ກຸ່ມທຳອິດຂອງພວກນັກສຶກສານານາຊາດ 250 ຄົນ ແມ່ນກຳລັງກັກຕົວ ຫຼັງຈາກທີ່ໄດ້ເດີນທາງມາຮອດນະຄອນຊິດນີ ພາຍໃຕ້ແຜນການທົດລອງ ກ່ຽວກັບພະຍາດໂຄວິດ-19 ເພື່ອສົ່ງເສີມຂະແໜງການສຶກສາຂອງອອສເຕຣເລຍ ທີ່ໄດ້ປະສົບກັບຄວາມຫຍຸ້ງຍາກ ອີງຕາມລາຍງານຂອງຟີລ ເມີເຊີ ຈາກນະຄອນຊິດນີ.
ພວກນັກສຶກສາຕ່າງປະເທດສ່ວນຫຼາຍ ໄດ້ຖືກຫ້າມບໍ່ໃຫ້ເຂົ້າມາໃນອອສເຕຣເລຍ ນັບຕັ້ງແຕ່ເດືອນມີນາ ປີ 2020 ໂດຍການວາງຂໍ້ຈຳກັດຍ້ອນໄວຣັສໂຄໂຣນາ ທີ່ຖືວ່າໜັກທີ່ສຸດຂອງໂລກ.
ກຸ່ມພວກນັກສຶກສາຕ່າງຊາດ 250 ຄົນ ໄດ້ເດີນທາງມາຮອດສະໜາມບິນນະຄອນຊິດນີ ໃນວັນຈັນວານນີ້. ຢູ່ໃນຖຽວບິນທີ່ມາຈາກສິງກະໂປ ແມ່ນພວກຊາວຕ່າງປະເທດຈາກຫຼາຍກວ່າ 15 ປະເທດ ທີ່ລວມມີ ການາດາ ຈີນ ອິນໂດເນເຊຍ ສິງກະໂປ ເກົາຫຼີໃຕ້ ແລະຫວຽດນາມ. ພວກເຂົາເຈົ້າຈະຢູ່ໃນການກັກຕົວ ເປັນເວລາ 3 ມື້.
ສ່ວນຖ້ຽວບິນທີສອງ ພາຍ ໃຕ້ໂຄງການທົດລອງ ໄດ້ບັນທຸກພວກນັກສຶກສາຈາກເຂດເອເຊຍໃຕ້ ແມ່ນມີກຳນົດຈະເດີນທາງມາຮອດນະຄອນຊິດນີ ໃນທ້າຍເດືອນນີ້ ໂຄງການນີ້ ຈະຮັບປະກັນການເຂົ້າມາໃນລັດນິວເຊົ້າເວລສ໌ ຂອງພວກນັກສຶກສາທັງຫຼາຍ ຊຶ່ງເປັນລັດທີ່ມີປະຊາກອນໜາແໜ້ນຫຼາຍ ໃນຂະນະດຽວກັນເຂດຊາຍແດນສາກົນຂອງປະເທດ ຍັງຄົງປິດສຳລັບພວກນັກເດີນທາງຊາວຕ່າງຊາດໂດຍສ່ວນໃຫຍ່ຢູ່.
ຜູ້ວ່າການລັດນິວເຊົາເວລສ໌ ຮັບຜິດຊອບດ້ານວຽກງານ ທ່ານສະຕວດ ເອເຣສ (Stuart Ayres) ຫວັງວ່າ ການກັບຄືນມາຍອງພວກນັກສຶກສາທັງຫຼາຍນີ້ ຈະສົ່ງເສີມເສດຖະກິດຂອງທ້ອງຖິ່ນ.
ທ່ານເອເຣສ ກ່າວວ່າ “ພວກເຂົາແມ່ນຈະໄປເຮັດວຽກຢູ່ຕາມຮ້ານກິນດື່ມ ເປັນພະນັກງານຢູ່ຮ້ານກາເຟ ເປັນພະນັກງານເຊີບອາຫານຂອງພວກເຮົາ ແລະພວກເຮົາຮູ້ດີວ່າ ຂະແໜງການຕ້ອນຮັບຂອງພວກເຮົາ ແມ່ນຍິນດີນຳການກັບຄືນມາແລະຈະເຫັນພວກສຶກສາຫຼາຍຄົນເຫຼົ່ານີ້ຄືນມາເປັນກຳລັງແຮງງານອີກ.”
ສ່ວນພວກນັກສຶກສາທີ່ໄດ້ສັກຢາວັກຊີນຄົບຖ້ວນແລ້ວ ພວກແຮງງານເຄື່ອນທີ່ທີ່ມີຝີມື ແລະພວກນັກເດີນທາງພະເນຈອນ ແມ່ນມີກຳນົດຈະຖືກອະນຸຍາດໃຫ້ເຂົ້າມາໃນອອສເຕເລຍ ໄດ້ຈົນກວ່າຈະເຖິງກາງເດືອນທັນວາ ນີ້ ແຕ່ບ່ອນນັ່ງຢູ່ໃນຖຽວບິນພານິດຕ່າງໆ ອາດຈະຍັງຄົງມີຈຳນວນຈຳກັດຢູ່.