ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ ຕຳ​ຫຼວດ ສາ​ກົນ ຫາຍ​ສາບ​ສູນ ຫຼັງ​ຈາກ ເດີນ​ທາງ ໄປ​ຈີນ


ທ່ານ​ເມັງ ຫົວ​ເຫວ່ ຫົວ​ໜ້າ​ຕຳ​ຫຼວດ​ສາ​ກົນ ພວມ​ຍ່າງ ໄປ​ຫາ​ເວ​ທີ ເພື່ອ​ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ ​ຕຳ​ຫຼວດ​ສາ​ກົນ ຢູ່​ສິງ​ກະ​ໂປ. (ວັນ​ທີ 4 ກໍ​ລະ​ກົດ 2017)
ທ່ານ​ເມັງ ຫົວ​ເຫວ່ ຫົວ​ໜ້າ​ຕຳ​ຫຼວດ​ສາ​ກົນ ພວມ​ຍ່າງ ໄປ​ຫາ​ເວ​ທີ ເພື່ອ​ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ ​ຕຳ​ຫຼວດ​ສາ​ກົນ ຢູ່​ສິງ​ກະ​ໂປ. (ວັນ​ທີ 4 ກໍ​ລະ​ກົດ 2017)

ມີ​ລາຍ​ງານ​ວ່າ ຫົວ​ໜ້າ​ຕຳ​ຫຼວດ​ສາ​ກົນ ໄດ້​ຫາຍ​ສາບ​ສູນ​ໄປ ແລະ​ອົງ​ການ​ຕຳ​ຫຼວດ​ສາ
​ກົນ ກ່າວ​ວ່າ ຈີນ ແລະ​ຝ​ຣັ່ງ ກຳ​ລັງ​ທຳ​ການ​ສືບ​ສວນ ກ່ຽວ​ກັບ​ການຫາຍ​ໂຕ​ໄປ​ດັ່ງ​ກ່າວ
ນີ້​ຢູ່.

ໃນ​ຖະ​ແຫຼງ​ການ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກວານນີ້ ຕຳ​ຫຼວດ​ສາ​ກົນ​ກ່າວ​ວ່າ ຕົນ​ຈະ
​ບໍ່​ໃຫ້​ຄວາມ​ເຫັນ​ໃດໆ​ເພີ້ມ​ຕື່ມ ກ່ຽວ​ກັບ​ການ​ຫາຍ​ໂຕ​ໄປຂອງ​ທ່ານ​ເມັງ ຫົງ​ເຫວ່ ທີ່​ເປັນ
​ຄົນ​ຈີນ ຊຶ່ງ​ໄດ້​ຖືກ​ເລືອກ ​ໃຫ້​ເປັນ​ຜູ້​ນຳ​ພາ ອົງ​ການ​ຕຳ​ຫຼວດ​ສາກົນ ໃນ​ເດືອນ​ພະ​ຈິກ ປີ
2016 ເປັນ​ເວ​ລາ 4 ປີ.

ພັນ​ລະ​ຍາ​ຂອງ​ທ່ານ​ເມັງ ທີ່​ພຳ​ນັກ​ຢູ່​ເມືອງ​ລີ​ອົງ ປະ​ເທດ​ຝ​ຣັ່ງ ບ່ອນ​ທີ່ສຳ​ນັກ​ງານ​ໃຫຍ່​
ຂອງອົງ​ການຕຳ​ຫຼວດ​ສາ​ກົນຕັ້ງ​ຢູ່ ເມື່ອ​ໄວໆ​ມານີ້ໄດ້​ຕິດ​ຕໍ່​ໄປ​ຫາ​ຕຳຫຼວດ​ຝ​ຣັ່ງຫຼັງ​ຈາກ​
ບໍ່​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ສາ​ມີ​ຂອງ​ທ່ານ​ນາງ ນັບ​ແຕ່​ທ່ານ​ໄດ້ເດີນ​ທາ​ງໄປ​ປະ​ເທດ​ຈີນ ໃນ
​ທ້າຍ​ເດືອນ​ກັນ​ຍາ​ແລ້ວນີ້.

​ທ່ານ​ເມັງ ອາ​ຍຸ 64 ປີ ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບຂອງ​ຈີນ
ໄດ້​ຖືກ​ເລືອກ ​ໃຫ້​ເປັນ​ຫົວ​ໜ້າ​ ອົງ​ການ​ຕຳ​ຫຼວດ​ສາ​ກົນ ​ໃນ​ເດືອນ​ພະ​ຈິກ​ປີ 2016 ແລະ
​ທ່ານ​ກໍ​ເປັນ​ຄົນ​ສັນ​ຊາດ​ຈີນ​ຜູ້​ທຳ​ອິດ ທີ່​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ດັ່ງ​ກ່າວ.

ອີງ​ຕາມ​ຊີ​ວິດ​ປະ​ຫວັດ ​ຂອງ​ທ່ານ​ເມັງ​ ຢູ່​ໃນ​ເວັບ​ໄຊ​ ຂອງ​ອົງ​ການ​ຕຳ​ຫຼວດ​ສາ​ກົນແລ້ວ
ທ່ານ​ມີ​ປະ​ສົບ​ພະ​ການ​ເກືອບ 40 ປີ ກ່ຽວ​ກັບລະ​ບົບ ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດກົດ​ໝາຍແລະ​
ຕຳ​ຫຼວດ ຊຶ່ງ​ໃນ​ລະ​ຫວ່າງນັ້ນ ທ່ານ​ໄດ້​ຮັບ​ມື​ ກັບ​ບັນ​ຫາ​ຕ່າງໆ ທີ່ພົວ​ພັນ​ກັບ​ສະ​ຖາ​ບັນ ​
ກົດ​ໝາຍ ການ​ຄວບ​ຄຸມ​ຢາ​ເສບ​ຕິດ ການ​ຕໍ່​ຕ້ານ​ພວກ​ກໍ່​ການ​ຣ້າຍ ການ​ຄວບ​ຄຸມ​ຊາຍ​
ແດນ ເລື້ອງ​ຄົນ​ເຂົ້າ​ເມືອງ ແລະ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG