ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ​ບຸນ​ທັນ ທັມ​ມະ​ວົງ ອະ​ດີດ ​ນັກ​ສຶກ​ສາລາວ ແລະ​ນັກ​ເຄື່ອນ​ໄຫວ​ ທີ່ປະ​ເທດ​ໂປ​ແລນ ຖືກ​ປ່ອຍ ຈາກ​ຄຸກ


ທ່ານ​ບຸນ​ທັນ ທັມມະ​ວົງ ອະ​ດີດ​ນັກ​ສຶກ​ສາລາວຈາກ ສ​ປ​ປ ລາວ ແລະ​ນັກ​ເຄື່ອນ​ໄຫວ ໃນ​ປະ​ເທດ​ໂປ​ແລນ ທີ່​ຖືກ​ຈັບ​ຢູ່​ລາວເປັນ ເວ​ລາ 4 ປີ ຖືກ​ປ່ອຍ​ແລ້ວ.
ທ່ານ​ບຸນ​ທັນ ທັມມະ​ວົງ ອະ​ດີດ​ນັກ​ສຶກ​ສາລາວຈາກ ສ​ປ​ປ ລາວ ແລະ​ນັກ​ເຄື່ອນ​ໄຫວ ໃນ​ປະ​ເທດ​ໂປ​ແລນ ທີ່​ຖືກ​ຈັບ​ຢູ່​ລາວເປັນ ເວ​ລາ 4 ປີ ຖືກ​ປ່ອຍ​ແລ້ວ.

ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົ​ບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລ​າວມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ
​ສຳພາດ​ ກັບ ທ່ານ​ບຸນ​ທັນ ທັມ​ມະ​ວົງ ອະ​ດີດ​ນັກ​ສຶກ​ສາ ​ຈາກ ສ​ປ​ປ ລາວ ທີ່​ຕົກ​ຄ້​າງ​
ຢູ່​ໃນ​ປະ​ເທດ​ໂປ​ແລນ ໃນ​ຊຸມ​ປີ 1990 ຊຶ່ງ​ເປັນ​ເວ​ລາ​ດຽວ​ກັນກັບ​ທີ່​ສະຫະ​ພາບ​ໂຊ​
ຫວຽດລົ້​ມ​ສະ​ຫຼາຍ. ບັນ​ດາ​ປະ​ເທດ​ທີ່​ເປັນ​ບໍ​ລິ​ວານ​ຂອງ​ໂຊຫວຽດ ຫຼັງ​ຈາກນັ້ນ ກໍເລີ້​ມ

​ນະ​ໂຍ​ບາຍ ​ທີ່​ເປັນ​ເອກ​ກະ​ລາດ​ ແລະປົກ​ຄອງ​ຕົນ​ເອງ​ຫຼາຍ​ຂຶ້ນ​. ພ້ອມ​ດຽວ​ກັນ​ນັ້ນ
ພວກນັກ​ສຶກ​ສາ​ລາວ ທີ່​ຕົກ​ຄ້າງ​ຢູ່​ປະ​ເທດ​ໂປ​ແລນ ກໍ​ເລີ້ມ​ພາ​ກັນປະທ້ວງ​ລະ​ບອບກ​ານ
​ປົກ​ຄອງ​ໃໝ່ຢູ່ ສ​ປ​ປ ລາວ. ​ຫຼາຍ​ປີ​ຕໍ່​ມາ ທ່ານ​ບຸນ​ທັນໄດ້​ກັບ​ຄືນ​ເມືອ​ປະ​ເທດ​ລາວ​ເພື່ອ
​ເຮັດ​ທຸ​ລະ​ກິດ ແລະ​ຕໍ່​ມາ​ກໍໄດ້​ຖືກ​ຈັບ ແລະ​ຕິດຄຸກ​ຢູ່​ທີ່ນັ້ນ ເປັນ​ເວ​ລາ​ສີ່​ປີ. ປະ​ສົບ​ການ​
ຂອງ​ທ່ານບຸນ​ທັນເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ບຸນ​ທັນ ​ທັມ​ມະ​ວົງ ແມ່ນ​ອະ​ດີດ​ນັກ​ສຶກ​ສາຈາກ ສ​ປ​ປ ລາວ ​ທີ່ເຄີຍໄດ້​ໄປ​ຮຽນ ​ຢູ່​
ສະ​ຫະ​ພາບ​ໂຊ​ຫວຽດ. ຕໍ່​ມ​າໃນ​ຊຸມ​ປິ 1980 ທ່ານ​ກໍ​ແມ່ນ​ຜູ້​ນຶ່ງ ຮວມ​ຢູ່ ໃນຈຳ​ນວນ​ນັກ​
ສຶ​ກ​ສາລາ​ວ 33 ຄົນທີ່​ຖືກ​ສົ່ງ​ໄປຮຽນຕໍ່​ຢູ່ປະ​ເທດ​ໂປ​ແລນ ​ຝ່າຍສ້ອມ​ແປງ​ເຄື່ອງ​ຈັກ ແຕ່​
ໄດ້​ປ່ຽນມາ​ຮຽນ ​ຝ່າຍ​ລັດ​ຖະ​ສາດ ຊຶ່ງໄດ້ພາ​ໃຫ້​ທ່ານ​ກາຍເປັນຜູ້​ນຳ​ນັກ​ສຶກ​ສາ​ລາ​ວ​ເຄື່ອນ
​ໄຫ​ວ​ດ້ານ​ການ​ເມືອງຢູ່​ໃນ​ໂປ​ແລນ. ທ່ານ​ບຸນ​ທັນ ໄດ້​ໃຫ້ເຫດ​ຜົນທີ່​ທ່​ານ​ ແລະ​ບັນ​ດາ​ນັກ
​ສຶກ​ສາ​ລາວ ພາ​ປະ​ທ້ວງ​ຢູ່​ໃນ​ປະ​ເທດ​ໂປ​ແລນ ຊຶ່ງ​ທ່ານ​ໄດ້​ກ່າວຕອນ​ໃນ​ນີ້​ວ່າ:

​ແຕ່​ຫຼັງ​ຈາກ​ໄດ້​ເປັນ​ຜູ້​ນຳ​ພາ ການ​ປະ​ທ້ວງ​ຢູ່​ປະ​ເທດ​ໂປ​ແລນ​ ໃນ​ຊຸມປີ 1990 ດຳ​ເນີນ
​ໄປ​ສຸດ​ຂີດ​ແລ້ວ ທ່ານ​ບຸນ​ທັນ ຈຶ່ງ​ຢາກ​ປ່ຽນ​ທິດ​ທາງ​ໃໝ່ ຄື​ຕົກ​ມາ​ໃນ​ປີ 2004 ທ່ານ​ຈຶ່ງ
​ໄດ້​ເ​ດີນ​ທາງ​ເຂົ້າ​ໄປປະ​ເທດ​ໄທ ເພື່ອ​ກະກຽມ​ໄປເຮັດ​ທຸ​ລະ​ກິດ​ກ່ຽວ​ກັບບໍ​ລິ​ສັດ​ຂຸດ​ຄົ້ນ​ບໍ່
​ແຮ່​ຢູ່​ໃນ​ປະ​ເທດ​ລາວ ດັ່ງ​ທີ່ທ່ານບຸນ​ທັນໄດ້​ກ່າວ​ຕອນ​ນີ້​ວ່າ:

ໃນ​ໄລ​ຍະ​ທີ່ທ່ານ​ບຸນ​ທັນ ​ໄດ້​ຢູ່​ໃນ​ປະ​ເທດ​ລາວ ທ່ານ​ໄດ້​ສັງ​ເກດ​ເຫັນສິ່ງ​ທີ່​ທ່ານບໍ່​ຄາດ
​ຝັນ​ຫຼາຍ​ຢ່າງ ແລະໄດ້ກໍ່​ໃຫ້​ເກີດ​ການ​ກະ​ຕຸ້ນ​ໃຫ້​ທ່ານ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​ອັນ​ນຳ
​ພາ​ໄປສູ່​ ການ​ຖືກ​ຈັບ​ເຂົ້າ​ຄຸກ​ໃນ​ເວ​ລາ​ຕໍ່​ມາ ຊຶ່ງ​ທ່ານ​ໄດ້​ກ່າວເຖິງ ຕອນ​ນີ້ວ່າ:

ທ່ານ​ບຸນ​ທັນ ໄດ້ກ່າວມ້ວນ​ທ້າຍ​ເຖິງ​ປະ​ສົບການ ການໃຊ້ຊີ​ວິດ​ຢູ່​ໃນ​ຄຸກ​ເປັນ​ເວ​ລາ​ສີ່​ປີ
​ຕໍ່ວີ​ໂອ​ເອ ຟັງດັ່ງ​ນີ້:

ປັດ​ຈຸ​ບັນ​ນີ້ ທ່ານ​ບຸນ​ທັນ ​ຢູ່​ກັບ​ຄອບ​ຄົວ ຊຶ່ງ​ມີພັນ​ລະ​ຍາ​ທີ່​ເປັນ​ຊາວ​ໂປ​ແລນ ມີ​ລູກ​ຊາຍ
​ນຶ່ງ​ຄົນ ແລະ​ລູກ​ສາວນຶ່ງ​ຄົນ. ​ພວກ​ອະ​ດີດ​ນັກ​ສຶກ​ສາ​ລາວ​ສ່ວນ​ນຶ່ງໄດ້​ຕັ້ງຄອບ​ຄົວ ທີ່​ຢູ່​
ທີ່​ໂປ​ແລນ ແລະອີກ​ສ່ວນ​ນຶ່ງໄດ້​ຍົກ​ຍ້າຍ​ໄປ​ເຮັດ​ວຽກຢູ່ຕາມ​ປະ​ເທດຢູໂຣບ​ ເຊັນ​ເຢຍ​
ຣະ​ມັນ ອັງ​ກິດ ແລະ​ຝ​ຣັ່ງ.

XS
SM
MD
LG