ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮູບເງົາ The Interview ສ້າງລາຍໄດ້ ກວ່າ 1 ລ້ານໂດລາ ໃນມື້ທຳອິດ


ພວກໄປເບິ່ງຮູບເງົາເລືຶ້ອງ "The Interview" ພາກັນລຽນແຖວຊື້ປີ້.
ພວກໄປເບິ່ງຮູບເງົາເລືຶ້ອງ "The Interview" ພາກັນລຽນແຖວຊື້ປີ້.

ບໍລິສັດຮູບເງົາ Sony ກ່າວ​ວ່າ ຮູ​ບ​ເງົາ​ເລື້ອງ The Interview
ເຮັດລາຍ​ໄດ້​ຫລາຍ​ກວ່າ 1 ລ້ານ​ໂດ​ລາ ​ໃນ​ວັນ​ພະຫັດ​ຜ່ານມາ
ທີ່​ນຳອອກສາຍໃນ​ຂ​ອບ​ເຂດ​ຈຳກັດ.

​ໂຮ​ງສາຍຮູບ​ເງົາ 320 ​ແຫ່ງ​ຢູ່​ໃນສະຫະລັດ ຊຶ່ງປະມານ 10
​ເປີ​ເຊັນ​ຂອງ​ຈຳ​ນວນ​ທີ່​ໄດ້​ວາງ​ແຜນ​ເອົາ​ໄວ້ໃນຂັ້ນຕົ້ນນັ້ນ ​ໄດ້​
ສາຍຮູບ​ເງົາດັ່ງກ່າວ​ໃນ​ວັນ​ພະຫັດ ຜ່ານມາ ນຶ່ງ​ອາທິດ​ຫລັງ
ຈາກບໍລິສັດ Sony ​ໄດ້​ຍົກເລີກ​ການ​ສາຍ ​ເນື່ອງ​ຈາກ​ຖືກ​ຂົ່ມ
ຂູ່ຈະມີການກໍ່​ຄວາຮຸນ​ແຮງ.

​ທ່ານ Rory Bruer ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ຂອງບໍລິສັດ Sony ຄົນ
​ນຶ່ງ ​ກ່າວ​ວ່າ ເມື່ອພິຈາລະນາ​ເຖິງ “ສະພາບ​ການ​ທ້າ​ທາຍ​ທີ່​ບໍ່​ໜ້າ​ເຊື່ອ” ແລ້ວ ບໍລິ​ສັດ Sony ແມ່ນຮູ້ບຸນຄຸນເປັນ​ທີ່​ສຸດ ​ຕໍ່ປະຊາຊົນທີ່​ພາກັນ​ອອກມາ​ເບິ່ງ ຮູບ​ເງົາ The
interview
​ໃນ ມື້​ທຳ​ອິດ​ທີ່​ສາຍ​ຢູ່​ໃນໂຮງ.

​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ບໍລິສັດ Sony ​ໄດ້ນຳຮູບ​ເງົາ The Interview ອອກ ເຜີຍທາງ
ອິນເຕີແນັດຮວມທັງ You tube, Google Play ​ແລະ Microsoft Xbox.

The Interview ​ເປັນ​ເລື້ອງ​ນິຍາຍ ກ່ຽວ​ກັບນັກ​ຂ່າວ​ສອງ​ຄົນ ທີ່​ໄດ້​ຖືກເກນ​ໂດຍນັກ​ສຶບ
ສະຫະລັດ ​ເພື່ອ​ລອບ​ສັງຫານ ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un.

​ເກົາຫລີ​ເໜືອ ​ໄດ້​ປະນາມ​ຮູບ​ເງົາ​ດັ່ງກ່າວ ​ແລະ​ບໍລິສັດ Sony ​ໄດ້​ຍົກເລີກແຜນ ການ​ນຳ
ຮູບເງົາອອກເຜີຍ​ແຜ່​ໃນ​ອາທິດ​ແລ້ວ​ນີ້ ຫລັງ​ຈາກ​ໄດ້​ຖືກ​ໂຈມ​ຕີຢ່າງຮ້າຍແຮງ ​ຕໍ່ຕາໜ່າງ
ຄອມ​ພິມ​ເຕີຂອງບໍລິສັດ​ແລະ​ໄດ້​ຖືກ​ຂົ່ມຂູ່​ຈາກພວກໂຈມຕີີເຈາະ ຂໍ້ມູນຫຼືແຮັກເກີ້ວ່າ ​ຈະ
​ເກີດ​ຄວາມ​ຮຸນ​ແຮງ​ຕໍ່​ໂຮງສາຍ​ຮູບ​ເງົາ​ທັງຫລາຍ ທີ່ສາຍ ເລື່ອງນີ້.

'The Interview' Screened in Movie Theaters
please wait

No media source currently available

0:00 0:01:51 0:00

XS
SM
MD
LG