ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວຄາໂທລິກ ລາວ-ອາເມຣິກັນ ຮ່ວມສູດມົນ ພາວັນນາ ກັບ ພະສັນຕະປາປາ ແຟຣນຊິສ


ທ່ານບຸນໜົມ ແລະຍານາງບຸນອູ້ມ ພົມມະລາດ ຖ່າຍຮູບຢູ່ຕໍ່ໜ້າ ໂປສເຕີພະສັນຕະປາປາແຟຣນຊິສ ທີ່ນະຄອນ Philadelphia.
ທ່ານບຸນໜົມ ແລະຍານາງບຸນອູ້ມ ພົມມະລາດ ຖ່າຍຮູບຢູ່ຕໍ່ໜ້າ ໂປສເຕີພະສັນຕະປາປາແຟຣນຊິສ ທີ່ນະຄອນ Philadelphia.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວ ປະຈຳ​ແລງ
ວັນ​ພະຫັດ​ມື້​ນີ້ ​ເຮົາ​ຈະ​ນຳເອົາ​ການ​ສຳພາດ ກັບບັນດາສະມາ
ຊິກ​ສັງຄົມ​ລາວ-ອາ​ເມຣິກັນຊຶ່ງເປັນສ່ວນນຶ່ງຂອງຈຳ​ນວນລ້ານ
​ກວ່າຄົນ ທີ່​ໄດ້​ໄປຕ້ອນຮັບ ແລະຮ່ວມພິທີ​ສູດ​ມົນ​ພາ​ວັນນາກັບ
​ພະ​ສັນຕະປາປາແຟຣນຊິ​ສ ​ໃນວັນ​ອາທິດ ທີ 27 ກັນຍາຜ່ານ
ມາຊຶ່ງ​ເປັນມື້ສຸດທ້າຍໃນການຢ້ຽມຢາມສະຫະລັດຂອງພະອົງທີ່ ​ນະຄອນ​ຟີ​ລາແດ​ລ​ເຟຍ ​
ກິ່ງສະຫວັນ ຈະ​ນຳ​ເລື້ອງ​ນີ້​ ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ສ່ວນນຶ່ງຂອງ ບັນດາຝຸງຊົນ ທີ່ພາກັນເຕົ້າໂຮມກັນຢູ່ ສວນສາທາລະນະ Ben Franklin ທີ່ນະຄອນ Philadelphia
ສ່ວນນຶ່ງຂອງ ບັນດາຝຸງຊົນ ທີ່ພາກັນເຕົ້າໂຮມກັນຢູ່ ສວນສາທາລະນະ Ben Franklin ທີ່ນະຄອນ Philadelphia

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ ຂ້າພະ​ເຈົ້າ​ ຈະນຳເອົາ​ລາຍ​ງານ ກ່ຽວ​ກັບ​ການສະ​ເດັດ​
ມາຢ້ຽມຢາມ ສະຫະລັດ ຂອງພະ​ສັນຕະປາປາ Francis ​ຜູ້ນຳ​ຂອງ ສາສະໜາກາ​ໂທ​ລິກ
ຈາກ​ ວັງວາ​ຕິ​ກັນ ຊຶ່ງເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່ພະ​ອົງໄດ້ ເຂົ້າຮັບຕຳແໜ່ງເປັນ ພະສັນຕະ
ປາປາ ອົງ​ທີ 266 ເມື່ອວັນ​ທີ 13 ​ເດືອນ​ເມສາ ​ປີ 2013. ບັດ​ນີ້ເຮົາ​ມາ​ທຳ​ຄວາມ​ເຂົ້າ​ໃຈ ​ກ່ຽວກັບຄວາມ​ເປັນ​ມາ​ຂອງ ສາສະໜາ ​ກາ​ໂທ​ລິກ ໜ້ອຍ​ນຶ່ງ​ວ່່າ ​ມີ​ຄວາມ​ສຳຄັນ ​ແລະ​
ພົວພັນ​ຢ່າງ​ໃດຢູ່ໃນຊີວິດ​ຂອງປະ​ຊາ​ຄົມ​ໂລ​ກ.

ພະສົງສາສະໜາພຸດ ພ້ອມດ້ວຍ ສະສະໜາອຶ່ນໆ ເຂົ້າຮ່ວມພິທີ ສູດມົນພາວັນນາ ທີ່ ນະຄອນນິວຢອກ
ພະສົງສາສະໜາພຸດ ພ້ອມດ້ວຍ ສະສະໜາອຶ່ນໆ ເຂົ້າຮ່ວມພິທີ ສູດມົນພາວັນນາ ທີ່ ນະຄອນນິວຢອກ

ສາສະໜາຄຣິສ ​ມີ​ຄົນ​ນັບຖື​ຫລາຍ​ທີ່​ສຸດ​ ຢູ່​ໃນ​ໂລ​ກເຖິງ 2 ພັນ 2
ຮ້ອຍ​ລ້ານ​ຄົນ. ຢູ່​ໃນ​ນັ້ນ ມີຜູ້​ນັບຖື ສາສະໜາ​ກາ​ໂທ​ລິກ ຢູ່​ປະມານ
1 ພັນ​ 2 ຮ້ອຍລ້ານ ຄົຍນ​ໃນ​ທົ່ວໂລກ. ຕິດຕາມມາ ​ກໍແມ່ນສາສະ
ໜາ​ອິສລາມ ​ແລະ​ອື່ນໆຈົນ​ຮອດ ​ສາສະໜາພຸດ ​ທີ່ຢູ່​ໃນ​ອັນ​ດັບ​ທີ
​ຫົກ. ​ຄວາມ​ຍິ່ງ​ໃຫຍ່​ຂອງ​ສາສະໜາກາ​ໂທ​ລິກໄດ້​ຂະຫຍາ​ຍກວ້າງ
ອອກ ​ແລະ​ເປັນ​ສາສະໜາ ທີ່​ມີ​ອິດ​ທິພົນສາສະໜານຶ່ງ ໃນ ໂລກ.​

ພະ​ສັນ​ຕະປາປາ Francis ຜູ້ນຳ​ສາສະໜາກາ​ໂທ​ລິກ ຄົນ​ປັດຈຸບັນ ມີອາຍຸ 78 ພັນ​ສາ
ເກີດ​ຢູ່​ ປະ​ເທດອາເຈັນ​ຕິ​ນາ ພະ​ອົງໄດ້ເປັນ​ທີ່​ນິຍົມ​ຊົມ​ຊອບ ​ແລະຮູ້​ກັນ​ດີ​ວ່າເປັນ​ທີ່ຮັກ
ຫອມ ແລະມີຈິດໃຈເອື້ອເຟື້ອ​ເພື່ອແຜ່ແກ່​ຜູ້​ທຸກ​ຈົນ​ເປັນ​ພິ​ເສດ. ນອກ​ນັ້ນ ​ພະ​ອົງ​ຍັງເປັນ
​ຄົນບໍ່​ທະ​ເຍີ​ທະ​ຍານ ບໍ່​ມັກ​ການ​ຢູ່​ແບບ​ຫລູຫລາ ແລະ​ເປັນ​ຄົນ ​ທີ່​ຢູ່​ແບບ​ລຽບໆງ່າຍໆ.
ກ່ອນ​ສະ​ເດັດ​ມາ​ຢ້ຽມຢາມສະຫະລັດ ຄັ້ງ​ປະຫວັດສາດ​ນີ້ ພະ​ສັນຕະປາປາ Francis
​ໄດ້​ຢຸດແວ່​ຢ້ຽມຢາມ ປະ​ເທດ​ຄິວ​ບາ ເປັນ​ເວລາ​ສອງ​ວັນ ​ເນື່ອງ​ຈາກ​ວ່າ ພະ​ອົງຊົງ​ມີ​ບົດ
ບາ​ດຢ່າງ​ລັບໆ ທີ່​ສຳຄັນໃນ​ການຊ່ວຍ​ໄກ່​ເກ່ຍ ເພື່ອຟື້ນຟູຄວາມສຳພັນທາງດ້ານການ
ທູດ ລະຫວ່າງ ປະ​ເທດ​ຄອມ​ມິ​ວນິສຄິວ​ບາ ​ແລະສະຫະລັດ ທີ່​ໄດ້​ຂາດ​ຫາຍ​ໄປ​ກວ່າຫ້າ​
ສິບ​ປີ​ນັ້ນ.

ພະ​ສັນ​ຕະປາປາ ​ໄດ້​ສະ​ເດັດ​ມາ​ເຖິງ ສະຫະລັດ ໃນ​ວັນ​ທີ 22 ກັນຍາ ໂດຍ​ໄດ້ໄປ​ ສະຖານ
ທີ່ຕ່າງໆ ແບບ​ບໍ່​ໄດ້​ຢູ່​ໄດ້​ເຊົາ​. ພະ​ອົງ​ຊົງເລີ້ມການຢ້ຽມຢາມ ສະຫະລັດ ​ເປັນ​ເວລາ​ຫົກ​ວັນ ທີ່ ນະຄອນ​ຫລວງວໍຊິງ​ຕັນ ໂດຍ​ມີ​ພິທີຮັບ​ຕ້ອນ ຢ່າງ​ສົມ​ກຽດ ທີ່​ທຳນຽບຂາວ ກ່າວ​ຄຳ​ປາ
ໄສ​ຢູ່ ລັດຖະສະພາສະຫະລັດ ​ເປັນ​ຄັ້ງ​ທຳ​ອິດ ​ໃນ​ປະຫວັດສາດ ຫລັງ​ຈາກ​ນັ້ນ ກໍ​ໄດ້ກ່າວ
ຄຳປ​າ​ໄສ ທີ່​ ກອງ​ປະຊຸມສະມັດຊາ​ໃຫຍ່ສະ ຫະ​ປະຊາ​ຊາດ ຢູ່ນະຄອນ​ນິວຢອກ ຢ້ຽ​ມຢາມ
ບັນດາ​ຜູ້​ທຸ​ກຈົນ ​ພວກ​ນັກໂທດ​ທີ່ ​ຖືກ​ກັກ​ຂັງ ​ແລະມ້ວນທ້າຍການ ສະເດັດປະພາດ ສະຫະ
ລັດ ທີ່ນະຄອນ Philadelphia ດ້ວຍການປະກອບພິທີທາງສາສະໜາກາງແຈ້ງ ທີ່ເອີ້ນວ່າ ການຖວາຍ ມະຫາບູຊາມິສຊາ ທີ່ມີຫຼາຍ​ກວ່ານຶ່ງ​ລ້ານ​ຄົນເຂົ້າຮ່ວມ ກ່ອນ​ທີ່​ພະ​ອົງຈະ ສະ
ເດັດນິວັດ ກັບຄືນສູ່ວາຕິກັນ ໃນ​ຕອນ​ແລງ​ວັນ​ອາທິດທີ 27 ກັນຍາຜ່າ​ມາ​ນີ້.

ຢູ່​ໃນ​ພີ​ທີ​ອັນ​ສະງ່າ​ງາມ ແລະສັກສິດດັ່ງກ່າວ​ນີ້ ​ກໍມີຊາວລາວ-ອາ​ເມຣິກັນທີ່​ມີ​ຄວາມ​ເຫຼື້ອມ​
ໃສ ໃນສາສະໜາກາ​ໂທ​ລິກ ມາ​ເປັນ​ເວລາ​ຫລາຍ​ຊົ່ວ​ຄົນ ນັບ​ຕັ້ງ​ແຕ່​ໄດ້​ຢູ່​ໃນປະ​ເທດ​ລາວ
ມາ​ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນ ໄດ້​ພາກັນ​ເດີ​ນທາງ ຈາກລັດ​ເວີ​ຈີ​ເນຍ ອັນມີ​ ທ່ານ​ບຸນ​ໜົມ ພົມ​ມະ​ຣາດ ຊຶ່ງ ​ທ່ານໄດ້​ກ່າວ​ເຖິງ​ປະສົບ​ການ​ຕໍ່ ວີ​ໂອ​ເອ ວ່າ :

ພະສັນຕະປາປາ ຢ້ຽມຢາມ ລັດຖະສະພາ ສະຫະລັດ
ພະສັນຕະປາປາ ຢ້ຽມຢາມ ລັດຖະສະພາ ສະຫະລັດ

ລິງໂດຍກົງ

ທ່ານ​ສົມ​ພອນ ວໍລະ​ຈັກ ກໍ​ແມ່ນ​ອີກ​ຄົນ​ນຶ່ງ​ພ້ອມ​ດ້ວຍ​ພັນ​ລະ​ຍາ ທີ່​ໄດ້​ເດີນທາງ​ຈາກລັດ​ເວີ​ຈີ​ເນຍ ​ໄປຮ່ວມພິທີສູດ​ມົນ​ພາວະນາ ກັບ​ພະ​ສັນຕະປາປາແຟຣນຊິ​ສ ທີ່ນະຄອນຟີລາແດລ
ເຟຍ ຊຶ່ງ ທ່ານ​ສົມພ​ອນ​ ​ໄດ້​ກ່າວເຖິງ​ປະສົບ​ການ​ຂອງ​ທ່ານ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ພະສັນຕະປາປາ ຢ້ຽມຢາມ ນະຄອນ Philadelphia
ພະສັນຕະປາປາ ຢ້ຽມຢາມ ນະຄອນ Philadelphia

ລິງໂດຍກົງ

ການ ​ສະເດັດມາຢ້ຽມຢາມສະຫະລັດ ຂອງ ​ພະ​ສັນຕະປາປາ​ ແຟຣນຊິ​ສ ​ເປັນເທື່ອ​ທຳ​ອິດ ​ແມ່ນດຳເນີນຢ່າງຄຶກຄື້ນ ຕະຫລອດເວລາ​ຫ້າ​ວັນທີ່​ພະ​ອົງ​ໄດ້​ໃຊ້​ເວ​ລາ​ຢ້ຽມຢາມພາກ​ຕາ​ເວັນ​ອອກ​ຂອງສະຫະລັດ ​ໂດຍ​ສະ​ເພາະແລ້ວ​ ໄດ້​ມີ​ການ​ຮັກສາ​ຄວາມ​ປອດ​ໄພ ​ຢ່າງ​ເຄັ່ງ​ຄັດໃນ​ ປະຫວັດສາດ. ການ​ສະ​ເດັດມາຢ້ຽມຢາມ ຂອງ ພະ​ສັນຕະປາປາ ແຟຣນຊິ​ສ​ ໄດ້
ຜ່ານ​ພົ້ນ​ໄປ ​ດ້ວຍ​ຄວາມເປັນ​ລະບຽບ​ຮຽບຮ້ອຍ​ດີ​ ແລະ​ພະ​ອົງກໍ​ໄດ້​ສະ​ເດັດນິວັດກັບ​ເຖິງ
ວັງ​ວາຕີ​ກັນ​ ເປັນ​ທີ່​ຮຽບຮ້​ອຍ​ແລ້ວ.

Pope Celebrates Open-Air Mass After Addressing Priest Sexual Abuse
please wait

No media source currently available

0:00 0:01:34 0:00

XS
SM
MD
LG