ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຕິບັດການຂອງຕຳຫຼວດສາກົນ ສາມາດປາບປາມ ແຫລ່ງຄ້າຂາຍຢາເສບຕິດ ທາງອິນເຕີເນັດ


ພາບນີ້ສະໜອງໂດຍ ສຳນັກງານຂອງໄອຍາການສະຫະລັດ ປະຈຳລັດຢູທາ ສະແດງໃຫ້ເຫັນເມັດຢາທີ່ປົນດ້ວຍເຟັນຕານິລ fentanyl ທີ່ເປັນຢາປອມຂອງເມັດຢາ ອັອກຊີໂຄໂດນ oxycodone ທີ່ໄດ້ເກັບກຳມາໃນລະຫວ່າງການສືບສວນສອບສວນ.
ພາບນີ້ສະໜອງໂດຍ ສຳນັກງານຂອງໄອຍາການສະຫະລັດ ປະຈຳລັດຢູທາ ສະແດງໃຫ້ເຫັນເມັດຢາທີ່ປົນດ້ວຍເຟັນຕານິລ fentanyl ທີ່ເປັນຢາປອມຂອງເມັດຢາ ອັອກຊີໂຄໂດນ oxycodone ທີ່ໄດ້ເກັບກຳມາໃນລະຫວ່າງການສືບສວນສອບສວນ.

ບັນດາອົງການບັງຄັບໃຊ້ກົດໝາຍຂອງລັດຖະບານກາງ ສະຫະລັດ ແລະຕຳຫຼວດ ຢູໂຣບ ຫຼື ຢູໂຣໂພລ (Europol) ໄດ້ປະກາດການຈັບກຸມຫຼາຍສິບຄັ້ງ ເພື່ອທັບມ້າງການປະຕິບັດງານຄ້າຂາຍຢາເສບຕິດທີ່ຜິດກົດໝາຍລະດັບໂລກ ທີ່ນຳໃຊ້ພື້ນທີ່ໆມືດມົວຂອງລະບົບອິນເຕີເນັດ.

ຢູ່ກອງປະຊຸມຖະແຫລງຂ່າວຢູ່ກະຊວງຍຸຕິທຳ ເມື່ອວັນອັງຄານວານນີ້ ໃນນະຄອນຫຼວງວໍຊິງຕັນ ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ພວກເຂົາໄດ້ຈັບກຸມ 150 ຄົນ ໃນຂໍ້ຫາຄ້າຂາຍຢາທີ່ຜິດກົດໝາຍ ລວມທັງຢາແກ້ປວດ ຫຼື ໂອປີອອຍປອມ ຕາມໃບສັ່ງຂອງແພດ ແລະ ໂຄເຄນ ໂດຍຜ່ານອັນທີ່ເອີ້ນວ່າ ເນັດມືດ ຫຼື dark net.

ຂໍ້ຫາທັງຫຼາຍເຫຼົ່ານີ້ ແມ່ນປາກົດວ່າ ໄດ້ດຳເນີນການຊື້ຂາຍຢາເສບຕິດກັນຫຼາຍສິບພັນຄັ້ງໂດຍນຳໃຊ້ສ່ວນນຶ່ງຂອງລະບົບອິນເຕີເນັດ ທີ່ສາມາດເຂົ້າໄດ້ພຽງແຕ່ການນຳໃຊ້ເຄື່ອງມືພິເສດທີ່ບໍ່ເປີດເຜີຍຕົວຕົນ.

ໃນໄລຍະ 10 ເດືອນຂອງການປະຕິບັດງານ ທີ່ເອີ້ນວ່າ “ປະຕິບັດການຮັນຕໍ ຫຼື Operation HunTor” ທີ່ໄດ້ຖືກຕັ້ງຊື່ຕາມເຄື່ອງມືປ່ຽນລະຫັດອິນເຕີເນັດ-ຊຶ່ງສົ່ງຜົນໃຫ້ມີການຍຶດໄດ້ຢາເສບຕິດ ຈຳນວນ 234 ກິໂລກຣາມ ທີ່ລວມມີ ຢາບ້າ ຫຼື ແອມແຟັດຕາມີນ, ໂຄເຄນ ແລະຢາແກ້ປວດ ຫຼືໂອປີໂອຍ ໂດຍມີມູນຄ່າຫຼາຍກວ່າ 31 ລ້ານໂດລາ. ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ຢາເສບຕິດທີ່ຍຶດມາໄດ້ ສ່ວນຫຼາຍ ແມ່ນຢາເມັດປອມຕາມໃບສັ່ງຂອງໝໍ ທີ່ເຕັມໄປດ້ວຍຢາສັງເຄາະຈາກໂອປີອອຍ ເຟັນຕານິລ (fentanyl) ທີ່ມີປະສິດພາບສູງ. ພວກເມັດຢາປອມເຫຼົ່ານີ້ ແມ່ນເຊື່ອມໂຍງກັບຄື້ນຟອງຂອງການກິນຢາເກີນກຳນົດ.

ຮອງລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານນາງ ລີຊາ ມານາໂຄ ໄດ້ກ່າວວ່າ “ການປະຕິບັດການບັງຄັບໃຊ້ກົດໝາຍລະຫວ່າງປະເທດນີ້ ໄດ້ແຜ່ຂະຫຍາຍໄປທົ່ວສາມທະວີບ ແລະສົ່ງຂໍ້ຄວາມທີ່ຈະແຈ້ງເຖິງຜູ້ທີ່ຫຼົບລີ້ຢູ່ໃນ Darknet ທຳການຄ້າຂາຍຢາເສບຕິດຜິດກົດໝາຍວ່າ: ບໍ່ມີອິນເຕີເນັດແຫ່ງໃດທີ່ມືດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG