ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ວັນທີ 31 ຕຸລາ ແມ່ນວັນສະຫຼອງບຸນ ຮາໂລວີນ (Halloween) ຫຼືບຸນຜີ ປະຈຳປີຢູ່ໃນສະຫະລັດ ແລະຢູໂຣບ. ພໍຕາເວັນຕົກດິນ ໃນ
ຕອນແລງມື້ນີ້ ພວກເດັກນ້ອຍຈະພາກັນນຸ່ງເຄື່ອງເປັນຜີ ໃສ່ໜ້າ ກາກທີ່ໜ້າຢ້ານ
ແລະໃສ່ຊຸດຕ່າງໆ. ເຂົາເຈົ້າຖືຖົງ ແລະຄຸ ຍ່າງເລາະ ໄປຕາມບ້ານເຮືອນ ແລ້ວເຄາະ
ປະຕູຂໍເຂົ້າໜົມ. ເພາະສະນັ້ນ ລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ຈະນໍາເອົາການສຳພາດກັບພວກເດັກແລະຜູ້ໃຫຍ່ ກ່ຽວກັບປະເພີນີ
ສະຫຼອງບຸນຜີຮາໂລວີນ ຊຶ່ງ ກິ່ງສະຫວັນຈະນຳເລື້ອງນີ້ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.
ລະດູຮ້ອນໄດ້ສິ້ນສຸດລົງໄປ ບໍ່ເທົ່າໃດອາທີດທີ່ຜ່ານມານີ້ ບັດນີ້ແມ່ນລະດູໃບໄມ້ຫຼົ່ນ
ຕົ້ນໄມ້ກຳລັງປ່ຽນຈາກສີຂຽວ ມາເປັນສີເຫລືອງ ແດງງົດງາມ ແລະຕົກຫລົ່ນຢູ່ຕາມ
ໜ້າດິນ ພ້ອມທັງມີອາກາດເຍືອກເຢັນ ຊຶ່ງບອກເຖິງ ບັນຍາກາດບຸນຮາໂລວິນ
(Halloween) ຫຼືບຸນຜີ. ປະເພີນີດັ່ງກ່າວນີ້ໄດ້ປະຕິບັດກັນມາຢູ່ໃນປະເທດຢູໂຣບ
ເມື່ອຫຼາຍພັນປີກ່ອນ. ບຸນຜີຮາໂລວີນ ແມ່ນບຸນປະເພນີໂບຮານຂອງຊາວແຊລ
ຕິກ (Celltic) ທີ່ຮູ້ກັນຢູ່ໃນເວລານີ້ແມ່ນປະເທດອັງກິດ ໄອຣ໌ແລນ ແລະສະກັອດ
ແລນທີ່ນັບຖືຜີພົວພັນກັບພວກແມ່ມົດ ຜູ້ມີເວດມົນຄາຖາ. ບຸນຮາໂລວີນໄດ້ຖືກຊາວ
ຢູໂຣບນຳເອົາມາເຜີຍແຜ່ໃນສະໄໝເຂົາເຈົ້າເລີ້ມມາຕັ້ງຊີວິດຢູ່ໃນແຜ່ນດິນໃໝ່ທີ່
ຮ້ອງວ່າອາເມຣິກາ. ແຕ່ຕົກມາເຖິງສະໄໝໃໝ່ ການສະຫຼອງບຸນຮາໂລວີນໄດ້ຖືກ
ດັດແປງໄປຕາມຍຸກສະໄໝ ແລະວິວັດທະນາຂຶ້ນມາເປັນການຄ້າຢ່າງໃຫຍ່ ເຊັ່ນ
ຂາຍເຄື່ອງນຸ່ງຊຸດເປັນຜີ ຊຸດຕ່າງໆ ໜ້າກາກ ໂດຍສະເພາະ ຕ້ອງມີເຂົ້າໜົມໄວ້ໃຫ້
ພວກເດັກນ້ອຍທີ່ມາຂໍ. ຢູ່ຕາມຮ້ານຄ້າ ບ້ານເຮືອນຖືກຕົກແຕ່ງໃຫ້ເປັນປ່າຊ້າທີ່ໜ້າ
ຢ້ານ ພ້ອມດ້ວຍໝາກອຶສີເຫລືອງ ຄວັດໃຫ້ເປັນຮູບໜ້າຜີ ແລ້ວໃຕ້ທຽນໄຂໃສ່ໄວ້
ທາງໃນໃຫ້ມີແສງອອກມາ ນອກນັ້ນ ກໍມີຕົ້ນໝາກສາລີແຫ້ງ ອັນເປັນສັນຍາລັກ
ຂອງລະດູເກັບກ່ຽວ.
ເພາະສະນັ້ນຄ່ຳຄືນມື້ນີ້ ພວກຜູ້ໃຫຍ່ພາກັນຊຸມແຊວພາຕີ້ (party) ສ່ວນພວກເດັກ
ນ້ອຍພາກັນນຸ່ງເຄື່ອງເປັນຜີ ແລະໃສ່ຊຸດຕ່າງໆອອກໄປເລາະເຄາະປະຕູ ຂໍເຂົ້າໜົມ
ຢູ່ຕາມບ້ານໃກ້ເຮືອນຄຽງຊຶ່ງເຂົາເຈົ້າພາກັນເວົ້າວ່າ ທຣິກ ອໍຣ ທຣິຕ (Trick or Treat)
ໝາຍຄວາມວ່າ “ມາຫລອກກິນ”ດັ່ງທີ່ນາງແຊຣາ ກອງສະມິດ ອາຍຸ 10 ປີ ເປັນນັກ
ຮຽນທີ່ດີເດັ່ນ ແລະສະຫຼຽວສະຫຼາດ ໄດ້ກ່າວຕໍ່ ວີໂອເອ ວ່າ:
“ຂ້ານ້ອຍຊື່ວ່າແຊຣາ ກອງສະມິດ ອາຍຸ 10 ປີ ກຳລັງຮຽນຢູ່ຫ້ອງຫ້າ. ປີນີ້ຂ້ານ້ອຍນຸ່ງ
ເຄື່ອງເປັນເຈົ້າຍິງ ແຕ່ລະປີຂ້ານ້ອຍນນຸ່ງເຄື່ອງບໍ່ຄືເກົ່າ ປີກາຍນີ້ໄດ້ນຸ່ງເຄື່ອງເປັນ
ເປັນໝາກອຶ ສຳລັບປີໜ້າຍັງບໍ່ຮູ້ເທື່ອວ່າຈະເປັນຫຍັງ. ແຕ່ລະປີຂະນ້ອຍໄດ້ຂະໜົມ
ຫຼາຍ ແລະກໍກິນຈຳນວນນຶ່ງ ກ່ອນຊິກິນຕ້ອງໄດ້ກວດເບິ່ງກ່ອນ ແຕ່ລະປີພໍ່ແມ່ຂະ
ນ້ອຍພາໄປເລາະຂໍເຂົ້າໜົມ ແລະບາງເທື່ອກໍເອື້ອຍຂະນ້ອຍພາໄປ ແຕ່ວ່າເອື້ອຍຂະ
ນ້ອບໃຫຍ່ແລ້ວ ລາວບໍ່ໄປຂໍຂະໜົມອີກ. ເວລາຂະນ້ອຍໃຫຍ່ຂະນ້ອຍຢາກເປັນນັກ
ບັນຊີ ແລະວິສະວະກອນ.”
ທ່ານແຄວິນ ກອງສະມິດ ພໍ່ຂອງນາງແຊຣາ ໄດ້ຊ່ວຍອະທິບາຍກ່ຽວກັບການສະຫຼອງ
ບຸນຮາໂລບິນດັ່ງນີ້:
ທ້າວຫຼ້ານ້ອຍ ຈັນທະຄຳ ອາຍຸສີ່ປີ ເກີດຢູ່ໃນສະຫະລັດ ກຳລັງຮຽນຢູ່ໂຮງຮຽນອະນຸບານ ລາວມີ
ຄວາມຕື່ນເຕັ້ນທີ່ໄດ້ນຸ່ງເຄື່ອງເປັນໜ່ວຍປາບປາມຈາລະຈົນ ແລະໃຫຍ່ມາຢາກເປັນຄົນດັບເພີງ ລາວກ່າວສູ່ ວີໂອເອ ວ່າ:
ຍານາງສົມຈັນ ໄຊບໍລິວົງ ຢູ່ທີ່ລັດຄາລິຟໍເນຍ ເຄີຍໄດ້ຕົກແຕ່ງເຄື່ອງນຸ່ງບຸນຜີໃຫ້ພວ
ກລູກໆເວລາເຂົາເຈົ້າຍັງນ້ອຍ ບັດນີ້ເຂົາເຈົ້າໃຫຍ່ກັນໝົດແລ້ວ ແຕ່ຍັງໄດ້ສືບທອດ
ຕົກແຕ່ງໃຫ້ພວກຫຼານນ້ອຍ. ຍານາງສົມຈັນ ໄດ້ອະທິບາຍ ແລະປຽບທຽບກ່ຽວກັບ
ປະເພນີການສະຫຼອງບຸນຜີຢູ່ເຂດທ້ອງຖິ່ນທີ່ຍັງປະຕິບັດກັນຢູ່ໃນປະເທດລາວສູ່
ຟັງດັ່ງນີີ້:
ບຸນຮາໂລວີນ ແມ່ນນບຸນຜີທີ່ຕົກຖືກວັນທີ 31 ຕຸລາ ຂອງແຕ່ລະປີ ແຕ່ບໍ່ແມ່ນວັນພັກ
ທາງການ.