ນັກ​ລົບ​ເກົ່າ​ສະ​ໄໝ​ສົງຄາມ ອີ​ຣັກ ຊຶ່ງ​ໃນ​ປັດ
​ຈຸ​ບັນ​ນີ້ ​ເປັນ​ຜູ້​ຊ່ຽວ​ຊ້ານ ​ດ້ານ IT ໃຫ້​ແກ່​ບໍ​ລິ​ສັດ​ເອກ​ກະ​ຊົນ​. ທ່ານ​ໄກ​ເພັດ ແລະ​ຄອບ
​ຄົວ​ຕັ້ງ​ຖິ່ນ​ຖານ​ຢູ່​ນະ​ຄອນ​ຊິ​ຄາ​ໂກ ລັດ​ອິ​ລລິ​ນອຍ ທາງ​ພາກ​ກາງ​ຂອງ​ສະ​ຫະ​ລັດ. ​
ທ່ານ​ໄກ​ເພັດ ເປັນ​ຫົວ​ໜ້າຄອບ​ຄົວ ທີ່​ເຂັ້ມ​ແຂງ ມີ​ຄວາມຮັບ​ຜິດ​ຊອບ​ສູງແລະໜ້າ​ສັນ
​ລະ​ເສີນ. ​ອັນ​ດັບ​ຕໍ່​ໄປ ກິ່ງ​ສະ​ຫວັນ ຈະ​ນຳ​ການ​ສຳ​ພາດດັ່ງ​ກ່າວ ມາ​ສະ​ເໜີ​ທ່ານ​.

ສຸ​ພາ​ສິດ​ລາວ​ ໄດ້​ສອນ​ໄວ້​ວ່າ “ຊີ​ວິດ​ຄື​ການ​ຕໍ່​ສູ້ ສັດ​ຕູ​ຄື​ຢາ​ກຳ​ລັງ” ຊຶ່ງ​ໝາຍເຖິງ​ໃນ​
ຊີ​ວິດຂອງ​ຄົນ​ເຮົາ ເຖິງຈະ​ຍາກເທົ່າໃດ​ກໍຕ້ອງໃຫ້​ມີຄວາມ​ອົດ​ທົນ ​ແລະຄວາມ​ຍາກ
ລໍ​າ​ບາກ​ເຫລົ່າ​ນັ້ນ ຈະ​ນຳ​ມາສູ່​ຜົນ​ສຳ​ເລັດ​ໃນ​ບັ້ນ​ປາຍ.

ບັດ​ນີ້​ເຮົາ​ມາ​ເວົ້າ​ເຖິງ​ຊີ​ວິດ​ຄວາມ​ເປັນ​ມາ​ຂອງ​ທ່ານ​ໄກ​ເພັດ ອິນ​ທິ​ສອນ ເກີດ​ຢູ່​ແຂ​ວງ​
ສະ​ຫວັນ​ນະ​ເຂດ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ​ກັບ​ຄອບ​ຄົວ ​ໃນ​ປີ 1979 ຕັ້ງ​ແຕ່
ອາ​ຍຸໄດ້ 12 ປິ. ທ່ານ​ໄກ​ເພັດ ບໍ່​ແຕກ​ຕ່າງ​ກັບ​ບັນ​ດາ​ເຍົາ​ວະ​ຊົນ​ອາ​ເມ​ຣິ​ກັນເຊື້ອ​ສາຍ
​ລາວ​ທົ່ວໆ​ໄປ ທີ່​ໄດ້​ເຂົ້າມາ​ຕັ້ງ​ຖິ່ນ​ຖານ​ໃໝ່ໃນຊຸ​ມ​ປີ 1970. ​ເຂົາ​ເຈົ້າຕ້ອງ​ໄດ້ຜ່ານ​ກັບ
ບັນ​ຫາ​ການ​ຕັ້ງ​ຊີ​ວິດໃໝ່​ເກືອບ​ທຸ​ກດ້ານ ເຊັ່ນ​ວ່າພາ​ສາ ວັດ​ທະ​ນາ​ທຳ ແລະ​ສິ່ງ​ແວດ​
ລ້ອມ​. ຫຼັງ​ຈາກ​ທ່ານ​ໄກ​ເພັດ ສຳ​ເລັດ​ການ​ສຶກ​ສາ​ຂັ້ນ​ມັດ​ທະ​ຍົມປາຍໃນ​ປີ 1987 ແລ້ວ
ທ່ານໄດ້​ສະ​ໝັກເຂົ້າຮັບ​ໃຊ້​ເປັນ​ທະ​ຫານ​ມາ​ຣິນ (Marines) ຢູ່​ໃນກອງ​ທັບສະ​ຫະ​ລັດ
\ເປັນ​ເວ​ລາ​ສີ່​ປີ ​ເພື່ອປ້ອງ​ກັນ​ປະ​ເທດ​ຊາດ ທີ່​ໃຫ້​ຄວາມ​ອຸບ​ປະກາ​ລະແລະ​ເພື່ອ​ຈະ​ໄດ້
ຮັບທຶນ​ການ​ສຶກ​ສາ​ໄປ​ຮຽນ​ຕໍ່ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​.

