ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊີນຟັງການສຳພາດ ຍານາງຈັນຫອມ ຈາກຝຣັ່ງ ແລະຍານາງຈັນອົບ ຈາກອອສເຕຣເລຍ


ຍານາງຈັນຫອມ (ຊ້າຍ) ຈາກປະເທດຝຣັ່ງ ແລະ ຍານາງຈັນອົບ
(ຂວາ) ຈາກປະເທດອອສເຕຣເລຍ.
ຍານາງຈັນຫອມ (ຊ້າຍ) ຈາກປະເທດຝຣັ່ງ ແລະ ຍານາງຈັນອົບ (ຂວາ) ຈາກປະເທດອອສເຕຣເລຍ.

ໃນລາຍາການຊີວິດຊາວລາວມື້ນີ້ ເຮົາຈະເໜີການສຳພາດກັບ ຍານາງຈັນອົບ ຕັ້ງຖິ່ນ ຖານຢູ່ນະຄອນຊິດນີ ປະເທດອອສເຕຣເລຍ ກັບເອື້ອຍໃຫຍ່ ຍານາງຈັນຫອມ ຢູ່ປະ ເທດຝຣັ່ງ. ທັງສອງນ້ອງເອື້ອຍ ໄດ້ໜີອອກຈາກປະເທດລາວກ່ອນປີ 1975 ໃນກໍລະນີ ຕ່າງກັນ. ແລະ ຫລັງຈາກການປ່ຽນແປງການປົຄອງທັງສອງຄອບຄົວເອື້ອຍນ້ອງກໍໄດ້ຕົກ
ຄ້າງຢູ່ຄົນລະທະວີບແຕ່ນັ້ນມາ. ໃນລະຍະສີ່ສິບກວ່າປີທີ່ຜ່ານມາ ແຕ່ລະຄົນສ້າງຄອບຄົວ ມີລູກເຕົ້າທີ່ປະສົບຜົນສຳເລັດດ້ານການສຶກສາ ແລະໄດ້ປະກອບວິຊາອາຊີບ ຈົນອອກກິນ ເບ້ຍບຳນານ ແລະບັດນີ້ພາກັນພັກຜ່ອນຢ່ອນອາລົມ ເດີນທາງໄປຢ້ຽມຢາມພີ່ໆນ້ອງ ຊຶ່ງ ກິ່ງສະຫວັນ ຈະນຳເອົາເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ພົບກັນອີກຕາມນັດໝາຍກັບລາຍການຊີວິດຊາວລາວ. ມື່້ນີ້ຂ້າພະເຈົ້າຈະຂໍແນະນຳໃຫ້ທ່ານຮູ້ຈັກກັບຍານາງຈັນອົບ ແລະຍານາງຈັນຫອມ ສອງ ນ້ອງເອືຶ້ອຍທີ່ໄດ້ເດີນທາງມາຈາກປະເທດຝຣັ່ງ ແລະອອສເຕຣເລຍ ເພື່ອມາເຕົ້າໂຮມພົບ ພໍ້ ຍາດຕິພີ່ນ້ອງທີ່ນະຄອນຫລວງວໍຊິງຕັນ ດີ.ຊີ ເມື່ອສອງອາທິດທີ່ຜ່ານມານີ້. ນັບແຕ່ປີ 1975 ເປັນຕົ້ນມາ ຫລັງຈາກການປ່ຽນແປງການປົກຄອງ ບັນດາເຊື້ອສາຍລາວ ໄດ້ແຈກ ຢາຍກັນຢູ່ທຸກມູ່ມໂລກ ຫລາຍໆຄົນໄດ້ພະຍາຍາມທວງທາວຫາກັນ ແລະ ຫລາຍໆຄົນກໍ ໄດ້ຫາຍສາບສູນໂດຍທີ່ບໍ່ຊາບວ່າຍັງມີຊີວິດ ຫລືເສຍຊີວິດ. 40 ກວ່າປີທີ່ ຜ່ານມາ ກໍເປັນ ເວລາດົນນານ ຊຶ່ງມາບັດນີ້ພວກລູກເຕົ້າກໍໄດ້ພາກັນໃຫຍ່ກ້າໜ້າບານ ສ້າງຄອບຄົວ ມີ ລູກມີຫລານ. ສ່ວນພໍ່ແມ່ຜູ້ປົກຄອງຕ່າງກໍໄດ້ພາກັນກິນເບ້ຍບຳນານ ແລະອີກຫລາຍໆ ຄົນກໍໄດ້ຈາກໂລກນີ້ໄປແລ້ວ.

ຈາກສັດຕະວັດທີ 20 ມາສູ່ຕົ້ນສັດຕະວັດທີ 21 ນີ້ຜູ້ຍັງມີຊີວິດຢູ່ ທັງຍັງມີຄວາມຊົງຈຳດີ ກໍເຫັນວ່າເປັນຜູ້ໂຊກດີ ແລະເຖິງແມ່ນເຮົາຈະຢູ່ຫ່າງໄກກັນ ບໍ່ໄດ້ຢູ່ໄກ້ກັນ ແຕ່ກໍສາມາດ ທວງທາວຫາກັນໄດ້ ໂດຍການສື່ສານຂອງໂລກສະໄໝໃໝ່ຄື face book, email, ໂທລະສັບ ແລະ Skype ທີ່ສາມາດເບິ່ງຮູບພາບ ໂອ້ລົມກັນໄດ້ຢ່າງສະບາຍ ແລະຖ້າຈະ ເວົ້າແລ້ວກໍແມ່ນວ່າ ໂລກນີ້ໄດ້ແຄບເຂົ້າຢ່າງບໍ່ໜ້າເຊື່ອ. ເຖິງຢ່າງໃດກໍດີຍັງບໍ່ຄັກເທົ່າກັບ ການໄດ້ມາເຫັນໜ້າເຫັນຕາກັນ ຢ້ຽມຢາມຖາມຂ່າວກັນ ນັ່ງກິນເຂົ້າຊຸມແຊວກັນໜ້າຕໍ່ ໜ້າດ້ວຍໂຕຈິງອັນເປັນສິ່ງປະເສີດແທ້.

ຢູ່ປະເທດອຸດົມຮັ່ງມີ ພວກວົງຕະກຸນຂອງບັນດາເຊື້ອສາຍສາຍລາວທັງຫລາຍ ພ້ອມ ດ້ວຍສະມາຄົມ ແລະອົງການຈັດຕັ້ງເຊື້ອສາຍລາວຕ່າງໆຢູ່ນອກປະເທດ ຕ່າງກໍບໍ່ໄດ້ລົດ ລະໃນການສືບທາວຫາກັນ ແລະໄດ້ຈັດໃຫ້ມີການເຕົ້າໂຮມພົບພໍ້ກັນຢູ່ແຫ່ງໃດແຫ່ງນຶ່ງ ເປັນປະຈຳໃນແຕ່ລະປີ. ການເຕົ້າໂຮມພົບໜ້າພົບຕາກັນ ຕ້ອງໄດ້ກະກຽມຫ້າງຫາກ່ອນ
ໜ້າ ມາເປັນປີ ເພາະສະນັ້ນ ລາຍການຊີວິດຊາວລາວປະຈຳວັນພະຫັດມື້ນີ້ ເຮົາຈຶ່ງຈະນຳ
ເອົາການສຳພາດ ກັບຍານາງຈັນຫອມ ແລະຈັນອົບ ທີ່ໄດ້ມາພົບພໍ້ກັນ ແລະຄວາມເປັນ ມາຂອງທັງສອງທ່ານເອື້ອຍນ້ອງດັ່ງກ່າວ ທີ່ໄດ້ໄປຕົກຢູ່ຄົນລະທະວີບວ່າມີມາເປັນຢ່າງໃດ ຍານາງຈັນຫອມໄດ້ໂອ້ລົມກັບຂ້າພະເຈົ້າວ່າ:

ນັ້ນແມ່ນຕອນນຶ່ງໃນຊີວິດຄວາມເປັນມາຂອງຍານາງຈັນຫອມທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່
ໃນປະເທດຝຣັ່ງເມື່ອ 40 ກວ່າປີທີ່ຜ່ານມາ.

ບັດນີ້ ຂ້າພະເຈົ້າຈະຂໍແນະນຳໃຫ້ທ່ານຮູ້ຈັກກັບຍານາງຈັນອົບ Shaw ລູກບ້ານຫລານ ເມືອງນະຄອນຫລວງວຽງຈັນ ອະດີດນັກສຶກສາລາວທີ່ປະເທດອອສເຕຣເລຍໃນຊຸມປີ 1960. ຍານາງໄດ້ພົບກັບສາມີ ທິ່ເປັນຊາວອອສເຕຣເລຍ ແລະໄດ້ເຂົ້າມາ ຕັ້ງຖິ່ນຖານ ຢູ່ນະຄອນຊິດນີ ເມື່ອສີ່ສິບກວ່າປີກ່ອນ. ຍານາງຈັນອົບ ໄດ້ກ່າວຕໍ່ ວີໂອເອ ດັ່ງນີ້:

ສິ່ງທີ່ໜ້າສົນໃຈ ແລະພາກພູມໃຈຂອງການສ້າງຕັ້ງຊີວິດໃໝ່ຢູ່ຕ່າງປະເທດ ກວ່າສີ່ທົດ ສະວັດທີ່ຜ່ານມານັ້ນກໍຄື ບັນດາເຊື້ອສາຍລາວໄດ້ພາກັນປັບໂຕ ແລະລຶ້ງເຄີຍກັບບັນຍາ ກາດສິ່ງແວດລ້ອມໃໝ່ໄດ້ເປັນຢ່າງດີ. ເຂົາເຈົ້າໄດ້ຮຽນຮູ້ ສາມາດປາກເວົ້າພາສາຂອງ ປະເທດທີີ່ຕົນອາໄສຢູ່ ຮຽນຮູ້ວັດທະນາທຳຂອງປະເທດ ໃນການປະກອບວິຊາອາຊີບ ທຳຄວາມລຶ້ງເຄີຍກັບອາຫານການກິນ ແລະດິນຟ້າອາກາດ. ບັນດາເຊື້ອສາຍລາວເຫຼົ່ານີ້ ໄດ້ພາກັນບຸກເບີກ ສູ້ທົນສ້າງທາງອັນຍາກລຳບາກໄວ້ໃຫ້ແກ່ລູກຫລານ ຜູ້ເກີດໃໝ່ໃຫຍ່ ລຸນ ຊຶ່ງບັດນີ້ເຮົາສາມາດພິສູດໃຫ້ເຫັນໄດ້ ເຖິງຄວາມສະຫລຽວສະຫລາດ ສາມາດ ແລະ ກ້າວໜ້າຂອງບັນດາໜຸ່ມນ້ອຍເຊື້ອສາຍລາວ ທີ່ກຳລັງປະກອບວິຊາອາຊີບ ແລະວາງບົດ ບາດອັນສຳຄັນ ຢູ່ໃນວົງການບໍລິຫານຕ່າງໆຂອງປະເທດຊາດ.

XS
SM
MD
LG