ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຖານທູດ ສປປ ລາວ ສະຫລອງບຸນປີໃໝ່ ແລະອຳລາ ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ


ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ (ຊ້າຍ) ແລະ ພະນະທ່ານ ເອກອັກຄະລັດຖະທູດ ດຣ. ຂຽນ ພັນສຸຣິວົງ (ຂວາ)
ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ (ຊ້າຍ) ແລະ ພະນະທ່ານ ເອກອັກຄະລັດຖະທູດ ດຣ. ຂຽນ ພັນສຸຣິວົງ (ຂວາ)

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີ​ວິດຊາວ​ລາວ ມື້​ນີ້ ​ເຮົ​າຈະ​ນຳ​
ເອົາການ​ສຳພາດກັບ ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ​ ​ແສງ
ສຸຂະ​ທິວົງ ທ່ານ​ນາງ ສົມ​ດີ ສຸຂະ​ທິວົງ ​ແລະ​ພະນະ​ທ່ານ ດຣ.
ຂຽນ​ ພັນ​ສຸຣິວົງ ເອກ​ອັກຄະ​ລັດຖະທູດ ​ແລະ​ຜູ້​ຕາງໜ້າ ສປປ
ລາວ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ເນື່ອງ​ໃນໂອກາດ
ສະ​ຫລອງ​ບຸນປີ​ໃໝ່​ລາວ ທີ່ນະຄອນຫລວງ ວໍ​ຊິງ​ຕັນ ດີ.ຊີ ແລະ​
ກິນ​ລ້ຽງສັ່ງ​ລາ ເອກ​ອັກຄະ​ລັດຖະທູດ ​ແສງ ສຸຂະ​ທິວົງ ທີ່​ຈະ​ພົ້ນຈາກໜ້າ​ທີ່ການ​ໃນ​ວັນ​ທີ 18ເດືອນ​ພຶດສະພາ​ນີ້. ກິ່ງ​ສະ​ຫວັນຈະ​ນຳ​ເລື້ອງ​ນີ້​ມາ ສະ​ເໜີ​ທ່ານ ​ໃນ​ອັນ​ດັບຕໍ່​ໄປ.

ບັນດາເດັກນ້ອຍ ລູກຫລານລາວ ໜ້າຮັກ ທີ່ເຂົ້າຮ່ວມສະແດງຟ້ອນ
ບັນດາເດັກນ້ອຍ ລູກຫລານລາວ ໜ້າຮັກ ທີ່ເຂົ້າຮ່ວມສະແດງຟ້ອນ

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເມື່ອ​ວັນ​ເສົາຜ່ານ​ມາ​ນີ້ ​ໄດ້​ມີ​ງານ
ສະຫລອງ​ບຸນປີ​ໃໝ່​ລາວ ພ.ສ 2558 ຢູ່ ​ສະຖານທູດ ສປປ ລາວ
ທີ່ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ. ຊຶ່ງປະ​ເພນີ​ດັ່ງກ່າວ​ນີ້ໄດ້​ປະຕິ
ບັດ​ກັນ​ມາໃນ​ແຕ່ລະ​ປີ ໂດຍ​ການ​ເປັນ​ເຈົ້າພາບຮວມ​ກັບ ​ຜູ້​ຕາງ
ໜ້າຖາວອນຂອງ ສປປ ລາວ ປະຈຳ​ອົງການສະຫະ​ປະຊາ​ຊາດ
ຄື ພະນະ​ທ່ານ ດຣ. ຂຽນ ພັນ​ສຸຣິວົງ ແລະ​ໃນໂອກາດ​ດຽວ​ກັນ​ນີ້
ກໍ​ເປັນ​ການ​ກິນ​ລ້ຽງສັ່ງ​ລາ ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ
​ແສງ ສຸຂະ​ທິວົງ ທີ່ຈະ​ພົ້ນ​ຈາກໜ້າ​ທີ່​ການໃນ​ວັນທີ 18 ​ເດືອນ​ພຶດສະພາ​ນີ້.

ບັນດາສະມາຊິກ ສະມາຄົມຍິງລາວ ຈາກນະຄອນ Montreal, ປະເທດການາດາ
ບັນດາສະມາຊິກ ສະມາຄົມຍິງລາວ ຈາກນະຄອນ Montreal, ປະເທດການາດາ

ພາຍ​ໃຕ້​ດິນ​ຟ້າ​ອາກາດ​ອັນ​ແຈ່​ມ​ໃສ ຂອງ​ວັນ​ເສົາ​ທີ່ 2 ພຶດສະພາ
ທີ່​ຜ່ານ​ມາ ບັນດາ​ສະມາຊິກ​ ປະຊາ​ຄົມ​ລາວ-ອາ​ເມຣິກັນ ​ຈາກໃກ້
​ແລະ​ໄກ ​ໄດ້​ພາກັນ​ເດີນ​ທາງ​ມາ​ເຕົ້າ​ໂຮມ​ກັນ​ຢ່າງໜາ​ແໜ້ນ ທີ່
ສະຖານທູດ ສປປ ລາວ ​ເພື່ອ​ສະຫລອງ​ບຸນປີ​ໃໝ່ລາວ ​ແລະ​ຖື​
ໂອ​ກາດ​ສັ່ງ​ລາ ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ ແສງ ສຸຂະ​ທິ
ວົງ ພ້ອມດ້ວຍ​ຄອບຄົວ ຫລັງ​ຈາກ​ໄດ້ມາ ປະຕິບັດ​ໜ້າ​ທີ່​ຕາງໜ້າ
ລັດຖະບານ ສປປ ລາວ ເປັນ​ເວລາ​ 14 ປີ ທີ່​ນະຄອນຫລວງ ວໍ​ຊິງ​
ຕັນ ດີ​.ຊີ. ພິທີ​ໄດ້ເລີ້ມ​ຂື້ນ​ໃນ​ເວລາ 3:30 ຕອນ​ບ່າຍ​ ພະນະ​ທ່ານ
​ເອກ​ອັກ​ຄະ​ລັດຖະທູດ ​ແສງ ສຸຂະ​ທິວົງ ​ແລະ​ພະນະ​ທ່ານ ດຣ.
ຂຽນ ພັນ​ສຸຣິວົງ ຜູ້​ຕາງໜ້າຖາວອນ ສປປ ລາວ ປະຈຳ​ອົງການ
ສະຫະ​ປະຊາ​ຊາດ ​ໄດ້​ສັບ​ປ່ຽນ​ກັນກ່າວ​ເປີດ​ພິທີ ໂດຍລາຍງານ
ເຖິງ​ວຽກ​ການ ​ຄວາມ​ຄືບໜ້າການ​ປະສານງານ​ລະຫວ່າງ ລັດຖະ
ບານສະຫະລັດ ​ແລະ ສ​ປປ ລາວ ​ໃມປີທີ່​ຜ່ານມາ.ນອກ​ນັ້ນ ບັນ
ດາ​ແຂກ​ທີ່​ເຂົ້າ​ຮວມ​ໄດ້ມີ​ໂອກາດ​ໄດ້ສັກ​ຖາມເຖິງຂໍ້​ສົນ​ໃຈຕ່າງໆ.

ເນຶ່ອງຈາກ​ວ່າ ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ ​ແສງ ສຸຂະ​ທິວົງ
ຈະ​ພົ້ນ​ໜ້າ​ທີ່​ໄປ​ໃນບໍ່ຊ້າ​ນີ້ ແລະ​ທ່ານ​ເປັນ​ນັກ​ການ​ທູດ​ລາວທີ່​ໄດ້​ມາ​ຮັບ​ໜ້າ​ທີ່ ​ຢູ່​ໃນ ສະຫະ
ລັດ​ ສາມ​ຄັ້ງ​ດ້ວຍ​ກັນເປັນ​ເວລາ​ເຖິງ 14 ປີ ເພາະສະ​ນັ້ນ ​ເຮົາ​ມາ​ຮຽນ​ຮູ້​ກ່ຽວ​ກັບເບື້ອງຫລັງ
​ຂອງ​ທ່ານ ຈັກ​ໜ້ອຍ​ນຶ່ງ. ທ່ານ​ເປັນ​ລູກບ້ານ​ຫລານ​ເມືອງ​ຫລວງ​ພະ​ບາງ ສຳ​ເລັດການ​ສຶກ
ສາ Baccalaureate ຝ່າ​ຍ​ເສດຖະກິດ ​ແລະ​ສັງຄົມ​ວິທະຍາ ຈາກມັດທະຍົມ​ຫລວງ​ພະ​ບາງ. ​ສຳ​ເລັດ​ປະລິນຍາ​ໂທ ຝ່າຍ​ພາສາ​ອັງກິດ ​ແລະ​ຣັດ​ເຊຍ ຈາກ​ມົສກູ. ​ໄດ້​ຮັບ​ການ​ອົບ​
ຮົມ​ສືກ​ສາ ດ້ານ​ຄວາມ​ປອດ​ໄພ​ເອ​ເຊຍ​ປາຊິຟິກ ທີ່​ນະຄອນ​ໂຮ​ໂນ​ລູລູ ລັດ​ຮາ​ວາຍ ​ແລະ​ໄດ້​ຮັບ​ປະກາດ​ສະ​ນິຍະ​ບັດ ຝ່າຍ​ການ​ເມືອງ ​ແລະ​ການ​ປົກຄອງ.

ທ່ານ​ແສງ ສຸຂະ​ທິວົງ ​ໄດ້​ເລີ້ມ​ເຂົ້າ​ຮັບ​ໃຊ້ ລັດຖະບານ ສປປ ລາວ ແລະ​ຮັບຜິດຊອບ​ຢູ່ໃນ
ຫລາຍໆ​ໜ້າ​ທີ່. ​ນັບ​ແຕ່​ປີ 1993 ທ່ານ​ໄດ້​ເລີ້ມ​ເຂົ້າ​ມາ​ປະຕິບັດ​ໜ້າ​ທີ່​ເປັນ​ ເລຂາທິການ​
ເອກ ຢູ່ສະຖານທູດ ສປປ ລາວ ​ທີ່ ນະຄອນຫລວງ ວໍ​ຊິງ​ຕັນ ​ແລະ​ໄດ້​ເລື່ອນ​ໜ້າ​ທີ່ຂື້ນ​ມາ
​ເປັນ​ລຳດັບ ຈົນ​ຕົກ​ມາເຖິງ​ປີ 2010 ທ່ານ​ໄດ້ຖືກ​ມອບ​ໝາຍ​ໜ້າ​ທີ່​ເປັນ ​ເອກ​ອັກຄະ​ລັດ
ຖະທູດ ຜູ້​ມີ​ອຳນາດ​ເຕັມຈົນ​ເຖິງ​ເທົ້າ​ປັດຈຸບັນ. ຢູ່​ໃນ​ພິທີອັນ​ສະຫງ່າ​ງາມ ​ແລະຍີ້ມ​ແຍ້ມ​
ແຈ່ມ​ໃສດັ່ງ​ກ່າວນີ້ ວີ​ໂອເອ ​ໄດ້​ສຳພາດ ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດແສງ ສຸຂະ
​ທິວົງ ​ພ້ອມ​ດ້ວຍ​ພັນ​ລະ​ຍາ ທ່ານ​ນາງ ສົມ​ດີ ສຸຂະ​ທິວົງ ທີ່​ໄດ້​ກ່າວ ຕໍ່ ວີ​ໂອ​ເອ ​ດັ່ງ​ນີ້:

ພະນະທ່ານ ເອກອັກຄະລັດຖະທູດ ແສງ ແລະພັນລະຍາ ທ່ານນາງ ສົມດີ ສຸຂະທິວົງ
ພະນະທ່ານ ເອກອັກຄະລັດຖະທູດ ແສງ ແລະພັນລະຍາ ທ່ານນາງ ສົມດີ ສຸຂະທິວົງ

ທ່າ​ນນາງ ສົມ​ດີ ສຸຂະ​ທິວົງ ພັນ​ລະ​ຍາທ່ານ​ເອກ​ອັກຄະ​ລັດຖະທູດ ໄດ້​ວາງ​ບົດບາດ​ອັນ​ສຳຄັນຢູ່​ໃນ​ວົງ​ການ​ປະຊາ​ຄົມ​ການ​ທູດ ​ຄື ​ເປັນ​ປະທານ ປະຊາ​ຄົມກຸ່ມ​ປະ​ເທດອາຊຽນ ຊຶ່ງທ່ານນາງ​ສົມ​ດີ ໄດ້ກ່າວເຖິງຈຸດ​ສຳຄັນ​ດັ່ງ​ນີ້ :

ທ່ານນາງ ສົມດີ ແລະພະນະທ່ານ ເອກອັກຄະລັດທະທູດ ແສງ ສຸຂະທິວົງ
ທ່ານນາງ ສົມດີ ແລະພະນະທ່ານ ເອກອັກຄະລັດທະທູດ ແສງ ສຸຂະທິວົງ

ລິງໂດຍກົງ

ພາຍ​ໃຕ້​ດິນ​ຟ້າ​ອາກາດ​ອັນ​ແຈ່ມ​ໃສ​ຂອງ​ມື້​ນັ້ນ ເດີ່ນ​ຫຍ້າ​ຫລັງ ສະຖານທູດ ສປປ ລາວ ​ໄດ້​ກາຍ​ມາ​ເປັນ​ເວ​ທີ່ສັງ​ສັນ ​ມີ​ຜາມ​ອາຫານ ​ຜາມ ເຄຶ່ອງດື່ມ ໂຕະໝາກ​ໄມ້ ເຕັມ​ໄປ​ດ້ວຍ​ແຂກ​ຕ່າງປະ​ເທດ ​ແລະຍາດຕິ​ພີ່ນ້ອງ​ເຊື້ອສາຍ​ລາວ ​ເວົ້າພາສາ​ລາວ ຖາມ​ຂ່າວຄາວ​ກັນ​ຢ່າງ​ມ່ວນ​ຊື່ນ. ນອກ​ນັ້ນ​ກໍ​ມີ​ສະ​ແດງ​ການສິນລະປະການຟ້ອນ​ພື້ນ​ເມື​ອງລາວຕ່າງໆ ​ໂດຍ​ສະ​ເພາະ ສະມາຄົ​ມສະຕີ​ລາວ ຈາກ​ນະຄອນ Montreal ທີ່​ໄ​ດ້ນຳ​ຄະນະ​ມາ 44 ຄົນ.

ບຸກຄົນສຳຄັນ​ອີກ​ທ່ານ​ນຶ່ງ ທີ່​ເປັນ​ເຈົ້າພາບ​ຮວມນັ້ນກໍ​ຄື ພະນະ​ທ່ານ ດຣ. ຂຽນ ພັນ​ສຸຣິວົງ ຜູ້​ຕາງໜ້າຖາວອນ ສປປ ລາວ ປະຈຳ​ອົງການ ສະຫະ​ປະຊາ​ຊາດ ພ້ອມ​ດ້ວຍ​ຄະນະ​ ໄດ້
ເດີນທາງ​ມາ​ຈາກ ນະຄອນ​ນິວຢອກ ທ່ານ​ໄດ້ກ່າວ​ຕໍ່ ວີ​ໂອ​ເອ ​ວ່າ :

ພະນະທ່ານ ເອກອັກຄະລັດຖະທູດ ດຣ. ຂຽນ ແລະພັນລະຍາ ທ່ານນາງ ໄພຈິດ ພັນສຸຣິວົງ
ພະນະທ່ານ ເອກອັກຄະລັດຖະທູດ ດຣ. ຂຽນ ແລະພັນລະຍາ ທ່ານນາງ ໄພຈິດ ພັນສຸຣິວົງ

ດາຣານັກຮ້ອງ ພອນ ພູມີທອນ ແລະ ວິໄລຈັນ ສະເວຊວົງ
ດາຣານັກຮ້ອງ ພອນ ພູມີທອນ ແລະ ວິໄລຈັນ ສະເວຊວົງ

ງານ​ກິນ​ລ້ຽງ​ສະຫລອງ​ບຸນປີ​ໃໝ່ ​ແລະ​ລ້ຽງ​ສົ່ງ ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ ​ແສງ ສຸຂະ​ທິວົງ ​ໄດ້​ດຳ​ເນີນ​ໄປ​ຕະຫລອດ​ຄືນ ຊຶ່ງ​ບັນດາ​ແຂກ​ທຸກ​ຄົນ​ໄດ້​ຮັບຄວາມ​ມ່ວນ​ຊື່ນລື້​ນ​ເລິງ​ເປັນ​ພິ​ເສດ.

ເບິ່ງວີດີໂອການສະແດງຟ້ອນຕອນໜຶ່ງ ຂອງສາວນ້ອຍຈາກລັດນິວຢອກ:

Girls performance at Embassy Lao New Year
please wait

No media source currently available

0:00 0:01:45 0:00

ເບິ່ງວີດີໂອການສະແດງຟ້ອນຕອນໜຶ່ງ ຂອງສາວໃຫຍ່ຈາກນະຄອນ Montreal ປະເທດການາດາ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຢ່າງຫລວງຫລາຍຈາກຜູ້ຊົມ:

New Year performance at Lao Embassy in Washington
please wait

No media source currently available

0:00 0:02:31 0:00

XS
SM
MD
LG