ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ສ​ະ​ຫະ​ລັດ ຄົນໃໝ່ ປະຈຳ ສປປ ລາວ (ສະ​ໄລ​ດ໌)


ທ່ານ Danile A. Clune ກໍາລັງລົງນາມ ຮັບໜ້າທີ່ເປັນ ເອກອັກຄະ ລັດຖະທູດ ສະຫະລັດ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.
ທ່ານ Danile A. Clune ກໍາລັງລົງນາມ ຮັບໜ້າທີ່ເປັນ ເອກອັກຄະ ລັດຖະທູດ ສະຫະລັດ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.
ທ່ານ Daniel A. Clune ​ເປັນ​ນັກ​ການ​ທູດ​ອາຊີບ ມີ​ອາຍຸ 64
ປີ. ທ່ານຮຽນຈົບປະລິນຍາຕີຈາກ ມະຫາວິທະຍາໄລ Boston
ໃນປີ 1971 ແລະສຳເລັດການສຶກສາວິຊາທະນາຍຄວາມ
ຈາກ Boalt Hall ທີ່ ​ໂຮງຮຽນ​ກົດ ໝາຍ ຂອງ ມະຫາວິທະ
ຍາ​ໄລລັດ ຄາ​ລິ​ຟໍ​ເນຍ ສາຂາ​ເມືອງ Berkeley ໃນປີ 1974​.

ທ່ານ Clune ໄດ້​ດໍາເນີນອາຊີບທະນາຍຄວາມ ຕາມທີ່ໄດ້ຮຽນ
ມາ ຢູ່​ທີ່​ນະ​ຄອນ Chicago ເປັນເວລາຫລາຍປີ ຫລັງຈາກນັ້ນ
​ໄດ້​ເລີ້ມ​ເຂົ້າ​ຮັບ​ໃຊ້ ລັດຖະ​ການຢູ່ກະ​ຊວງ​ການຕ່າງ​ປະ​ເທດ ໃນ​
ປີ1985 ແລະ​ໄດ້​ໄປ​ປ​ະຈໍ​າກ​ານ​ຢູ່ສະ​ຖານ​ທູດສະ​ຫະ​ລັດ ທີ່​ນະ​
ຄອນ Lima ປະ​ເທດ Peru ແລະ​ ນະ​ຄອນ Jakata ປະ​ເທດ
Indonesia ແລະປະຈໍາຢູ່ຫ້ອງ​ການ​ທຸ​ລະ​ກິດ ສໍາລັບພາກພື້ນ
​ຢູ​ໂຣບ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ແລະໄດ້ປະຈໍາຢູ່ຫ້ອງການ
ການຄ້າຂອງກະຊວງການຕ່າງປະເທດນໍາ.

ໃນປີ 2000 ຫາ 2002 ທ່ານ Clune ໄດ້​ໄປເປັນອຸບ​ປະ​ທູດ ຢູ່ Nassau ເກາະ Bahamas.
ໃນປີ 2007 ຫາ 2010 ໄດ້ຮັບຕໍາ​ແໜ່ງເປັນຮອງເອກ ອັກຄະລັດຖະທູດ ປະ​ຈໍາສະຖານທູດ
ສະຫະລັດ ທີ່ Canberra ປະເທດ ອອສເຕຣເລຍ. ​ພັນ​ລະ​ຍາ​ຂອງທ່ານ Clune ທ່ານນາງ
Judy Clune ​ເປັນນັກແຕ້ມ. ທ່ານທັງສອງ ມີລູກສາວນໍາກັນ ສາມຄົນ.

ຫລັງ​ຈາກໄດ້ຖືກ​ແຕ່ງ​ຕັ້ງ​ໂດຍປະທານາທິບໍດີ Barack Obama ແລະໄດ້ຖືກ ຮັບຮອງ
ເອົາຈາກສະ​ພາ​ຄອງ​ແກ​ຣ​ສ ໃຫ້ຮັບໜ້າ​ທີ່ເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ
ຂອງ ສະ​ຫະ​ລັດ ປະ​ຈຳ ສ​ປ​ປ ລາວ ແລ້ວ ແລະກ່ອນ​ອອກ ເດີນ​ທາງ​ໄປປ​ະ​ຈຳ​ໜ້າ​ທີ່
ແລະສະ​ເໜີ​ສານຕາ​ຕັ້ງ ​ຢ່າງ​ເປັນ​ທາງ​ການ​ນັ້ນ ທ່ານ ​Clune ໄດ້​ປະ​ຕິ​ບັດ​ໜ້າ​ທີ່ອັນ​ສຳ
​ຄັນຫລາຍໆຂັ້ນຕອນ ຊຶ່ງ ວີ​ໂອ​ເອ ໄດ້​ມີ​ໂອກາດຕິດ​ຕາມເອົາຂ່າວມາ​ສະ​ເໜີ​ທ່ານດັ່ງຕໍ່​
ລົງ​ໄປ​ນີ້.​

ໃນ​ຕອນເຊົ້າວັນພະຫັດ ທີ 8 ສິງຫາ ທ່ານ Clune ພ້ອມດ້ວຍ ຄອບຄົວໄດ້ໄປຢ້ຽມ
ຢາມຖາມຂ່າວ ສ້າງຄວາມລື້ງແກ່ນ ຮຽນຮູ້ກ່ຽວກັບ ປະເພນີວັດທະນະທໍາລາວ ແລະ
ເຝິກແອບເວົ້າ ພາສາລາວ ກັບບັນດາສະມາຊິກປະຊາຄົມ ລາວແຫ່ງຂົງເຂດວໍຊິງຕັນ ຢູ່ວັດລາວພຸດທະວົງ ທີ່ເມືອງ Catlett ລັດ Virginia ຊຶ່ງຕັ້ງຢູ່ຫ່າງຈາກນະຄອນຫລວງ
ວໍຊິງຕັນ ໄປທາງຕາເວັນຕົກປະມານ 50 ໄມລ໌ ຫລື 80 ຫລັກ.

ທ່າມກາງອາກາດອັນສົດໃສ ແລະງຽບສະງົບຂອງເຊົ້າມື້ນັ້ນ ຢູ່ຕໍ່ໜ້າສາລາໂຮງທຳ ມີ
ຄະນະຖ່າຍທຳຮູບເງົາຈຳນວນນຶ່ງ ຈາກກະຊວງການຕ່າງປະເທດສະຫະລັດ ພາກັນ
ໄປເຕົ້າໂຮມເພື່ອຖ່າຍພາບກ່ຽວ​ກັບ ທ່ານ Daniel A. Clune ​ແລະພັນລະຍາ ທ່ານ
ນາງ Judy ເພື່ອ​ຈະ​ນຳ​ເອົາ​ພາບ​ ແລະຮູບເງົາດັ່ງ​ກ່າວ​ ​ໄປ​ວາງສະແດງຢູ່ໜ້າ​ແວບ​ໄຊ້ລ ຂອງສະຖານທູດ ເພື່ອເປັນການສະເໜີ​ໂຕໃຫ້ປະ​ຊາ​ຊົນ​ລາວຮູ້ ໃນການກຽມພ້ອມເພື່ອ
ໄປປະ​ຈຳ​ໜ້າ​ທີ່​ໃໝ່ ຂອງ​ທ່ານ ຕາມ​ຫລັກ​ການຂອງ ກະຊວງຕ່າງປະເທດສະຫະລັດ
ທີ່ບົ່ງວ່າ ເອກອັກຄະລັດຖະທູດສະ​ຫະ​ລັດ ແຕ່ລະຄົນທີ່ຈະເດີນທາງໄປປະຈຳຢູ່ ປະ​ເທດໃດນຶ່ງ​ນັ້ນ ຕ້ອງໄດ້ເລືອກເອົາແຫ່ງໃດແຫ່ງນຶ່ງໃນສະຫະລັດ ເປັນບ່ອນຖ່າຍທຳ
ຮູບເງົາເພື່ອນຳ​ໄປສະເໜີໂຕ ແກ່ປະຊາຊົນຂອງປະເທດທີ່​ຕົນ​ຈະ​ໄປ​ປະ​ຈຳ​ຢູ່ນັ້ນ. ​

ເພະ​ສະ​ນັ້ນ ທ່ານ Cluneຈຶ່ງໄດ້ເລືອກເອົາສະພານທີ່ດ້ານໜ້າຂອງສາລາໂຮງທຳ ແລະ
ສວນ ອຸທະຍານຂອງວັດລາວພຸດທະວົງ ເປັນບ່ອນຖ່າຍພາບ ເພື່ອແນະນໍາ ໂຕທ່ານ ຕໍ່
ປະຊາຊົນລາວ.



ຫລັງຈາກການຖ່າຍທຳເປັນເວລາຫລາຍຊົ່ວໂມງ ໄດ້ສີ້ນສຸດລົງ ພະອາຈານບຸນມີ ກິດ
​ຕິ​ວັນໂນ ເຈົ້າອາວາດ ພ້​ອມ​ດ້ວຍພະອາຈານ ຈັນດາພອນ ມິ່ງ​ສີ​ສຸພັນ ຕິດ​ຕາມ​ດ້ວຍ
ບັນດາພະສົງສຳ​ມະ​ເນນ ແລະອອກຕົນຍາດໂຍມຈຳນວນນຶ່ງ ໄດ້ຖືໂອກາດອັນມີກຽດ
ນີ້ ເຊີນທ່ານ Clune ພ້ອມດ້ວຍພັນລະຍາ ທ່ານ​ນາງ Judy ແລະຄະນະຮ່ວມຮັບປະ
ທານອາຫານທ່ຽງ. ຫລັງຈາກນັ້ນ ກໍມີພິທີບາສີຜູກຂໍ່ຕໍ່ແຂນ ໃຫ້ທ່ານ Clune ແລະພັນ
ລະຍາພ້ອມ​ດ້ວຍບັນດາເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ ທີ່ໄດ້ຕິດຕາມໄປ
ຢ້ຽມຢາມ ວັດລາວພຸດທະວົງ.



ຕໍ່​ມາ ​ໃນວັນທີ 27 ເດືອນສິງຫາ ເວລາ 2:00 ໂມງແລງ ຢູ່ໃນຫ້ອງ Treaty Room ​ຂອງກະຊວງຕ່າງປະເທດ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ ໄດ້ມີ​ພິທີ ສາບານໂຕ​ເຂົ້າຮັບຕໍາແໜ່ງຢ່າງ​ເປັນ​ທາງ​ການ​ຂອງ ທ່ານ Clune ໃນ​ຖານະເອກອັກຄະລັດຖະ
ທູດຜູ້ມີອໍານາດເຕັມ ຂອງ ສະຫະລັດ ປະຈໍາ ສປປ ລາວ ໂດຍແມ່ນ ທ່ານນາງ Kerri
ann Jones ຮອງລັດຖະມົນຕີການຕ່າງປະເທດ ເປັນ​ຜູ້​ນຳ​ພາປະ​ກອບ​ໃນພິ​ທີ.
ທ່ານນາງ Kerri-ann-Jones (ຂວາ) ກໍາລັງປະກອບພິທີ່ສາບານໂຕ ໃຫ້ແກ່ ທ່ານ Daniel Clune ເປັນເອກອັກຄະລັດຖະທູດ ສະຫະລັດ ຜຸ້ມີອໍານາດເຕັມ ປະຈໍາ ສປປ ລາວ
ທ່ານນາງ Kerri-ann-Jones (ຂວາ) ກໍາລັງປະກອບພິທີ່ສາບານໂຕ ໃຫ້ແກ່ ທ່ານ Daniel Clune ເປັນເອກອັກຄະລັດຖະທູດ ສະຫະລັດ ຜຸ້ມີອໍານາດເຕັມ ປະຈໍາ ສປປ ລາວ

ຊ້ອງໜ້າບັນ​ດາ​ແຂກ​ຜູ້​ມີ​ກຽດ ຢູ່ໃນພິທີອັນສະງ່າຜ່າເຜີຍນີ້
ມີ ຄອບຄົວເອກອັກຄະລັດຖະທູດ Clune ​ດ້ວຍພັນລະຍາ
​ທ່ານ​ນາງ Judy ​ລູກ​ສາວ ​ແລະ​ລູກ​ເຂີຍ ຕິດ​ຕາມ​ດ້ວຍ
ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ ທ່ານ​ແສງ ສຸ​ຂະ​ທິ​ວົງ
ພ້ອມ​ດ້ວຍພັນ​ລະ​ຍາ ທ່ານ​ນາງສົມ​ດີ ແລະ ທ່ານເຮືອນ
ແກ້ວ ສັງສົມສັກ ເລຂາໂທ ສະຖານທູດ ສປປ ລາວ. ນອກ
ນັ້ນກໍມີ ບັນດາເຈົ້າໜ້າທີ່ກະຊວງ ການຕ່າງປະເທດເພື່ອນ
ຝູງ ແລະບັນດາແຂກຜູ້ມີກຽດເກືອບຮ້ອຍຄົນ.



ມື້​ຕໍ່​ມາ ຄືໃນວັນທີ 28 ເດືອນສິງຫາ ເອກອັກຄະລັດຖະທູດ Daniel Clune ພ້ອມ​ດ້ວຍ ທ່ານ​ນາງ Pauletta Walsh ເຈົ້າ​ໜ້າ​ທີ່ຫ້ອງການ ສ​ປ​ປ ລາວ ຂອງກະ​ຊວງ​ການຕ່າງ​ປະ​ເທດ ສະຫະລັດ ໄດ້ມາຢ້ຽມຢາມຫ້ອງຂ່າວ ວີໂອເອ ພະແນກ ພາສາລາວ ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Clune ໄດ້ໃຫ້ການ ສໍາພາດກັບ ​ວີ​ໂອ​ເອ ດັ່ງຕໍ່ລົງ
ໄປນີ້:

ກິ່ງສະຫວັນ ປະຖັມມະວົງ ແລະ ເອກອັກຄະລັດຖະທູດ Daniel Clune ທີ່ຫ້ອງຂ່າວ ວີໂອເອ
ກິ່ງສະຫວັນ ປະຖັມມະວົງ ແລະ ເອກອັກຄະລັດຖະທູດ Daniel Clune ທີ່ຫ້ອງຂ່າວ ວີໂອເອ

ສະບາຍດີ ທ່ານ​ເອກ​ອັກຄະ​ລັດຖະທະ​ທູດ Clune ກ່ອນ​ອຶ່ນ ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ທີ່​ທ່ານ​ໄດ້ມາ​ຢ້ຽມຢາມ ຫ້ອງ​ຂ່າວ ວີ​ໂອ​ເອ ມື້​ນີ້ :



ທ່ານ ມີຄວາມຮູ້ສຶກຢ່າງໃດ ທີ່ຈະໄປປະຈໍາໜ້າທີ່ ຢູ່​ປະ​ເທດ ລາວ?
ລິງໂດຍກົງ

ຂ້າພະ​ເຈົ້າແລະ​ພັນ​ລະ​ຍາ Judy ​ມີ​ຄວາມຕື່ນ​ເຕັ້ນ​ຫລາຍ ແລະຮູ້ສຶກ​ເປັນກຽດ
ທີ່​ສຸດ ທີ່​ຈະ​ໄດ້ໄປ​ປະ​ຈໍາ​ການ​ຢູ່ສປປ ລາວ
. ພວກ​ເຮົາ​ມີ​ບ່ອນ​ພິ​ເສດ​ຢູ່​ໃນດວງ​ໃຈ
​ຂອງ​ພວກ​ເຮົາສໍາ​ລັບຂົ​ງ​ເຂດເອ​ເຊຍ​ອາຄະ​ເນ ​ເພາະວ່າພວກ​ເຮົາ​ເຄີຍ​ໄດ້​ໃຊ້
​ເວລາສີ່​ປີ
​ຢູ່ອິນ​ໂດ​ເນ​ເຊຍ ​ແລະ​ພວກ​ເຮົາ​ມີ​ຄວາມ​ຕື່ນ​ເຕັ້ນທີ່​ຈະ​ໄດ້ຮຽນ​ຮູ້​ກ່ຽວ
ກັບປະ​ເທ​ດລາວ ພວກ​ເຮົາ​ຢາກ​ໄປ​ຢ້ຽ​ມຢາມ
ວັດວາ​ອາ​ຮາມ​ອັນ​ງົດ​ງາມ ຢາກ​ໄປ
​ສໍາ​ຫລວດແມ່​ນໍ້າຂອງ ​ໄປ​ເບິ່ງ ​ໄປ​ຊົມ ​ພູຜາ ມ່​ວນຊື່ນ​ກັບ​ວັດທະນາ​ທໍາ ​ແລະອາ​
ຫານທີ່​ມີ​ລົດ​ແຊບ
. ສິ່ງ​ສໍາຄັນ​ທີ່​ສຸດ​ກໍ​ຄື ພວກ​ເຮົາ​ກະ​ຕືລື​ລົ້ນຢາກ​ພົບ​ພໍ້ ແລະທໍາ​
ຄວາມຮູ້ຈັກ​ມັກ​ແກ່ນກັບ ປະຊາ​ຊົນ​ລາວ.”


ທ່ານ​ມີ​ຄວາມ​ຫວັງ ທີ່​ຈະ​ບັນລຸ​ຜົນ​ສໍາ​ເລັດ​ຢ່າງ​ໃດ ​ໃນ​ລະຍະທີ່ ທ່ານ​ປະ​ຈໍາ​ການ​ຢູ່ ເມືອງລາວ?
ລິງໂດຍກົງ

ຂ້າພະ​ເຈົ້າ​ໄດ້​ເປັນເຈົ້າ​ໜ້າ​ທີ່​ພະ​ແນ​ກການ​ທູດ​ມາ​ເປັນ​ເວລາ 28 ປີ ​ແລະ​ຂ້າພະ
​ເຈົ້​າ​ ໄດ້ອຸທິດ​ຕົນ ​ໃນ​ໄລຍະ​ຫລາຍໆ​ປີ​ຂອງ​ຊ່ວງ​ເວລາ​ນັ້ນ ​ເຮັດວຽກ ກ່ຽວ​ກັບ​
ບັນຫາ​ການ​ຄ້າ​ ແລະ​ສິ່ງ​ແວດ​ລ້ອມ. ສະ​ນັ້ນ ​ໃນ​ຖານະ​ເອກ​ອັກຄະລັດຖະທູດ
ຂ້າພະ​ເຈົ້າ​ຈຶ່ງ​ຢາ​ກຈະ​ຊ່ວຍເພີ້​ມທະວີລະດັບ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​
ສະຫະລັດ​ ຢູ່​ໃນ​ລາວ ແລະ​ຊຸກຍູ້ວຽກ​ງານ​ຂອງ​ບັນດາ​ຊ່ຽວຊານ​ ສະຫະລັດ
ແລະ​ລາວໃນ​ດ້ານ​ບັນຫາ​ສິ່ງ​ແວດ​ລ້ອມ. ໃນ​ຄໍາ​ໃຫ້ການ​ຕໍ່ຄະນະ​ກໍາມາ​ທິການ
​ສາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ສູງ ​ໃນ​ຕອນພິຈາລະນາ​ຮັບຮອງ​ເອົາ​ການ
​ແຕ່ງ​ຕັ້ງ​ຂ້າພະ​ເຈົ້າ​ເປັນ​ເອກ​ອັກຄະ​ລັດຖະທູດ​ນັ້ນ ຂ້າພະ​ເຈົ້າ​ໄດ້​ເອີ່ຍ​ເຖິງ​ອີກ 4 ດ້ານ​ທີ່​ຂ້າພະ​ເຈົ້າຢາກ​ຈະ​ເຮັດ​ຢູ່​ລາວ ​ແລະ​ນັ້ນ​ກໍ​ຄືພວກ​ບັນຫາທີ່​ສືບ​ເນື່ອງ​ມາ
​ຈາກ​ສົງຄາມ​ຫວຽດນາມ ອັນ​ມີຮວມທັງ ການ​ຊອກ​ຫາ​ທະຫານ​ທີ່​ຫາບ​ສາບ​ສູນ​
ໃນ​ປາງ​ສົງຄາມ ກັບ​ບັນ​ຫາ​ການເກັບກູ້​ລະ​ເບີດ​ບໍ່​ທັນ​ແຕກ. ອີກ​ດ້ານ​ນຶ່ງທີ່​ຂ້າພະ
​ເຈົ້າ​ຢາກ​ຈະ​ທໍາ​ງານ​ຮ່ວມ​ກັບ​ລັດຖະບານ ​ແລະ​ປະຊາຊົນ​ໃນ​ປະ​ເທດ​ລາວກໍ​ຄື
ສົ່ງ​ເສີມ​ເລື້ອງ​ສິດທິ​ມະນຸດ​ ແລະ​ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ ​ແລະ​ສືບ​ຕໍ່​
ຮ່ວມ​ມື​ກັນ​ໃນ​ດ້ານປາບ​ປາມ​ຢາ​ເສບ​ຕິດ​ ແລະ​ສາທາລະນະ​ສຸກ ​ແລະ​ສຸດ​ທ້າຍ
​ກໍ​ແມ່ນ​ເສີມສ້າງສາ​ຍພົວພັນ​ ລະຫວ່າງ​ປະຊາຊົນ​ລາວ ກັບປະຊາຊົນອາ​ເມ​ຮິ​ກັນ
ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.”


ທ່ານ​ໄດ້​ຍິນ​ກ່ຽວ​ກັບ​ພະຍາດ​ໄຂ້​ເລືອດ​ອອກ​ບໍ່ ຢູ່ໃນລາວ?
ລິງໂດຍກົງ

ຂ້າພະ​ເຈົ້າ​ໄດ້​ຍິນ​ຢູ່ ​ເລື້ອງ​ພະຍາດ​ໄຂ້​ເລືອດອອກ​ ໃນ​ລາວ. ກະຊວງ​ສາທາລະນະ​
ສຸກ​ຂອງ​ລາວ ​ແລະ​ສູນ​ກາງ​ຄວບ​ຄຸມພະ​ຍາດຂອງ​ ສະຫະລັດ​ທີ່​ນະ​ຄອນ​ແອັ​ຕ​ແລນ​
ຕາ ມີ​ສາຍ​ພົວພັນ​ທີ່​ແຂງແຮງ​ລະຫວ່າງ​ກັນ ​ແລະ​ພວກ​ເຮົາ​ກໍ​ພ້ອມ​ແລ້ວ ທີ່​ຈະຊ່ວຍ​
ເຫລືອ​ລາວ​ໃນ​ທຸກໆ​ທາງ​ ທີ່​ພວກ​ເຮົາ​ສາມາດຈະ​ເຮັດ​ໄດ້.”


ທ່ານມີແຜນການຢ່າງໃດສໍາລັບລາວ ນອກຈາກສືບ​ຕໍ່ດໍາເນີນຕາມນະໂຍບາຍຂອງ
ສະຫະລັດ ທີ່ມີຕໍ່ລາວ ແລະການຊ່ວຍເຫລືອແກ່ລາວ ​ໃນ​ປັດຈຸບັນ?
ລິງໂດຍກົງ

ຂ້າພະ​ເຈົ້າ​ຄິດ​ວ່າ ດ້ານ​ນຶ່ງທີ່ຜູ້​ຟັງ​ຂອງ​ທ່ານ ​ອາດ​ຈະ​ມີ​ຄວາມ​ສົນ​ໃຈກໍ​ຄື ​ໂຄງ
ການ​ໃໝ່ ພາຍ​ໃຕ້​ໂຄງການ​ລິ​ເລີ້​ມ​ເຂດແມ່​ນໍ້າຂອງຕອນ​ລຸ່ມ ທີ່ ອົງການ USAID
​ໄດ້ສະ​ເໜີ​ຂື້ນ​ມາ
ທີ່ຮ້ອງ​ວ່າ ໂຄງລ່າງ​ພື້ນຖານ​ທີ່ສະຫລາດສໍາລັບ ແມ່​ນໍ້າຂອງຊຶ່ງ
ຈະ​ຊ່ວຍສະໜອງ ການ​ຊ່ວຍ​ເຫລືອ​ດ້ານ​ເທັກ​ນິກ ຕາມ​ຄໍາ​ຮ້ອງ​ຂໍ​ສໍາ​ລັບ​ການ​
ອອກແບບ ​ແລະການ​ພັດທະນາໂຄງລ່າງ​ພື້ນຖານ​ໃນ​ທາງ​ທີ່​ສະຫລາດ​ຮອບ​ຄອບ. ​ສະຫະລັດມີ​ປະສົບ​ການ​ຢ່າງ​ຫລວງຫລາຍ​ໃນດ້ານ​ເຫລົ່ານີ້ ​ເຊັ່ນ ການ​ອອກ​ແບບ
​ແລະ​ການຄຸ້ມ​ຄອງ​ເຂື່ອນ​ເປັນ​ຕົ້ນ ​ແລະ​ຂ້າພະ​ເຈົ້າຈະ​ຊຸກຍູ້​ການ​ຮ່ວມ​ມືລະຫວ່າງ

ບັນດາ​ຜູ້​ຊ່ຽວຊານສະຫະລັດ​ ແລະລາວ ຢູ່​ໃນ​ໂຄງການ​ນີ້ ​ແລະໂຄ​ງການອື່ນໆ.

ຄໍາຕິຕຽນຢ່າງນຶ່ງທີ່ພວກເຮົາໄດ້ຍິນ ກ່ຽວກັບນະໂຍບາຍຂອງສະຫະລັດ ກໍຄືການ
ເສຍຄ່າທໍານຽມວີຊ່າແພງ ແລະຄວາມຍາກໃນ​ການຂໍວິຊ່າ ທ່ານມີ ຄໍາຕອບຢ່າງ
ໃດກ່ຽວກັບເລື້ອງນີ້.
ລິງໂດຍກົງ

ກ່ອນ​ອື່ນ​ໜົດ ຂ້າພະ​ເຈົ້າຢາກຂໍ​ເວົ້າ​ວ່າ ​ໂດຍ​ທົ່ວໆ​ໄປ​ແລ້ວ ວຽກ​ງານ​ຂອງ​ພວກ​
ເຮົາ​ແມ່ນ ປົກປ້ອງ​ຊາ​ຍ​ແດນ​ຂອງສະຫະລັດ ​ໃນ​ຂະນະ​ທີ່ ຕ້ອນຮັບ​ເອົາບັນດາ​
ແຂກ​ ທີ່​ມາ​ຢ້ຽມຢາມສະຫະລັດ ຫລາຍ​ເທົ່າທີ່​ເຮົາຈະ​ສາມາດ​ຮັບ​ເອົາ​ ຊຶ່ງ​ການ​
ມາ​ຢ້ຽມຢາມ ຂອງ​ເຂົາ​ເຈົ້າ​ນັ້ນ
ສ້າງ​ຜົນປະ​ໂຫຍ​ດ ໃຫ້​ແກ່ສະຫະລັດ ຢ່າງ​ແທ້​ຈິງ ​ເພາະວ່າເຂົາ​ເຈົ້າ​ພາກັນມາ​ພັກຢູ່​ໂຮງແຮມຂອງ​ພວກ​ເຮົາ ກິນຢູ່​ຮ້ານອາຫານ
ຂອງ​ພວກ​ເຮົາ ​ຊື້​ຜະ​ລິດ​ຕະພັນ​ຂອງ​ພວ​ກ​ເຮົາ ​ແລະ​ມາ​ສ້າງ​ຄວາມຮູ້ຈັກລື້​ງເຄີຍ ​ກັບຄົນອາ​ເມຣິກັນ. ​ສໍາລັບ​ເລື້ອງ​ຄ່າ​ວິຊ່າ​ນັ້ນ ລາຄາຂອງ​ພວກ​ເຮົາ​ແມ່ນເທົ່າກັນ​ໝົດຢູ່​ໃນ​ທົ່ວ​ໂລກ ​ແລະ​ມັນ​ກໍ​ພໍ​ແຕ່​ກຸ້ມ​ຄ່າ​ເຈ້ຍ​ຄ່າ​ສໍ ຄ່າ​ໃຊ້​ຈ່າຍ​ສໍາລັບ​ຂັ້ນ​ຕອນ​
ການ​ເຮັດ​ວິ​ຊ່າ ຕັ້ງ​ແຕ່ເວລາຂໍ ​ຈົນ​ຮອດ​ຕອນ​ອອກ​ວິ​ຊ່າ​ໃຫ້. ສໍາລັບ​ເລື້ອງ​ຄວາມ
​ຍາກ​ນັ້ນ
ຂ້າ​ພະ​ເຈົ້າຢາກ​ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ປີ​ກາຍ​ນີ້​ ພວກ​ເຮົາອອກ​ວິ​ຊ່າ
ເກຶອບ ເກົ້າລ້ານ​ວິ​ຊ່າ ຢູ່​ທົ່ວໂລກ​
ໃຫ້​ແກ່​ຜູ້​ທີ່​ມີ​ເງື່ອນ​ໄຂ ​ແລະ​ຢູ່ທີ່​ 88 ເປີ​ເຊັນ
ກວ່າໆ
ຂອງສະຖານທູດ ແລະ​ກົງ​ສູນ ຂອງພວກ​ເຮົາ. ພວກ​ທີ່​ຂໍ​ວິ​ຊ່າ ​ແມ່ນ​ສາ
ມາດ
ນັດ​ໝາຍການ​ສໍາພາດ​ໄດ້ ​ໃນ​ເວລາ​ບໍ່​ຮອດ 21 ມື້.

ທ່ານມີສານ ຫລື​ຂໍ້ຄວາມແນວໃດ ຢາກ​ຝາກ​ເຖິງປະຊາຊົນລາວບໍ່?
ລິງໂດຍກົງ

“ມັນ​ເປັນ​ເລື້ອງ​ທີ່​ໃຫ້​ກໍາລັງ​ໃຈ​ແທ້ໆ ທີ່​ເຫັນສາຍ​ສໍາພັນຂອງ ສະຫະລັດ ກັບ​
ລາວ ​ໄດ້​ເຕີບ​ໂຕ​ຂື້ນ​ຫລາຍ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ​ນີ້ ​ແລະ​ຄວາມກ້າວໜ້າ
ທີ່ ພວກ​ເຮົາ​ໄດ້​ສ້າງ​ມານໍາ​ກັນ ສະ​ແດງ​ໃຫ້​ເຫັນ​ວ່າ ອ​ະດີດຄູ່ປໍ​ລະ​ປັກສາມາດ
ກາຍມາ​ເປັນ​ເພື່ອນມິດ​ກັນ​ໄດ້​ແນວ​ໃດ ​ແລະ​ພວກ​ເຮົາ​ຕ້ອງການ​ໃຫ້ຄວາມ
ກ້າວໜ້າອັນ​ນີ້​ສືບຕໍ່​ໄປ ​ແລະຂ້າພະ​ເຈົ້າກໍ​ມີ​ຄວາມ​ກະ​ຕືລື​ລົ້ນ​ ທີ່​ຈະ​ໄດ້​ສົມທົບ​
ປະກອບ​ສ່ວນ​ໃນ​ທາງ​ສ່ວນ​ໂຕ​ ​ໃນ​ຄວາມພະຍາຍາມອັນ​ນີ້ ​ໃນບົດບາດ​ຂອງ
ຂ້າພະ​ເຈົ້າ ​ໃນ​ນາມ​ເອກ​ອັກຄະ​ລັດຖະທູດ.

ຂ້າພະ​ເຈົ້າ ກັບ ພັນ​ລະ​ຍາ​
Judy ພາກັນ ຕັ້ງໜ້າລໍຖ້າ​ເວລາ​ທີ່​ຈະ​ໄດ້ໄປຢູ່ ​
ແລະ​ເດີນທາງຢ້ຽມຢາມ ​ປະ​ເທດ​ອັນ​ສວຍ​ງາມ​ຂອງ​ທ່ານ ​ແລະ​ຈະ​ໄດ້​ເຫັນ​
ດ້ວຍ​ຕົນ​ເອງ ມູນ​ເຊື້ອ​ວັດທະນະ​ທໍາ​ອັນ ອຸດົມ​ຮັ່ງມີ ​ແລະຫລາກ​ຫລາຍ​ຂອງ
ປະ​ເທດລາວ
.”

ຫວ່າງ​ບໍ່​ນານ​ມາ​ນີ້ ມີ​ຄົນສັນຊາດ​ລາວ ຮວມ​ທັງ ລາວອາ​ເມຣິກັນ ຫາຍສາບ​ສູນ​ຢູ່​ໃນ​ລາວ ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ໄປ​ຢ້ຽມຢາມ ທ່ານ​ຄິດ​ຢ່າງ​ໃດ ​ແລະ​ທ່ານ​ມີ​ຄໍາ​ແນະ​ນໍາແນວໃດ?

ລິງໂດຍກົງ

ກ່ອນ​ອຶ່ນໝົດ ຂ້າພະ​ເຈົ້າຢາກ​ກ່າວ​ວ່າ ການພິທັກ​ປົກປ້ອງສະຫວັດດີພາບ​
ຂອງ​ພົນລະ​ເມຶ​ອງ ​ອາ​ເມຣິກັນ ແມ່ນນຶ່ງ​ໃນ​ບຸລິມະສິດ​ທີ່ສໍາຄັນທີ່ສຸດ​ຂອງ
ສະຖານ ທູດ ສະຫະລັດ ​ຢູ່ທຸກໆ​ແຫ່ງ​ໃນ​ທົ່ວ​ໂລກ ບໍ່​ແມ່ນ​ແຕ່​ຢູ່​ເມືອງ​ລາວ.
​ເມື່ອ​ໄດ້​ເວົ້າ​ແນວ​ນັ້ນ​ແລ້ວ ຂ້າ​ພະ​ເຈົ້າຢາກຂໍ​ໃຫ້​ຂໍ້​ສັງ​ເກດ​ຕື່ມ​ວ່າ ຊາວ​ອາ​
ເມຣິກັນ ຫລາຍໆ​ຄົນ​ພາກັນໄປທ່ອງ​ທ່ຽວ​ຢູ່​ໃນ​ລາວ
ດ້ວຍ​ຄວາມ​ປອດ​ໄພ
​ແຕ່ລະ​ປີ ​ແລະ​ໄດ້​ຮັບ​ຄວາ​ມມ່ວນ​ຊື່​ນໃນ​ການ​ມາ​ຢ້ຽມຢາມ​ຂອງ​ເຂົາ​ເຈົ້າ
ແລະ​ເມືອງລາວ ກໍ​ມີອັດ ຕາ​ການກໍ່​ການ​ຮ້າຍທີ່ຕໍ່າ​ຫລາຍ ຖ້າ​ປຽບທຽບ​ໃສ່​
ກັບຫລາຍໆປະ​ເທດ​ຢູ່​ທົ່ວ​ໂລກ. ​ແຕ່​ວ່າ ກໍ​ຄື​ກັນ
ກັບ​ການ​ເດີນ​ທາງ​ໄປ​ຍັງ
ປະ​ເທດອື່ນໆ​ຫັ້ນ​ແລ້ວ ພວກ​ເຮົາ​ຢາກ ຂໍຊຸກຍູ້​ໃຫ້ ຊາວອາ​ເມຣິກັນຈົ່ງ​ໃຊ້
ຄວາມລະມັດລະວັງອັນ​ເໝາະ​ສົມ ​ແລະ​ກວດ​ເບິ່ງລາຍ​ລະອຽດກ່ຽວ​ກັບ
ປະ​ເທດທີ່​ຈະ​ໄປ​ຢາມທີ່​ຕິດໄວ້​ຢູ່​ໜ້າ​ເວັບ​ໄຊ້ທ໌​
travel.state.gov ກ່ອນ​
ທີ່​ເຂົາ​ເຈົ້າ​ຈະ​ອອກ​ເດີນທາງ.”


ທ່ານເອກ​ອັກ​ຄະລັດ​ຖະ​ທູດ Daniel Clune ແລະ​ພັນ​ລະ​ຍາ ທ່ານ​ນາງ Judy ​ໄດ້ເດີນ​ທາງ​ໄປ​ເຖິງປະ​ເທດລາວ ​ເມື່ອ​ວັນ​ທີ 16 ກັນຍາຜ່ານ​ມານີ້ ​ແລະເວລາ​ນີ້ ກໍາລັງລໍ​ຖ້າ​ສະ​ເໜີ​ສານ​ຕາ​ຕັ້ງ ຕໍ່​ປະທານ​ປະ​ເທດລາວ ທ່ານ ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ຢູ່.
XS
SM
MD
LG