ສູ່ໂລກແລ້ວ ຫລັງຈາກທີ່ຍານອະວະກາດຂອງຣັດເຊຍໄດ້ພາ
ເຂົາເຈົ້າໄປລົງ ຢູ່ບໍລິເວນທົ່ງກວ້າງແຫ່ງນຶ່ງຂອງປະເທດ
Kazakhstan ຫລັງຈາກໄດ້ໃຊ້ເວລາສີ່ເດືອນ ປະຕິບັດພາລະ
ກິດຢູ່ເທິງສະຖານີອະວະກາດນາໆຊາດ.
ຍານ Soyuz ຂອງຣັດເຊຍ ໄດ້ນໍາເອົານັກອະວະກາດ ອາເມຣິກັນ Joseph Abaca ແລະນັກອະວະກາດຣັດເຊຍ Gennady Pa-
dalka ແລະ Sergei Revin ລົງມາເຖິງພື້ນໂລກ ໃນວັນຈັນມື້ນີ້.
ຍານ Soyuz ຍັງຄົງເປັນພາຫານະຢ່າງດຽວ ທີ່ຂົນສົ່ງບັນດານັກອະວະກາດໄປສູ່ສະຖານີອະວະກາດ ນັບແຕ່ ອົງການ NASA ໄດ້ຢຸດເຊົາໃຊ້ຍານອະວະກາດໄປກັບຂອງຕົນ ເມື່ອປີກາຍນີ້.
ຍັງມີນັກອະວະກາດສາມຄົນໂຄຈອນ ຢູ່ເທິງສະຖານີອະວະກາດນາໆຊາດ. ໃນເດືອນໜ້ານີ້ ກໍຈະມີນັກອະວະກາດສະຫະລັດ ທ່ານ Kevin Ford ແລະ ຣັດເຊຍ Oleg Novitsky ກັບ Yevgeny Tarelkin ໄປສົມທົບກັບເຂົາເຈົ້າ.