ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນ​ແມ່​ຍິງ​ສາ​ກົນ ດຶງ​ເອົາ​ ຄວາມ​ສົນ​ໃຈ​ ຂອງສັງ​ຄົມ ມາ​ຫາ​ແມ່​ຍິງ ທີ່​ໄດ້​ຮັບ​ເຄາະ​ຮ້າຍ ເປັນ​ນັກ​ເຄື່ອນ​ໄຫວ ແລະ​ ວິ​ລະ​ຊົນ


ແມ່​ຍິງ​ຄົນ​ນຶ່ງ​ຂຽນ​ຄຳ​ວ່າ "ເສ​ລີ​ພາບ" ໃສ່​ໂຕ​ຂອງ​ໝູ່​ລາວ​ ຢູ່​ໃນ​ງານ​ສະ​ເຫລີມ​ສະ​ຫລອງ ວັນ​ແມ່​ຍິງ​ສາ​ກົນ ງານນຶ່ງ ໃນ​ນະ​ຄອນຊັງ​ຕີ​ອາ​ໂກ ປະ​ເທດ​ຊີ​ເລ
ແມ່​ຍິງ​ຄົນ​ນຶ່ງ​ຂຽນ​ຄຳ​ວ່າ "ເສ​ລີ​ພາບ" ໃສ່​ໂຕ​ຂອງ​ໝູ່​ລາວ​ ຢູ່​ໃນ​ງານ​ສະ​ເຫລີມ​ສະ​ຫລອງ ວັນ​ແມ່​ຍິງ​ສາ​ກົນ ງານນຶ່ງ ໃນ​ນະ​ຄອນຊັງ​ຕີ​ອາ​ໂກ ປະ​ເທດ​ຊີ​ເລ

ອົງ​ການຂອງພົນ​ລະ​ເຮືອນ ແລະ​ຂອງ​ລັດ​ຖະ​ບານ​ຢູ່​ທົ່ວ​ໂລກພາ​ກັນ​ຫ້າງ​ຫາ​ກະ​ກຽມ​ສະ​ເຫລີມສະ​ຫລອງວັນ​ແມ່​ຍິງ​ສາ​ກົນ ໃນ​ວັນ​ສຸກມື້ນີ້.

ການ​ສະ​ຫລອງວັນ​ແມ່​ຍິງ​ສາ​ກົນ​ເປັນ​ການ​ສະ​ເຫລີມ​ສະ​ຫລອງທີ່​ມີ​ມາ​ໄດ້​ນານກວ່າ 100 ປີ​ແລ້ວ​ເຖິງ​ຜົນ​ສຳ​ເລັດ ທາງ​ສັງ​ຄົມ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ແລະ​ການ​ເມືອງ​ຂອງ​ບັນ​ດາ​ແມ່​ຍິງ ຢູ່​ທົ່ວ​ໂລກ​ຊຶ່ງເອີ້ນ​ກັນ​ອີກ​ຢ່າງ​ນຶ່ງວ່າ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍິງ-​ຊາຍ.

ມັນ​ຕົກ​ຖືກມື້​ດຽວ​ກັນ​ໃນ​ແຕ່​ລະ​ປີ ກໍ​ຄື​ວັນ​ທີ 8 ມີ​ນາ ແລະ​ກໍ​ໄດ້ເຕົ້າ​ໂຮມເອົາ​ບັນ​ດາ​ອົງ​ການ​ລັດ​ຖະ​ບານ, ອົງ​ການ​ແມ່​ຍິງ, ທຸ​ລະ​ກິດ ແລະ​ອົງ​ການ​ກຸ​ສົນ​ຕ່າງໆ ມາລວມ​ກັນ. ບັນ​ດາ​ຕົວ​ເມືອງ​ນ້ອຍ​ໃຫຍ່​ຢູ່​ທົ່ວ​ໂລກ ໄດ້​ສະ​ຫລອງວັນ​ດັ່ງ​ກ່າວ​ດ້ວຍ​ການ​ໂຮມ​ຊຸມ​ນຸມ, ຈັດ​ກອງ​ປະ​ຊຸມ, ຈັດໂຄງ​ການ​ສະ​ແດງທາງວັດ​ທະ​ນະ​ທຳ ແລະ​ການ​ຟັງ​ຄຳບັນ​ລະ​ຍາຍ​ຕ່າງ.

5 Most Dangerous Countries for Adolescent Girls
5 Most Dangerous Countries for Adolescent Girls

ສິ່ງທັງ​ໝົດນີ້ ​ໄດ້​ເລີ້ມເກີດ​ຂຶ້ນໃນ​ປີ 1908 ເມື່ອ​ມີ​ກຳ​ມະ​ກອນ​ຍິງຢູ່​ໂຮງ​ງານ​ຕ່ຳ​ແຜ່ນ 15,000 ຄົນ​ພາ​ກັນ​ປະ​ທ້​ວງ ແລະ​ເດີນ​ຂະ​ບວນ​ໄປ​ຕາມ​ຖະ​ໜົນ ຫົນ​ທາງ​ສາຍ​ຕ່າງໆ ໃນ​ນະ​ຄອນ​ນີວຢອກ ເພື່ອ​ຮຽກ​ຮ້ອງ​ໃຫ້​ຫລຸດ​ຊົ່ວ​ໂມງ​ເຮັດ​ວຽກ ລົງ, ໄດ້​ຮັບ​ຄ່າ​ແຮງ​ງານ​ສູງ​ຂຶ້ນ, ແລະ​ສິດ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ. ໃນ​ ປີ1910 ​ຢູ່​ເຢຍ​ຣະ​ມັນ​ນັ້ນ ແມ່​ຍິງ​ຄົນ​ນຶ່ງ​ທີ່​ຊື່​ວ່າ Clara Zetkin ໄດ້​ສະ​ເໜີ​ໃຫ້​ມີ​ການປະ​ກາດວັນ​ແມ່​ຍິງ ຢູ່ກອງ​ປະ​ຊຸມ​ສາ​ກົນ​ທີ່​ມີແມ່​ຍິງ 100 ຄົນ​ເຂົ້າ​ຮ່ວມ. ຄວາມ​ຄິດນັ້ນ​ແມ່ນ​ໄດ້​ຮັບ​ການ​ເຫັນ​ດີ​ຢ່າງ​ເປັນ​ເອ​ກະ​ສັນ​ກັນ.

ໃນ​ປີ 1911 ວັນ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະ​ເຫລີມສະ​ຫລອງ​ເປັນຄັ້ງທຳ​ອິດ ຢູ່​ໃນ​ປະ​ເທດອອ​ສ​ເຕ​ຣຍ, ແດນ​ມາກ, ເຢຍ​ຣະ​ມັນ, ແລະ​ສະ​ວິດເຊີ​ແລນ. ມີແມ່ຍິງ ແລະ​ຜູ້​ຊາຍ​ຫລາຍກວ່າ 1 ລ້ານ​ຄົນເຂົ້າ​ຮ່ວມ ເພື່ອ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ຂອງ​ແມ່​ຍິງ​ໃນ​ການ​ເຮັດ​ວຽກ​ງານ, ການ​ປ່ອນ​ບັດ, ສຶ​ກ​ສາ​ຮ່ຳ​ຮຽນ, ແລະ​ຮັບ​ໜ້າ​ທີ່​ຕຳ​ແໜ່ງ ຢູ່​ໃນ​ຫ້ອງ​ການຂອງ​ລັດຖະ​ບານ.

ບັນ​ດາ​ແມ່​ຍິງທີ່​ເຂົ້າ​ຮັບ​ຕຳ​ແໜ່ງ​ໃໝ່​ເປັນ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ຖ່າຍ​ຮູບ​ຮ​່ວມ​ກັນ​ກັບ​ເພື່ອ​ຮ່ວມ​ງານ​ອາ​ວຸ​ໂສ​ຂອງ​ພວ​ກ​ເພິ່ນໃນ​ຕຶກ​ລັດ​ຖະ​ສະ​ພາ​ຢູ່​ນະ​ຄອນ ວໍ​ຊິງ​ຕັນ
ບັນ​ດາ​ແມ່​ຍິງທີ່​ເຂົ້າ​ຮັບ​ຕຳ​ແໜ່ງ​ໃໝ່​ເປັນ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ຖ່າຍ​ຮູບ​ຮ​່ວມ​ກັນ​ກັບ​ເພື່ອ​ຮ່ວມ​ງານ​ອາ​ວຸ​ໂສ​ຂອງ​ພວ​ກ​ເພິ່ນໃນ​ຕຶກ​ລັດ​ຖະ​ສະ​ພາ​ຢູ່​ນະ​ຄອນ ວໍ​ຊິງ​ຕັນ

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ຮູ້​ວັນ​ແມ່​ຍິງ​ສາ​ກົນ​ຢ່າງ​ເປັນ​ທາງ​ການ ຄັ້ງ​ທຳ​ອິດ​ໃນ​ປີ 1975. ຈາກ​ນັ້ນ ໃນ​ປີ 2011 ປະ​ທາ​ນາ​ທິ​ບໍ​ດີ​ບາ​ຣັກ ໂອ​ບາ​ມາ ກໍ​ໄດ້ເຮັດ​ໃຫ້ວັນ​ແມ່​ຍິງ​ສາ​ກົນມີ​ຄວາມ​ສໍາຄັນ​ຂຶ້ນ​ໄປ​ອີກ​ບາດ​ກ້າວ​ນຶ່ງ ໂດຍ​ປະ​ກາດ​ເດືອນ​ມີ​ນາ ໃຫ້​ເປັນ​ເດືອນແຫ່ງ​ປະ​ຫວັດ​ສາດ​ຂອງ​ແມ່​ຍິງ.

ພວກ​ແມ່​ຍິງ​ເຂົ້າ​ຮ່ວມການ​ເດີນ​ຂະ​ບວນ​ ເພື່ອສະ​ເຫລີມ​ສະ​ຫລອງວັນ​ແມ່​ຍິງ​ສາ​ກົນໃນ​ນະ​ຄອນ Buenos Aires ຂອງ​ອາ​ເຈັນ​ຕິ​ນາ
ພວກ​ແມ່​ຍິງ​ເຂົ້າ​ຮ່ວມການ​ເດີນ​ຂະ​ບວນ​ ເພື່ອສະ​ເຫລີມ​ສະ​ຫລອງວັນ​ແມ່​ຍິງ​ສາ​ກົນໃນ​ນະ​ຄອນ Buenos Aires ຂອງ​ອາ​ເຈັນ​ຕິ​ນາ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG