ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງວັນເນົາ ຫລວງສີໂຍທາ ຫົວໜ້າ ພະແນກຜະລິດ ບໍລິສັດ ເຮັດເຄື່ອງຊ່ວຍ ຜ່າຕັດຫົວໃຈ


ຍານາງວັນເນົາ ຫຼວງສີໂຍທາ.
ຍານາງວັນເນົາ ຫຼວງສີໂຍທາ.

ທ່ານຜູ້ຟັງທີ່ເຄົາລົບ ວັນທີ 8 ເດືອນມີນາທີ່ຈະມາເຖິງນີ້ ເປັນວັນແມ່ຍິງສາກົນ ເພາະ
ສະນັ້ນ ໃນສາມອາທິດທີ່ຜ່ານມານີ້ ລາຍການຊີວິດຊາວລາວຂອງ ວີໂອເອ ຈຶ່ງໄດ້ນຳ
ເອົາການສຳພາດ ກ່ຽວກັບບົດບາດ ຄວາມ​ສຳ​ເລັດຂອງພວກແມ່ຍິງອາເມຣິກັນເຊື້ອ
ສາຍລາວມາ​ເລົ່າ​ສູ່​ທ່ານຟັງ. ສຳລັບວັນພະຫັດມື້ນີ້ເຮົາໄດ້ໂອ້ລົມກັບ ຍານາງວັນ​ເນົາ
ຫຼວງ​ສີ​ໂຍທາ ຫົວໜ້າ​ພະ​ແນ​ກຜະລິດເຄື່ອງແຫຍ່ເສັ້ນເລືອດ​ຫົວ​ໃຈໃຫ້​ແກ່ ​ບໍລິສັດ
Lake Region Medical ທີ່ລັດມີ​ນີ​ໂຊ​ຕາ ມາສະ​ເໜີ​ທ່ານ​ ສ່ວນຄວາມ​ເປັນ​ມາ​ຂອງ
ຍານາງ​ວັນ​ເນົາ ​ວ່າເປັນຢ່າງ​ໃດ​ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

ຍານາງວັນເນົາ ຫຼວງສີໂຍທາ ຄົນທີສອງຈາກຊ້າຍ
ຍານາງວັນເນົາ ຫຼວງສີໂຍທາ ຄົນທີສອງຈາກຊ້າຍ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ​ເທົ່າ​ທີ່​ຜ່ານ​ມາ ​ເຮົາ​ໄດ້​ຍິນ ​ແລະ​ໄດ້​ເຫັນ​ເປັນພິຍານ​
ຫລັກ​ຖານ​ກ່ຽວ​ກັບບັນດາ​ແມ່ຍິງ​ອາ​ເມຣິກັນ​ເຊື້ອ​ສາຍ​ລາວ ທີ່​ໄດ້ພາກັນ​ວາງ​ບົດບາດ​
ອັນ​ສຳຄັນຢູ່ໃນ​ໜ້າ​ທີ່​ວຽກ​ການ​ປະ​ຈຳ​ວັນ ພ້ອມ​ທັງ​ອາສາ​ສະໝັກຮັບ​ໃຊ້​ສັງຄົມຢ່າງ
​ບໍ່​ມີ​ຄວາມ​ອິດ​ເໝື່ອຍ. ຍານາງວັນ​ເນົາ ຫຼວງ​ສີ​ໂຍທາ ກໍແມ່ນສະຕີ​ອາ​ເມຣິກັນເຊື້ອ
ສາຍ​ລາວໂຕຢ່າງອີກຄົນ​ນຶ່ງ ທີ່ໜ້າສັນລະເສີນ. ປັດຈຸບັນ​ນີ້ ຍານາງ​ເປັນຫົວໜ້າ
​ພະ​ແນ​ກນຶ່ງ ທີ່ຜະລິດ​ເຄື່ອງ​ປິ່ນປົວ​ຫົວ​ໃຈ​ ຫລື​ເຄື່ອງ​ແຫຍ່​ເສັ້ນ​ເລື​ອດຫົວໃຈ ໃຫ້
​ແກ່​ພວກ​ນາຍ​ແພດ​ໃຊ້ຢູ່ຕາມ​ໂຮງໝໍຕ່າງໆ. ​ບໍລິສັດ Lake Region Medical ​ໄດ້
​ຕັ້ງ​ຂຶ້ນ​ມາ ​ໃນ​ປີ 1960 ​ໂດຍ​ສ່ວນ​ບຸກຄົນ ​ແລະ​ບັດ​ນີ້​ໄດ້​ຂະຫຍາຍ​ອອກ​ມາເປັນ​ບໍລິ
ສັດ​ໃຫຍ່ຂອງ​ຄອບຄົວ ທີ່ມີ​ສາຂາ​ຢູ່​ທົ່ວ​ສະຫະລັດ. ຢູ່ໃນບໍລິສັດ​ແຫ່ງ​ນີ້ ມີ​ພະນັກງານ
​ຫລາຍ​ໆຊາດ ​ເຮັດ​ວຽກ​ຢູ່ດ້ວຍ​ກັນ ຊຶ່ງ​ຍານາງ​ວັນ​ເນົາ ​ໄດ້​ເລົ່າ​ເຖິງ​ເບື້ອງ​ຕົ້ນຂອງ​
ການ​ມາ​ເຮັດ​ວຽກ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້​:

ຍານາງ​ວັນ​ເນົາ ​ໄດ້ເລົ່າ​ເຖິງ​ການຕັ້ງຊີວິດໃໝ່ ​ແລະ​ຄວາມຮັບຜິດຊອບທີ່ຕ້ອງ​ໄດ້ຫາ
​ເງິນມາ​ຊ່ວຍຄອບຄົວ. ດ້ວຍຄວາມ​ດຸ​ໝັ່ນ​ຂະຫຍັນ​ຂັນ​ແຂງ ​ຍານາງ​ຈຶ່ງໄດ້​ກ້າວ​ຂຶ້ນ​
ມາ​ເປັນ​ຫົວໜ້າ​ພະ​ແນ​ກຜະລິດຕະພັນ ​ແລະ​ຄວບ​ຄຸມພະ​ນັກ​ງານ​ຫຼາຍກວ່າ 30 ຄົນ
ຊຶ່ງ​ຍານາງ​ວັນ​ເນົາ​ໄດ້​ກ່າວ​ສູ່​ຟັງດັ່ງ​ນີ້:

ສະຫະລັດອາ​ເມຣິກາ ​ແມ່ນ​ເວທີ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາ​ມສະ​ເໝີ​ພາບ ​ສະມັດ​ຕະ
ພາບ ຄວາມ​ສາມາດ ​ແລະ​ອິດ​ສະລະພາບ​ໃນ​ການ​ປະກອບ​ວິຊາ​ຊີບ​. ​ໂດຍ​ສະ​ເພາະ​
ຢ່າງ​ຍິງ ​ພວກແມ່ຍິງຈະສາມາດ​ເຮັດ​ວຽກ​ຫາເງິນໄດ້ຫລາຍ​ກວ່າ​ພວກຜູ້​ຊາຍ​. ກ່ຽວ
​ກັບ​ເລື້ອງ​ນີ້ ຍານາງ​ວັນ​ເນົາ​ໄດ້​ອະທິບາຍ​ສູ່ ​ວີ​ໂອ​ເອ ຟັງ​ວ່າ:

ຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ສະຫະລັດ​ເປັນ​ເວລາ
​ດົນກວ່າ​ສີ່​ທົດ​ສະ​ວັດຜ່ານ​ມາ​ແລ້ວ. ​ເຖິງ​ແມ່ນ​ວ່າ​ ຈະໄດ້​ມາ​ຢູ່​ປະ​ເທດ​ດຽວ​ກັນ​ກໍ​ຕາມ
ຫລາຍ​ໆຄົນ​ຍັງ​ບໍ່​ສາມາດ​ພົບ​ພໍ້ກັນ​ໄດ້ ​ເນື່ອງ​ຈາກ​ຢູ່​ຫ່າງ​ໄກ​ກັນ ບໍ່​ມີ​ໂອກ​າດ​ສື​ບທາວ
​ຫາ​ກັນ ​ແລະ​ແຕ່ລະຄົນ​ກໍ​ມີ​ຄວາມ​ຮັບຜິດຊອບ​ຂອງ​ໃຜລາວ​ໃນແຕ່​ລະ​ວັນ​. ​ເພາະສະ​
ນັ້ນ ນີ້​ເປັນ​ໂຕ​ຢ່າງ​ອັນ​ນຶ່ງ​ທີ່​ຂ້າພ​ະ​ເຈົ້າ​ ຜູ້​ເປັນ​ນັກ​ຂ່າວ ທີ່​ໄດ້​ສຳພາດ​ຄົນ​ມາ​ຫລາຍ​
ຮ້ອຍ​ຄົນ​ແລ້ວ ​ແລະ​ຕື່ນ​ຕົກ​ໃຈ​ທີ່​ໄດ້​ມາ​ຮູ້​ວ່າ ຍານາງ​ວັນ​ເນົາ​ແມ່ນ​ໃຜ ຊຶ່ງ​ນາງ​ໄດ້​ກ່າວ
​ດັ່ງ​ນີ້:

ນອກຈາກ​ມີ​ຄວາມ​ຮັບຜິດ​ຊອບ​ດ້ານ​ວຽກ​ງານ​ແລ້ວ ຍານາງ​ວັນ​ເນົາ​ ຍັງ​ໄດ້ ອາສາ
​ສະໝັກ​ຊ່ວຍ​ປະ​ຊາ​ຄົມ​ອ​າ​ເມຣິກັນ​ລາວ ຊຶ່ງ​ນາງ​ໄດ້​ກ່າວ​ມ້ວນທ້າຍ​ກ່ຽວ​ກັບ​ເລື້ອງ​ນີ້​
ວ່າ:

ຍານາງ​ວັນ​ເນົາ ຫຼວງ​ສີ​ໂຍທາ ​ແມ່ນ​ສະຕີອາ​ເມຣິກັນ​ເຊື້ອສາຍ​ລາວ ທີ່​ໄດ້​ສະ​ແດງ​
ໃຫ້​ເຫັນ​ເຖິງ​ຄວາມ ຫ້າ​ວຫັນ ວ່ອງ​ໄວ ປະສົບ​ຜົນສຳ​ເລັດ​ໃນ​ການ​ປະກອບ​ວິຊາ​ອາ
ຊີບ ວາງ​ບົດບາດ​ການ​ເປັນ​ຜູ້ນຳ ພ້ອມ​ທັງຊ່ວຍ​ສັງຄົມ ​ແລະ​ເປັນ​ພົນ​ລະ​ເມືອງ​ດີ
​ຂອງ​ປະ​ເທດ.

XS
SM
MD
LG