ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວທີ່ ການາດາ ຝຣັ່ງ ສະຫະລັດ ແລະ ສປປ ລາວ ສະຫລອງບຸນປີໃໝ່ ພ.ສ 2558 ຢ່າງຄຶກຄື້ນ


ນາງສັງຂານ ປະຈຳ ພ.ສ 2558 ທີ່ນະຄອນ Montreal ປະເທດ ການາດາ.
ນາງສັງຂານ ປະຈຳ ພ.ສ 2558 ທີ່ນະຄອນ Montreal ປະເທດ ການາດາ.

ທ່ານ​ຜູ້ຟັງ​ທັງຫລາຍ ​ເນື່ອງໃນວາລະ​ໂອກາດ​ສະຫລອງ​ບຸນປີ​
ໃໝ່​ລາວ ພ.ສ 2558 ທີ່​ຜ່ານ​ມານີ້ ລາຍການ​ຊີວິດ​ຊາວ​ລາວ
ຈະ​ນຳພາ​ທ່ານ​ໄປ​ຢ້ຽມຢາມຖາມ​ຂ່າວ ​ເບິ່ງ​ການ​ສະຫລອງ​ບຸນ
ປີ​ໃໝ່​ຂອງ ​ພີ່ນ້ອງ​ເຊື້ອສາຍ​ລາວ ຢູ່​ໃນ​ສາມ​ປະ​ເທດ ຄື ​ນະ
ຄອນ Montreal ປະ​ເທດ​ກາ​ນາ​ດາ ຕິ​ດຕາມ​ມາ​ດ້ວຍ ນະ
ຄອນ​ຫລວງປາຣີ ປະ​ເທດ​ຝຣັ່ງ ​ແລະ ຢູ່ທີ່ຂົງ​ເຂດ ນະຄອນ
ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະ​ລັດ ອາ​ເມຣິກາ ວ່າ​ໃນ​ແຕ່ລະ​
ແຫ່ງ ບັນດາ​ຊາວ​ລາວ ພາກັນຮັກສາ​ຮີດຄອງ​ປະ​ເພນີ ​ສະ
ຫລອງບຸນ​ອັນ​ສຳຄັນປະຈຳ​ປີ​ນີ້​ກັນ​ຢ່າງ​ໃດ ຊຶ່ງ ກິ່ງ​ສະຫວັນ
ຈະ​ນຳ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ​ປີ​ໃໝ່ ປີ​ມະ​ແມ ຄ.ສ. 2558 ຟ້າ​ໃໝ່ ປີໃໝ່ ໄດ້ຜ່ານ​ພົ້ນໄປ​ເປັນ​ເວລາ​ນຶ່ງ​ອາທິດ
ແລ້ວ. ​ຢູ່ທີ່ຕ່າງປະ​ເທດ ບັນດາ​ປະ​ຊາ​ຄົມລາວ ຍັງມີ​ນັດ​ໝາຍສະ​ຫລອງບຸນປີ​ໃໝ່​ກັນຈົນ
​ຮອດ​ ຕົ້ນ​ເດືອນພຶດສະພາ ​ເພື່ອໃຫ້​ໂອກາດໃນແຕ່ລະ​ເຂດ ໄດ້​ມີ​ໂອກາດ​ສັບ​ປ່ຽນສະ
ຫລອງ ແລະ​ເດີນທາງ​ໄປພົບ​ພໍ້ມ່ວນ​ຊື່ນນຳ​ກັນ.

ດອກ Sakura ກຳລັງເບັ່ງບານ ທີ່ ນະຄອນຫລວງ ວໍຊິງຕັນ ດີ.ຊີ
ດອກ Sakura ກຳລັງເບັ່ງບານ ທີ່ ນະຄອນຫລວງ ວໍຊິງຕັນ ດີ.ຊີ

ປັດຈຸ​ບັນນີ້ ຢູ່​ສະຫະລັດ ອາ​ເມຣິກາ ອາກາດ​ໄດ້​ເລີ້ມ​ອົບ​ອຸ່ນຂື້ນ​ມາ​ ​ຫລັງ​ຈາກ​ໄດ້​ຜ່ານ​ກັບ​ລະດູ​ໜາວມາ​ເປັນ​ເວລາ​ຫລາຍ​ເດືອນ. ພ້ອມໆດຽວກັນກັບ​ການ​ສະຫລອງ​ບຸນປີ​ໃໝ່​ລາວ​ນີ້ ຢູ່​ນະຄອນ​ຫລວງ ວໍ​ຊິງ​ຕັນ ດີ.ຊີ ​ມີບັນດານັກ​ທ່ອງທຽວຢ່າງ​ຫລວງຫລາຍ ພາກັນເດີນ ທາງມາຈາກທົ່ວ​ໂລກ ມາ​ຍ່າງທ່ຽວ​ຊົມ​ເບິ່ງດອກ Sakura ​ຂອງລະດູບານ​ໃໝ່ ​ທີ່ເບັ່ງບານ​ເດຍລະ​ດາດຢູ່​ຕາມ​ແຄ​ມ​ແມ່ນໍ້າ Potomac ​ແລະ​ມີການ​ເດີນ​ສວນສະໜາມກັນ​ຢ່າງ​ຄຶ​ກຄຶ້ນ. ພາຍ​ໃຕ້ບັນຍາກາດດັ່ງກ່າວ​ນີ້ ປະຊາກອນ​ເຊື້ອ​ສາຍ​ລາວ ​ຢູ່ທຸກ​ແຫ່ງ​ຫົນຕ່າງ​ກໍ​ພາກັນ ສະຫລອງ​ບຸນປີ​ໃໝ່ລາວ ຢູ່​ຕາມ​ເຂດທ້ອງ​ຖິ່ນຂອງ​ໃຜລາວ​. ​

​ແຕ່​ກ່ອນ​ອື່ນ ຂ້າ​ພະ​ເຈົ້າ ຈະ​ນຳພາ​ທ່ານ​ໄປ​ຢ້ຽມຢາມ​ຖາມ​ຂ່າວ ປະຊາ​ຄົມ​ລາວ​ທີ່ ນະຄອນ Montreal ທາງ​ພາກ​ຕາ​ເວັນ​ອອກ​ຂອງ ປະ​ເທດກາ​ນາ​ດາ ທີ່ຕິ​ດກັບຊາຍ​ແດນພາກເໜືອ
ຂອງ ສະຫະລັດ ອາ​ເມຣິກາ. ນະຄອນ Montreal ປາກ​ສອງ​ພາສາ ຄື​ພາສາ​ອັງກິດ ​ແລະ​ຝຣັ່ງ ມີ​ປະຊາກອນ​ລາວ ຢູ່ ປະມານ 8,000 ຄົນ ​ຂອງຈຳນວນ​ທັງ​ໝົດ​ປະມານ 20,000 ຄົນ​ຢູ່ໃນ​ປະ​ເທດ​ກາ​ນາ​ດາ. ບຸນປີໃໝ່ ​ໄດ້​ຈັດຂື້ນໃນວັນ​ເສົາ ​ທີ 18 ເມສາ ທີ່​ຜ່ານ​ມາຢູ່​ທີ່ PAROISSE SAINT-JEAN-BERCHMANS ຊຶ່ງ​ເປັນ​ສະ​ໂມ​ສອນ​ແຫ່ງ​ນຶ່ງ​ໃນ ນະ
ຄອນ Montreal. ປະຊາ​ຄົມ​ລາວ​-ກາ​ນາ​ດາ ​ຕັ້ງ​ຖິ່ນ​ຖານຢູ່​ໃນ​ຂົງ​ເຂດ​ແຫ່ງນີ້ ​ມີ​ການ​ເຕົ້າ​ໂຮມກັນ​ດີ​ເປັນ​ພິ​ເສດ ມີ​ວັດວາອາ​ຮາມສອງ​ແຫ່ງ​ ​ແລະ​ຮັກສາ​ຮີດຄອງ​ປະ​ເພນີ​ລາວ ໄວ້ໄດ້​ເປັນ​ຢ່າງ​ດີ. ທ່ານສຸກ​ຂີງ​ຄຳ ປາກ​ດີ​ມຸນີ​ວົງ ​ປະ​ທານ​ຈັດ​ງານບຸນປີ​ໃໝ່​ລາວ ໄດ້​ກ່າວ​ ​ເບື້ອງ​ຕົ້ນກ່ຽວກັບ​ຊີວິດ​ການ​ເປັນ​ຢູ່​ຂອງ ​ປະຊາກອນ​ລາວ-ກາ​ນາ​ດາ ​ດັ່ງ​ນີ້ :

ບັນດາລູກແສ້ ຫລານສາວລາວ ທີ່ນະຄອນ Montreal
ບັນດາລູກແສ້ ຫລານສາວລາວ ທີ່ນະຄອນ Montreal

​ເນຶ່ອງ​ໃນ​ໂອກາດການສະຫລອງ​ບຸນປີ​ໃໝ່ ພ.ສ 2558 ປີ​ນີ້ ທ່ານ​ສຸກຂີງ​ຄຳ ໄດ້​ກ່າວກ່ຽວ​ກັບການ​ສະຫລອງ​ບຸນ​ວ່າ : ​

ທ່ານສຸກຂີງຄຳ ປາກດີມຸນີວົງ
ທ່ານສຸກຂີງຄຳ ປາກດີມຸນີວົງ

ບັດ​ນີ້ ຂ້າພະ​ເຈົ້າ​ຈະ​ນຳພາ​ທ່ານ ​ໄປ​ຢ້ຽມຢາມ​ຖາມ​ຂ່າວ ພີ່ນ້ອງ​ຊາວ​ລາວ ທີ່ ນະຄອນ ຫລວງປາຣີ ປະ​ເທດ​ຝຣັ່ງ ​ເບິ່ງ​ວ່າ​ເພີ່ນໄດ້​ສະ​ຫລອງບຸນປີ​ໃໝ່​ກັນ​ຢ່າງໃດ. ທ່ານ​ກ່ອງ​ປະກັນ ຣາຊພົນ ສະມາຊິກ​ປະຊາ​ຄົມ​ລາວ​ຜູ້​ຫ້າວຫັນ ​ໃນ​ນະຄອນຫລວງ​ປາຣີ ທີ່​ໄດ້​ເຂົ້າ​ຮ່ວມການສະຫລອງ​ບຸນ​ຢ່າງສະໜຸກ​ສະໜາ​ນ ​ໃນ​ວັນ​ເສົາ​ທີ່ 11 ​ເດືອນ​ເມສາ ​ທີ່ ສະຖານ ທູດ ສປປ ລາວ ໄດ້​ເລົ່າ​ສູ່ ວີ​ໂອ​ເອ ​ຟັງດັ່ງ​ນີ້ :

(ທີສາມຈາກຊ້າຍ) ພະນະທ່ານ ເອກອັກຄະລັດຖະທູດ ອ້ວນ ພົມມະຈັກ ແຫ່ງ ສປປ ລາວ ທີ່ ນະຄອນຫລວງ ປາຣີ
(ທີສາມຈາກຊ້າຍ) ພະນະທ່ານ ເອກອັກຄະລັດຖະທູດ ອ້ວນ ພົມມະຈັກ ແຫ່ງ ສປປ ລາວ ທີ່ ນະຄອນຫລວງ ປາຣີ

ລິງໂດຍກົງ

ບັດ​ນີ້​ຂ້າພະ​ເຈົ້າ ຈຳນຳ​ພາ​ທ່ານ​ໄປ​ຢ້ຽມຢາມ ​ເບິ່ງ​ການ​ສະຫລອງ​ບຸນປີ​ໃໝ່​ລາວ ທີ່
ນະຄອນຫລວງ​ພະ​ບາງ ຊຶ່ງ ວັນນະ​ສອນ ​ແກ້ວ​ດາຣາ ນັກ​ຂ່າວ ວີ​ໂອເອ ​ໄດ້​ສຳພາດ ພະນະທ່ານ ເຈົ້າ​ແຂວງ ​ຄຳ​ແພງ ​ໄຊ​ສົມ​ເພັງ ​ດັ່ງ​ນີ້ :

ບຸນປີໃໝ່ ທີ່ ນະຄອນຫລວງພະບາງ
ບຸນປີໃໝ່ ທີ່ ນະຄອນຫລວງພະບາງ

ທ້າ​ຍສຸດນີ້ ຂ້າພະ​ເຈົ້າ​ຈະ​ນຳພາ​ທ່ານ​ຢ້ຽມຢາມ ​ເບິ່ງການ​ສະຫລອງ​ບຸນ​ປີ​ໃໝ່ທີ່ ວັດ​ລາວ​ພຸດທະ​ວົງ ​ເຂດ​ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ ​ໃນ​ວັນ​ເສົາ ທີ່ 18 ທີ່​ຜ່ານ​ມາ​. ພາຍ​ໃຕ້​ດິນ​ຟ້າ​ອາກາດ​ອັນແຈ່ມ​ໃສ ​ໄດ້​ມີ​ພີ່ນ້ອງ​ຊາວ​ລາວ ​ແລະ​ຕ່າງປະ​ເທດ​ພາກັນ​ມາ​ເຕົ້າ​ໂຮມກັນ​ຢ່າງ​ໜາ​ແໜ້ນ ​ແລະຄຶກຄື້ນ. ການ​ສະຫລອງໄດ້​ເລີ້ມ​ຕົ້ນ​ດ້ວຍ​ພິທີທາງ​ສາສະໜາ ຕັກບາດ​ຍາດ​ນຳ້ ແຫ່​ນາງ​ສັງຂານ ມີຕະຫລາດນັດ ​ໂດຍການ​ນຳ​ເອົາ​ສິນຄ້າ​ເຄື່ອງ​ປູກ​ຂອງ​ຝັງມາ​ວາງ​ຂາຍ ມີອາຫານ​ການ​ກິນ​ພື້ນ​ເມືອງ​ລາວຢ່າ​ງສົມ​ບຸ​ນ​ແບບ ​ແລະສະ​ແດງການ​ຟ້ອນ​ພື້ນ​ເມືອງ. ​ນອກ​ນັ້ນ​ກໍມີ​ດາຣານັກ​ຮ້ອງ​ຫລາຍໆ​ທ່ານມາ​ປາກົດ​ໂຕ ກ່ອນອາຣົມຜູ້​ມາ​ທ່ຽວ​ຊົມ. ​ພິ​ເສດ​ສຸດ​ໄດ້​ແກ່ ​ຕ່າ​ຍ ດອກ​ເກ​ດ ນັກ​ຮ້ອງ​ຍອດ​ນິຍົມ ​ທີ່​ເດີນທາງ​ມາ​ຈາກ ສປປ ລາວ ​ທີ່​ໄດ້ມາ​ປາກົດ​ໂຕ ຮ້ອງ​ເພງ​ກ່ອມ​ອາຣົມຢ່າງ​ຄຶກຄື້ນ. ຕ່າ​ຍ ດອກ​ເກດ ​ໄດ້​ກ່າວຕໍ່ ວີ​ໂອ​ເອ ​ເຖິງ​ການມາ​ຢ້ຽມຢາມ ສະຫະລັດ ​ຄັ້ງ​ນີ້​ວ່າ :

ຕ່າຍ ດອກເກດ ນັກຮ້ອງຍອດນິຍົມ ຈາກ ສປປ ລາວ
ຕ່າຍ ດອກເກດ ນັກຮ້ອງຍອດນິຍົມ ຈາກ ສປປ ລາວ

ລິງໂດຍກົງ

ໃນ​ວັນ​ພະຫັດ​ໜ້າ ​ເຮົາຈະ​ນຳ​ເອົາ​ການ​ສຳພາດກ່ຽວ​ກັບ ຕ່າ​ຍ ດອກ​ເກດ ມາສະ​ເໜີ​ທ່ານອີກ ​ໂປດ​ຕິດຕາມ​ຮັບ​ຟັງ​.

​ໃນ​ວາຣະ​ໂອກາດ​ອັນ​ສັກສິດ ​ແລະສີຣິມຸງຄຸນ​ນີ້ ພວກ​ຂ້າພະ​ເຈົ້າ ຜູ້​ຈັດ​ທຳ​ລາຍການ ວິທະຍຸ ວີ​ໂອ​ເອ ພາກ​ພາສາ​ລາວ ຂໍ​ຖື​ໂອກາດ​ນີ້ ອວຍ​ໄຊ​ໃຫ້​ພອນ​ແດ່ ທ່ານ​ຟັງ​ພ້ອມ​ດ້ວຍ​ຄອບຄົວ ​ຍາດ​ມິດ ​ແລະ​ປະຊາກອນ​ລາວທີ່​ຢູ່​ທຸກ​ຫົນ​ແຫ່ງ ຈົ່ງ​ຢູ່ດີມີ​ສຸກ​ທັງ​ກາຍ ​ແລະ ​ໃຈ ​ແລະ​ຂໍ​ຂອບໃຈ ທີ່​ທ່ານ​ໄດ້​ໃຫ້​ກຽດ ຕິດ​ຕາມຟັງລາຍການ​ຂອງ​ພວກ​ເຮົາ​ຕະຫລອດ​ມາ.

XS
SM
MD
LG