ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະ​ນະ​ບໍ​ລິ​ຫານ ອົງ​ການ​ພັນ​ທະ​ມິດ​ລາວ​ອາ​ເມ​ຣິ​ກັນ​ແຫ່ງ​ຊາດ ຮ່ວມ​ປະ​ຊຸມ ​ການ​ເປັນ​ຜູ້​ນຳ


ທ່ານ​ໂຈ​ເນ​ຕັນ ວໍ​ລະ​ສານ ແລະ​ຍາ​ນາງ​ດາ​ຣາ ສ​ຕິກ​ລິ​ສ ຄະ​ນະ​ບໍ​ລິ​ຫານ ອົງ​ການ​ພັນ​ທະ​ມິດລາວ​ອາ​ເມ​ຣິ​ກັນ​ແຫ່ງ​ຊາດ.
ທ່ານ​ໂຈ​ເນ​ຕັນ ວໍ​ລະ​ສານ ແລະ​ຍາ​ນາງ​ດາ​ຣາ ສ​ຕິກ​ລິ​ສ ຄະ​ນະ​ບໍ​ລິ​ຫານ ອົງ​ການ​ພັນ​ທະ​ມິດລາວ​ອາ​ເມ​ຣິ​ກັນ​ແຫ່ງ​ຊາດ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ ຂອງວີ​ໂອ​ເອ ​ປະ​ຈຳ​ແລງ
ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ ຍາ​ນາງດາ​ຣາ ສ​ຕິ​ກ​ລິ​ສ ແລະ​ທ່ານ​
ໂຈ​ນາ​ຕັນ ວໍ​ລະ​ສານ ຄະ​ນະ​ກຳ​ມະ​ການ​ອົງ​ການພັນ​ທະ​ມິດລາວ​ອາ​ເມ​ຣິ​ກັນ​ແຫ່ງ​ຊາດ
​ ຫຼື LANA ທັງ​ສອງ​ທ່ານ ພາກັນອາ​ສາ​ສະ​ໝັກ ເປັນນັກເຄື່ອນ​ໄຫວສັງ​ຄົມ​ ໃຫ້​ແກ່ປະ​ຊາຄົມລາວ​ອາ​ເມຣິ​ກັນຢູ່​ທົ່ວ​ສະ​ຫະ​ລັດ ເພື່ອ​ຢາກ​ໃ​ຫ້​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຕ່າງໆ ​ແລະ
​ເປັນປາກ​ສຽງເພື່ອ​ໃຫ້ລັດ​ຖະ​ບານ​ໄດ້​ຮັບຟັງ ແລະຮັບ​ຮູ້​ເຖິງຄວາມ​ຕ້ອງ​ການ​ຕ່າງໆ
ຂອງສັງ​ຄົມ​ລາວ​ອາ​ເມ​ຣິ​ກັນ​ຢູ່​ທົ່ວ​ປະ​ເທດຊຶ່ງ ກິ່ງ​ສະ​ວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນອັນ
​ດັບ​ຕໍ່​ໄປ.

ທ່ານຜູ້ຟັງທັງຫຼາຍ ລະ​ບົບ​ການບໍ​ລິ​ຫານ ແລະການ​ປົກ​ຄອງ ​ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​
ຣິ​ກາ ເຊັ່ນ​ວ່າຖ້າ​ຫາກສັງ​ຄົມ​ມີ​ຄວາມຕ້ອງ​ການ ການ​ຊ່ວ​ຍເຫຼືອ​ແນວ​ໃດ​ແນວ​ນຶ່ງ​ຈາກ
ລັດ​ຖະ​ບານ​ທ້ອງ​ຖິ່ນ ແລະ​ລັດ​ຖະ​ບານ​ກາງ​ນັ້ນ ທ່ານ​ຈະຕ້ອງ​ໄດ້​ທຳ​ການ​ເຄື່ອນ​ໄຫວ
ເຊັ່ນວ່າ​ຜູ້​ນຳ​ພາເປັນ​ປາກສຽງ ​ໃຫ້​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນໄດ້​ຊາບ ແລະຖ້າ​ເປັນ​ເລື່ອງ​ທີ່
​ໃຫຍ່ໄປ​ກວ່າ​ນັ້ນ ອາດ​ເຖິງ​ຂັ້ນ​ຜູ້ແທນ​ສະ​ພາ​ໃນ​ເຂດ​ຂອງ​ທ່ານ​ ໄດ້ຟັງ​ບັນ​ຫາທີ່ມີ
ຄວາມຂັດ​ຂ້ອງ​. ​ຖ້າ​ຫາກ​ທາງ​ການ​ບໍ່​ໄດ້​ຍິນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການໃດໆທີ​ມີ​ຢູ່​ນັ້ນ​ກໍ
​ເຫັນ​ວ່າປະ​ຊາຊົນກຸ່ມ​ດັ່ງ​ກ່າ​ວ​ສາ​ມາດ​ຊ່ວ​ຍ​ຕົນ​ເອງ​ໄດ້​. ເພາະ​ສະ​ນັ້ນ ຢູ່​ໃນ​ແຕ່​ລະ
​ສັງ​ຄົມ​ຂອງ​ໃຜ​ລາວໃນ​ສະ​ຫະ​ລັດອາ​ເມ​ຣິ​ກາ ຈະ​ຕ້ອງ​ມີ​ຜູ້​ນຳຊຶ່ງເປັນ​ນັກ​ເຄື່ອນ​ໄຫວ
ທີ່​ເຂັ້ມ​ແຂງ ຮູ້​ຈັກ​ບັນ​ຫາ​ພາຍ​ໃນ​ສັງ​ຄົມ​ຂອງ​ຕົນ ​ເສຍ​ສະ​ລະ​ເວ​ລາ ແລະ​ອາ​ສາ​ສະ
​ໝັກຮັບ​ໃຊ້​ປະ​ຊາ​ຄົມ. ບັນ​ດາບຸກ​ຄົນເຫຼົ່າ​ນີ້ ແມ່ນ​ມີ​ນໍ້​າ​ໃຈ​ອັນ​ປະ​ເສີດ​ທີ່ຫາ​ໄດ້ຍາກ
ເພື່ອ​ມະ​ນຸດ​ສະ​ທຳ.

ສະ​ຫະ​ລັດ​ອາ​ເມ​ຣິ​ກາ ​ເປັນ​ປະ​ເທດກວ້າງ​ໃຫຍ່ ປະ​ກອບ​ດ້ວຍລັດ​ຖະ​ບານ​ເຂດ​ເມືອງ
ທ້ອງ​ຖິ່ນ ລັດ​ຖະບານປະ​ຈຳ​ລັດ ແລະ​ລັດ​ຖະ​ບ​ານ​ກາງ. ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ
ເປັນ​ປະ​ຊາ​ຄົມ​ກຸ່ມ​ນ້ອຍໆ ທີ່​ພາ​ກັນຕັ້ງ​ຖິ່ນ​ຖານ​ແຈກ​ຢາຍ​ກັນ​ຢູ່​ເກືອບ​ທົ່ວ​ປະ​ເທດ ​
ປະ​ປົນ​ຢູ່​ກັບ​ປະ​ຊາ​ຊົນ​ອາ​ເມ​ຣິກັນ​ທົ່ວໆ​ໄປ. ເຖິງ​ແມ່​ນ​ວ່າ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​
ລາວ​ເຫຼົ່າ​ນີ້​ຈະພາ​ກັນ​ຖື​ສັນ​ຊາດ​ອາ​ເມ​ຣິກາໄປແລ້ວ​ກໍ​ຕາມ ແຕ່ບໍ່​ໄດ້​ໝາຍ​ຄວາມວ່າ
​ເຂົາ​ເຈົ້າຈະໄດ້​ຮັບ​ການ​ດູ​ແລເບິ່ງແຍງເທົ່າ​ທຽມ​ກັບ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ໂດຍ​ທົ່ວ​ໄປ
ເນື່ອງ​ຈາກ​ບັນ​ຫາ​ດ້ານ​ພາ​ສາ ວັດ​ທະ​ນາ​ທຳ ແລະ​ເສດ​ຖະ​ກິດ​ສັງ​ຄົມ. ເຖິງ​ແມ່ນ​ວ່າ
ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ໄດ້​ປະ​ສົບຜົນ​ສຳ​ເລັດຢ່າງ​ຫຼວ​ງ​ຫຼາຍ ແລະ​ໜ້າ​ສັນ​
ລະ​ເສີນກໍ​ຕາມ ແຕ່​ປະ​ປົນ​ຢູ່​ກັບຄວາມ​ສຳ​ເລັດ​ນັ້ນ ກໍຍັງ​ມີບັນ​ຫາອື່ນໆທີ່ຍັງສ້າງ
ຄວາມ​ເປັນ​ຫ່ວງຢູ່ ທີ່ຈະ​ຕ້ອງໄດ້ນຳ​ຂື້ນ​ມາ​ສະ​ເໜີ​ ໃຫ້ຜູ້​ແທນ​ສະ​ພາ​ຢູ່​ນະ​ຄອນ​
ຫຼວງວໍ​ຊິງ​ຕັນໄດ້​ຊາບ ຊຶ່ງ​ຍາ​ນາງ​ດາ​ຣາ ໄດ້ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ:

ປັດ​ຈຸ​ບັນ​ນີ້ ທ່ານ​ໂຈ​ເນ​ຕັນ ວໍ​ຣະ​ສານ ເປັນ​ປະ​ທານ​ອົງ​ການ​ລາວ​ອາ​ເມ​ຣິ​ກັນ​ແຫ່ງ​
ຊາດ​ ຫຼື LANA ທ່ານ​ ແລະ​ຍາ​ນາງດາລາ ​ໄດ້​ເດີນ​ທາງມ​າ​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ
ເພື່ອອົບ​ຮົມ​ກ່ຽວ​ກັບ​ການ​ເປັນ​ຜູ້​ນຳ ເປັນ​ປາກ​ສຽງ​ໃຫ້​ແກ່​ສັງ​ຄົມ ແລະ​ປະ​ສານ​ງານ
​ກັບ​ປະ​ຊາ​ຄົມ​ເອ​ເຊຍອາຄະ​ເນອື່ນໆ ​ຈັດ​ຂຶ້ນ​ໂດຍ​ອົງ​ການປະ​ຕິ​ບັດ​ງານ​ເອ​ເຊຍ​ອາ​
ຄະ​ເນຫຼື SEARAC ທີ່​ເປັນ​ແຮງ​ຊຸກ​ຍູ້​ດ້ານ​ສິດ​ທິ​ມະ​ນຸດໃຫ້​ແກ່​ປະ​ຊາ​ຄົມ​ອົບ​ພະ​ຍົບ
​ອິນດູ​ຈີນຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ​ທ່ານ​ໂຈ​ເນ​ຕັນ ປະ​ທານ​ອົງ​ການ​ພັນ​ທະ​ມິດ​
ລາວ​ອາ​ເມ​ຣິ​ກັນ​ແຫ່ງ​ຊາດ ແລະ ແລະຍາ​ນາງ​ດາ​ຣາ ໄດ້​ກ່າວ​ເຖິງ​ຄວາມ​ເປັນ​ຫ່ວງ
ຂອງ​ສັງ​ຄົມ​ລາວ​ອາ​ເມ​ຣິ​ກັນ ທີ່​ຍັງ​ມີ​ການ​ເໜັງ​ຕີງ​ຊ້າ ຂາດຄວາມ​ເສຍ​ສະ​ລະ ແລະ
ຂາດ​ການ​ເປັນຜູ້​ນຳ​ສັງ​ຄົມ​ທີ່​ເຂັ້ມ​ແຂງ​ດັ່ງ​ນີ້ :

ຫວ່າງ​ມໍ່ໆ​ມາ​ນີ້ໄດ້​ມີ​ສັງ​ຄົມ​ຫວຽດ​ນາມ ມົ້ງ ແລະ​ກຳ​ປູ​ເຈຍ ​ເຕົ້າ​ໂຮມ​ກັນ​ສະ​ເໜີ​ຮ່າງ​
ກົດ​ໝາຍ​ຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ ໃຫ້​ມີ​ຫຼັກ​ສູດ​ການ​ສອນ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ
​ຊາວ​ອົບ​ພະ​ຍົບ​ອິນ​ດູ​ຈີນ​ຢູ່​ໃນ​ໂຮງ​ຮຽນ​ຫຼວງ. ແຕ່​ວ່າ​ຢູ່​ໃນ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ນີ້
ບໍ່​ມີ​ຊື່​ລາວ​ລຸ່ມ​ຮ່ວມ​ຢູ່​ນຳ ແລະ​ນີ້​ແມ່ນ​ໂຕ​ຢ່າງ​ອັນ​ນຶ່ງ ​ທີ່​ໄດ້​ມີ​ການ​ຜິດ​ພາດ​ບໍ່​ທັນ​ເຫດ
​ການ. ເພາະ​ສະ​ນັ້ນ ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ສັງ​ຄົມ​ລາວ​ອາ​ເມ​ຣິ​ກັນ ໄດ້​ຮີບ​ຮ້ອນ​ພາ
​ກັນ​ລະ​ດົ​ມ​ກຳ​ລັງ​ເພື່ອ​ສະ​ເໜີ​ໃຫ້​ລາວ​ລຸ່ມມີ​ຊື່​ຮວມ​ຢູ່​ໃນ​ຫລັກ​ສູດ​ການ​ສອນ​ດັ່ງ​ກ່າວ
ຊຶ່ງ​ຍາ​ນາງ​ດາ​ຣາ​ໄດ້​ກ່າວ​ມ້ວນ​ທ້າຍ​ດັ່ງ​ນີ້:

ນັ້ນ​ແມ່ນລະ​ບົບ​ການ​ປົກ​ຄອງ ​ບົດ​ບາດ​ຂອງ​ການ​ເປັນ​ຜູ້​ນຳ ແລະ​ການ​ເປັນປາກ​
ສຽງ​ໃຫ້​ແກ່​ສັງ​ຄົມຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

XS
SM
MD
LG