ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາຕ່າງປະເທດ ເດີນທາງກັບຄືນໄປ ອອສເຕຣເລຍ ພາຍໃຕ້ໂຄງການທົດລອງໂຄວິດ-19


ຜູ້ໂດຍສານຄົນນຶ່ງ ເດີນທາງມາເຖິງສະໜາມບິນຊິດນີ ໃນຕອນເຊົ້າມືດ, ວັນທີ 29 ພະຈິກ 2021.
ຜູ້ໂດຍສານຄົນນຶ່ງ ເດີນທາງມາເຖິງສະໜາມບິນຊິດນີ ໃນຕອນເຊົ້າມືດ, ວັນທີ 29 ພະຈິກ 2021.

ນັກສຶກສານານາຊາດກຸ່ມທໍາອິດຈໍານວນ 250 ຄົນ ຖືກກັກໂຕຫຼັງຈາກທີ່ບິນໄປເຖິງນະຄອນຊິດນີ ພາຍໃຕ້ໂຄງການທົດລອງ ໂຄວິດ-19 ເພື່ອສົ່ງເສີມພາກການສຶກສາທີ່ມີຄວາມຫຍຸ້ງຍາກຂອງ ອອສເຕຣເລຍ. ຟິວ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກສຶກສາຕ່າງປະເທດສ່ວນຫຼາຍ ໄດ້ຖືກສັ່ງຫ້າມບໍ່ໃຫ້ເຂົ້າໄປໃນ ອອສເຕຣເລຍ ນັບຕັ້ງແຕ່ເດືອນມີນາປີ 2020, ໂດຍມາດຕະການຫ້າມໄວຣັສໂຄໂຣນາທີ່ເຂັ້ມງວດທີ່ສຸດໃນໂລກ.

ກຸ່ມນັກສຶກສາຕ່າງປະເທດຈໍານວນ 250 ຄົນໄດ້ເດີນທາງໄປຮອດສະໜາມບິນຊິດນີ ໃນມື້ວັນຈັນທີ່ຜ່ານມາ. ເທິງເຮືອບິນທີ່ບິນມາຈາກປະເທດ ສິງກະໂປ ມີຄົນສັນຊາດທີ່ມາຈາກຫຼາຍກວ່າ 15 ປະເທດ, ລວມມີ ການາດາ, ຈີນ, ອິນໂດເນເຊຍ, ສິງກະໂປ, ເກົາຫຼີໃຕ້ ແລະ ຫວຽດນາມ. ພວກເຂົາເຈົ້າຈະຖືກກັກໂຕເປັນເວລາສາມມື້.

ຖ້ຽວບິນທີສອງພາຍໃຕ້ໂຄງການທົດລອງ ເຊິ່ງໄດ້ຂົນສົ່ງບັນດານັກສຶກສາທີ່ມາຈາກເອເຊຍໃຕ້ ໂດຍມີກໍານົດເດີນທາງເຖິງນະຄອນ ຊິດນີ ໃນທ້າຍເດືອນນີ້. ພວກເຂົາເຈົ້າຈະຮັບປະກັນການເຂົ້າໄປໃນລັດ ນິວ ເຊົາທ໌ ເວລສ໌ ຂອງພວກນັກສຶກສາ, ເຊິ່ງເປັນລັດທີ່ມີປະຊາກອນໜາແໜ້ນທີ່ສຸດ, ໃນຂະນະທີ່ຊາຍແດນລະຫວ່າງຊາດຂອງປະເທດ ແມ່ນຍັງຄົງປິດເປັນສ່ວນໃຫຍ່ສໍາລັບນັກທ່ອງທ່ຽວຕ່າງປະເທດຢູ່.

ລັດຖະມົນຕີດ້ານວຽກງານຂອງລັດ ນິວ ເຊົາທ໌ ເວລສ໌ ທ່ານ ສະຕວຣ໌ດ ອາຍເຣສ (Stuart Ayres) ຫວັງວ່າ ການກັບມາຂອງບັນດານັກສຶກສາ ຈະຊ່ວຍກະຕຸ້ນເສດຖະກິດໃນທ້ອງຖິ່ນໃຫ້ດີຂຶ້ນ. ເຊິ່ງທ່ານໄດ້ກ່າວວ່າ:

“ພວກເຮົາບໍ່ມີພະນັກງານຂາຍເຫຼົ້າ, ພະນັກງານຮ້ານອາຫານ, ພະນັກງານເສີບ ແລະພວກເຮົາຮູ້ວ່າພາກສ່ວນການບໍລິການຂອງພວກເຮົາແມ່ນກໍາລັງລໍຖ້າທີ່ຈະໄດ້ເຫັນບັນດານັກສຶກສາທັງຫຼາຍເຫຼົ່ານັ້ນ ກັບມາເຮັດວຽກອີກຄັ້ງ. ພວກເຮົາຈະຮັບເອົານັກສຶກສາປະມານ 250 ຄົນໃນທຸກໆສອງອາທິດ ຈົນກວ່າພວກເຮົາສາມາດເຫັນການເປີດຊາຍແດນຫຼາຍຂຶ້ນ.”

ບັນດານັກຮຽນທີ່ໄດ້ຮັບການສັກຢາວັກຊີນຄົບຖ້ວນ, ຊາວອົບພະຍົບທີ່ມີທັກສະ ແລະນັກເດີນທາງເປ້ກະເປົາ ຍັງບໍ່ມີກໍານົດທີ່ຈະໄດ້ຮັບອະນຸຍາດໃຫ້ເຂົ້າມາໃນ ອອສເຕຣເລຍ ຈົນເຖິງກາງເດືອນທັນວາ, ແຕ່ບ່ອນນັ່ງຂອງສາຍການບິນພານິດ ອາດຈະຍັງຄົງຈໍາກັດຢູ່.

ພວກເຂົາເຈົ້າມີກໍານົດຈະໄດ້ຮັບອະນຸຍາດໃຫ້ບິນເຂົ້າໄປໃນ ອອສເຕຣເລຍ ໃນວັນທີ 1 ທັນວາ, ແຕ່ຄວາມກັງວົນ ກ່ຽວກັບ ການລະບາດຂອງໄວຣັສສາຍພັນໃໝ່ໂອໄມຄຣອນ ຕ້ອງໄດ້ເຮັດໃຫ້ທາງການຕ້ອງໄດ້ເລື່ອນການກັບຄືນມາຂອງພວກເຂົາເຈົ້າອອກໄປອີກ.

ເຈົ້າໜ້າທີ່ສາທາລະນະສຸກໃນລັດ ນິວ ເຊົາທ໌ ເວລສ໌ ໄດ້ມີລາຍງານຜູ້ປ່ວຍໂອໄມຄຣອນ ຈໍານວນ 6 ຄົນໃນວັນອັງຄານທີ່ຜ່ານມາ. ພວກເຂົາເຈົ້າຍັງໄດ້ກວດພົບການຕິດເຊື້ອອີກ 31 ຄົນໃນຊ່ວງສາມອາທິດທີ່ຜ່ານມາ.

ອອສເຕຣເລຍ ໄດ້ລາຍງານຜູ້ປ່ວຍໄວຣັສໂຄໂຣນາປະມານ 220,000 ຄົນຕັ້ງແຕ່ເລີ້ມມີການລະບາດຄັ້ງໃຫຍ່. ໃນນັ້ນມີຜູ້ເສຍຊີວິດ 2,000 ຄົນ.

ຫຼາຍກວ່າ 88 ເປີເຊັນຂອງປະຊາກອນທີ່ມີສິດ ແມ່ນໄດ້ຮັບການສັກຢາວັກຊີນສອງໂດສແລ້ວ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG