ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພິ​ທີ​ສົມ​ໂພດ ພະ​ພຸດ​ທະ​ຮູບ​ໃຫຍ່ ທີ່​ເມືອງ ໂປຊາດາສ ປະເທດອາເຈັນຕີນາ


ພິ​ທີ​ສະ​ຫຼອງ​ສົມ​ໂພດ ພະ​ພຸດ​ທະ​ຮູບ​ໃຫຍ່ ທີ່​ເມືອງໂປຊາດາສ ປະເທດອາເຈ​ັນຕີນາ.
ພິ​ທີ​ສະ​ຫຼອງ​ສົມ​ໂພດ ພະ​ພຸດ​ທະ​ຮູບ​ໃຫຍ່ ທີ່​ເມືອງໂປຊາດາສ ປະເທດອາເຈ​ັນຕີນາ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ປະ​ຈຳ​ແລງ ວັນ​ພະ​ຫັດ​ມື້​
ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ ບັນ​ດາພະພິກ​ຂຸ​ສົງ ທີ່​ໄດ້​ເດີນ​ທາງ​ໄປຮ່ວມພິ​ທີສົ​ມ​
ໂພດພະ​ພຸດ​ທະ​ຮູບ​ໃຫຍ່ຢູ່ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີຍາ​ຣາມ ແກ້ວສະ​ຫວ່າງ ທີ່​ເມືອງ​
ໂປ​ຊາ​ດາສ ແຂວງ​ມິ​ຊິ​ໂອ​ເນ​ສ ປະ​ເທດ​ອາເ​ຈ​ັນ​ຕີ​ນາ ໃນ​ອາ​ທິດ​ທີ່​ຜ່ານ​ມາ ຊຶ່ງ
ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ບ່ອນ​ໃດມີ​ສັງ​ຄົ​ມ​ລ​າວ ບ່ອນ​ນັ້ນກໍມີ​ການສ້າງ​ວັດວາ​ອາ​ຮາມ ເພື່ອເປັນບ່ອນ​ສັກກາ
ລະ​ບູ​ຊາ ແລະ​ເປັນ​ສູນ​ກາງ​ເຕົ້າ​ໂຮມ ສັງ​ຄົມ​ຊາວ​ພຸດລາວ ໂດຍ​ສະ​ເພາະ​ຢ່າງ​ຍິ່ງຢູ່​
ທີ່ “ວັດ​ລາວ​ຣັດ​ຕະ​ນະ​ລັງ​ສີຍາຣາມ ແກ້ວສະ​ຫວ່າງ” ທີ່​ເມືອງ​ໂປ​ຊາ​ດາສ ແຂວງ​ມິ​ຊິ​
ໂອ​ເນ​ສ ປະ​ເທດ​ອາເຈັນ​ນີ​ນາ. ໃນ​ທ້າຍຊຸມ​ປີ 1970 ນັ້ນ ໄດ້​ເລີ້ມມີ​ອົບ​ພະ​ຍົບ​ລາວ
ເຂົ້າ​ໄປ​ຕັ້​ງ​ຖິ່ນ​ຖານຢູ່​ດິນ​ແດນ​ແຫ່ງ​ນີ້ ແລະ​ພາຍ​ລຸນ​ຕໍ່​ມາ​ກໍ​ໄດ້ມີ​ການ​ສ້າງ​ພະ​ພຸດ​ທະ
​ຮູບ​ໃຫຍ່ ​ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ພະ​ພຸດ​ທະ​ສາ​ສະ​ໜາແລະ​ການ​ສະ​ຫຼອງ​ບຸນ​ປະ​ຈຳ​
ປີ ຊຶ່ງພະ​ອາ​ຈານ​ສົມ​ສັກ ອິນ​ທະວິ​ໄລ ​ຮອ​ງ​ເຈົ້າ​ອາ​ວາດວັດ ໄດ້​ກ່າວ​ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ອາ​ຈານ​ສົມ​ສັກ ອິນ​ທະ​ວິ​ໄລ
ອາ​ຈານ​ສົມ​ສັກ ອິນ​ທະ​ວິ​ໄລ

ການ​ສ້າງ​ພະ​ພຸດ​ທະ​ຮູບ ​ເປັນ​ໂຄງ​ການ​ອັນ​ສັກ​ສິດ ທີ່ໄດ້​ເລີ້ມ​ມາ​ ແຕ່​ປີ 2012 ​ໂດຍ​ມີ
ພະ​ພິກ​ຂຸ​ສົງ​ອົງ​ນຶ່ງ​ຈາກ​ປະ​ເທດ​ບັງ​ກ​ລາ​ແດັ​ສທີ່ໄດ້​ມາ​ພັກ​ເຊົາ​ຢູ່​ທີ່​ນີ້​ຢາກ ສ້າງ​ພະ​ພຸດ​
ທະ​ຮູ​ບ​ໄວ້​ເພື່ອເປັນ​ທີ່​ລະ​ລຶກ ໃຫ້​ແກ່​ແມ່​ຂອງ​ເພີ່ນ ພ້ອມ​ເປັນ​ບ່ອນ​ສັກ​ກາ​ລະ​ບູ​ຊາ​ສຳ​
ລັບ​ບັນ​ດາ​ຊ​າວ​ພຸດ​ລ​າວ​ທີ່​ໄດ້ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ຂົງ​ເຂດ​ແຫ່ງນີ້ ຊຶ່ງ​ພະ​ອາ​ຈາກ​ສົມ​ສັກ
ໄດ້​ເລົ່າ​ຄວາມ​ເປັນ​ມາ​ສູ່​ຟັງ​ວ່າ:

​ບັນ​ດາ​ພະ​ພິກ​ຂຸ​ສົງ​ທີ່​ເຂົ້າ​ຮ່ວມ
​ບັນ​ດາ​ພະ​ພິກ​ຂຸ​ສົງ​ທີ່​ເຂົ້າ​ຮ່ວມ

ອີງ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ການ​ສ້າງ​ພະ​ພຸດ​ທະ​ຮູບ​ໃຫ​ຍ່​ ເພື່ອ​ໃຫ້​ເປັນ​ທີ່​ສັກ​ສິດນັ້ນ ຢູ່
​ຂ້າງ​ໃນພະ​ພຸດ​ທະ​ຮູບນັ້ນ ​ຈະມີ​ເຄື່ອງ​ຄ້ຳ​ຂອງ​ຄູນ​ຕ່າງໆ ທີ່​ຕ້ອງ​ໄດ້ຝັງ​ເອົາ​ໄວ້. ຢູ່ໃນ
​ພິ​ທີສົ​ມ​ໂພດ​ອັນ​ສັກ​ສິດ​ດັ່ງ​ກ່າວ​ນີ້ ກໍໄດ້​ມີ​ບັນ​ດາ​ພະ​ພິກ​ຂຸ​ສົງ​ລາວ ຖືກນິ​ມົນ​ຫຼາຍ​ອົງ
​ມາ​ຈາກ​ປະ​ເທດ​ລາວ ແລະ​ສະ​ຫະ​ລັດອາ​ເມ​ຣິ​ກາໃຫ້​ມາ​ຮ່ວມ. ນອກ​ນັ້ນ​ກໍ​ມີບັນ​ດາ
ອອກ​ຕົນ​ຍາດ​ໂຍມ ແລະ​ພວກ​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​ອາ​ເຈັນ
​ຈີນ​ນາ ໄດ້​ຖືກ​ເຊີນເຂົ້​າຮ່ວມພິ​ທີ ດັ່ງ​ທີ່​ອາ​ຈານ​ສົ​ມ​ສັກ​ ອະ​ທິ​ບາຍ​ກ່ຽວກັບການ​ສ້າງ​
ພະ​ພຸດ​ທະ​ຮູບ ແລະ​ພິ​ທີ​ສົມ​ໂພດຕໍ່​ໄປ​ວ່າ​:

ບັນ​ດາ​ແຂກ​ຜູ້​ມີ​ກຽດ ທີ່​ຖືກ​ເຊີນ​ມາ​ຮ່ວມ
ບັນ​ດາ​ແຂກ​ຜູ້​ມີ​ກຽດ ທີ່​ຖືກ​ເຊີນ​ມາ​ຮ່ວມ

ເດີນ​ທາງ​ມາ​ຈາກ ສ​ປ​ປ ລາວ ໄດ້​ແກ່ພະ​ອາ​ຈານທອງ​ຫັນ ຕິດ​ຕ​າມອີກ​ສອງ​ອົງ​ໃຊ້​ເວ​
ລາ​ນັ່ງ​ເຮືອ​ບິນ 30 ກວ່າ​ຊົ່ວ​ໂມງ ມາ​ຈາກວັດ​ບ້ານ​ວັງ​ມົນ ເມືອງ​ໂພນ​ໂຮງ ແຂວງວຽງ
​ຈັນ ເຂົ້າ​ຮ່ວມ​ໃນ​ພິ​ທີສູດ​ມົນ​ສົມ​ໂພດ ຊຶ່ງ​ພະ​ອາ​ຈານ​ໄດ້​ກ່າວ​ເຖິງ​ຄວາມ​ຮູ້​ສຶກ​ສູ່ ວີ​ໂອ
​ເອ ຟັງວ່າ:

ພິ​ທີ​ໄຫວ້​ພະ​ຮັບ​ສິນ
ພິ​ທີ​ໄຫວ້​ພະ​ຮັບ​ສິນ

ເດີນ​ທາງ​ຈາກ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ມີພະ​ພິ​ຂຸກ​ສົງເກົ້າ​ອົງຈາກ ​ລັດ​ຢູ​ທາ ​ແຄນ ​ຊັ​ສ
ເທັກ​ຊັ​ສ ເວີ​ຈີ​ເນຍ ຄອນ​ເນັກ​ຕິ​ກັດ ແລະ ແມັ​ສ​ຊາ​ຈູ​ແຊັດ​ສ໌. ພະ​ອາ​ຈານ​ບົວ​ແກ້ວ
ແສງ​ສຸ​ຣິ​ຍາ ທີ່​ໄດ້ນຳ​ພາ​ຄະ​ນະ​ມາ​ຈາກເມືອງແວັສຝອດ (Westford) ລັດແມັສຊາ​ຈູ
​ແຊັ​ດ​ສ໌ ໄດ້​ກ່າວເຖິງ​ພິ​ທີ​ການສູ່​ຟັງ​ດັ່ງ​ນີ້:

ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີຍາ​ຣາມ ແກ້ວສະ​ຫວ່າງ ທີ່​ເມືອງ​ ໂປ​ຊາ​ດາສ ແຂວງ​ມິ​ຊິ​ໂອ​ເນ​ສ ປະ​ເທດ​ອາເ​ຈນ​ຕີ​ນາ
ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີຍາ​ຣາມ ແກ້ວສະ​ຫວ່າງ ທີ່​ເມືອງ​ ໂປ​ຊາ​ດາສ ແຂວງ​ມິ​ຊິ​ໂອ​ເນ​ສ ປະ​ເທດ​ອາເ​ຈນ​ຕີ​ນາ

ພິ​ທີ​ສົມ​ໂພດ​ພະ​ພຸດ​ທະ​ຮູບ​ໃຫ​ຍ່ ໄດ້​ສິ້​ນ​ສຸ​ລົງຢ່າງ​ຄຶກ​ຄື້ນ ແລະເປັນ​ທີ່​ພໍ​ໃຈ ຊຶ່ງ ໄດ້​ເ
ລີ້ມ​ແຕ່ວັນ​ພະ​ຫັດ​ທີ 20 ຫາ​ວັນ​ອາ​ທິດ ວັນ​ທີ 23 ກຸ​ມ​ພາທີ່​ຜ່ານ​ມາ ໂດຍ​ມີບັນ​ດາ
​ພະ​ພິກ​ຂຸ​ສົງ​ຫຼາຍ​ສິບ​ອົງ ໄດ້ເດີນ​ທາງມາຮ່ວມ​ພົບ​ພໍ້​ກັນແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.

XS
SM
MD
LG