ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຖານີ ອາວະກາດ ສາກົນ ໄດ້ເສີມສ້າງ ຫ້ອງໃໝ່ ເປັນທີ່ສຳເລັດແລ້ວ


ພາບລວມກັນນີ້ ສະໜອງໂດຍ ອົງການ NASA ສະແດງໃຫ້
ເຫັນ ການສູບລົມໃສ່ໃນຫ້ອງການທົດລອງ ໃໝ່ ຢູ່ທີ່ສະຖານີ
ອາວະກາດ, ວັນທີ 28 ພຶດສະພາ 2016.
ພາບລວມກັນນີ້ ສະໜອງໂດຍ ອົງການ NASA ສະແດງໃຫ້ ເຫັນ ການສູບລົມໃສ່ໃນຫ້ອງການທົດລອງ ໃໝ່ ຢູ່ທີ່ສະຖານີ ອາວະກາດ, ວັນທີ 28 ພຶດສະພາ 2016.

ສະຖານີອະວະກາດສາກົນ ໄດ້ເສີມຫ້ອງທີ່ເປັນເອກະລັກໃໝ່ ໃສ່ໂຄງຮ່າງຂອງສະຖານີ ດັ່ງກ່າວ.

ອົງການອະວະກາດ ສະຫະລັດ ຫຼື NASA ໄດ້ສຳເລັດການສູບລົມໃສ່ຫ້ອງ ທີ່ເສີມສ້າງ ໃສ່ດ້ານນອກ ຂອງສະຖານີ ແລະ ໄດ້ປັບຄວາມກົດດັນພາຍໃນຫ້ອງ ໃຫ້ສະໝ່ຳສະເໝີ ດ້ວຍ.

ມັນໄດ້ໃຊ້ເວລາ ປະມານ 7 ຊົ່ວໂມງ ໃນວັນເສົາວານນີ້ ເພື່ອລົມຈະຂະຫຍາຍຫ້ອງ ທີ່ ບັນຈຸໄວ້ນັ້ນ ອອກຈົນເຕັມອັນຕາ. ໃນເມື່ອຂະຫຍາຍອອກ ຢ່າງຄົບຖ້ວນແລ້ວ ສ່ວນປະ ກອບນັ້ນ ກໍແມ່ນມີຄວາມຍາວ 4 ແມັດ ແລະ ກວ້າງ 3.23 ແມັດ.

ການທົດສອບຕິດຕໍ່ກັນຫຼາຍຢ່າງ ຈະໄດ້ຖືກດຳເນີນໄປ ເພື່ອກຳນົດໃຫ້ຮູ້ ເຖິງຄວາມໝັ້ນ ຄົງຂອງຫ້ອງນັ້ນ ກ່ອນທີ່ພວກນັກອະວະກາດ ຢູ່ທີ່ສະຖານີອະວະກາດດັ່ງກ່າວ ຈະໄດ້ຮັບ ອະນຸຍາດ ໃຫ້ເຂົ້າໄປໃນຫ້ອງໄດ້ ໃນສັບປະດາໜ້າ.

ພ້ອມກັນນັ້ນ ອົງການ NASA ໄດ້ກ່າວວ່າ ການທົດສອບນີ້ ຈະປ້ອງ ກັນກຳມັນຕະພາບ ລັງສີ ຂອງດວງອາທິດໄດ້ດີຊໍ່າໃດ ລວມທັງສິ່ງເສດເຫຼືອ ໃນອະວະກາດ ແລະ ອຸນຫະພູມ ຂອງອະວະກາດ ທີ່ຮ້າຍແຮງນຳ.

ຜົນປະໂຫຍດ ຂອງຫ້ອງສູບລົມນີ້ ກໍແມ່ນວ່າ ມັນໃຊ້ເນື້ອທີ່ໜ້ອຍ ໃນເວລາມັນຖືກປ່ອຍ ລົມອອກ ແຕ່ມັນຈະສະໜອງ ທີ່ຢູ່ອາໄສ ແລະ ທີ່ເຮັດວຽກ ໃນເວລາມັນຖືກສູບລົມ ເຂົ້າໃສ່.

Bigelow Expandable Activity Module ຫຼືທີ່ຫຍໍ້ມາເປັນ BEAM ໄດ້ຖືກອອກແບບ ໂດຍ ບໍລິສັດ Bigelow Aerospace ທີ່ມີຫ້ອງການຕັ້ງຢູ່ໃນ ນະຄອນ Las Vegas ລັດ ເນວາດາ. ບໍລິສັດນີ້ ໄດ້ຮັບສັນຍາ ທີ່ມີມູນຄ່າ 18 ລ້ານໂດລາ ເພື່ອອອກແບບ ທີ່ຢູ່ອາໄສ ອັນທຳອິດ ຄ້າຍຄືກັນນີ້.

ຄວາມພະຍາຍາມຄັ້ງທຳອິດ ເພື່ອສູບລົມເຂົ້າ BEAM ໃນວັນພະຫັດ ຜ່ານມາ ແມ່ນບໍ່ ໄດ້ປະສົບຜົນສຳເລັດ. ບັນດານັກວິທະຍາສາດ ເຊື່ອວ່າ ນັບຕັ້ງແຕ່ BEAM ໄດ້ຖືກພັບ ມ້ຽນໄວ້ເປັນເວລາອັນຍາວນານ ມັນຈຶ່ງເຮັດໃຫ້ແຜ່ນຜ້າ ຂອງມັນ ປະສົບບັນຫາ ເວລາ ພືອອກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Space Station
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG