ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວີໂອເອ ສຳພາດພະນະທ່ານຄຳ​ພັນ ອັ່ນ​ລາ​ວັນ, ເອກອັກຄະລັດຖະທູດລາວ ທີ່ກໍາ​ລັງຈະ​​ເດີນ​ທາງ​ກັບ​ ປະ​ເທດ ພາຍຫລັງ​ສຳ​ເລັດໜ້າທີ່ການແລ້ວ

ທ່ານເອກອັກຄະລັດຖະທູດຄໍາພັນ ອັ່ນລາວັນ ໃຫ້ສໍາພາດກ່ອນ​ທ່ານຈະກັບຄືນປະະເທດ ເພື່ອ​ຮັບ​ໜ້າ​ທີ່​ການ​ໃໝ່

ທ່ານ​ຜູ້​ຟັງທີ່​ເຄົາ​ລົບ ມື້​ນີ້ເຮົາຈະນຳ​ເອົາການ​ສຳພາດກັບພະນະ​ທ່ານເອກ​ອັກຄະ​ລັດຖະທູດ​ຄຳ​ພັນ ອັ່ນ​ລາ​ວັນ ກ່ອນ​ທ່ານຈະໄດ້​ອຳ​ລາ​ ຈາກນະຄອນ​ຫຼວງ ວໍ​ຊິງຕັນເພື່ອກັບ​ຄືນ​ສູ່ ສປປ ລາວ ຫລັງ​ຈາກມາ​ປະຕິບັດ​ໜ້າທີ່ເປັນ​ເວ​ລາ 3 ປີເຕັມແລ້ວຊຶ່ງເພິ່ນ​ໄດ້​ເນັ້ນ​ໃຫ້​ເຫັນ​ສິ່ງພົ້ນ​ເດັ່ນໃນ​ການ​ພົວ​ພັນ​ສອງ​ຝ່າຍລະ​ຫວ່າງ​ ລາວ ແລະ​ສະ​ຫະ​ລັດ ​ໃນ​ໄລ​ຍະ​ທີ່ທ່ານ ດຳ​ລົງ​ຕຳ​ແໜ່ງ​ຢູ່​ທີ່ນີ້. ບົວ​ສະ​ຫວັນ ມີ​ລາຍ​ລະ​ອ​ຽດກ່ຽວ​ກັບເລື້ອງ​ນີ້ ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ງານບາສີແກ່ທ່ານຄໍາພັນ ອັ່ນ​ລາ​ວັນ (ກາງ), ເອກອັກຄະລັດຖະທູດປະຈໍາ ສຫລ ແລະການາດາ ຊຶ່ງມີທ່ານອະນຸພາບ, ເອກອັກຄະລັດຖະທູດລາວປະຈໍາອົງການສະຫະປະຊາຊາດນັ່ງຖັດໄປ (ຊ້າຍ) ແລະ​ດ​ຣ. ບຸນ​ທະ​ນົງ​ສັກ ຈັນ​ທະ​ລາດ (ຂວາ), ຮອງເອກອັກຄະລັດຖະທູດລາວປະ​ຈຳ​ ສ​ຫລ ແລະ​ກາ​ນາ​ດາເຂົ້າ​ຮ່ວມ​ນຳ (ພາບ​ສະ​ໜອງ​ໃຫ້​ໂດຍ ສະ​ຖານ​ທູດ​ລາວ​ປະ​ຈຳ ສ​ຫລ)

ພະນະ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຄຳ​ພັນ ອັ່ນ​ລາ​ວັນ ອາດ​ຈະ​ແຕກ​ຕ່າງ​ໄປຈາກ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ກ່ອນໆ ຜູ້ທີ່ເຄີຍ​ໄດ້​ມາ​ປະ​ຈຳ​ການ​ຢູ່ສະ​ຫະ​ລັດໃນ​ຕຳ​ແໜ່ງ​ໃດ​ນຶ່ງ ຢ່າງ​ໜ້ອຍ​ກໍນຶ່ງຄັ້ງ ​ກ່ອນ​ຈະຖືກມອບ​ໝາຍ​ໃຫ້​ມາ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳນາດ​ເຕັມ​ປະ​ຈຳ​ສະ​ຫະ​ລັດ ແລະ​ກາ​ນາ​ດາ ຊຶ່ງ​ທ່ານຖື​ວ່າ ນີ້​ເປັນ​ປະ​ສົບ​ການ​ໃໝ່​ຂອງ​ທ່ານ ດັ່ງ​ທີ່​ທ່ານ​ກ່າວ​ໃນ​ການ​ສຳ​ພາດກ່ອນ​ທ່ານ​ຈະ​ອອກ​ເດີນ​ທາງ​ກັບ​ປະ​ເທດໃນ​ມື້​ອື່ນນີ້​ວ່າ:

ທ່ານອະນຸພາບ ວົງໜໍ່ແກ້ວ (ຂວາ) ເອກອັກຄະລັດຖະທູດລາວປະຈໍາອົງການສະຫະປະຊາຊາດ ແລະດຣ. ບຸນທະນົງສັກ ຈັນທະລາດ (ຊ້າຍ), ຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດລາວກໍາລັງຜູກແຂນໃຫ້ແກ່ທ່ານທູດຄໍາພັນ ອັ່ນ​ລາ​ວັນ ໃນ​ງານ​ລ້ຽງ​ສົ່ງ​ເພິ່ນ​ໃນວັນ​ທີ 26 ມີ​ນາ, 2022 (ພາບ​ສະ​ໜອງ​ໃຫ້​ໂດຍ ສະ​ຖານ​ທູດ​ລາວ​ປະ​ຈຳ ສ​ຫລ)

ໃນ​ການ​ເຮັດພາ​ລະ​ໜ້າ​ທີ່​ຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ​ນັ້ນ ທ່ານໄດ້​ປະ​ຕິ​ບັດ​ຕາມ​ຖະ​ແຫລງ​ການ​ຮ່ວມ​ລະ​ຫວ່າງ​ລາວ ແລະ​ສ​ະ​ຫະ​ລັດໃນ​ການ​ເປັນ​ຄູ່​ຮ່ວມມືແບບກວມ​ລວມ ຊຶ່ງໄດ້​ປະ​ກາດ​ໄປ​ໃນ​ປີ 2016 ຕອນ​ທີ່ອ​ະ​ດີດ​ປະ​ທາ​ນາທິ​ບໍ​ດີ​ໂອ​ບາ​ມາຢ້ຽມ​ຢາມລາວ ແລະກໍ​ຮອດ​ວັນຄົບ​ຮອບ​ 5 ປີ​ໃນ​ປີ​ກາຍນີ້ ​ຊຶ່ງ​ທ່ານ​ໄດ້ຍົກ​ໃຫ້​ເຫັນຜົນ​ງານ​ພົ້ນ​ເດັ່ນ​ໃນການພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ 3 ປີຜ່ານ​ມາດັ່ງ​ນີ້:

ເມື່ອ​ເວົ້າເຖິງ​ການຮ່ວມ​ມື​ສອງ​ຝ່າຍ​ດ້ານ​ມະ​ນຸດ​ສະ​ທຳເລື້ອງຂຸດ​ຄົ້ນຫາ​ກະ​ດູກ​ຂອງ​ທະ​ຫານ​ອາ​ເມ​ຣິ​ກັນຫາຍ​ສາບ​ສູນ 573 ຄົນ​ ໃນ​ປາງ​ສົງ​ຄາມຢູ່​ໃນ​ລາວນັ້ນ ທ່ານກ່າວວ່າຜ່ານ​ມາ​ສາ​ມາດ​ຂຸດ​ຄົ້ນ​ແລະ​ສົ່ງ​ໃຫ້​ສະ​ຫະ​ລັດໄດ້ທັງ​ໝົດ 288 ຄົນແລ້ວ ແລະ​ຍັງ​ກະ​ດູກ​ຂອງອີກ 285 ຄົນ ​ທີ່​ຍັງ​ຈະ​ສືບ​ຕໍ່​ຮ່ວມ​ມືກັນ​ຄົ້ນ​ຫາ​ຕໍ່​ໄປ.

ທ່ານຄໍາພັນ ອັ່ນລາວັນກ່າວຄໍາປາໄສໃນງານລ້ຽງສົ່ງ ແລະະບາສີໃຫ້ທ່ານກ່ອນຈະເດີນທາງກັບປະເທດພາຍຫລັງສໍາເລັດໜ້າທີ່ເປັນເອກອັກຄະລັດຖະທູດລາວ ປະຈໍາ ສຫລ ແລະ​ກາ​ນາ​ດາ​ແລ້ວ (ພາບ​ສະ​ໜອງ​ໃຫ້​ໂດຍ ສະ​ຖານ​ທູດ​ລາວ​ປະ​ຈຳ ສ​ຫລ)
ທ່ານຄໍາພັນ ອັ່ນລາວັນກ່າວຄໍາປາໄສໃນງານລ້ຽງສົ່ງ ແລະະບາສີໃຫ້ທ່ານກ່ອນຈະເດີນທາງກັບປະເທດພາຍຫລັງສໍາເລັດໜ້າທີ່ເປັນເອກອັກຄະລັດຖະທູດລາວ ປະຈໍາ ສຫລ ແລະ​ກາ​ນາ​ດາ​ແລ້ວ (ພາບ​ສະ​ໜອງ​ໃຫ້​ໂດຍ ສະ​ຖານ​ທູດ​ລາວ​ປະ​ຈຳ ສ​ຫລ)

ແຕ່​ຢ່າງ​ໃດ​ກໍ​ຕາມ ຫລັງ​ຈາກທ່ານປະ​ຕິ​ບັດ​ງານ​ມາ​ໄດ້​ປະ​ມານ​ປີ​ນຶ່ງ ກໍ​ມີ​ບັນ​ຫາ​ການ​ຂວ້ຳ​ບາດ​ທາງ​ວີ​ຊາ​ເນື່ອງ​ຈາກວ່າ​ຄະ​ນະລັດ​ຖະ​ບານ​ຂອງອະ​ດີດປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ແລະ​ລັດ​ຖະ​ບານ​ລາວບໍ່ສາ​ມາດ​ຕົກ​ລົງ​ກັນ​ໄດ້​ໃນ​ເລື້ອງຮັບ​ເອົາ​ຄົນ​ລາວ​ທີ່ບໍ່​ມີ​ສັນ​ຊາດ​ອາ​ເມ​ຣິ​ກັນ​ກັບ​ຄືນ​ປະ​ເທດ ຊຶ່ງມັນ​ເຮັດ​ໃຫ້​ພົນ​ລະ​ເມືອງ​ລາວບໍ່​ສາ​ມາດ​ເດີນ​ທາງ​ເຂົ້າ​ສະ​ຫະ​ລັດ​ໄດ້ນັບ​ແຕ່​ຕົ້ນ​ເດືອນ​ເມ​ສາ ປີ 2020 ຈົນ​ເຖິງ​ເດືອນ​ກຸມ​ພາ 2022 ຜ່ານ​ມານີ້ ດັ່ງ​ທີ່​ທ່ານ​ຄຳ​ພັນ​ໃຫ້​ຄຳ​ເຫັນ​ວ່າ:

ທ່ານຄໍາພັນ ອັ່ນລາວັນກ່າວຄໍາປາໄສໃນງານລ້ຽງສົ່ງເພິ່ນກັບປະເທດຫລັງຈາກສິ້ນສຸດໜ້າທີ່ເປັນເອກອັກຄະລັດຖະທູດທີ່ວໍຊິງຕັນ ຂະ​ນະ​ທີ່​ຫລຽວ​ໜ້າ​ໄປ​ຫາ​ທ່ານ​ນາງ​ສຸ​ພາ ໄຊ​ປ​ຣະ​ສິດ ເມ​ສ໌, ຜູ້​ສະ​ໝັກ​ເປັນ​ຜູ້​ປົກ​ຄອງ​ລັດ​ອາ​ແຄ​ນ​ຊໍ ແລະ​ທ່ານ​ສຸ​ລິ​ວັນ ຄຳ​ວົງ​ສາ ໂດຍມີທ່ານອ​ະ​ນຸ​ພາບ ວົງ​ໜໍ່​ແກ້​ວ, ເອກອັກຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ ສ​ປ​ຊ ຢືນ​ຢູ່​ທາງ​ຂວາ, ວັນທີ 26 ມີນາ, 2022 (ພາບ​ສະ​ໜອງ​ໃຫ້​ໂດຍ​ສະ​ຖານ​ທູດ​ລາວ ​ທີ່ ສ​ຫລ)

ເມື່ອການ​ຂວ້ຳ​ບ​າດ​ດ້ານ​ວີ​ຊາຂັ້ນ​ໜັກໄດ້​ຖືກ​ຍົກ​ເລີກ ແລະ​ກໍ​ມີ​ການ​ຊ່ວຍ​ເຫລືອ ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ສອງ​ຝ່າຍ​ເພີ້ມ​ຂຶ້ນ ​ທ່ານ​ຄຳພັນ​ສະ​ຫລຸບໃຫ້​ຟັງ​ວ່າ ​ການ​ພົວ​ພັນລ​ະ​ຫວ່າງ​ລັດ​ຖະ​ບານ​ ແລະ​ປະ​ຊາ​ຊົນສອງ​ຊາດໄດ້​ຖືກຮັດ​ແໜ້ນເພີ້ມ​ຂຶ້ນ ຊຶ່ງ​ມັນ​ໝາຍ​ເຖິງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ທ່ານ ໃນ​ນາມ​ເປັນເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ປະ​ຈຳ​ສະ​ຫະ​ລັດປະ​ສົບ​ຜົນ​ສຳ​ເລັດ​ຕາມ​ການມອບ​ໝາຍ​ຈາກ​ລັດຖະ​ບານ​ລາວ.

XS
SM
MD
LG