ໃນ​ປີ 1991 ເວ​ລາ​ເກີດ​ສົງ​ຄາມ​ອີ​ຣັກ ທີ່​ມີ​ຊື່​ວ່າ​ “ພາ​ຍຸ​ລະ​ເລ​ຊາຍ” ຫຼື Desert Storm
ນັ້ນ ທ່ານໄກ​ເພັດ ​ກໍແມ່​ນ​ຜູ້​ນຶ່ງ ທີ່​ໄດ້ຖືກ​ສົ່ງ​ໄປສູ້​ລົບ​ຢູ່ແນວ​ໜ້າ. ເວ​ລາ​ນັ້ນ ທ່ານໄກ​ເພັດ
ສັງ​ກັດ​ຢູ່​ໜ່ວຍ​ສັງ​ເກດ​ການ​ເຄື່ອນ​ໄຫວຂອງ​ສັດ​ຕູ ຊຶ່ງ​ມີ​ໜ້າ​ທີ່​ລາຍ​ງານ​ຈຸດ​ຂອງ​ສັດ​ຕູ
​ບອກໃຫ້​ເຮືອ​ບິນ ແລະ​ກອງ​ປືນ​ໃຫຍ່ທຳ​ການໂຈມ​ຕີ​ໃສ່ຈຸດ​ດັ່ງ​ກ່າວ ຊຶ່ງທ່າ​ນໄກ​ເພັດ
ໄດ້​ເລົ່າ​ເຖິງ​ຊີ​ວິດ​ເບື້ອງ​ຕົ້ນ​ຈົນ​ເຖິງຕອນ​ໄດ້​ໄປ​ສູ້​ລົບ​ຢູ່​ແນວ​ໜ້າວ່າ:

ຫຼັງ​ຈາກ​ໄດ້​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ​ສະ​ຫະ​ລັດ ເປັນ​ເວ​ລາ​ສີ່​ປີ​ຕາມ​ກຳ​ນົດ​ ແລະ​ໄດ້​ຊັ້ນ​ສິບ​
ໂທ. ທ່ານ​ໄກ​ເພັດ ຊຶ່ງໄດ້​ລາອອກ ​ມາໃຊ້​ຊີ​ວິດ​ເປັນ​ພົນ​ລະ​ເຮືອນ ​ເລີ້ມ​ເຂົ້າມະ​ຫາ​ວິ​ທະ​
ຍາ​ໄລ ເພື່ອ​ສະ​ແຫວງ​ຫາ​ວິ​ຊາ​ອາ​ຊີບທີ່​ມີ​ຄວາມ​ກ້າວ​ໜ້າ ໂດຍ​ອາ​ໄສ​ທຶນການ​ສຶກ​ສາ
ຂອງກ​ອງ​ທັບສະ​ຫະ​ລັດ ຊຶ່ງ​ທ່ານ​ໄກ​ເພັດ ໄດ້​ກ່າວຕໍ່​ໄປ​ວ່າ:

​ທ່ານໄກ​ເພັດ ສຳ​ເລັດ​ປະ​ລິນ​ຍາ​ໂທ ​ຝ່າຍວິ​ສະ​ວະ​ກອນ​ດ້ານ​ຂໍ້​ມູນ ຫຼື IT. ປັດ​ຈຸ​ບັນ​ນີ້ກຳ​
ລັງເຮັດ​ວຽກ​ໃຫ້​ແກ່​ບໍ​ລິ​ສັດ​ເອກ​ກະ​ຊົນ. ວຽກ​ງານ​ຂອງ​ທ່ານໄກ​ເພັດແມ່ນ ​ຜູ້​ອອກ​ແບບ
ໃຊ້​ຄອມ​ພິວ​ເຕີໂປ​ແກ​ຣມເປັນ​ຜູ້​ເຮັດ​ວຽ​ກ​ທີ່ມີ​ຄວາມສະ​ຫຼັບ​ຊັບຊ້ອນ. ນອ​ກ​ຈາກ​ນັ້ນ
ແລ້ວ ທ່ານ​ໄກ​ເພັດ ບໍ່ມີ​ຄວາມ​ຈຳ​ເປັນ ​ຕ້ອງໄປ​ນັ່ງ​ຢູ່ໃນ​ຫ້ອງ​ການ ເປັນ​ປະ​ຈຳເໜືອນ
​ດັ່ງ​ຫຼ​າຍໆ​ຄົນພຽງແຕ່ໃຫ້​ມີ​ຄອມ​ພິ​ວ​ເຕີ້​ເຮັດ​ວຽກໃຊ້​ຢູ່​ບ້ານເທົ່າ ​ນັ້ນ ຊຶ່ງ​ທ່ານ​ໄກ​ເພັດ
ໄດ້​ອະ​ທິ​ບາຍກ່ຽວ​ກັບຄວາມ​ຮັບ​ຜິດ​ຊອບ​ສູ່ຟັງ​ດັ່ງ​ນີ້:

ຄອບ​ຄົວ ທ່ານ​ໄກ​ເພັດ ອິນ​ທິ​ສອນ
ຄອບ​ຄົວ ທ່ານ​ໄກ​ເພັດ ອິນ​ທິ​ສອນ

ທ່ານ​ໄກ​ເພັດ ອິນ​ທິ​ສອນ ​ຊຶ່ງໄດ້​ມາເຕີບໃຫຍ່​ຢູ່​ໃນ​ສະ​ຫະ​ລັດ​ ໄດ້​ມີ​ໂອ​ກາດ​ເຂົ້າຮັບ​ໃຊ້
​ຢູ່ໃນກອງ​ທັບ​ສະ​ຫະ​ລັດ ສຳ​ເລັດ​ການ​ສຶກ​ສາຊັ້​ນ​ສູງ ແລະ​ໄດ້​ດຳ​ລົງ​ຊີ​ວິດ​ເປັນ​ພົນ​ລະ​
ເມືອງ​ດີ​ ເປັນ​ເວ​ລາ 40 ປີ​ທີ່​ຜ່ານ​ມາ. ປັດຈຸ​ບັນ​ນີ້ ທ່ານ​ມີ​ໜ້າ​ທີ່​ວຽກ​ງານ ມີ​ບ້ານ​ເຮືອນ
ຢູ່​ເປັນ​ຂອງ​ຕົນ​ເອງ ພ້ອມ​ດ້ວຍພັນ​ລະ​ຍາ ແລະ​ລູກ​ສອງ​ຄົນ ທີ່​ນະ​ຄອນ​ຊີ​ຄາ​ໂກ ລັດ
​ອິລ​ລິ​ນອຍ. ນີ້​ແມ່ນ​ຜົນ​ສຳ​ເລັດ ແລະ​ຄວາມ​ຝັນ​ຂອງ​ຊາວ​ອາ​ເມ​ຣິ​ກັນ.

XS
SM
MD
LG