ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຕິກິລິຍາ ​​ນາໆ​ຊາດ ທີ່ມີຕໍ່ການຫ້າມ ຂອງທ່ານ Trump ບໍ່ໃຫ້ຊາວມຸສລິມ ເຂົ້າມາຍັງສະຫະລັດ


Trump's Comment on Muslims Triggers World Outrage
please wait

No media source currently available

0:00 0:02:35 0:00

ປະຕິກິລິຍາ​ຂອງ​ນາໆ​ຊາດ ​ແມ່ນ​ໄດ້​ແຜ່​ລາມ​ອອກ​ຢ່າງ​ກວ້າງ
ຂວາງ​ໃນ​ວັນ​ພຸດ​ວານ​ນີ້ ​ກ່ຽວ​ກັບຂໍ້​ສະ​ເໜີ​ ຂອງ​ຜູ້​ສະໝັກ​ປະທາ
ນາທິບໍດີ ສັງກັດ​ພັກ Republican ທ່ານ Donald Trump
ທີ່​ວ່າ ຈະ​ງົດ​ການ​ເຂົ້າ​ມາ​ຍັງ​ສະຫະລັດ​ຂອ​ງຊາວ​ມຸສລິ​ມ ​ເປັນ​ການ
​ຊົ່ວຄາວ ໂດຍ​ມີຊາວ​ອັງກິດ ​ເກືອບ 2 ​ແສນ 5 ໝື່ນ​ຄົນ ພາກັນ
​ລົງ​ນາມ ​ໃນ​ໜັງສື​ຮ້ອງ​ຮຽນທາງ​ອິນ​ເຕີແນັຕ ​ເພື່ອ​ຫ້າມບໍ່​ໃຫ້ ທ່ານ Trump ເຂົ້າ​ໄປໃນປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Trump ​ໄດ້​ຮຽກຮ້ອງ​ໃນ​ວັນ​ຈັນຜ່ານ​ມາ​ນີ້​ວ່າ “​ໃຫ້ຍຸຕິ​ທັງ​ໝົດ​ແລະ​ຢ່າງ​ສິ້ນ​ເຊີງ” ​ໃນ​ການ​ອະນຸຍາດ​ໃຫ້ຊາວມຸສລິ​ມ ​ເຂົ້າ​ມາ​ຍັງ​ສະຫະລັດ ໂດ​ຍກ່າວ​ວ່າ ການ​ຫ້າມ​ທີ່​ວ່າ​ນີ້ຍັງ​ຈະ​ນຳ​ໃຊ້​ຢູ່ຕໍ່ໄປ ຈົນ​ກວ່າ​ວ່າ ລັດຖະບານ “​ຫາ​ວິທີ​ທາງ​ແກ້​ໄຂ​ໄດ້​” ກ່ຽວ​ກັບ ​ທັດສະນະ​ຄະຕິ​
ຂອງ​ຊາວ​ມຸສລິ​ມທີ່ມີ​ຕໍ່​ອາ​ເມຣິກາ ທ່າມກາງການ​ໂຈມ​ຕີ​ຢ່າງ​ຮ້າຍ​ກາດ ​ໃນ​ລັດ California
ເມື່ອ​ຕົ້ນ​ເດືອນ​ນີ້.

ພາບຖ່າຍຈາກການກີດກັນຜູ້ສະໝັກເປັນປະທານາທິບໍດີ ທ່ານ Donald Trump ສັງກັດພັກ Republican ເຂົ້າອັງກິດ.
ພາບຖ່າຍຈາກການກີດກັນຜູ້ສະໝັກເປັນປະທານາທິບໍດີ ທ່ານ Donald Trump ສັງກັດພັກ Republican ເຂົ້າອັງກິດ.

​ຊາວ​ອັງກິດ ບາງ​ພວກ ກ່າວ​ວ່າ ຄຳ​ເວົ້າ​ຂອງ​ທ່ານ​ນັ້ນ ​ແມ່ນເທົ່າ​ກັບ ​ເປັນ “ຄຳ​ເວົ້າ​ທີ່​ກຽດ​ຊັງ” ​ແລະ​ໄດ້​ຮຽກຮ້ອງໃຫ້ມີ​ການ​ຫ້າມ ບໍ່​ໃຫ້ທ່ານ Trump ​ເຂົ້າ​ໄປໃນອັງກິດ ບ່ອນທີ່ທ່ານ
ເປັນເຈົ້າຂອງສະໜາມກອ໊ຟ ທີ່ Scottland ນັ້ນ.

ປຽບທຽບ “ຄຳ​ເວົ້າ​ທີ່​ກຽດ​ຊັງ”

ສະມາຊິກສະພາ ພັກ Scottish National Party ທ່ານ Tasmina Ahmed-Sheikh ໄດ້ກ່າວວ່າ ກົດລະບຽບ​ແບບ​ດຽວ​ກັນ ຄວນຈະຖືກນຳມາໃຊ້ກັບທ່ານ Trump ດັ່ງ​ດຽວກັນ ກັບທີ່​ໄດ້​ນຳໃຊ້ ຕໍ່ພວກຜູ້ສອນສາສະໜາ ຫົວຮຸນແຮງຈັດນັ້ນ.

ທ່ານ Ahmed-Sheikh ໄດ້ກ່າວວ່າ “ພວກເຮົາແມ່ນໄດ້ຫ້າມ​ໄປ​ແລ້ວ ພວກ​ສອນ​ສາສະ
ໜາ ​ທີ່​ສັ່ງສອນ​ໃຫ້ກຽດຊັງ 84 ຄົນ ບໍ່​ໃຫ້​ເຂົ້າມາ ໃນປະເທດນີ້. ມຸມມອງຂອງຂ້າພະເຈົ້າ ກໍແມ່ນວ່າ ຄຳ​ເວົ້າຂອງທ່ານ Donald Trump ​ແມ່ນ​ເທົ່າ​ກັບ​ການ​ສັ່ງສອນ​ໃຫ້ກຽດຊັງນັ້ນ ​ເອງ ແລະ ສະນັ້ນ ຄຳຖາມຂອງ​ຂ້າພະ​ເຈົ້າຕໍ່ລັດຖະບານກໍມີຢູ່ວ່າ ‘ໃຫ້ພວກເຮົາພິຈາລະ ນາ
ວ່າ ທ່ານ Trump ເປັນບຸກຄົນທີ 85 ​ບໍ.’”

ຄຳຮ້ອງຮຽນທາງອິນເຕີແນັຕທີ່ມີຫລາຍ​ ກວ່າ 1 ແສນລາຍເຊັນ​ແລ້ວນັ້ນ ຈະຖືກນຳໄປ
ພິ​ຈາລະ​ນາເພື່ອ​ອະພິປາຍ​ຢູ່ໃນລັດຖະສະພາ ແຕ່ວ່າ ລັດຖະມົນຕີກະຊວງການເງິນຂອງ​
ອັງກິດ ທ່ານ George Osborne ໄດ້ບອກກັບສະມາຊິກສະພາ ໃນວັນພຸດວານນີ້ວ່າ
“ມັນຈະເປັນການຜິດພາດທີ່ຈະຫ້າມການເຂົ້າເມືອງຂອງຜູ້​ສະໝັກ​ປະທານາທິບໍດີ.”

ເຊີນຊົມ ວີດີໂອ ຂອງທ່ານ Trump ກ່ຽວກັບຊາວມຸສລິມ

Trump Calls for Ban on All Muslims Entering US
please wait

No media source currently available

0:00 0:01:25 0:00

XS
SM
MD
LG