ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຳພາດ ທ່ານ ບຸນ​ລະ​ຫົງ ພົມໂສພາ ນັກກົດໝາຍ ທີ່ຕັ້ງໃຈ ຈະສະໝັກ ເປັນຮອງຜູ້ປົກຄອງລັດ


ທ່ານ ບຸນລະຫົງ ພົມໂສພາ ຫລື Matthew B. Rizzie ນັກເຄື່ອນ
ໄຫວສັງຄົມ ຈະສະໝັກເປັນຮອງຜູ້ປົກຄອງລັດ California.
ທ່ານ ບຸນລະຫົງ ພົມໂສພາ ຫລື Matthew B. Rizzie ນັກເຄື່ອນ ໄຫວສັງຄົມ ຈະສະໝັກເປັນຮອງຜູ້ປົກຄອງລັດ California.

​ໃນລາຍການ​ຊີວິດ​ຊາວ​ລາວ ຂອງ ວີໂອເອ ມື້​ນີ້ ​ເຮົາ​ຈະ​
ນຳ​ສະ​ເໜີ​ການ​ສຳພາດ ​ດຣ. ບຸນ​ລະ​ຫົງ ​ພົມໂສພາ ​ອາ
ເມຣິກັນເຊື້ອສາຍລາວ ເຕີບໃຫຍ່​ຢູ່ໃນລັດ California.
ທ່ານສຳ​ເລັດ​ການ​ສຶກສາ​ຝ່າຍ​ກົດໝາຍ​ ປັດ​ຈຸ​ບັນ​ນີ້​ກຳ​ລັງ​
ເຮັດ​ວຽກ​ໃຫ້​ແກ່ ຫ້ອງການ​ທະນາ​ຍຄວາ​ມ​ແຫ່ງນຶ່ງ ທີ່​ໜ້າ​
ສັນລະ​ເສີນ ​ທ່ານມີຄວາ​ມ​ເປັນ​ຫ່ວງຊີວິດ​ການ​ເປັນ​ຢູ່ຂອງ​
ພີ່ນ້ອງ​ເຊື້ອສາຍລາວ ​ແລະ​ບັນດາຜູ້​ທີ່​ບໍ່​ສາມາດ​ຊ່ວຍ​ຕົນ​ເອງ​. ທ່ານມີ​ແຜນ​ທີ່​ຈະ​ສະໝັກ​ເປັນຮອງ​ຜູ້ປົກຄອງ​ລັດ California ຊຶ່ງຈະ​ມີ​ຂຶ້ນໃນ​ສອງ​ປີຂ້າງ​ໜ້າ​ນີ້ ກິ່ງ​ສະຫວັນ ມີ​ລາຍ​
ລະອຽດ​ຈະ​ນຳ​ມາສະ​ເນີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາ​ຍດີ ທ່ານ​ຜູ້ຟັງ​ທີ່​ເຄົາລົບ ມື້ນີ້ ຂ້າ​ພະເຈົ້າ​ຈະ​ນຳ​ເອົາຕົວ​ຢ່າງ ພົນລະ​ເມືອງດີຂອງ
ອາ​ເມຣິກັນເຊື້ອ​ສາຍລາວ ​ທີ່​ໄດ້​ມາເຕີບໃຫຍ່ ແລະ​ໄດ້​ຮັບ​ການ​ສຶກສາ​ສູງ.​ ​ດຣ. ບຸນ​ລະ
​ຫົງ ​ພົມໂສພາ ມີ​ຊື່​ອາ​ເມຣິກັນ​ວ່າ Matthew B. Rizzie ​ໄດ້ພິສູດໃຫ້​ເຫັນ​ເຖິງຄວາມ​ມາ
ນະອົດ​ທົນທີ່​ນຳ​ມາສູ່່ຜົນສຳ​ເລັດ. ທ່ານ Matthew ແມ່ນ​ລູກ​ຫລານ​ລາວ​ ຈາກ ບ້ານ​ສົ້​ມ​ປ່ອຍແຂ​ວງ​ສະ​ຫວັນ​ນະ​ເຂດ ທີ່​ໄດ້ກາຍມາ​ເປັນ​ນັກກົດ​ໝາຍຢູ່​ໃນສະ​ຫະ​ລັດ​ອາ​ເມຣິກາ.

ເດັກຊາຍ ບຸນລະຫົງ ພົມໂສພາ ທີ່ສູນອົບພະຍົບ ອຸບົນ ປະເທດໄທ
ເດັກຊາຍ ບຸນລະຫົງ ພົມໂສພາ ທີ່ສູນອົບພະຍົບ ອຸບົນ ປະເທດໄທ

ເປັນ​ເວ​ລາ 41 ປີ​ທີ່​ຜ່ານ​ມາ (1975-2016) ນັບ​ແຕ່​ປະຊາຊົນ
ອິນ​ດູ​ຈີນ ອັນ​ມີຫວຽດ​ນາມ ກຳ​ປູ​ເຈຍ ແລະ​ລາວ ໄດ້​ອອກ
​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ປະເທດ​ທີ​ສາມ​ທົ່ວ​ໂລກ ໂດຍ​ສະ​ເພາະ ສະຫະ
ລັດ ອາ​ເມ​ຣິກາ. ​ບັດ​ນີ້ ບັນ​ດາ​ລູກ​ຫລານ ​ອາ​ເມ​ຣິ​ກັນ​ເຊື້​ອ​ສາຍ
​ລາວ​ເຫລົ່າ​ນີ້ໄດ້​ໃຫຍ່​ກ້າ​ໜ້າ​ບານ ກາຍ​ມາ​ເປັນນັກ​ວິ​ຊາ​ການ​ຢູ່​
ໃນ​ຫລາຍໆ​ຂະ​ແໜງ​ເປັນ​ຕົ້ນວ່າ ທະ​ຫານ ຕຳ​ຫລວດ ນັກ​ການ​
ເມືອງ ​ທະ​ນາຍ​ຄວາມ ນັກທຸ​ລະ​ກິດ​ການ​ຄ້າ ນັກເຄື່ອນ​ໄຫວ
ນັກ​ປະ​ພັນ ນັກ​ສິນ​ລະ​ປິນ ແລະ​ອີກ​ຫລາຍໆ​ໜ້າ​ທີ່ການ. ​ເຂົາ
​ເຈົ້າ​ແມ່ນ​ລາວ​ອາ​ເມ​ຣິ​ກັນ​ລຸ້ນ​ໃໝ່ ທີ່​ໄດ້​ພິ​ສູດ​ໃຫ້​ເຫັນເຖິງ​ຄວາມ​
ສະ​ຫລຽວ​ສະ​ຫລາດ ທີ່ໄດ້​ນຳ​ມາ​ສູ່​ຜົນ​ສຳ​ເລັດດ້ານ​ກາ​ນ​ສຶກ​ສາ
ອັນເປັນ​ພະ​ລິດ​ຕະ​ພັນ ​ແລະ​ພົນລະ​ເມືອງ​ດີຂອງ​ປະ​ເທດ.

ບັດ​ນີ້​ເຮົາ​ມາ​ທຳ​ຄວາມ​ຮູ້​ຈັກ​ກັບ ດຣ. ບຸນ​ລະ​ຫົງ ພົມ​ໂສ​ພາ ຫລື Matthew B. Rizzie ລູກຫລານ​ບ້ານ​ສົ້ມ​ປ່ອຍ ທີ່ຕັ້ງ​ຢູ່​ແຄມ​ແມ່​ນ້ຳຂອງ ​ໃນ​ແຂວງສະ​ຫວັນ​ນະ​ເຂດ. ບຸນລະຫົງ ພົມໂສພາ ​ລູ​ກຊາຍ​ດຽວ​ຂອງຮ້ອຍ​ເອກ​ບຸນຫົງ ພົມ​ໂສພາ ອະ​ດີດ​ນາຍ​ທະ​ຫານ​ກອງ​ທັບ
ແຫ່ງພະ​ລາ​ຊາອ​າ​ນາ​ຈັກ​ລາວ ແລະ​ຍາ​ນາງ​ບຸນ​ນຳ ພົມ​ໂສ​ພາ. ບຸນລະ​ຫົງ ໄດ້​ປ່ຽນ​ມາ​ໃສ່
​ຊື່ Matthew B. Rizzie ໄດ້ເຕີບໃຫຍ່ຢູ່​ເມືອງ Newman ຊຶ່ງ​ເປັນ​ເມືອງ​ນ້ອຍໆຕັ້ງ​ຢູ່
​ຮ່ອມ​ພູໃນ​ລັດ California ​ເມືອງ​ນີ້ມີພົນ​ລະ​ເມືອງ​ປະ​ມານ 10,000 ຄົນ ​ເປັນ​ເມືອງ​ປູກ
ໝາກ​ໄມ້​ເຊັ່ນ​ວ່າ ໝາກ almonds, apricot, strawberry ແລະ​ໝາກ​ເລັ່ນ.

​ເມື່ອ​ຫລາຍ​ປີ​ທີ່​ຜ່ານ​ມາ​ໄດ້​ມີ​ຄອບ​ຄົວ​ລາວ​ຫລາຍກວ່າສິ​ບ​ຄົວ ພາ​ກັນ​ຕັ້ງ​ຖິ່ນ​ຖານ​ຫາ​ຢູ່
​ຫາ​ກິນ​ ເກັ​ບ​ຜົນ​ລະ​ປູກ​ຢູ່​ທີ່​ນີ້ ບັດ​ນີ້​ຍັງ​ເຫລືອ​ແຕ່​ພຽງ​ສອງ​ຄອບ​ຄົວ​ເທົ່າ​ນັ້ນ ເພາະໄດ້​ພາ​
ກັນຍົກ​ຍ້າຍ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ແຫ່ງ​ອຶ່ນໆ.​ Matthew ໄດ້​ເລີ້ມ​ເຂົ້າ​ໂຮງຮຽນ​ຊັ້ນ​ປະຖົມຄ່ຽງ
ຄູ່​ກັບ​ບັນດາ​ເດັກນ້ອຍຊາວ​ອ​າ​ເມຣິກັນ​ທົ່ວໆ​ໄປ. ​ລາວ​ໄດ້​ສັງ​ເກດ​ເຫັນ​ຊີວິດການ​ເປັນ​ຢູ່​
ຂອງພີ່​ນ້ອງ​ຊາ​ວ​ລາວ ແລະ​ສິ່ງ​ແວດ​ລ້ອມ​ຊຶ່ງ​ພໍ່​ແມ່​ຂອງ Mathew ເອງ​ກໍ​ແມ່ນ​ຄົນ​ເກັບ
​ໝາກ​ໄມ້​ເຊັ່ນ​ກັນ. ຢູ່​ໃນ​ບັນຍາ​ກາດ​ດັ່ງ​ກ່າວ​ນີ້ Matthew ​ໄດ້ຮຽນ​ຮູ້​ຮັບ​ໃຊ້​ສັງຄົມມາແຕ່​
ນ້ອຍ ​ເພາະຖືກ​ຫລໍ່​ຫລອມໄປດ້ວຍ​ ການ​ໃຊ້ພາສາ​ອັງກິດ ປາກ​ເວົ້າ​ພາ​ສາ​ອັງ​ກິດ​ ແຕ່​ໄດ້
​ເວົ້າ​ພາ​ສາ​ລາວ​ກັບ​ພໍ່​ແມ່ຢູ່ບ້ານ ເພາະ​ສະ​ນັ້ນ Matthew ຈຶ່ງ​ສາ​ມາດ​ປາກ​ພາ​ສາ​ລາວ​ໄດ້​
ດີ ພ້ອ​ມ ທັງ​ມີສຳ​ນຽງ​ສະ​ຫວັນ​ນະ​ເຂດ​ເປັນ​ຢ່າງ​ດີ. ​

ໃນ​ຂະ​ນະ​ທີ່ Matthew ກຳລັງເຕີບ​ໃຫຍ່​ຢູ່​ໃນສັງຄົມ​ນ້ອຍໆແຫ່ງ​ນີ້ ຫລັງ​ຈາກ​ເລີກ​ໂຮງ
ຮຽນ​ແລ້ວ Matthew ​ໄດ້​ຮັບ​ໃຊ້ເປັນ​ນາຍ​ພາສາ​ ອາສາ​ສະໝັກໃຫ້​ແກ່ ​ບັນດາ​ຄອບຄົວ​
ລາວ ຜູ້​ທີ່​ປາກ​ພາສາ​ອັງກິດ​ບໍ່​ເກັ່ງ ​ເຊັ່ນ​ວ່າ ​ໂອ້ລົມ​ກັບ​ທ່ານໝໍ ອ່ານ​ເອກ​ກະສາ​ນຈ່າຍ​ຄ່າ
​ນໍ້າ ຄ່າ​ໄຟ ​ແລະ​ການ​ບໍລິໂພ​ກຕ່າງໆ. Matthew ​ໄດ້​ເລົ່າ​ຊີວິດ​ເບື້ອງ​ຕົ້ນສູ່ ວີ​ໂອ​ເອ ​ຟັງ​
ດັ່ງ​ນີ້​ວ່າ :

ໃນ​ຂະ​ນະ​ດຽວ​ກັນ Matthew ບໍ່​ໄດ້​ລົດ​ລະ​ນຳ​ການ​ສະ​ແຫວງ​ຫາ​ການ​ສຶກ​ສາ ຊັ້ນສູງ ​ແລະ
​ໄດ້​ບຶກ​ບືນ​ຊ່ວຍ​ຕົນ​ເອງ​ມາ​ຕະ​ຫລອດ ​ໂດຍ​ທີ່​ພໍ່​ແມ່​ໄດ້ເປັນ​ແຮງ​ໃຈ ​ແລະໃຫ້ການ​ສະໜັບ
​ສະ​ໜູນຢ່າງ​ເຕັມທີ່ຊຶ່ງ Matthew ໄດ້​ກ່າວ​ເຖິງ​ຂັ້ນ​ຕອນ ​ຕໍ່​ໄປອີກ​ວ່າ :

ດຣ. Matthew ​ແມ່ນ​ນັກ​ອາສາ​ສະໝັກ ​ອ​ະດີດ​ເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະ ​ແລະ​ ຍ້ອນປະສົບ​ການ​ຊີວິດ​ດັ່ງກ່າວ ທ່ານ​ຈຶ່ງ​ຢາກ​ກ້າວ​ເຂົ້າ​ມາ​ສະໝັກ​ເປັນ​ຮ​ອງ ຜູ້​ປົກຄອງ​ລັດ California ຫລື Lt. Governnor ຂອງລັດ California ບ່ອນ​ທີ່​ມີ​ການພິຈາລະນາ​ຕັດ
ສິນ​ໃຈຕ່າງໆ ຊຶ່ງທ່ານ Matthew ​ໄດ້​ກ່າວເຖິງ​ຄວາມ​ໄຝ່ຝັນ​ໃນ​ຕອນ​ນີ້​ວ່າ :

ວີ​ໂອ​ເອ ຈະ​ຕິດຕາມ​ນຳ​ການ​ເຄຶ່ອນ​ໄຫວ ຂອງ​ການ​ໂຄສະນາ​ຫາ​ສຽງ ​ແລະ​ການ​ແຂ່ງ​ຂັນ​ບັ້ນ​ສຸດ​ທ້າຍ​ມາສະ​ເໜີທ່ານ​ຜູ້​ຟັງ​ໃນອະນາຄົດ​ຂ້າງ​ໜ້າ​ນີ້.

XS
SM
MD
LG