ການໂຮມຊຸມນຸມ ໄດ້ຈັດໃຫ້ມີຂຶ້ນຢູ່ໃນທົ່ວໂລກ ໃນວັນພະຫັດມື້ນີ້ ເພື່ອສະເຫຼີມສະຫຼອງ
ທັງວັນແມ່ຍິງສາກົນ ແລະ ວັນທີ່ຮຽກຮ້ອງໃຫ້ ຍຸຕິການສວຍໃຊ້ຜົນປະໂຫຍດ ການຈຳ
ແນກກີດກັນ ແລະການກໍ່ຄວາມຮຸນແຮງ ທີ່ພວກແມ່ຍິງ ຍັງສືບຕໍ່ປະເຊີນໜ້າຢູ່ນັ້ນ.
ທີ່ນະຄອນຫຼວງມະນີລາຂອງຟີລິປີນ ພວກແມ່ຍິງຫຼາຍຮ້ອຍຄົນ ພາກັນແຕ່ງຕົວໃສ່ສີບົວ
ແລະສີມ່ວງ ພາກັນອອກໄປເດີນຂະບວນປະທ້ວງ ຕໍ່ການທີ່ 4 ພັນຄົນ ໄດ້ຖືກສັງຫານ
ພາຍໃຕ້ລັດຖະບານຂອງປະທານາທີີບໍດີໂຣດຣີໂກ ດູເຕີເຕ (Rodrigo Duterte)
ແລະການປະຫັດປະຫານຢ່າງໂຫດຮ້າຍ ຕໍ່ການຄ້າຂາຍຢາເສັບຕິດທີ່ຜິດກົດໝາຍ.
ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ກ່າວວ່າ ການທີ່ທ່ານດູເຕີເຕປະຕິຍານ ທີ່ຈະສັງຫານພວກພໍ່ຄ້າຢາເສັບຕິດທີ່ຜິດກົດໝາຍຫລາຍພັນຄົນ ໄດ້ພາໃຫ້ພວກຕຳຫຼວດ
ທຳການສັງຫານແບບຮວບຮັດຕັດຕອນ ຕໍ່ພວກທີ່ສົງໄສວ່າ ເປັນພໍ່ຄ້າຢາເສບຕິດ
ຫຼືພວກທີ່ເສບນັ້ນ.
ທີ່ນະຄອນຫຼວງໂຊລ ພວກແມ່ຍິງກຸ່ມນຶ່ງ ໃຊ້ມືນີ້ ເພື່ອເສີມຂະຫຍາຍການປຸກລະດົມ
ຂະບວນການຂ້ອຍກໍຄືກັນ ຫລື “Me Too” ທີ່ເກີດຢູ່ໃນອາເມຣິກາ ຊຶ່ງເປັນຂະບວນ
ການຕໍ່ຕ້ານການລວນລາມທາງເພດໃນບ່ອນເຮັດວຽກ. ຂະບວນການທີ່ວ່ານີ້ ໄດ້ແຜ່
ຂະຫຍາຍອອກໄປທົ່ວປະເທດທີ່ມີເສດຖະກິດໃຫຍ່ໆໃນເອເຊຍ ຫຼັງຈາກທີ່ໄອຍະການ
ແມ່ຍິງໄດ້ເປີດເຜີຍໃນເດືອນ ມັງກອນຜ່ານມາວ່າທ່ານນາງເອງກໍຖືກລວນລາມ
ທາງເພດໂດຍເພື່ອນຮ່ວມງານທີ່ເຮັດວຽກມານຳກັນຫຼາຍໆປີກ່ອນ ຊຶ່ງພາກໃຫ້ພວກຜູ້
ຊາຍທີ່ມີຕຳແໜ່ງສຳຄັນໆສູນເສຍໜ້າທີ່ຂອງພວກເຂົາເຈົ້າ ຮວມທັງເຈົ້າແຂວງຜູ້ນຶ່ງ ຊຶ່ງເປັນຜູ້ມີຄະແນນນຳໜ້າທີ່ຈະສະໝັກເປັນປະທານາທິບໍດີ ກ່ອນທີ່ທ່ານຖືກກ່າວ
ຫາວ່າ ຂົ່ມຂືນເລຂານຸການຂອງທ່ານ.
ແລະພວກແມ່ຍິງຢູ່ປະເທດສະເປນ ກໍຈະພາກັນນັດຢຸດງານໃນວັນພະຫັດມື້ນີ້ ຊຶ່ງເປັນສ່ວນນຶ່ງໃນການນັດກັນຢຸດເຮັດວຽກຂອງພວກແມ່ຍິງ ເພື່ອເນັ້ນໃຫ້ເຫັນ
ເຖິງຄວາມບໍ່ສະເໝີພາບທາງດ້ານສັງຄົມແລະເສດຖະກິດ ລະຫວ່າງຜູ້ຊາຍ
ແລະແມ່ຍິງ ຮວມທັງເລື່ອງເງິນເດືອນທີ່ແຕກຕ່າງກັນຢ່າງໃຫຍ່ຫຼວງ. ການສຶກສາ
ເມື່ອໄວໆມານີ້ ພົບວ່າ ພວກແມ່ຍິງຢູ່ສະເປນ ໄດ້ຮັບເງິນເດືອນເກືອບ 13 ເປີເຊັນໜ້ອຍກວ່າພວກເພື່ອນຮ່ວມງານທີ່ເປັນຜູ້ຊາຍ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