ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຳພາດ ນາງສາວມະນີລາ ຈັນ ນັກຂ່າວໂທລະພາບ ອາເມຣິກັນ ເຊື້ອສາຍລາວ


manila chan
please wait
Embed

No media source currently available

0:00 0:05:49 0:00

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍ​ການ​ຊີ​ວິຊາ​ວລາວ​ມື້​ນີ້ ​
ເຮົາຂໍ​ແນະນຳ ​ໃຫ້​ທ່ານ​ຮູ້​ຈັກ​ກັບ ນາງສາວ​ມະນີ​ລາ ຈັນ ລູກ​
ລາວ ຫລານ​ລາວ ​ເກີດ​ຢູ່​ໃນ ສະຫະລັດ ອາ​ເມຣິກາ. ປັດຈຸບັນ
​ນີ້ ມະນີ​ລາ ເປັນ​ນັກ​ຂ່າວ​ພາສາ​ອັງກິດ ຢູ່ ສະຖານີ​ໂທລະພາບ
ຣັດ​ເຊຍ ຫລື RT ທີ່​ລາຍ​ງານ​ຂ່າວ​ໂລກ ຈາກ ນະຄອນຫລວງ
ວໍ​ຊິງຕັນ. ມະນີ​ລາ ​ໄດ້​ເດີນທາງ​ໄປ​ປະຕິບັດ​ງານກວ່າ 20 ​ປະເທດ ​ແລະ ນາງສາມາດ​ປາກ​ພາ​ສາ​ລາວ​ໄດ້​ຢ່າງ​ຄ່ອງ​ແຄ່ວຄວາມ​ເປັນ​ມາ​ຂອງ ມະນີ​ລາ ​ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ
ຈະ​ນຳ​ເລື້ອງ​ນີ້ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ທີ່​ທ່ານ​ໄດ້​ຍິນ​ຜ່ານ​ໄປ​ນັ້ນ​ແມ່ນ​ ລາຍ​ງານຂ່າວ​ທາງ​ໂທລະພາບ​ຂອງ ນາງສາວ​ມະນີ​ລາ
ຈັນ. ຖ້າ​ຫາກ​ວ່າທ່ານຜູ້​ຟັງ​ບໍ່​ໄດ້​ຖືກ​ແນະນຳ ແລະໄດ້​ຍິນ​ແຕ່​ສຽງ ທ່ານ​ອາດ​ຄິດ​ວ່າ ນາງ
​ເປັນ​ຄົນ​ອາ​ເຣິກັນ ເພາະ​ນາງ​ເວົ້າ​ພາສາ​ອັງກິດ​ ​ບໍ່​ມີ​ສຳນຽງ. ​ຖ້າ​ຫາກ​ທ່ານ​ເຫັນ​ຮູບ​ຮ່າງ
​ຂອງ​ນາງ​ແລ້ວ ທ່ານ​ອາດ​ຄິດວ່າ ນາງ​ອາດ​ມີ​ເຊື້ອສາຍ ​ມາ​ຈາກຊາດໃດ​ຊາດ​ນຶ່ງ​ໃນ ເອ
ເຊຍ. ​ຄວາມ​ຈິງ​ແລ້ວ ມະນີ​ລາ ຈັນ ​ເປັນ​ລູກ​ລາວ ຫລານ​ລາວ ເກີດ​ຢູ່ນະຄອນ Los
Angeles ສະຫະລັດ ອາ​ເມຣິກາ. ມະນີ​ລາ ສາມາດ​ເວົ້າ​ພາສາ​ລາວ ​ໄດ້​ຢ່າງ​ຄ່ອງ​ແຄ່ວ
​ເພາະວ່າ ມະນີ​ລາ ຖືກ​ລ້ຽງດູອ້ອມ​ລ້ອມລ້ອມ​ໄປດ້ວຍພໍ່​ແມ່ ພໍ່​ຕູ້​ແມ່​ຕູ້ ທີ່​ສິດສອນ​ເວົ້າ​
ພາສາ​ລາ​ວ​ຢູ່​ຕະຫລອດ. ມະນີ​ລາ ສຳ​ເລັດ​ການ​ສຶກສາຂັ້ນ ປະລິນຍາຕີ ຝ່າຍ​ນັກ​ຂ່າວ
ຈາກ​ Woodbury University ຊຶ່ງ​ເປັນໂຮ​ງຮຽນ ເອກ​ກະ​ຊົນ ຝ່າຍ liberal arts.

