ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວ ໃນຕ່າງແດນ ຂອງວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມແລະຄວາມຄິດເຫັນ ຂອງບັນດາ
ສະມາຊິກອົງການຈັດຕັ້ງທາງການເມືອງ ຢູ່ທີ່ກອງປະຊຸມ “ອົງການໂຮມລາວ ເພື່ອສັນ
ຕິພາບແລະປະຊາທິປະໄຕ” ທີ່ໄດ້ຈັດຂຶ້ນຢູ່ລັດມິນເນໂຊຕາ ໃນເດືອນກັນຍາ ທີ່ຜ່ານ
ມານີ້ ຊຶ່ງຜູ້ເຂົ້າຮ່ວມເຫລົ່ານີ້ ແມ່ນມາຈາກ ສິບກວ່າອົງການຈັດຕັ້ງ ທາງການເມືອງ
ຂອງລາວ ຢູ່ນອກປະເທດ. ຈຸດປະສົງ ຂອງກອງປະຊຸມ ກໍເພື່ອທ້ອນໂຮມການຈັດຕັ້ງ
ຕ່າງໆໃຫ້ເປັນກ້ອນເປັນກຸ່ມອັນດຽວກັນ ດັ່ງກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາ
ສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອໄວໆມານີ້ ບັນດາຜູ້ຕາງໜ້າຂອງ 10 ກວ່າອົງການຈັດຕັ້ງທາງການເມືອງຂອງ
ລາວ ຈາກສະຫະລັດ ການາດາ ຝຣັ່ງ ນິວຊີແລນ ແລະອອສເຕຣເລຍ ໄດ້ເດີນທາງ
ໄປເຕົ້າໂຮມກັນ ຢູ່ລັດມິນເນໂຊຕາ ທາງພາກກາງເໜືອສຸດ ຂອງສະຫະລັດ ເພື່ອເຂົ້າ
ຮ່ວມກອງປະຊຸມ “ອົງການໂຮມລາວ ເພື່ອສັນຕິພາບ ແລະປະຊາທິປະໄຕ.” ຈຸດປະ
ສົງກໍເພື່ອທ້ອນໂຮມການຈັດຕັ້ງທີ່ໄດ້ແຈກຢາຍກັນຢູ່ທົ່ວທຸກທະວີບມາເປັນເວລາ
ກວ່າສີ່ສິບປີແລ້ວນັ້ນ ໃຫ້ເຂົ້າມາເປັນກ້ອນເປັນກຸ່ມ ທີ່ເຂັ້ມແຂງ ແລະການທ້ອນໂຮມ
ທາງການເມືອງຂອງລາວຢູ່ນອກປະເທດໃນຄັ້ງນີ້ ເປັນຄັ້ງສຸດທ້າຍ.
ທ່ານເຄືອບ ດວງພະຈັນ ຜູ້ປະສານງານກອງປະຊຸມໄດ້ອະທິບາຍກ່ຽວກັບເລື້ອງນີ້
ສູ່ວີໂອເອຟັງວ່າ:
ຢູ່ໃນກອງປະຊຸມ “ອົງການໂຮມລາວເພື່ອສັນຕິພາບແລະປະຊາທິປະໄຕ” ເຈົ້າ ຄຳ
ຫຼວງ ໜໍ່ຄຳ ຈາກລັດຄາລິຟໍເນຍ ໄດ້ຖືກແຕ່ງຕັ້ງໃຫ້ເປັນເລຂາທິການເອກ ຊຶ່ງທ່ານ
ໄດ້ອະທິບາຍເຖິງຈຸດປະສົງ ແລະໜ້າທີ່ຮັບຜິດຊອບຂອງທ່ານ ສູ່ວີໂອເອ ຟັງດັ່ງນີ້
ທ່ານຄຳແຜ້ວ ລັຖມະນີ ກໍແມ່ນຜູ້ນຶ່ງ ທີ່ມີບົດບາດ ໃນການເຄື່ອນໄຫວດ້ານການ
ເມືອງລາວຢ່າງບໍ່ລົດລະ. ທ່ານໄດ້ເດີນທາງມາຈາກປະເທດອອສເຕຣເລຍ ເພື່ອເຂົ້າ
ຮ່ວມກອງປະຊຸມຄັ້ງນີ້ ແລະໄດ້ກ່າວເຖິງເລື້ອງທີ່ບໍ່ໄປບໍ່ມາ ຂອງການ ຈັດຕັ້ງທາງການຂອງເມືອງລາວທີ່ຜ່ານມາວ່າ:
ຮວມຢູ່ໃນບັນດາສຸພາບບຸຣຸດເຫລົ່ານັ້ນ ກໍມີສະຕີອອສເຕຣເລຍເຊື້ອສາຍລາວ ທີ່
ໜ້າສັນລະເສີນ ຄື ຍານາງຣັຊນີ ອິນທະວົງ-ບຸບຜາ. ຍານາງກໍແມ່ນຜູ້ນຶ່ງທີ່ ມີບົດ
ບາດ ໃນການຊ່ວຍເຫຼືອດ້ານສັງຄົມສົງເຄາະແລະໄດ້ຖືໂອກາດນີ້ເດີນທາງ ເຂົ້າຮ່ວມ
ກອງປະຊຸມ ຊຶ່ງຍານາງໄດ້ແບ່ງປັນຄວາມຮູ້ສຶກຕໍ່ວີໂອເອ ດັ່ງນີ້:
ທ່ານບຸນເຮັ່ງ ບົວພາ ຈາກປະເທດຝຣັ່ງ ຊຶ່ງເປັນນັກເຄື່ອນໄຫວທາງດ້ານການເມືອງ
ຢ່າງຫ້າວຫັນຄົນນຶ່ງ ກໍໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຫວັດສາດນີ້ ແລະໄດ້ກ່າວຕໍ່
ວີໂອເອວ່າ:
ພວກເຮົາຂໍມ້ວນທ້າຍລາຍການ ດ້ວຍການສຳພາດ ທ່ານສີສຸກ ສີແພງພັນ ຈາກປະ
ເທດການາດາ ຊຶ່ງທ່ານໄດ້ໃຫ້ຂໍ້ຄິດເຫັນດັ່ງນີ້:
ກອງປະຊຸມເປັນເວລາສາມວັນ ໄດ້ສິ້ນສຸດລົງດ້ວຍຄວາມຈົບງາມ ແລະມີຜູ້ເຂົ້າ
ຮ່ວມປະມານນຶ່ງພັນຄົນ ຊຶ່ງເປັນໂຕເລກເກີນຄາດໝາຍ.