ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດ ດຣ. ສຸສະດາ ຈິດທະຈັກ ອາຈານສອນ ຄະນິດສາດ ທີ່ ມະຫາວິທະຍາໄລ San Francisco


ດຣ. ສຸສະດາ ຈິດທະຈັກ ອາຈານສອນວິທະຍາສາດ ເທັກໂນໂລຈີ ວິສະວະກອນ ຄະນິດສາດ ແລະການສຶກສາ ທີ່ມະຫາວິທະຍາໄລ
San Francisco ລັດ California.
ດຣ. ສຸສະດາ ຈິດທະຈັກ ອາຈານສອນວິທະຍາສາດ ເທັກໂນໂລຈີ ວິສະວະກອນ ຄະນິດສາດ ແລະການສຶກສາ ທີ່ມະຫາວິທະຍາໄລ San Francisco ລັດ California.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ເຮົາຂໍແນະ​ນຳ​ໃຫ້​ທ່ານ​ຮູ້ຈັກ​ກັບ​ສະຕີ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ທີ່​ໜ້າ​ຮັກ ​ເກີດ​ທີ່​ສູນ​ອົບ​ພະຍົບນະຄອນ​ພະນົມ ປະ​ເທດ​ໄທ ມາ​ເຕີບ​ໃຫຍ່​ຢູ່​ໃນ​ສະຫະລັດ ​ແລະ​ຫາກໍສຳ​ເລັດ​ປະລິນຍາ​ເອກ​ຝ່າຍ​ວິ​ທະ​ສາດ​ໃນ​ຕົ້ນ​ປີ 2016​. ດຣ. ​ສຸ​ສະ​ດາ ຈິດ​ທະ​ຈັກ ປັດ​ຈຸ​ບັນ​ນີ້​ເປັນຄູ​ສອນ​ຄະນິດສາ​ດຢູ່ມະຫາ​ວິທະຍາ​ໄລ San Francisco ລັດ California. ຄວາ​ມ​ຍາກ​ລຳບາກ​ຂອ​ງຄອບຄົວ ທີ່​ໄດ້​ນຳພາ​ ດຣ. ສຸ​ສະ​ດາ ​ມາປະສົບ​ຜົນສຳ​ເລັດ​ໄດ້​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້​ມາສະເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວຂອງວິທະ​ຍຸວີ​ໂອ​ເອ ແລງ​ວັນ​ພະຫັດ​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ​ ດຣ. ສຸ​ສະ​ດາ ຈິດ​ທະ​ຈັກ ຍິງ​ສາວ​ອາ​ເມຣິກັນ ເຊື້ອສາຍລາວ ທີ່ໜ້າຮັກ ຫາກໍ່ສຳເລັດປະລິນຍາເອກຝ່າຍວິທະຍາສາດ ເທັກໂນໂລຈີ ວິສະວະກອນ ຄະນິດສາດ ແລະການສຶກສາ.

​ຄວາມ​ເປັນ​ມາຂອງຄອບຄົວ ດຣ. ສຸ​ສະ​ດາ ກ່ອນ​ທີ່​ໄດ້ເກີດຢູ່​ໃນ​ສູນ​ອົບ​ພະ​ຍົບ ທີ່ນະຄອນ​ພະນົມນັ້ນ ​ເຕັມ​ໄປ​ດ້ວຍການຜະຈົນ​ໄພ ​ພົບ​ກັບຄວາມທຸກ​ຍາກລຳບາກ ​ພາຍ​ໃຕ້​ການ ປ່ຽນ​ແປງລະ​ບອບ​ການປົກຄອງ​ຢູ່​ໃນ ສປປ ລາວ ແລະ​ໃນ​ທີ່​ສຸດ​ກໍ​ໄດ້​ປະສົບ​ກັບ​ຜົນສຳ​ເລັດ ຂອງ​ການ​ຕັ້ງ​ຊີວິດ​ໃໝ່​ຢູ່​ໃນ​ສະຫະລັດອາ​ເມຣິກາ ປະ​ເທດ​ທີ່​ເປີດ​ອ້ອມ​ແຂນ ໃຫ້ໂອ ກາດແກ່ທຸກໆຄົນ ທີ່​ສະ​ແຫວ​ງຫາ​ອິດ​ສະຫລະ​ພາບຂອງການຕັ້ງ​ຊີວິດ​ໃໝ່​ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງການ​ສຶກສາ.

ການ​ສຶກສາຢູ່​ໃນ​ສະຫະລັດອາ​ເມຣິກາ ຈາກ​ຊັ້ນ​ປະຖົມ​ຫາ​ມັດທະຍົມ ​ແມ່ນ​ຮຽນບໍ່​ໄດ້​ເສຍ​ເງິນ ​ແຕ່​ຢູ່​ໃນຂັ້ນ​ມະຫາວິທະຍາ​ໄລ​ແລ້ວຕ້ອງ​ເສຍ​ເງິນຄ່າ​ຮຽນ ຊຶ່ງ​ມີ​ລາຄາ​ແພງ​ເຖິງ 50 ກວ່າພັນ​ໂດ​ລາ​ຕໍ່ປີຂຶ້ນ​ໄປ ຊຶ່ງແລ້ວ​ແຕ່ສະ​ຖາ​ບັນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ນັກ​ສຶກສາ​ຜູ້​ຮຽນເກັ່ງ ຂະຫຍັນ​ຂັນ​ແຂງ ​ໂດຍ​ສະ​ເພາະ​ເປັນ​ນັກຮຽນ​ທີ່ມາ​ຈາກ​ຄອບຄົວ​ມີ​ລາຍ​ໄດ້​ຕໍ່າ ​ເຂົາ​ເຈົ້າມັກ​ຈະ​ໄດ້​ຮັບທຶນ​ຮຽນ​ພິ​ເສດ.

ດຣ. ສຸ​ສະ​ດາ ສຳ​ເລັດ​ການ​ສຶກສາ​ຈາກ​ມັດທະຍົ​ມ South High ​ໃນ​ປີ 2002 ​ໄປ​ຮຽນ​ຕໍ່​ທີ່​ມະຫາວິທະຍາ​ໄລ St. Thomas ບ່ອນ​ທີ່​ນາງສຳ​ເລັດ​ປະລິນຍາ​ຕີ​ຝ່າຍ​ຄະນິດສາດ ຫລັງ​ຈາກ​ນັ້ນ​ໄດ້​ຮຽນ​ຕໍ່​ເອົາ ປະລິນຍາໂທ. ​ໃນ​ຂະນະ​ທີ່​ນາງ​ເປັນ​ຄູ​ສອນ​ຢູ່​ໂຮງຮຽນໃນ​ນະຄອນ Minneapolis ຍານາງ​ກໍ​ໄດ້​ຝຶກ​ຝົນ​ຕົນ​ເອງ​ໄປ ພ້ອມ ​ແລະສຳ​ເລັດ​ປະລິນ​ຍາ​ເອກ​ຈາກ ມະຫາວິທະຍາ​ໄລ Minnesota ຝ່າຍ​ວິທະຍາສາດ ​ເທັກ​ໂນ​ໂລ​ຈີ ວິ​ສະ​ວະ​ກອນ ຄະນິດ ສາດ ແລະ​ການ​ສຶກສາ. ດຣ. ສຸ​ສະ​ດາ ແມ່ນ​ຄົນອາ​ເມຣິກັນ​ເຊື້ອສາຍ​ລາວ ທີ່​ໄດ້​ວາງບົດ ບາດ​ໄວ້​ ເປັນແບບ ຢ່າງ ​ແລະໄດ້​ນຳ​ເອົາ​ປະສົບ​ການ​ມາ​ໃຊ້​ຊ່ວຍສັງຄົມ ຊຶ່ງ​ຍານາງ​ໄດ້​ກ່າວວ່າ:

ພິທີສຳເລັດປະລິນຍາເອກ ຂອງ ດຣ. ສຸສະດາ ຈິດທະຈັກ.
ພິທີສຳເລັດປະລິນຍາເອກ ຂອງ ດຣ. ສຸສະດາ ຈິດທະຈັກ.

ໃນ​ນາມ​ເປັນ​ອາຈານ​ສອນ​ບັນດາ​ນັກ​ຮຽນທີ່​ທຸກ​ຈົນ ​ມີ​ພອນ​ສະຫວັນ ດຣ. ສຸ​ສະ​ດາ ​ແມ່ນກໍ​ຜູ້​ນຶ່ງຢູ່​ໃນ​ຄະນະ​ກຳມະການ​ດູ​ແລຕິດຕາມ​ ​ແລະ​ມີ​ສິດສະ​ເໜີ​ໃຫ້ນັກຮຽນ​ຄົນ​ໃດ​ຄົນ​ນຶ່ງ​ທີ່​ຈະກ້າວ​ໄປ​ໄກໄດ້​ຮັບ​ທຶນ​ສຶກສາ​ພິ​ເສດ ດັ່ງ​ຍານາງ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ :

ດຣ. ສຸສະດາ ຈິດທະຈັກ ແລະບັນດານັກຮຽນຊັ້ນປະຖົມ.
ດຣ. ສຸສະດາ ຈິດທະຈັກ ແລະບັນດານັກຮຽນຊັ້ນປະຖົມ.

ດຣ. ສຸ​ສະ​ດາ ຈິດຕະຈັກ ປັດ​ຈຸ​ບັນ​ນີ້​ອາຍຸ​ໄດ້ 32 ປີ ​ເ​ປັນ​ລູກ​ສາວ​ຫລ້າ​ຂອງ​ ທ່ານ​ຄຳ​ສານ ອະດີດ​ທະຫານ​ຝ່າຍ​ເປັນກາງ ແລະ​ຍານາງບຸນ​ມີ. ໃນ​ປີ 1976 ຫາ​ປີ 1983 ​ຄອບຄົວຈິດ​ທະ​ຈັກ ​ພ້ອມ​ດ້ວຍ​ລູກ​ຫົກ​ຄົນ ໄດ້​ຖືກ​ສົ່ງ​ໄປ​ຢູ່​ສູນ​ສຳ​ມະ​ນາ ທີ່​ໂພນ​ສະຫວັນ​ເປັນ​ເວລາ​ແປດ​ປີ. ຫລັງ​ຈາກ​ນັ້ນ ຄອບຄົວ​ໄດ້ຖືກ​ປົດປ່ອຍອອກ​ມາ​ ​ແລະພຽງ​ແຕ່ສາມ​ອາທິດ​ ທ່ານ​ຄຳ​ສານຫົວໜ້າຄອບຄົວໄດ້ຕັດ ສິນ​ໃຈ​ນຳພາຄອບຄົວ​ໂຕນ​ມາ​ຢູ່​ສູນ​ອົບ​ພະ​ຍົບ ທີ່​ນະຄອນ​ພະນົມ ປະ​ເທດ​ໄທ ບ່ອນ​ທີ່ ດຣ. ສຸ​ສະ​ດາ ​ໄດ້​ເກີດ ​ຊຶ່ງ​ຍານາງໄດ້​ກ່າວ​ກ່ຽວ​ກັບ​ເລື້ອງ​ນີ້ວ່າ:

ຄອບຄົວ ດຣ. ສຸສະດາ ຈິດທະຈັກ ໃນສູນອົບພະຍົບ ນະຄອນພະນົມ ປະເທດໄທ.
ຄອບຄົວ ດຣ. ສຸສະດາ ຈິດທະຈັກ ໃນສູນອົບພະຍົບ ນະຄອນພະນົມ ປະເທດໄທ.

ດຣ. ສຸ​ສະ​ດາ ​ເກີດ​ຢູ່ສູນ​ອົບ​ພະຍົບ ເຕີບ​ໃຫຍ່​ຢູ່​ໃນ​ສະຫະລັດ ​ພໍ່​ແມ່​ເຮັດ​ວຽກ​ອອກ​ແຮງ​ງານລ້ຽງ​ດູ ​ແລະ​ສົ່ງ​ເສີມການ​ຮຽນຢ່າງສຸດ​ຂີດ. ດຣ. ສຸ​ສະ​ດາ ສາມາດ​ປາກ​ພາສາ​ລາວ​ໄດ້​ເປັນຢ່າງ​ດີ ​ແລະ​ກໍ​ບໍ່​ໄດ້ຫລົງ​ລືມ ຮາກ​ເຫງົ້າ​ທີ່​ມາຂອງ​ຄອບຄົວ​ ​ແລະ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ລາວ​ຫລາຍໆ​ຄັ້ງ. ດຣ. ສຸ​ສະ​ດາ ​ໄດ້​ເລົ່າ​ຄວາມ​ຮູ້ສຶກ​ຕໍ່​ວີ​ໂອ​ເອ ກ່ຽວ​ກັບ​ສະພາບ​ການເປັນ​ຢູ່ທີ່​ຍານາງ​ໄດ້​ໄປ​ເຫັນ ໃນ​ປະ​ເທດ​ລາວ ສູ່​ຟັງ​ດັ່ງ​ນີ້

ຄວາມທ່ຽງທຳ ແລະສະເໝີພາບ.
ຄວາມທ່ຽງທຳ ແລະສະເໝີພາບ.

ດຣ. ສຸ​ສະ​ດາ ຈິດ​ທະ​ຈັກ ​ເປັນ​ຍິງ​ສາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ທີ່​ໜ້າ​ຮັກ ວ່ອງ​ໄວ ​ມີ​ຄວາມຮັບຜິດຊອບສູງຕໍ່ໜ້າ​ທີ່​ການ ​ແລະຫຸ້ມລ້ອມ​ໄປ​ດ້ວຍເພື່ີອນຝູງທີ່​ຮັກ​ແພງ​ຢ່າງ​ຫລວງຫລາຍ. ພວກ​ເຮົາຄະນະ​ຈັດ​ທຳລາຍ​ການ ວິທະຍຸ​ວີ​ໂອ​ເອ​ຂໍ​ສະ​ແດງ​ຄວາມ​ປື້​ມປິ​ຕິ​ຍິນ​ດີ​ກັບ​ຜົນສຳ​ເລັດ​ຂອງຍານາງ​ໃນ​ຄັ້ງ​ນີ້​ດ້ວຍ.

XS
SM
MD
LG