ແຕ່​ກ່ອນອຶ່ນ​ເຮົາ​ມາ​ຮຽນຮູ້​ກ່ຽວ​ກັບ ສະຖານນີ​ໂທລະພາບ ທີ່​ ມະນີ​ລາ ກຳລັງ​ເຮັດ​ວຽກ
​ໃຫ້​ຢູ່​ໃນ​ປັດ​ຈຸ​ບັນ ມີ​ຊື່ວ່າ Russian Today (RT) ຫລື “ຣັດ​ເຊຍ ມື້​ນີ້ ​ອັນ​ເປັນ​ພາກ​ສ່ວນ
​ນຶ່ງ​ຂອງ ລະ​ບົບໂທລະພາບ ຣັດ​ເຊຍ ຊື່ວ່າ RT ທີ່​ເວົ້າ​ຫລາຍ​ພາສາ ອອກ​ອາກາດ​ຢູ່​ທົ່ວ
​ໂລກ ມີ​ຫ້ອງການ​ຢູ່ ນະຄອນຫລວງ​ມົສກູ ​ແລະ​ໄດ້​ຮັບ​ທຶນ​ບໍລິຫານ​ຈາກ ລັດຖະບານ
ຣັດ​ເຊຍ ແລະ ມີ​ຫ້ອງການ​ຢູ່ ນະຄອນ Washington D.C , New York, Houston, Miami ​ແລະ Los Angeles ໂດຍຜ່ານ​ທາງ​ດາວ​ທຽມ ​ແລະ cable.

ມະນີ​ລາ ​ໄດ້​ເຮັດ​ວຽກ​ເປັນ​ນັກ​ຂ່າວ​ໃຫ້​ແກ່ ສະຖານີ RT ທີ່​ນະຄອນຫລວງ ວໍ​ຊິງ​ຕັນ ມາ​
ໄດ້​ປີກ​ວ່າ​ແລ້ວ ນາງ​ໄດ້​ໃຫ້ການ​ສຳພາດ ຢູ່​ຫ້ອງຂ່າວ ວີ​ໂອ​ເອ ກ່ຽວ​ກັບ​ຄວາມ​ເປັນ​ມາ​
ຂອງ​ນາງ​ດັ່ງ​ນີ້ :

ນາງສາວມະນີລາ ຈັນ ແລະ ກິ່ງສະຫວັນ ທີ່ຫ້ອງຂ່າວ ວີໂອເອ
ນາງສາວມະນີລາ ຈັນ ແລະ ກິ່ງສະຫວັນ ທີ່ຫ້ອງຂ່າວ ວີໂອເອ

ລິງໂດຍກົງ

ໃນ​ນາມ​ເປັນ​ນັກ​ຂ່າວ ມະນີ​ລາ ​ຕ້ອງ​ໄດ້​ຄົ້ນ​ຄວ້າ ສຶກສາ ​ອ່ານ ແລະ​ສຳພາດ​ບັນດາຜູ້ນຳ ​ເຈົ້າໜ້າ​ທີ່​ລັດຖະບານ ຜູ້​ແທນ​ສະພາ ​ນັກການ​ເມືອງ ນັກທຸລະກິດ​ ແລະບຸກຄົນ​ຕ່າງໆ ​
ເພື່ອ​ນຳ​ເອົາ​ລາຍ​ລະອຽດ​ມາສະ​ເໜີ ຜູ້​ຟັງ​ເປັນ​ພາສາ​ອັງກິດ​ທັງ​ໝົດ. ​ມາ​ນິລາ​ ​ໄດ້​ເລົ່າ
ກ່ຽວ​ກັບການເຮັດ​ວຽກ​ໃນ​ບັ້ນ​ນີ້​ວ່າ :

ຈຳປາຜັດຖິ່ນ
ຈຳປາຜັດຖິ່ນ

ລິງໂດຍກົງ

ກ່ອນ​ໜ້າ​ມາ​ເຮັດ​ວຽກ​ໃຫ້​ແກ່ ສະຖານີ​ໂທລະພາບ RT ມະນີ​ລາ ​ໄດ້​ເຮັດ​ວຽກ​ໃຫ້​ແກ່ ​ໂທລະພາບ Clear Channel Los Angles ແລະ ເຄີ​ຍ​ເປັນ​ບັນນາທິການ ​ໃຫ້ ນິຕິ​ຍະ​ສານ​ຕ່າງໆ. ໜ້າທີ່​ຂອງ ມະນີ​ລາ ປັດຈຸບັນ​ນີ້​ກໍ​ຄື ໄປ​ເອົາ​ຂ່າວ ຢູ່​ທຸ​ກແຫ່ງ​ໃນ​ເວລາ​ມີ​ເ​ລື້​ອງ ຕ່າງໆ​ເກີດ​ຂື້ນ ມະນິລາ ​ໄດ້​ເລົ່າ​ຄວາມ​ຮັບຜິດ​ຊອບ​ຕອນ​ນີ້ ສູ່ ວີ​ໂອ​ເອ ວ່າ :

ນາງສາວ ມະນີລາ ຈັນ
ນາງສາວ ມະນີລາ ຈັນ

ລິງໂດຍກົງ

ມະນີ​ລາ ​ເກິ​ດຢູ່​ນະຄອນ Los Angeles ​ບ່ອນ​ສ້າງ​ຮູບ​ເງົາ Hollywood ທີ່ມີ​ຊື່​ສຽງ​ຂອງ​
ໂລ​ກ ມະນີ​ລາ ​ໄດ້​ຢູ່​ໃນ​ບັນຍາກາດ ທີ່​ເຕັມ​ໄປ​ດ້ວຍ​ການບັນ​ເທີ​ງ ​ມັກ​ດົນຕີ ສິນລະປະ
​ແລະ ເຕັມ​ໄປ​ດ້ວຍ​ດາຣາ ຮູບ​ເງົາ ທີ່​ມີ​ຊື່​ສຽງ. ບັນຍາກາດ ດັ່ງກ່າວ​ນີ້ ມີ​ຄວາມ​ແຕກ​ຕ່າງ​
ກັບ ນະຄອນຫລວງ ວໍຊິງ​ຕັນ ຊຶ່ງ ມະນີ​ລາ ​ໄດ້​ໃຫ້​ຂໍ້​ຄິດ​ເຫັນວ່າ :

ນາງສາວ ມະນີລາ ຈັນ
ນາງສາວ ມະນີລາ ຈັນ

ລິງໂດຍກົງ

ຕິຕາມ​ມາ​ຢ້ຽມຢາມ​ຫ້ອງ​ຂ່າວ ວີ​ໂອ​ເອ ​ມີ ຍານາງ​ມະນີ​ວັນ ຈັນ​ສະມຸດ ​ແມ່ ຂອງ ມະນີ​ລາ ທ່ານ​ໄດ້​ໃຫ້​ຄວາມເຫັນ​ໜ້ອຍ​ໜຶ່ງ ກ່ຽບກັບ​ລູກ​ສາວ​ທີ່​ໜ້າ​ຮັກ​ ຂອງ​ທ່ານ ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ຍານາງມະນີວັນ ຈັນສະມຸດ (ຊ້າຍ) ແມ່ ຂອງ ມະນີລາ
ຍານາງມະນີວັນ ຈັນສະມຸດ (ຊ້າຍ) ແມ່ ຂອງ ມະນີລາ

ລິງໂດຍກົງ

ຍາ​ນາງມະນີ​ລາ ພ້ອມ​ດ້ວຍ​ແມ່ ຍານາງ​ມະນີ​ວັນ ໄດ້​ໃຫ້​ກຽດ​ມາ​ຢ້ຽມຢາມ ຫ້ອງ​ຂ່າວ ວີ​ໂອ​ເອ. ​ໃນ​ນາມ​ເຊື້​ອສາຍ​ລາວ ຢູ່ໃນ ​ແລະ​ນອກ​ປະ​ເທດ ​ເຮົາ​ຂໍ​ສະ​ແດງ​ຄວາ​ມປື້ມປິ​ຕິ​ຍິນ​ດີ ​ແລະຊົມ​ເຊີຍຕໍ່ ຜົນງານຂອງ ສະຕີອາ​ເມຣິກັນ ​ເຊື້ອ​ສາຍ​ລາວ ມະນີລາ ຈັນ ຄົນ​ນີ້ ທີ່​ກໍກລັງວາງບົດບາດໄວ້ຢູ່ໃນເວທີ​ສາກົນ.

XS
SM
MD
LG