ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວີໂອເອ ສຳພາດ ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ ທີ່ຫາກໍພົ້ນຈາກໜ້າທີ່


ທ່ານ​ຜູ້​ຟັງ​ທັງຫຼາຍ ​ໃນລາຍການ​ຊີ​ວິດຊາວ​ລາວ ມື້​ນີ້ ເຮົາຈະ
​ນຳ​ເອົາ ການ​ສຳພາດ ປະກອບ ວີ​ດີ​ໂອ ຂອງ ພະນະ​ທ່ານ
​ເອກ​ອັກຄະ​ລັດຖະທູດ​ ​ແສງ ສຸຂະ​ທິວົງ ​ແລະ ພັນ​ລະ​ຍາ ທ່ານ
​ນາງ ສົມ​ດີ ສຸຂະ​ທິວົງ ກ່ອນ​ທີ່​ພວກທ່ານ​ທັງ​ສອງ​ຈະໄດ້​ອຳ​ລາ​
ຈາກ ນະຄອນຫລວງ ວໍ​ຊິງຕັນ ດີ.ຊີ ​ໄປ ​ເພື່ອກັບ​ຄືນ​ສູ່ ສປປ
ລາວ ຫລັງ​ຈາກ​ທີ່​ໄດ້ມາ​ປະຕິບັດ​ໜ້າທີ່​ເປັນ​ເວລາ 14 ປີ ຊຶ່ງ
ກິ່ງ​ສະ​ຫວັນ ຈະ​ນຳ​ເລື້ອງ​ນີ້​ມາ ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນລາຍ​ການ​ຊີວິດ​ຊາວ​ລາວ​ມື້​ນີ້ ວີ​ໂອ​ເອ ຈະ​ນຳ​ເອົາ​ການ​ສຳພາດ ທີ່​ປະກອບດ້ວຍ ວີ​ດີ​ໂອ ສັ່ງ​ລາຂອງ ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ​ ແສງ ພ້ອມດ້ວຍ ​ພັນລະ​ຍາ ທ່ານ​ນາງ ສົມດີ ສຸຂະ​ທິວົງ ທີ່ຫາ​ກໍພົ້ນ​ຈາກໜ້າ​ທີ່​ ​ແລະ​ໄດ້​ກັບຄືນ​
ສູ່ ສປປ ລາວ​ ຫລັງ​ຈາກ​ໄດ້ມາໃຊ້​ຊີວິດ​ ປະຕິ​ບັດ​ງານຢູ່​ໃນ ນະຄອນຫລວງ ວໍ​ຊິງ​ຕັນ
ດີ​.ຊີ ເປັນ​ເວລາ 14 ປີ​ແລ້ວ.

ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ​ ແສງ ສຸຂະ​ທິວົງ ​ເປັນ​ນັກ​ການ​ທູດ ສປປ ລາວ ຄົນ​ທຳ
​ອິດ​ທີ່​ໄດ້​ເດີນທາງ​ມາ​ປະຕິ​ດບັດ​ງານ ຢູ່​ສະຖານທູດ ສປປ ລາວ ຢ່າ​ງຍາວ​ນານ ເລີ້ມ​ແຕ່​ປີ
1993 ​ໂດຍ​ໄດ້ເຂົ້າ​ມາ​ຮັບ​ຕໍ່າ​ ແໜ່​ງ​ເປັນ​ ເລຂາທິການ​ເອກ. ຫລັງ​ຈາກ​ນັ້ນ ທ່ານກໍໄດ້​ຖືກ
ເລື່ອນ​ຕຳ່ແໜ່​ງຂຶ້ນ​ຕາມ​ລຳດັບ. ​ເມື່ອຕົກ​ມາເຖິງ​ປີ 2010 ພະນະທ່ານແສງ ໄດ້ຖືກ​ມອບ
​ໝາຍ​ໜ້າ​ທີ່ໃຫ້ເປັນ ​ເອກ​ອັກຄະ​ລັດຖະທູດ ຜູ້​ມີ​ອຳນາດ​ເຕັມ ​ແລະ​ໄດ້ດຳລົງ​ຕຳ່ແໜ່​ງດັ່ງ ກ່າວ​ມາ ຈົນ​ເຖິງກາງເດືອນພຶ​ດສະພາ​ ປີ 2015 ນີ້​ເອງ. ພະນະ​ທ່ານ ​ແສງ ສຸຂະ​ທິວົງ ໄດ້​ກ່າວເຖິງ​ການ​ປະຕິບັດ​ງານ​ຂອງ​ທ່ານ ​ໃນ​ເບື້ອງ​ຕົ້ນ​ດັ່ງ​ນີ້:

​ສ່ວນທ່າ​ນນາງ ສົມ​ດີ ສຸຂະ​ທິວົງ ​ຜູ້​ເປັນ​ພັນ​ລະ​ຍາ​ ຂອງ​ພະນະ​ທ່ານ​ແສງ ​ແລະ​ຜູ້ຕາງໜ້າ
​ສະຕີ​ລາວ ​ໃນ​ວົງ​ການ​ສາກົນ ກໍ​ໄດ້​ວາງ​ບົດບາດ​ອັນ​ສຳຄັນ​ໄວ້ ຢູ່​ໃນ​ວົງ​ການ​ປະຊາ​ຄົມ​ການ​
ທູດ ​ຄືເຄີ​ຍ​ໄດ້​ເປັນ​ປະທານ ປະຊາ​ຄົມ ກຸ່ມ​ປະ​ເທດອາຊຽນ ຊຶ່ງ ທ່ານ​ນາງ​ສົມ​ດີ ໄດ້ກ່າວ
ເຖິງຈຸດ​ສຳຄັນ​ວ່າ:

ສະຫະລັດ ອາ​ເມຣິກາ ​ເປັນ​ປະ​ເທດ ​ມະຫາ​ອຳນາດ ​ທັງອຸ​ດົມ​ຮັ່ງມີ ​ໂດຍ​ສະ​ເພາະເປັນ​ປະ​ເທດ​ນຶ່ງ​ທີ່​ນຳ​ໜ້າທາງ​ດ້ານ​ການ​ສຶກສາ ​ແລະ​ມີ​ນັກ​ສຶກສາ​ຈາກ​ທົ່ວ​ໂລກ​ມາ​ຮຳ່ຮຽນ​ຢູ່​ຕາມ
ມະຫາວິທະຍາ​ໄລ​ຕ່າ​ງ​ໆທົ່ວ​ປະ​ເທດ. ​ໃນ​ຂະນະ​ທີ່ ພະນະ​ທ່ານ​ແສງ ໄດ້​ປະຈຳການ​ຢູ່​ທີ່ ນະຄອນຫລວງ​ວໍຊິງ​ຕັນ ມັນຈຶ່ງເປັນ​ໂອ​ກາດ​ອັນ​ປະ​ເສີດໃຫ້ແກ່ ລູກ​ຊາຍ ​ແລະ​ລູກ​ສາວ
ຂອງ​ເພິ່ນ ​ໃຫ້​ໄດ້​ຮັບ​ການ​ສຶກສາຢູ່​ໃນ ສະຫະລັດ ຊຶ່ງ ພະນະ​ທ່ານແສງ ​ໄດ້​ກ່າວກ່ຽວ​ກັບ​ເລື້ອງ​ນີ້​ວ່າ :

ສະຫະລັດ ອາ​ເມຣິກາ ​ໄດ້​ເປີດ​ສຳພັນ​ທະ​ໄມ​ຕີ ທາງ​ການ​ທູດ ກັບປະ​ເທດ​ລາ​ວ ​ມາ​ແຕ່​ປີ 1953 ຈົນ​ເທົ້າເຖິງປັດ​ຈຸ​ບັນ ​ແລະ​ໄດ້ແລກປ່ຽນ ​ເອກ​ອັກຄະ​ລັດ​ທະ​ທູດຜູ້​ມີ​ອຳນາດ​ເຕັມມາ​ຕະຫລອດ. ກ່ຽວກັບ​ສາຍສຳພັນດ້ານການ​ປະຕິບັດ​ງານ​ລະຫວ່າງ​ສອງ​ປະ​ເທດ ພະນະ​ທ່ານ​ແສງ ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ດັ່ງ​ນີ້ :

ພະນະ​ທ່ານ​ແສງ ສຸຂະ​ທິວົງ ໄດ້ສີ້ນ​ສຸດ​ໜ້າ​ທີ່​ການ ​ແລະ​ໄດ້​ເດີນທາງ​ກັບຄືນ ສປປ ລາວ ພ້ອມ​ດ້ວຍ​ຄອບຄົວ ​ໃນ​ວັນ​ທີ່ 14 ​ເດືອນ​ພຶດສະພາຜ່ານ​ມາ​. ກ່ອນ​ຈາກ​ໄປ ທ່ານ​ໄດ້​ສັ່ງ​ລາ ບັນດາ​ສະມາຊິກ​ສະມາຄົມ​ລາວ ທີ່ຢູ່ໃກ້ ​ແລະ​ໄກ​ດັ່ງ​ນີ້

ທີ່​ທ່ານ​ໄດ້​ຟັງ​ສີ້​ນສຸດ​ລົງໄປ​ນັ້ນ ​ແມ່ນ​ລາຍ​ງານ ​ແລະ​ການ​ສຳພາດກັບ ພະນະ​ທ່ານແສງ ສຸຂະ​ທິວົງ ອະດີດ​ເອກອັກຄະລັດຖະ​ທູດ ສປປ ລາວ ປະຈຳ​ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ. ທ່ານຈະ​ສາມາດ ​ເຂົ້າ​ໄປເບິ່ງ​ ວີ​ດີ​ໂອ ​ເລື້ອງ​ນີ້ ​ໄດ້​ທີ່​ໜ້າເວັບ​ໄຊ​ຕ໌ ຂອງ​ເຮົາ​ ​ທີ່ lao.voanews.com

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG