ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ຕຳຫຼວດສາກົນ ເປີດກອງປະຊຸມ ປະຈຳປີ ຢູ່ ຈີນ


ປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ ຢືນໃກ້ກັບ ເລຂາທິການໃຫຍ່ ອົງການຕຳຫຼວດສາກົນ ຫຼື Interpol ທ່ານ Jurgen Stock, ກາງ, ຂວາ, ແລະ ທ່ານ Meng Hongwei, ກາງເບື້ອງຊ້າຍ, ປະທານຂອງ Interpol, ຕັ້ງທ່າເພື່ອຖ່າຍຮູບ ລວມໝູ່ ຢູ່ທີ່ກອງປະຊຸມຫຼວງ ຕຳຫຼວດສາກົນ ຄັ້ງທີ 86 ຢູ່ທີ່ນະຄອນຫຼວງປັກກິ່ງ.
ປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ ຢືນໃກ້ກັບ ເລຂາທິການໃຫຍ່ ອົງການຕຳຫຼວດສາກົນ ຫຼື Interpol ທ່ານ Jurgen Stock, ກາງ, ຂວາ, ແລະ ທ່ານ Meng Hongwei, ກາງເບື້ອງຊ້າຍ, ປະທານຂອງ Interpol, ຕັ້ງທ່າເພື່ອຖ່າຍຮູບ ລວມໝູ່ ຢູ່ທີ່ກອງປະຊຸມຫຼວງ ຕຳຫຼວດສາກົນ ຄັ້ງທີ 86 ຢູ່ທີ່ນະຄອນຫຼວງປັກກິ່ງ.

ຈີນ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ປະຈຳ​ປີ ອົງການ​ຕຳຫຼວດ​ສາກົນ​ຫຼື Interpol ທີ່​
ນະຄອນຫລວງ​ປັກ​ກິ່ງ ​ໃນ​ອາທິດ​ນີ້.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນຜິ​ງ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ຕ່າງໆ​ໃນ​ວັນ​ອັງຄານ
​ວານ​ນີ້ ກ່ອນ​ເປີດ​ກອງ​ປະຊຸມຫຼວງອົງການ​ຕຳຫຼວດສາກົນ​ໂດຍ​ໃຫ້​ຄຳ​ໝັ້ນສັນຍາ
ທີ່​ຈະ​ໃຫ້ການ​ສະໜັບສະໜຸນ ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ອົງ ການຕຳຫຼວດ
ສາກົນ ​ໃນ​ການ​ບັນລຸ​ການ​ຄຸ້ມ​ຄອງ​ຄວາມ​ປອດໄພ​ຂອງ​ໂລກ.

​ແຕ່​ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ​ຕ່າງໆ ​ໄດ້​ຕັ້ງຄຳ​ຖາມ​ວ່າ ຈີນ​ແມ່ນ​ພະຍາຍາມ​ທີ່
​ຈະ​ໃຊ້​ອົງການ​ຕຳຫຼວດສາກົນ ທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່​ປະ​ເທດຝຣັ່ງ ​ເພື່ອ​ຈັບກຸມ​
ພວກ​ ຄັດຄ້ານ​ຕໍ່​ການ​ປົກຄອງ​ຂອງ​ພັກ​ຄອມ​ມູນິສຫຼືບໍ່ ​ໂດຍ​ສະ​ເພາະ​ນັບຕັ້ງແຕ່​ໄດ້​ມີ
​ການ​ເລືອກ​ເອົາຮອງ​ລັດຖະມົນຕີ​ ກະຊວງປ້ອງ​ກັນຄວາມສະຫງົບ ທ່ານ Meng
Hongwei ​ເປັນ​ປະທານ​ອົງການ​ຕຳຫຼວດສາກົນ​ ໃນ​ປີ​ກາຍ​ນີ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ປັກ​ກິ່ງ​ໄດ້​ສວຍໃຊ້ ໄປ​
ໃນ​ທາງ​ຜິດ ແຈ້ງ​ການ​ແດງ ​ໃນ​ລະບົບ​ໝາຍ​ຈັບ ຂອງ​ອົງການ​ຕຳຫຼວດສາກົນ ເພື່ອ​ຈັບ
​ກຸມ​ອະດີດ​ເຈົ້າໜ້າ​ທີ່ ​ແລະ ​ນັກທຸລະກິດ ​ທີ່​ທາງ​ການ​ຈີນ​ຕ້ອງການ ​ໃນ​ຂໍ້​ຫາ​ສໍ້​ລາດ
​ບັງ​ຫຼວງ ຕະຫລອດ​ທັງ​ພວກ​ຄັດຄ້ານ​ທາງ​ການ​ເມືອງເຊັ່ນ Dolkun Isaນັກ​ເຄື່ອນ​ໄຫວ
​ຊາວ​ວີ​ເກີ້ ທີ່​ປະ​ເທດ​ເຢຍຣະມັນ.

ຊາວ​ວີ​ເກີ້ ​ເປັນ​ມຸສລິ​ມທີ່​ປາກ​ພາສາ​ເທີ​ກີ ຈາກ​ເຂດ​ຊິນ​ຈຽງ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ
​ຈີນ ​ແລະ​ ປັກ​ກິ່ງ​ ໄດ້​ກ່າວ​ຫາ​ພວກ​ນັກ​ເຄື່ອນ​ໄຫວ​ຊາວ​ວີ​ເກີ້ ທີ່​ລີ້​ໄພ​ຢູ່ໃນ​ຕ່າງປະ​ເທດ​
ວ່າ ​ໃຫ້ການ​ສະໜັບສະໜຸນ​ການ​ກໍ່​ການ​ຮ້າຍ​ໃນ​ເຂດ​ຊິນຈຽງ​.

ພວກ​ສະໜັບສະໜຸນ​ຊາວ​ວີເກີ້ ​ໄດ້​ກ່າວ​ຫາ​ຈີນ​ວ່າ ກົດ​ຂີ່​ຂົ່ມ​ເຫັງ​ຕໍ່​ວັດທະນະທຳ​ ແລະ
​ຄວາມ​ເຊື່ອ​ທາງ​ສາສະໜາ​ຂອງ​ຊາວ​ວີ​ເກີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG