ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລົດຂາຍອາຫານລາວ ເຄື່ອນທີ່ ໃນນະຄອນຫລວງ ວໍຊິງຕັນ


ນາງແສງຄຳ ອາລາວີ ແມ່ຄ້າຂາຍອາຫານເຄື່ອນທີ່ ໃນຖະໜົນ ນະຄອນຫລວງ ວໍຊິງຕັນ ດີ.ຊີ.
ນາງແສງຄຳ ອາລາວີ ແມ່ຄ້າຂາຍອາຫານເຄື່ອນທີ່ ໃນຖະໜົນ ນະຄອນຫລວງ ວໍຊິງຕັນ ດີ.ຊີ.

ລາຍການ​ຊີວິດ​ຊາວ​ລາວຂອງ VOA ​ແລງມື້​ນີ້​ຈະແມ່ນເລື້ອງລົດ
​ເລາະ​ຂາຍ​ອາຫານ​ທ່ຽງ​ ທີ່ຈອດລຽນ​ກັນ​ເປັນແຖວ​ຢູ່ຕາມ​ຖະໜົນ​
ຫົນທາງ​ສາຍ​ຕ່າງໆ ເປັນ​ຈຸດ​ເປັນ​ຈຸດ​ໄປ ຢູ່​ຕໍ່ໜ້າ​ຫຼື​ຂ້າງ​ອາຄານ
ຫ້ອງການຂອງ​ລັດຖະບານ​ກາງ ອັນມີຮວມທັງ​ຫ້ອງການ ຂອງ
ວິທະຍຸ ສຽງ​ອາ​ເມ​ລິ​ກາ ຫຼືວີໂອ​ເອ ໃນນະຄອນຫລວງ ວໍ​ຊິງ​ຕັນ
ດີ.​ຊີ ນີ້​ນຳດ້ວຍ. ໃນບັນ​ດາ​ລົດ​ຂາຍ​ອາຫານ​ທີ່ວ່າ​ນີ້ ກໍ​ມີ​ລົດຄັນນຶ່ງ​ທີ່​ຂຽນ​ປ້າຍ​ວ່າ Lao Cuisine ຫລືອາຫານ​ລາວ. ​ຖ້າ​ທ່ານຢາກ​ຮູ້​ວ່າ ແມ່ນ​ໃຜ​ເປັນ​ແມ່​ຄ້າຂາຍ​ອາຫານ​ລາວ​ຄົນ​ນີ້ ​ເຮົາຂໍເຊີນທ່ານ​ພົບ​ກັບ ກິ່ງ​ສະຫວັນ​ ໄດ້​ໃນ​ອັນ​ດັບຕໍ່​ໄປ.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ໃນລາຍ​ການ​ຊີວິດ​ລາວ​ມື້ນີ້ ຂ້າພະ​ເຈົ້າ ຈະ​ພາ​ທ່ານຍ່າງ​ເລາະ​ເບິ່ງ ລົດຂາຍ​ອາຫານ​ເຄື່ອນ​ທີ່ຢູ່ໃນ​ນະຄອນຫລວງ ວໍຊິງ​ຕັນ ດີ​ຊີ ​ແລະ​ໃນ​ນັ້ນກໍມີ
ລົດຄັນ​ນຶ່ງທີ່​ໃສ່​ຊື່ວ່າ Lao Cuisine ຫລືຖ້າ​ຈະ​ແປ ​ເຮົາ​ກໍ​ຈະ​ວ່າ "​ອາຫານ​ລາວ” ຈອດ​ລຽນ
​ຕິດ​ກັບ​ພວກ​ລົດ​ຂາຍ​ອາຫານ​ພື້ນ​ເມືອງ​ຂອງ​ຊາດ​ອຶ່ນໆ.

ຝຸງຊົນເລາະຊື້ອາຫານທ່ຽງ
ຝຸງຊົນເລາະຊື້ອາຫານທ່ຽງ

​ໃນຕອນ​ທ່ຽງ​ຂອງທຸກໆ​ມື້​ໃນວັນລາດຊະ​ການ ຈາກ​ວັນ​ຈັນ ຫາ
ວັນ​ສຸກ ເລີ້ມ​ແຕ່ 11 ​ໂມງເຊົ້າ ຫາ 2 ​ໂມງ​ແລງ ຢູ່ຕໍ່ໜ້າ​ທາງລົງ
​ສະຖານີ​ລົດ​ໄຟໃຕ້​ດິນທີ່​ຊື່ວ່າ Federal Center South West
ຈະມີ​ລົດ​ຂາຍ​ອາຫານ​ພື້ນ​ເມືອງຊາດຕ່າງໆ ຂາຍ​ອາຫານທ່ຽງ
ໃຫ້​ແກ່ພວກລັດຖະກອນຂອງລັດຖະບານ​ກາງ​ ລວມທັງ​ພະນັກ​
ງານ​ຂອງ​ຮ້ານ​ຄ້າ​ທຸຣະກິດ​ຕ່າງໆ​ນຳ. ຢູ່​ຈຸ້ມ​ກັນໃນ​ຂົງ​ເຂດ​ແຫ່ງ
​ນີ້ ​ໂຮງການ​ລັດຖະບາ​ນກາງ ທີ່​ວ່າ​ນັ້ນກໍ​ແມ່ນມີ​ກະຊວງ​ສຶກສາ
ທິການ ກະຊວງຂົນ​ສົ່ງ ສະຖານີ​ວິທະ​ຍຸກະຈາຍສຽງວີ​ໂອ​ເອ ​
ຫໍພິພິດ​ທະພັນ​ອະວະ​ກາດ ຫໍພິພິດ​ທະ​ພັນ American-Indian
​ດັ່ງ​ນີ້​ເປັນ​ຕົ້ນ ​ແລະສິ່ງທີ່​ຫລຽວ​ເຫັນ​ຕັ້ງ​ຢູ່​ສູງສະງ່າກວ່າ​ໝູ່​ນັ້ນ ​ແມ່ນຕຶກ ລັດຖະສະພາສະ ຫະລັດ ຫຼື Capitol.

ຕາມ​ທຳ​ມະ​ດາ​ແລ້ວ ການ​ຢຸດພັກກິນ​ເຂົ້າທ່ຽງຢູ່​ໃນສະຫະລັດ ຈະ​ແມ່ນ ນຶ່ງ​ຊົ່ວ​ໂມງ ສຳລັບ
​ພວກທີ່​ເຮັດການ​ມື້​ນຶ່ງ​ແປດ​ຊົ່ວ​ໂມງ. ​ພວກ​ຂ້າ​ລັດຖະການບາງ​ຄົນ ຈະພາກັນກຽ​ມເອົາ
​ອາຫານຈາກ​ບ້ານ​ມາກິນ ສ່ວນ​ອີກ​ບາງ​ຄົນ​ ​ໂດຍ​ສະ​ເພາະຜູ້​ທີ່​ບໍ່​ມີເວລາກະກຽມ ຫຼື​ພວກ​ທີ່
​ມັກງ່າຍ​ບໍ່​ມັກ​ລຳ​ໄລ ​ແລະຢາກຊອກຊິ​ມລົດ​ຊາດ​

ແສງ ລົດຂາຍອາຫານເຄຶ່ອນທີ່
ແສງ ລົດຂາຍອາຫານເຄຶ່ອນທີ່

ອາຫານປະ​ເທດ​ຕ່າງໆຢູ່​ຂ້າງ​ນອກໂດຍ​ສະ​ເພາະ​ຍາມ​ອາກາດ​
ດີໆ ​ເຊັ່ນ​ໃນ​ລະດູ​ຮ້ອນແລະ​ ລະດູບານ​ໃໝ່. ພວກ​ເຂົາ​ເຈົ້າ​ເຫຼົ່າ
​ນີ້​ຈະ​ພາກັນອອກໄປເລາະຊື້ ​ອາຫານ​ທ່ຽງທີ່​ເສີ​ບຢ່າງ​ໄວທັນ​ໃຈ
ກິນ. ດັ່ງນັ້ນພໍ​ເຖິງຕອນ​ທ່ຽງຂອງ​ແຕ່​ວັນມາ​ ເຮົາຈະ​ສັງ​ເກດ​ເຫັນ
ຝູງ​ຊົນ​ຈຳນວນ​ຕັ້ງຫຼວງຫລາຍ​ ພາຫລັ່ງ​ໄຫ​ລອອກມາ​ລຽນແຖວ
ຢູ່​ຕໍ່ໜ້າຣົດອາຫານ​ຂອງ​ຊາດທີ່​ເຂົາ​ເຈົ້າຢາກ​ທົດ​ລອງ. ໃນຈຳ
ນວນລົດ​ຂາຍອາຫານ​ຫລາຍ​ໆສິບ​ຄັນ​ເຫລົ່າ​ນີ້ ມີ​ຄັນ​ນຶ່ງ​ທີ່​ຂຽນ​
ບອກ​ວ່າ Lao Cuisine ຫລື​ອາຫານ​ລາວ ທີ່​ນາງ​ແສງຄຳ ອາ​
ລາ​ວີ ​ເປັນ​ເຈົ້າ​ຂອງ ເປັນ​ແມ່ຄົວ ​ແລະ​ເປັນ​ຜູ້ຂາຍ. ນາງ​ແສງຄຳ
​ໄດ້ເຮັດ​ທຸລະກິດຂາຍ​ອາຫານ​ເຄຶ່ອນທີ່ນີ້​ມາ​ໄດ້​ສີ່​ປີ​ແລ້ວ ຈົນກາຍ​ມາເປັນ​ທີ່​ນິຍົມຊົມ​ຊອບ ​ຈົນໄດ້ອອກ​ຢູ່​ໃນ​ໜ້າໜັງ​ສື​ພິມ The Washington Post , The Washingtonian ​ແລະ ​ໂທລະ​ພາບຢູ່​ໃນ​ປະ​ເທດ​ອັງກິດ. ນາງ​ແສງ ​ໄດ້​ເຫລົ່າຊີວິດການ​ຫາ​ຢູ່​ຫາ​ກິນ ​ແລະຄວາມ​ເປັນ​ມາ​ສູ່​ວີ​ໂອ​ເອ ວ່າ :

ນາງແສງຄຳ ອາລາວີ
ນາງແສງຄຳ ອາລາວີ

ລິງໂດຍກົງ

ທຸລະ​ກິດ​ການ​ຄ້າ​ປຸງ​ແຕ່ງຂາຍອາຫານ​ທ່ຽງ​ຢູ່​ລົດ ​ເຄື່ອນ​ທີ່ແບບ​ຂາຍໄວໆ ພາຍໃນສອງ
​ສາມ​ຊົ່ວ​ໂມງດັ່ງກ່າວ​ນີ້ ​ຕ້ອງ​ໄດ້ຜ່ານ​ການ​ຂໍ​ອ​ະນຸຍາດ ຜ່ານ​ການ​ກວດກາ​ເລື້ອງ​ອະນາ​ໄມ
ເສຍ​ພາສີ​ຄ້າ​ຂາຍ ພ້ອມ​ທັງລົດ​ຂາຍອາຫານກໍຕ້ອງຢູ່​ໃນ​ສະພາບ​ດີ ​ແລະ​ຜ່ານ​ການກວດ
​ກາ​ເປັນ​ປະ​ຈຳ. ຢູ່​ໃນ​ນະຄອນຫລວງ ວໍ​ຊິງ​ຕັນດີ​ຊີນີ້ ມີເກົ້າຈຸດ ທີ່​ລົດ​ຂາຍ​ອາຫານສາມາດ
​ຈອດ​ຂາຍ​ໄດ້ ​ແລະ​ແຕ່ລະ​ເດືອນ​ບັນ​ດາ​ພໍ່ຄ້າ​ແມ່​ຄ້າ​ຂາຍ​ອາຫານ​ເຫຼົ່າ​ນີ້​ຕ້ອງ​ໄດ້​ຈົກ​ສະ
ຫລາກ​ກັນ​ວ່າ ຕົນ​ຈະ​ຕົກ​ຖືກ​ໄປຈອດ​ຂາຍ​ຢູ່​ຖະໜົນ​ເສັ້ນໃດ. ​ເທື່ອ​ນີ້ ເມື່ອ​ນາງ​ແສງຈົກ​ສະຫລາກ ​ໄດ້ຖືກໃຫ້​ມາຂາຍຢູ່​ໃກ້ໆ​ກັບ ຕຶກຫ້ອງການ ວີ​ໂອ​ເອ ທຸກໆ​ວັນ​ພະຫັດ​ ​ເຮົາ​ຈຶ່ງ​
ຖື​ໂອກາດ​ນີ້​ສຳພາດກັບ​ຜູ້ກ່ຽວ ​ພ້ອມ​ດ້ວຍ​ລູກ​ຄ້າ​ທີ່ມາ​ຊື້​ອາຫານຂອງ​ນາງ​ແສງບາງ​ຄົນວ່າ
​ເຂົາ​ເຈົ້າມີ​ຄວາມ​ຮູ້ສຶກ​ຢ່າງ​ໃດ ກ່ຽວ​ກັບ​ອາຫານ​ລາວ​.

ລູກ​ຄ້າ​ຜູ້​ສຳຄັນ​ຄົນ​ນຶ່ງ​ຊື່ວ່າ ທ່ານ​ນາງ Kit Bartels ​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດສະຫະ
ລັດ ຮອງ​ຜູ້​ອຳນວຍ​ການ J. William Fulbright Foreign Scholarship Board ຫລື
ຄະນະ​ກຳມະການ ຫ້ອງການ​ໃຫ້​ທຶນ​ການ​ສຶກສາ​ຕ່າງປະ​ເທດ ​ທີ່ໄດ້ມາ​ຢືນ​ລຽນ​ແຖວ​ລໍຖ້າ​
ຊື້ ອາຫານລາວ ຂອງ​ນາງ​ແສງ ​ທ່ານ​ນາງ​ Kit ໄດ້ໂອ້​ລົມ​ກັບ ວີ​ໂອ​ເອ ວ່າ:

ທ່ານ​ນາງ Katherine Bartels
ທ່ານ​ນາງ Katherine Bartels

ລິງໂດຍກົງ

ຂ້າພະ​ເຈົ້າ ຊື່ວ່າ Kit ຫລື Katherine Bartels ຂ້າພະ​ເຈົ້າ ຢາກ​ມາ​ຊີ​ມ ອາຫານ​ລາວ ອີກ ​ເພາະວ່າ​ມັນ​ບໍ່​ຄ່ອຍມີ ​ແລະ​ຊອກຍາກ​ ​ແມ່ນ​ແຕ່​ຢູ່​ໃນ​ເຂດ​ນະຄອນຫລວງ ວໍຊິງ​ຕັນນີ້. ​ຂ້າພະ​ເຈົ້າ ຢາກ​ປຽບ​ທຽບ​ໃສ່ວ່າ ມັນ​ຈະມີຄວາມ​ແຕກ​ຕ່າງ​ກັນ​ຫລາຍ​ປານ​ໃດ​ກັບ​ເວລາ ທີ່​ຂ້າ​ພະ​ເຈົ້າ​ໄດ້​ມີ​ປະສົບ​ການ ​ໄປຢ້ຽມຢາມ ເມືອງ​ລາວ ​ໃນ​ປີ 2012 ​ໄດ້​ຊີມ​ລົດ​ຊາດ​ອາຫານ​ລາວເປັນ​ຄັ້ງ​ທຳອິດ ​ແລະ ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວລາ​ຫ້າ​ມື້.
ທ່ານ​ໄດ້ໄປ​ຢ້ຽມຢາມໃສ​ແດ່? ຂ້າ​ພະ​ເຈົ້າ ​ໄດ້​ໄປ​ຢ້ຽມຢາມຫລວງ​ພະ​ບາງ ​ແລະ​ທົ່ງໄຫຫີນ ຂ້າພະ​ເຈົ້າ​ມັກ​ຫລາຍ ​ແລະ​ເຫັນ​ວ່າ​ງາມຫລາຍ.

ທ່ານ​ໄດ້​ຊິ​ມອາຫານ​ລາວ​ບໍ່? ຂ້າພະ​ເຈົ້າ ​ໄດ້​ທົດ​ລອງ​ກິນ​ອາຫານ​ລາວ ທີ່​ມີ​ກະລີ່ ​ແຕ່​ຂ້າພະ​ເຈົ້າ ຈື່​ບໍ່ໄດ້​ວ່າ​ແມ່ນ​ຫຍັງ ​ພ່ຽງ​ແຕ່​ຮູ້​ວ່າແມ່ນ​ແກງກະລີ.

ມື້​ນີ້ ທ່ານ​ສັ່ງ​ອາຫານ​ສະ​ນິດ​ໃດ? ມື້​ນີ້ ຂ້າພະ​ເຈົ້າ​ສັ່ງ​ໂຕ​ຟູ ​ເສັ້ນ​ເຝີ ພັດ​ຂີ້​ເມົາຜັກ ​ແລະ​ກະຢໍ່. ມື້​ນີ້​ແມ່ນ​ມື້​ທຳ​ອິດ ທີ່​ຂ້າພະ​ເຈົ້າມາ​ຊື້​ອາຫານ​ຢູ່​ທີ່​ນີ້ ​ເພາະວ່າ ຂ້າພະ​ເຈົ້າ​ເຮັດ​
ວຽກ​ຢູ່​ໃກ້ໆ​ນີ້ ​ຊຶ່ງ​ເປັນສາຂາ​ນຶ່ງ​ຂອງ ກະຊວງ​ການ​ຕ່າງປະ​ເທດ.

ຖ້າວ່າ​ອາຫານ​ແຊບ ທ່ານ​ຈະກັບ​ມາ​ອີກ​ບໍ່? ​ແນ່ນອນ ຂ້າພະ​ເຈົ້າ​ຍິນ​ດີ​ທີ່​ຈະ​ສະໜັບ
ສະໜູນ​ແມ້ຄ້າ​ທ້ອງ​ຖິ່ນ.

ລູກ​ຄ້າ​ອີກ​ຄົນ​ນຶ່ງ ທີ່​ໄດ້​ມາ​ຢືນ​ລ່ຽນ​ແຖວ​ລໍຖ້າ​ຊື້​ອາຫານ​ນາງ​ແສງ​ ​ແມ່ນ ທ່ານນາງ
Carlendra Frank, ທະນາຍຄວາມໂຮງການ ລັດຖະບານ​ກາງ​. ທ່ານ​ນາງ ​ໄດ້ກ່າວ​ຕໍ່
ວີ​ໂອ​ເອ ດັ່ງ​ນີ້:

ທ່ານນາງ Carlendra Frank
ທ່ານນາງ Carlendra Frank

ລິງໂດຍກົງ



“ສະ​ຍາຍ​ດີ ຂ້າພະ​ເຈົ້າ​ຊື່ Calendra Frank ​ແລະ​ຂ້າພະ​ເຈົ້າ​ ​ເປັນ​ທະນາຍ​ຄວາມ​ໃຫ້​ແກ່ ລັດຖະບານ​ກາງ.

ທ່ານ​ມາ​ຊື້​ອາຫານ​ດຸ​ປານ​ໃດ​ຢູ່​ທີ່ນີ້? ຂ້າພະ​ເຈົ້າ​ ມັກມາ​ເລາະ​ຊື້​ອາຫານ​ຢູ່ທີ່​ນີ້ເລື້ອຍໆ
​ເພາະວ່າໂຮງການ​ຂອງ​ຂ້າພ​ະ​ເຈົ້າ​ຢູ່​ໃກ້ໆ​ນີ້.

ມີ​ລົດ​ຂາຍ​ອາຫານ​ຫລາຍ​ໆ​ຄັນຈອດ​ຢູ່ທີ່​ນີ້ ​ເປັນ​ຫຍັງ​ທ່ານ​ຈຶ່ງ​ເລື​ອກ​ເອົາ​ລົດ​ຄັນ​ນີ້?
ຂ້າພະ​ເຈົ້າຢາກ​ທົດ​ລອງ​ອາຫານ​ທີ່​ແຕກ​ຕ່າງ​ກັນ​ໄປ ຕາມ​ທຳ​ມະ​ດາ​ແລ້ວ ຂ້າພະ​ເຈົ້າ​ມັກ​ໄປ​ຊື້​ຈາກລົດ​ອາຫານ​ທີ່​ຂາຍ kabob sandwiches ​ເພາະສະ​ນັ້ນ ຂ້າພະ​ເຈົ້າ ຈຶ່ງຢາກ​ລອງ​ແນວ​ທີ່​ແຕກ​ຕ່າງ​ໄປ ​ເຊັ່ນ​ອາຫານ​ໄທ ຂ້າພະ​ເຈົ້າ​ມັກ​ອາຫານ​ໄທ ​ອາຫານລາວ ຂ້າພະ​ເຈົ້າ​ເຫັນ​ເພື່ອນ​ຮວມງານ​ ໄປ​ຊື້ເອົາ​ອາຫານກັບມາ ກິນ​ຢູ່ໃນ
ຫ້ອງການ​ ຊຶ່ງ​ມີກະ​ຢໍ່ສົດ ​ເບິ່ງ​ຄື​ຊິ​ແຊບ​ອີ່ຫລີ.”

ມື້​ນີ້​ທ່ານ​ຊື້​ຫຍັງ? ຂ້າພະ​ເຈົ້າ​ຊື້​ນໍ້​າ​ເບີ​ສອງ ພິ​ເສດ ມີເສັ້ນ​ເຝີ ​ເຂົ້າ ​ແລະ​ອີກເຫ​ຍຶ່ອງນຶ່ງ​ພ້ອມ​ດ້ວຍ​ກະ​ຢໍ່ ມີ​ພັດ​ໄທໄກ່

ມື້​ນີ້​ເປັນ​ເທຶ່ອທຳ​ອິດ​ທີ່​ທ່ານ​ມາ​ຊື້​ບໍ ​ແລະ​ຖ້າວ່າ​ມັກ ທ່ານ​ຈະ​ກັບ​ມາ​ອີກ​ບໍ່? ​ແມ່ນ​ແລ້ວ ​ແນ່ນອນ.

ການກະກຽມ​ໃນແຕ່​ລະວັນຂອງ​ນາງ​ແສງ ຜູ້​ເປັນ​ແມ່ຄົວ ຄື ຕ້ອງ​ລຸກ​ແຕ່​ເຊົ້າ ​ໄປ​ຕະຫລາດ
ຊື້​ເຄຶ່ອງມາ​ປຸງ​ແຕ່ງ​ໄວ້​ເພື່ອຕຽມ​ຂາຍພາຍ​ໃນ​ສອງ​ຊົ່ວ​ໂມງ ​ແລະຂາຍ​ໃຫ້ລູກ​ຄ້າປະມານ
100 ຄົນ. ນາງ​ແສງ ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່່າ ອາຫານ​ແຕ່ລະ​ມື້​ທີ່ ນາງ​ໄດ້​ກະກຽມ​ມາ​ຂາຍ​ນັ້ນ
​ມີ​ດັ່ງ​ນີ້ :

ບັນດາລົດຂາຍອາຫານທ່ຽງ
ບັນດາລົດຂາຍອາຫານທ່ຽງ

ລິງໂດຍກົງ

ເປັນ​ເວລາ​ອັນ​ດົນ​ນານ ອາຫານ​ລາວ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນ ​ແຕ່ຢູ່​ໃນ​ຂອບ​ເຂດ​ຈຳກັດ ​ສຳລັບ
ຊາວ​ໂລກຜູ້​ທີ່​ເຄີຍ​ໄດ້ໄປ​ຢູ່ ​ແລະ​ຢ້ຽມຢາມ​ເມືອງ​ລາວ. ​ໃນ​ລະຍະ​ຕໍ່​ມາບັນດາຮ້ານ​ອາຫານ
​ລາວ ​ໄດ້​ຄ່ອຍໆ​ປາກົດ​ອອກ​ມາ​ໃຫ້​ເຫັນ​ຢູ່​ໃນ

ສະຫະລັດ ​ຕາມລັດ ຕ່າງໆທີ່ມີປະຊາ​ຄົມລາວ ພາກັນ​ຕັ້ງ​ຖິ່ນ​ຖານອາ​ໄສ​ຢູ່​. ໃນ​ບໍ່​ເທົ່າ​ໃດ​ປີ
​ທີ່ຜ່າ​ນມາ​ນີ້ ອາຫານ​ລາວ ​ໄດ້​ເລີ້​ມ​ເປັນທີ່​ຮູ້ຈັກ ​ແລະເປັນ​ທີ່ນິຍົມ​ກັນຫລາຍ​ຂື້ນ​ຢູ່ໃນເຂດ
​ນະຄອນຫລວງ ວໍ​ຊິງ​ຕັນ​ ດີ.​ຊີ ​ໂດຍ​ສະ​ເພາະ ລົດ​ຂາຍ​ອາຫານ​ເຄື່ອນທີ່​ຂອງ​ນາງ​ແສງ ທີ່
​ໄດ້​ສ້າງ​ບົດບາດ​ໃຫ້​ຄົນຮູ້ ​ແລະ​ຕໍ່​ມາ​ກໍໄດ້ມີຮ້ານ​ອາຫານ​ລາວ ເລີ້ມ ເປີີດບໍລິ​ການ. ບັດ​ນີ້ຈຶ່ງ​ເປັນ​ທີ່​ແນ່ນອນ​ເລີຍວ່າ​ ຕຳໝາກຮຸ່ງ ​ເຂົ້າໜຽວ ​ຊີ້ນ​ແຫ້ງ ແລະ​ລາບ ​ເປັນ​ອາຫານ​ພື້ນ​ເມືອງ
​ທີ່ນຳ​ໜ້າ ​ແລະຮູ້​ກັນ​ດີ​ແກ່ ຜູ້​ທີ່​ບໍ່​ມີ​ພື້ນຖານ​ຈາກ​ລາວມາ​ກ່ອນ.

XS
SM
MD
LG