ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຳ​ພາດທ່ານ​ເດດ ເຕັນ​ເສ​ລີ ອະ​ດີດ​ນັກ​ບັນ​ຊີ ​ແລະ​ນັກ​ເຕະ​ບານ ຢູ່ ​ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ


ທີມ​ເຕະ​ບານ​ຜູ້​ສູງ​ອາ​ຍຸ ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ
ທີມ​ເຕະ​ບານ​ຜູ້​ສູງ​ອາ​ຍຸ ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງວີ​ໂອ​ເອ ປະ​ຈຳ​ແລງ
ວັນ​ພະ​ຫັດມື້​ນີ້ ເຮົາຈະ​ພາ​ທ່ານ​ໄປ​ພົບ ກັບທ່ານເດດ ເຕັນ​ເສ​ລີ ອະ​ດີດ​ນັກ​ບັນ​ຊີ ຢູ່​ທະ
​ນາ​ຄານ​ ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ ແລະ​ຍັງ​ເປັນ​ອະ​ດີດ ​ນັກ​ເຕະ​ບານ​ທີມ​ຊາດ
​ຂອງລາວ. ເປັນ​ດ້ວຍ​ເຫດ​ຜົນ​ອັນ​ໃດ​ທ່ານ​ຈຶ່ງໄດ້​ຕັດ​ສິນ​ໃຈ ລາອອກ​ກິນ​ເບ້ຍ​ບຳ​ນານ
ຢ່າງ​ກະ​ທັນ​ຫັນ ຫຼັງ​ຈາກ​ທ່ານກັບ​ຄືນ​ມາ​ ຈາກ​ການ​ໄປ ຢ້ຽມ​ຢາມປະ​ເທດລາວ. ​ປັດ
​ຈຸ​ບັນ​ນີ້ ​ທ່ານໃຊ້ຊີ​ວິດບຳ​ນານ​ ແລະການ​ເປັນ​ຢູ່ຢ່າງ​ໃດນັ້ນ ກິ່ງ​ສະ​ຫວັນ ຈະ​ນຳເອົາ
ການ​ໂອ້​ລົມ​ກັບ​ທ່ານ​ເດດ ມ​າ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຫຼາຍໆ​ທ່ານພາ​ກັນ​ເຮັດ​ວຽກ​ຕະ​ຫຼອ​ດ​ຊີ​ວິດ ​ແລະ​ເກີນໄປ​ກວ່າ​ກຳ​ນົດ​ອອກກິນ​ເບ້ຍ
ບຳ​ນານ. ຫຼາຍໆ​ທ່ານໄດ້​ເສຍ​ຊີ​ວິດ​ໄປກ່ອນອອກ​ກິນ​ເບ້ຍບຳ​ນານ ໂດຍບໍ່​ມີ​ໂອ​ກາດ​
ໄດ້​ຊົມ​ຊື່ນ ​ກັບ​ໝາກ​ຜົນ​ທີ່ໄດ້ສ້າງ​ມາ. ​ການ​ຕັດ​ສິນ​ໃຈ​ອອກ​ກິນ​ເບ້ຍ​ບຳ​ນານບໍ່​ເປັນ​ທີ່​
ງ່າຍດາຍສຳ​ລັບ​ຫຼາຍໆ​ທ່ານ ເພາະ​ຍັງ​ຮັກ​ວຽກ​ງານ ຮັກ​ເພື່ອນ​ຮ່ວມ​ງານ ແລະ​ລາຍ
​ໄດ້. ເຖິງ​ຢ່າງ​ໃດ​ກໍ​ດີ ຫຼາຍໆທ່ານຜູ້​ທີ່ກຳ​ລັງ​ບຳ​ນານ​ພາ​ກັນ ໃຊ້​ຊີ​ວິດ​ເຮັດ​ກິດ​ຈະ​ການ​
ຕ່າງໆ​ປະ​ຈຳ​ວັນ​ຢ່າງ​ມີ​ຄວາມ​ສຸກ​ ແລະ​ນີ້​ໄດ້ເປັນ​ຈຸດຫັນ​ປ່ຽນ​ຊິ​ວິດໃນ​ບັ້ນ​ປ​າຍ.

ທ່າ​ນ​ເດດ ເຕັນ​ເສ​ລີ ໄດ້​ເຂົ້າ​ມ​າຕັ້ງ​ຖິ່ນ​ຖານຢູ່ນະ​ຄອນ​ມົງ​ເຣ​ອານ ​ປະ​ເທດ​ກາ​ນາ​ດາ
ຕັ້ງ​ແຕ່​ປີ 1979. ທ່​ານ​ແມ່ນ​ອະ​ດີດ​ນັກ​ເຕະ​ບານ​ທີມ​ຊາດ​ລາວ ຊຶ່ງ​ປັດ​ຈຸ​ບັນ​ນີ້ກຳ​ລັງ
ພັກ​ຜ່ອນກິນ​ເບ້ຍບຳ​ນານ​. ທ່ານເດດເຄີຍ​ເປັນ​ນັກ​ບັນ​ຊີ ຢູ່​ທະ​ນາ​ຄານມົງ​ເຣ​ອານມາ
ເປັນ​ເວ​ລາ 33 ປີ​. ​ໃນ​ປີ 2012 ທ່ານ​ໄດ້​ຕັດ​ສິນ​ໃຈ​ກັບ​ຄືນ​ໄປຢ້ຽ​ມ​ຢາມ​ເມືອງ​ລາວ ​
ເປັນ​ເທື່ອ​ທຳ​ອິດ​ ໃນ​ຂະ​ນະ​ທີ່ທ່ານຢູ່​ໃນ​ເມືອງ​ລາວ​ນັ້ນ ທ່ານ​ໄດ້ພົບວ່າ ​ບັນ​ດາເພື່ອນ
​ຝູງຂອງ​ທ່ານຫຼາຍໆ​ຄົນ ໄດ້ຈາກ​ໂລກ​ນີ້​ໄປ​ແລ້ວ​ໂດຍ​ບໍ່​ມີ​ວັນ​ຈະກັບ​ຄືນ​ມາ.

ການ​ພົບ​ເຫັນສະ​ພາບ​ກາ​ນ​ດັ່ງ​ກ່າ​ວ​ ເປັນ​ສາ​ເຫດ​ ເຮັດ​ໃຫ້​ທ່ານເດດ ​ຫັນປ່ຽນ​ຊີ​ວິດ
ການ​ເປັນ​ຢູ່​ຂອງ​ທ່ານ​ທີ່ບໍ່ໄດ້​ຄິດຝັນ​ໄວ້ກ່ອນ. ຫຼັງ​ຈາກ​ເດີ​ນ​ທາງ​ກັບ​ມາ​ແຕ່​ປະ​ເທດ​
ລາວ ​ທ່ານໄດ້​ລາ​ອອກ​ຈາກວຽກງານ​ມາ​ກິນ​ເບ້ຍ​ບຳ​ນານ ຊຶ່ງທ່ານ​ເດດ ໄດ້​ກ່າວ​ຕໍ່
ວີ​ໂອ​ເອ ຟັງດັ່ງ​ນີ້:

ຢູ່ທີ່​ນະ​ຄອນ​ມົງ​ເຣ​ອານ ຜູ້ກິນ​ເບ້ຍ​ບຳ​ນານ​ໄດ້​ຮັບ​ປະ​ກັນ​ໄພ​ສຸ​ຂະ​ພາບ​ ພ້ອ​ມ​ທັງ​
ເງິນ​ເບ້ຍ​ລ້ຽງ​ປະ​ຈຳ​ເດືອນ​ຈາກ​ຫຼາຍ​ແຫ່ງ ຊຶ່ງ​ຂຶ້ນ​ຢູ່ກັບ​ໜ້າ​ທີ່​ການ ​ບໍ່​ວ່າ​ຈະ​ເປັນ​ບໍ
​ລິ​ສັດ​ເອກ​ກະ​ຊົນ ແລະ​ລັດ​ຖະ​ບານ ຊຶ່ງ​ທ່ານ​ເດດ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບເລື້ອງ​ນີ້ວ່າ:

ປະ​ເທດ​ທີ່​ອຸ​ດົມ​ຮັ່ງ​ມີ ​ຈະປະ​ກອບ​ໄປ​ດ້ວຍ​ອາ​ຫານ​ການ​ກິນ​ມາກ​ມາຍ. ແຕ່ສິ່ງ​
ເຫລົ່າ​ນີ້​ໄດ້​ກາຍເປັນ​ໄພ​ຕໍ່​ຮ່າງ​ກາຍ ຖ້າ​ຫາກ​ບໍ່​ລະ​ມັດ​ລະ​ວັງ​ໃນການບໍ​ລິ​ໂພກ ​ໂດຍ​
ສະ​ເພາະ​ຜູ້ທີ່​ມີ​ອາ​ຍຸ​ສູງ​ແລ້ວ ລະ​ບົບ​ເຜົາໄໝ້ພະ​ລັງ​ງານ​ຢູ່ໃນ​ຮ່າງ​ກາຍ​ໄດ້​ຊ້າ​ລົງ
ຈຶ່ງເຮັດ​ໃຫ້ເກີດຄວາມ​ອ້ວນ​ພີ​ແລະມີໄຂ​ມັນ​ໄດ້ ເພາະ​ສະ​ນັ້ນ​ທ່ານ​ເດດພ້​ອ​ມ​ດ້ວຍ
​ພັນ​ລະ​ຍາ ແລະ​ບັນ​ດາເພື່ອນ​ທີ່​ມີ​ອາ​ຍຸ​ສູງ ໄດ້ພາ​ກັນ​ອອກ​ກຳ​ລັງ​ກາຍ​ຢູ່​ເປັນ​ປະ​ຈຳ
ຊຶ່ງ​ທ່ານ​ໄດ້​ກ່າວກ່ຽວ​ກັບ​ເລື້ອງ​ນີ້ວ່າ:

ກິ​ລາ​ແມ່ນ​ຢາ​ວິ​ເສດ ການເຕະ​ບານແມ່ນຊີ​ວິດຈິດ​ໃຈ​ຂອງ​ທ່ານ​ເດດ ​ມາ​ແຕ່​ສະ​ໄໝ
ທີ່​ໃຊ້​ຊີວິດ​ຢູ່​ໃນ​ປະ​ເທດ​ລາວ ​ຈົນຕົກ​ມາ​ເຖິງ​ເທົ້າ​ປັດ​ຈຸ​ບັນ. ຢູ່ນະ​ຄອນ​ມົງ​ເຣ​ອານ ບັນ​
ດາຜູ້​ຊາຍ​ໃນ​ສັງ​ຄົມ​ລາວ ​ໄດ້​ຕັ້ງ​ທີມເຕະ​ບານ ​ເພື່ອ​ຮັກ​ສາ​ສຸ​ຂະ​ພາບ ສ້າງ​ຄວາມຮັກ​
ແພງໃກ້​ຊິດ​ ຊຶ່ງ​ທ່ານ​ເດດ​ໄດ້​ກ່າວ​ມ້ວນ​ທ້າຍ​ດັ່ງ​ນີ້:

ນັັ້ນ​ແມ່ນ​ໂຕ​ຢ່າງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ທ່ານເດດ ​ເຕັນເ​ສລີ ສະ​ມາ​ຊິກສັງ​ຄົມ​ລາວ​ທີ່
​ປະ​ເທດກາ​ນາ​ດາ ​ກຳ​ລັງ​ມ່ວນ​ຊື່ນນ​ກັບ​ການ​ອອກ​ກິນ​ເບ້ຍ​ບຳ​ນານ.

XS
SM
MD
LG