ນາຍ John McAfee ນັກວິສາຫະກິດດ້ານເທັກໂນໂລຢີ່ສະຫະລັດ ຖືກຈັບກຸມແລ້ວ ທີ່ປະເທດກົວເຕມາລາ ໃນຂໍ້ຫາເຂົ້າເມືອງຜິດກົດໝາຍ ຊຶ່ງ ເປັນບ່ອນທີ່ລາວໄດ້ເອົາຕົວ ຫຼົບໜີເພື່ອຫຼີກລ່ຽງການສອບປາກສອບຄໍາໃນປະເທດ Belize ກ່ຽວກັບການຄາດຕະກໍາເພື່ອນບ້ານຂອງລາວ.
ທ່ານ Mauricio Lopez Bonilla ລັດຖະມົນຕີກະຊວງພາຍໃນຂອງກົວ ເຕມາລາ ກ່າວວ່າ ນາຍ McAfee ໄດ້ຖືກກັກຕົວໄວ້ເມື່ອວັນພຸດວານນີ້ ທີ່ນະຄອນຫຼວງກົວເຕລາມາລາ ຊີຕີ ແລະກໍໄດ້ນໍາຕົວໄປມອບແກ່ກົມກວດຄົນເຂົ້າເມືອງ.
ນາຍ McAfee ອາຍຸ 67 ປີຄົນນີ້ ໄດ້ຫຼົບໜີຈາກປະເທດ Belize ເມື່ອ ເດືອນຜ່ານມາ ຫຼັງຈາກໄດ້ຍິງສັງຫານນາຍ Gregory Faull ເພື່ອນບ້ານຊາວອະເມຣິກັນ ຜູ້ກ່ຽວໄດ້ໄປປະກົດຕົວຢູ່ກົວເຕລາມາ ໃນຕົ້ນອາທິດນີ້ ແລະປະກາດວ່າ ລາວຈະຂໍລີ່ໄພໃນປະເທດອະເມຣິກາກາງ ຊຶ່ງນາຍ McAfee ກ່າວວ່າ ຊີວິດຂອງລາວ ຈະຕົກຢູ່ໃນອັນຕະລາຍໄດ້ ຖ້າຫາກລາວຖືກສົ່ງກັບໄປປະເທດ Belize ນາຍ McAfee ເວົ້າວ່າ:
“ຂ້ອຍດໍາລົງຊີວິດຢູ່ໃນປະເທດ Belize ຢ່າງສັນຕິມາໄດ້ຫ້າປີ ເມື່ອ ເຈັດເດືອນຜ່ານມາລັດຖະບານເບລີສ ໄດ້ສົ່ງທະຫານທີ່ປະກອບອາວຸດເຂົ້າ ມາໃນບໍລິເວນບ້ານຂອງຂ້ອຍ ແລະກໍໄດ້ຂ້າໝາຂ້ອຍໂຕນຶ່ງ ພວກທະຫານບຸກລຸກເຂົ້າໄປໃນບ້ານຂ້ອຍ ລັກ ແລະກໍຈັບກຸມຂ້ອຍ ແລະກໍໃສ່ກະແຈມືຂ້ອຍຕາກແດດເປັນເວລາ 14 ຊົ່ວໂມງ ພວກເຂົາເຈົ້າເອົາ ຂ້ອຍໄປຂັງ ຄຸກ ແລະຍ້ອນວ່າການເຂົ້າມາພົວ ພັນຂອງທາງສະຖານທູດສະຫະລັດແລະໄດ້ຊ່ວຍຂ້ອຍອອກຈາກຄຸກໄດ້ ນັບຕັ້ງແຕ່ນັ້ນມາຂ້ອຍກໍໄດ້ຖືກນາບຂູ່ຮາວີ ໂດຍລັດຖະບານຢູ່ຢ່າງຕໍ່ເນື່ອງ ພວກເຂົາເຈົ້າພະຍາຍາມຈະຕັ້ງຂໍ້ຫາອາຍາຂ້ອຍທຸກຢ່າງ ນັບຕັ້ງແຕ່ຂໍ້ຫາມີຫ້ອງກວດຢາຕໍ່ຕ້ານອັກເສບ ໂດຍບໍ່ມີໃບອະນຸຍາດ ຂໍ້ຫາວ່າຈ້າງຄົນຮັກສາຄວາມປອດໄພໂດຍບໍ່ມີໃບອະນຸຍາດ ໄປຈົນເຖິງຂໍ້ຫາບໍ່ມີເອກກະສານຄົບຖ້ວນສໍາລັບບໍລິສັດຂ້ອຍ ແລະເມື່ອບໍ່ດົນປານໃດມານີ້ກໍມີຂໍ້ຫາຄາດຕະກໍາເພື່ອນບ້ານຂ້ອຍ ສະນັ້ນຂ້ອຍຕ້ອງຫຼົບໜີ ແຕ່ເລຶ່ອງນີ້ ກໍຕ້ອງໄດ້ເປີດເຜີຍອອກມາ ຂ້ອຍມີເອກກະສານ ພິສູດການສໍ້ລາດບັງຫຼວງຢ່າງໃຫຍ່ຢູ່ໃນທຸກລະດັບຂອງຕໍາຫຼວດແລະວົງການລັດຖະບານ.”