ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ສະ​ຫຼອງວັນ​ຊາດ ອາ​ເມ​ຣິ​ກາຄົບຮອບ 243 ປີ ທີ່​ວັດ​ລາວ​ພຸດ​ທະ​ວົງ ລັດ​ເວີ​ຈີ​ເນຍ


ສ​ຳ​ພາດ ດ​ຣ. ພະ​ມະ​ຫາ​ອາ​ຈານ​ຈັນ​ດາພອນ ມິ່ງ​ສີ​ສຸ​ພັນ ກ່ຽວ​ກັບ​ກາ​ນ ສະ​ຫຼອງວັນ​ຊາດ ອາ​ເມ​ຣິ​ກັນ ທີ 4 ກໍ​ລະ​ກົດ 2019.
ສ​ຳ​ພາດ ດ​ຣ. ພະ​ມະ​ຫາ​ອາ​ຈານ​ຈັນ​ດາພອນ ມິ່ງ​ສີ​ສຸ​ພັນ ກ່ຽວ​ກັບ​ກາ​ນ ສະ​ຫຼອງວັນ​ຊາດ ອາ​ເມ​ຣິ​ກັນ ທີ 4 ກໍ​ລະ​ກົດ 2019.

ທ່ານ​ຜູ້​ຟັງ​ທີ່​ເຄົາຣົບ ມື້​ນີ້ ​ວັນ​ພະຫັດ ທີ 4 ​ເດືອນ​ກໍລະກົດ ປີ 2019 ​ແມ່ນ​ວັນຊາດ ຫລື​
ວັນ​ສະຫລອງ​ເອກ​ກະລາດ ຄົບຮອບ 243 ປີ​ຂອງສະຫະ ລັດອາ​ເມຣິກາ. ​ເພາະສະ​ນັ້ນ ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ​ ຈະ​ນໍາ​ເອົາການ​ສຳ​ພາດ​ກັບ ດ​ຣ. ພະ​ມະ​ຫາ​ຈັນ​
ດາ​ພອນ ຈັກ​ກະ​ວາ​ໂຣ ຮອງ​ເຈົ້າ​ອາ​ວາດ​ວັດ​ລາ​ວ​ພຸດ​ທະ​ວົງ ​ໃນ​ເຂດ​ນະ​ຄອນ​ຫຼວງວໍ​ຊິ​ງ
ຕັນ ມາ​ສະ​ເໜີ​ທ່ານ ກ່ຽວ​ກັບ​ການ​ນຳ​ພາສະ​ຫຼອງ​ບຸນ​ຢ່າງໃດ ຊຶ່ງ​ກິ່ງ​ສະຫວັນ ຈະ​ນໍາ
ລາຍ​ລະ​ອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່ໄປ.

​ມື້​ນີ້​ແມ່ນວັນ​ພະຫັດ ທີ 4 ​ເດືອນກໍລະກົດ​ ແມ່ນວັນ​ຊາດ​ ສະຫະລັດອາ​ເມ​ຣິ​ກາ ຄົບ
​ຮອບ 243 ປີຫລັງ​ຈາກໄດ້ປະກາດ​ເອກກະລາດ ຈາກອັງກິດ ​ໃນ​ປີ 1776. ເພ​າ​ສະ​ນັ້ນ
​ເປັນ​ວັນ​ພັກ​ລາດ​ຊະ​ການ​ຢູ່ໃນທົ່ວປະ​ເທດ ໃນ​ຂະ​ນະ​ດຽວ​ກັນ ຊາວ​ອາ​ເມ​ຣິ​ການ​ ພາ​
ກັນສະ​ຫຼອງ​ກັນ​ຢ່າງ​ຄຶກ​ຄື້ນ ເຊັ່ນ​ວ່າ​ກິນ​ເຂົ້າ​ປ່າ ໄປ​ທ່ຽວ​ແຄມ​ທະ​ເລ ຢູ່​ຕາມ​ເມືອງ​
ຕ່າງໆ ມີ​ການ​ເດີນ​ສວນ​ສະ​ໜ​າມ ​ສະ​ແດງ​ຄອນ​ເສີດ ເຂົ້າຮ່ວມ​ງານ​ພ​າ​ຕີ ​ແລະ​ດື່ມ​
ຢ່າງ​ສະ​ໜຸກ​ສະ​ໜ​ານ. ສ່ວນປະ​ຊາ​ຄົມ​ລ​າວອ​າ​ເມ​ຣິ​ກັນ ໂດຍ​ສະ​ເພາະຢູ່​ເຂດ​ມະ​ຫາ​
ນະ​ຄອນ​ຫຼວງວໍ​ຊິງ​ຕັນ ​ໄດ້​ພາ​ການ​ຫ້າງ​ຫາ​ເດີນ​ທາງ​ມາຈ​າກ​ທາງ​ໃກ້ ແລະ​ໄກ ເພື່ອ​ມາ
​ເຕົ້າ​ໂຮມ​ ນັດ​ພົບກັນ ​ຢູ່ທີ່ວັດ​ລາວພຸດ​ທະ​ວົງ ​ເຂດ​ນະ​ຄອນ​ຫຼວງວໍ​ຊິງ​ຕັ​ນ ທີ່ເມືອງ​ແຄັດ​
ແລັດ ລັດ​ເວີ​ຈີ​ເນຍ ທີ່ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຫ່າງ​ຈາກ​ນະ​ຄອນ​ຫຼວງວໍ​ຊິງ​ຕັນປະ
​ມານ 32 ໄມ​ລ ຫຼືປະ​ມານ 51 ກິ​ໂລ​ແມັດກວ່າໆ.

ດ​ຣ. ພະ​ມະ​ຫາ ອາ​ຈານ​ຈັນ​ດາ​ພອນ ຈັກ​ກະ​ວາ​ໂຣ ຮ​ອງ​ເຈົ້າ​ອາ​ວາດ​ວັດ​ລາວ​ພຸດ​ທະ
​ວົງ ທີ່​ໄດ້​ນຳ​ພາ​ສັງ​ຄົມ​ລາວ​ສະ​ຫຼອງ​ກັນ​ມາແຕ່ຊຸມປີ 1990 ໄດ້​ເລົ່າ​ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ເພື່ອສ້າງ​ຄວາມ​ມ່ວນ​ຊື່ນ ​ໃຫ້​ແກ່​ຜູ້​ມາ​ຮ່ວມງານ ຄະ​ນະ​ກຳ​ມະ​ການ​ວັດ​ລາວ​ພຸດ​ທະ​
ວົງ ໄດ້ເຊື້ອ​ເຊີນ​ເອົາ​ບັນ​ດາ​ນັກ​ສິນ​ລະ​ປີນ​ພື້ນ​ເມືອງ ແລະ​ສິນ​ລະ​ປິນ​ສະ​ໄໝ​ໃໝ່​ມາ
​ຮ່ວມສະ​ແດງໃນ​ແຕ່​ລະ​ປີ ພະ​ອາ​ຈານ​ຈັນ​ດາ​ໄດ້​ກ່າວ​ກ່ຽວ​ກັ​ບ​ເລື້ອງ​ນີ້​ວ່າ:

ວັດ​ວາ​ອາ​ຮາມ​ແມ່ນສະ​ຖາ​ບັນສາສະ​ໜາ ແລະ​ສູນ​ກາງ​ເຕົ້າ​ໂຮມພົບ​ພໍ້ສັງສັນ​ກັນ ​ໂດຍ​
ສະ​ເພາະວັດ​ເປັນ​ບ່​ອນທຳ​ພິ​ທີທາງ​ສາ​ສ​ໜາ. ແຕ່​ວ່າຢູ່​ໃນ​ສະ​ຫະ​ລັດ ເດີ່ນ​ວັດ​ໄດ້​ກາຍ​
ມາເປັນ​ຕະ​ຫລາດ​ນັດ ບ່ອນ​ທີ່ບັນ​ດາ​ແມ່​ຄ້າ​ຊາວ​ຂາຍທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ລັດ ນຳ​
ເອົາ​ເຄື່ອງ​ປູກ​ຂອງ​ຝັງມາ​ວາງ​ຂາຍ. ນອກ​ນັ້ນ​ກໍ​ມີອາ​ຫານ​ການ​ກິນແລະ​ສິນ​ຄ້າຕ່າງໆ
​ ຊຶ່ງ​ພະ​ອາ​ຈານ​ຈັນ​ດາ ໄດ້​ເລົ່າມ້ວນ​ທ້າຍ ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້.


​ບັນ​ຍາ​ກາດ​ສະ​ຫຼອງ​ບຸນ​ວັນ​ຊາດ​ອາ​ເມ​ຣິ​ກາ ໃນ​ເດືອນ​ກໍ​ລະ​ກົດ ອາ​ກາດ​ຈະ​ຮ້ອນ​ ຢູ່​
ທີ່​ເດີ່ນ​ຈະມີ​ສຽງ​ດົນ​ຕີຟົດ​ສະ​ໜັ່ນ ​ມີຄວັນ​ໄຟ​ຈາກຮ້ານ​ຂາຍປີ້ງ​ໄກ່ທີ່ນຳ​ເອົາກິ່ນ​ອັນ​
ຫອມ​ຫວນ ມາ​ນຳ​ສາຍ​ລົມ​ເຂົ້າສູ່​ດັງ ທີ່ເຮັດ​ໃຫ້ຜູ້​ໄປ​ທ່ຽວ​ຊົມ​ອົດ​ບໍ່​ໄດ້ ພາ​ກັນ ເຂົ້າ​
ແຖວ​ລໍ​ຖ້າຊື້​ອາ​ຫານ​ພື້ນ​ເມືອງລ​າວ ທີ່​ຫາ​ກິນໄດ້ຍາກ​ນັ້ນ.

XS
SM
MD
LG