ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວແລງວັນພະຫັດມື້ນີ້ເຮົາຈະ
ນຳເອົາການສຳພາດກັບບັນດານັກເຄື່ອນໄຫວໃນ ສັງຄົມລາວອາເມຣິກັນ ຢູ່ໃນລັດ
ຄາລີຟໍເນຍ. ເຂົາເຈົ້າກຳລັງລະດົມຊຸກຍູ້ຮ່າງກົດໝາຍໃຫ້ມີຫລັກສູດການສອນ ກ່ຽວ
ກັບຄວາມເປັນມາຂອງອົບພະຍົບລາວ ໃຫ້ຮວມຢູ່ກັບບັນດາຊາວອົບພະຍົບອິນດູຈີນ
ກຸ່ມອື່ນໆ ເພື່ອສິດສອນຢູ່ໃນໂຮງຮຽນຫຼວງໃນລັດຄາລີຟໍເນຍ. ເຫດການເລື່ອງນີ້ເກີດ
ຂຶ້ນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ການຢາກໃຫ້ມີຫລັກສູດການຮຽນທີ່ປະກອບດ້ວຍປະຫວັດຄວາມເປັນມາຂອງຊາວ
ອົບພະຍົບອິນດູຈີນ ຢູ່ໃນໂຮງຮຽນຫຼວງໃນລັດຄາລີຟໍເນຍ ໄດ້ເລີ້ມເກີດຂຶ້ນມາສາມສີ່
ປີແລ້ວ. ຕົກມາປີນີ້ ທ່ານນາງແຈແນັດ ຫງວຽນ ສະມາຊິກສະພາປະຈຳລັດຄາລີຟໍເນຍ
ເຂດ ກາເດີນໂກຣວ ຈຶ່ງໄດ້ສະເໜີຮ່າງກົດໝາຍຂຶ້ນ ຢູ່ໃນສະພາລັດຄາລີຟໍເນຍ ເພື່ອ
ໃຫ້ໄດ້ມີການສິດສອນຢູ່ໃນໂຮງຮຽນ. ຮວມຢູ່ໃນຮ່າງກົດໝາຍດັ່ງກ່າວ ກໍມີປະຊາຄົມ
ຫວຽດນາມ ກໍາປູເຈຍ ແລະມົ້ງ ແຕ່ວ່າລາວບໍ່ໄດ້ຮ່ວມ “ຢູ່ໃນກຸ່ນດັ່ງກ່າວ. ເພາະສະນັ້ນ
ບັນດານັກເຄື່ອນໄຫວໃນສັງຄົມລາວອາເມຣິກັນ ທີ່ປະກອບດ້ວຍນັກວິຊາການຕ່າງໆ
ຢູ່ໃນລັດຄາລີຟໍເນຍ ຈຶ່ງກຳລັງລະດົມກັນຢ່າງຫ້າວຫັນ ເພື່ອເພີ້ມຊື່ລາວອາເມຣິກັນ
ເຂົ້າໃສ່ໃນຮ່າງກົດໝາຍດັ່ງກ່າວ ທີ່ໄດ້ຜ່ານເສັ້ນຕາຍໄປແລ້ວ ໃນວັນທີ 31 ເດືອນ
ສິງຫາ.
ການຂຽນຫລັກສູດການສອນກ່ຽວກັບປະຫວັດຄວາມເປັນມາຂອງຊາວອົບພະຍົບອິນດູ
ຈີນ ເພື່ອໃຫ້ສິດສອນຢູ່ໃນໂຮງຮຽນຫຼວງໃນລັດຄາລີຟໍເນຍນັ້ນເປັນເລື່ອງໃຫຍ່ ມີຂັ້ນ
ຕອນດ້ານກົດໝາຍປະຈຳລັດ ກ່ອນຈະຖືກຮັບຮູ້ຜ່ານສະພາເພື່ອນຳອອກໃຊ້. ບັດນີ້
ບັນດາສະມາຊິກສັງຄົມລາວອາເມຣິກັນ ທີ່ປະກອບດ້ວຍນັກວິຊາການ ແລະນັກເຄື່ອນ
ໄຫວຕ່າງໆກຳລັງພາກັນວິ້ງເຕັ້ນເພື່ອໃຫ້ສັງຄົມລາວອາເມຣິກັນ ຮ່ວມມີຊື່ຢູ່ໃນຫລັກສູດ
ການຮຽນກ່ຽວກັບເລື່ອງນີ້ ຊຶ່ງ ດຣ.ຄອນເພັດ ລິລີ ຫລ່ຽມທອງສະມຸດ ຊຶ່ງເປັນຜູ້ນຶ່ງ ໃນ
ຈຳນວນຄະນະສະມາຊິກນັກເຄື່ອນໄຫວ ຢູ່ໃນລັດຄາລີຟໍເນຍໄດ້ກ່າວຕໍ່ ວີໂອເອ ກ່ຽວ
ກັບເລື່ອງນີ້ວ່າ :
ນັກເຄື່ອນໄຫວທີ່ຫ້າວຫັນ ແລະສຳຄັນອີກຄົນນຶ່ງທີ່ໄດ້ຕິດຕາມຢ່າງໃກ້ສິດກ່ຽວກັບ
ເລື່ອງນີ້ແມ່ນໄດ້ແກ່ ທ່ານຄຳມະນີ ມັດທະວົງສີ ທີ່ນະຄອນແຊນແຟຣນຊິສໂກ ຊຶ່ງທ່ານ
ໄດ້ໃຫ້ຂໍ້ສັງເກດຕໍ່ ວີໂອເອ ດັ່ງນີ້:
ນີ້ແມ່ນໂຕຢ່າງສຳຄັນດ້ານກົດໝາຍປະຈຳລັດຄາລີຟໍເນຍ ໃນສະຫະລັດອາເມຣິກາ
ທີ່ສະແດງໃຫ້ເຫັນເຖິງສິດທິຂອງກຸ່ມຊົນ ທີ່ຈະຕ້ອງເຕົ້າໂຮມກັນໃຫ້ເປັນກ້ອນເປັນ
ໜ່ວຍ ເປັນປາກສຽງສະເໜີໃຫ້ຜູ້ແທນສະພາປະຈຳເຂດຂອງຕົນ ໄດ້ຊາບເຖິງຄວາມ
ຕ້ອງການ ເວົ້າສະເພາະກໍຄືກົດໝາຍນໍາໃຊ້ຫລັກສູດການສອນ ກ່ຽວກັບຄວາມເປັນ
ມາຂອງອົບພະຍົບອິນດູຈີນນີ້.