ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄະ​ນະ​ກຳ​ມະ​ການ ຂອງ​ສະ​ຫະ​ພັນ​ກິ​ລາ​ຮັອກ​ກີ້​ນ້ຳ​ກ້ອນສາ​ກົນ ປະ​ຕິ​ເສດ​ຕໍ່​ການ​ຂໍ​ອຸ​ທອນ ຂອງ​ຣັດ​ເຊຍ ແລະ​ເບ​ລາ​ຣຸ​ສ


ແຟ້ມ - ນັກ​ກິ​ລາ ແອນ​ຕັນ ສ​ລິບ​ປິ​ເຊັບ (ຂວາ) ຈາກ​ຣັດ​ເຊຍ ພະ​ຍາ​ຍາມ​ທີ່​ຈະ​ຍິງ​ລູກ​ຮັອກ​ກີ້ ເຂົ້າ​ໃສ່​ປະ​ຕູ​ຂອງ​ເບ​ລາ​ຣຸ​ສ ໃນ​ການ​ແຂ່ງ​ຂັນ​ຊິງ​ແຊ້ມໂລກ ​ຂອງສະ​ຫະ​ພັນ IIHF ​ທີ່​ເມືອງ​ຣິ​ກາ ປະ​ເທດ​ລັດ​ເວຍ ເມື່ອ​ວັນ​ທີ 1 ມິ​ຖຸ​ນາ 2021.
ແຟ້ມ - ນັກ​ກິ​ລາ ແອນ​ຕັນ ສ​ລິບ​ປິ​ເຊັບ (ຂວາ) ຈາກ​ຣັດ​ເຊຍ ພະ​ຍາ​ຍາມ​ທີ່​ຈະ​ຍິງ​ລູກ​ຮັອກ​ກີ້ ເຂົ້າ​ໃສ່​ປະ​ຕູ​ຂອງ​ເບ​ລາ​ຣຸ​ສ ໃນ​ການ​ແຂ່ງ​ຂັນ​ຊິງ​ແຊ້ມໂລກ ​ຂອງສະ​ຫະ​ພັນ IIHF ​ທີ່​ເມືອງ​ຣິ​ກາ ປະ​ເທດ​ລັດ​ເວຍ ເມື່ອ​ວັນ​ທີ 1 ມິ​ຖຸ​ນາ 2021.

ຄະ​ນະ​ກຳ​ມະ​ການ ​ກຳ​ກັບ​ໃນ​ດ້ານ​ລະ​ບຽບ​ວິ​ໄນ ​ຂອງ​ສະ​ຫະ​ພັນ​ກິ​ລາ​ຮັອກ​ກີ້​ນ້ຳ​ກ້ອນ​ສາ​ກົນ ຫຼື IIHF ໃນວັນອັງ​ຄານ​ວານນີ້ ໄດ້​ປະ​ຕິ​ເສດ​ຕໍ່​ການ​ຂໍ​ອຸ​ທອນ​ຂອງ​ຣັດ​ເຊຍ ແລະ​ເບ​ລາ​ຣຸ​ສ ໃນ​ການ​ຕັດ​ສິນ​ຂອງ​ສະ​ຫະ​ພັນ IIHF ທີ່​ໄດ້​ຫ້າມ​ບໍ່​ໃຫ້​ປະ​ເທດ​ທັງ​ສອງ​ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ຍ້ອນ​ການ​ຮຸກ​ຮານເຂົ້າ​ໄປ​ໃນຢູ​ເຄ​ຣນ​ຂອງ​ຣັດ​ເຊຍ.

ໃນ​ຖະ​ແຫຼງ​ການ​ທີ່​ມີ​ການ​ກະ​ກຽມ​ໄວ້​ນັ້ນ ​ທາງຄະ​ນະ​ກຳ​ມະ​ການ​ກ່າວ​ວ່າ ຕົນ​ເຫັນ​ພ້ອມ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ສະ​ພາ​ສະ​ຫ​ະ​ພັນ IIHF ເມື່ອ​ວັນ​ທີ 28 ກຸມ​ພາ​ຜ່ານ​ມາ ທີ່​ໄດ້​ສັ່ງ​ໃຫ້ທີມ​ຊາດ ແລະ​ສະ​ໂມ​ສອນ​ຕ່າງໆຮັອກ​ກີ້ ຂອງ​ຣັດ​ເຊຍ ແລະ​ເບ​ລາ​ຣຸ​ສ ​ບໍ່​ໃຫ້ເຂົ້າ​ຮ່ວມການ​ແຂ່ງ​ຂັນ​ລະ​ຫວ່າງ​ປະ​ເທດ​ໃດໆ​ທັງ​ໝົດ ຊຶ່ງ​ໄດ້​ມີ​ການ​ປະ​ກາດ 4 ມື້ ​ຫຼັງ​ຈາກ​ການ​ຮຸກ​ຮານ. ມົ​ສ​ກູ​ເອີ້ນ​ການ​ເຄື່ອນ​ໄຫວ​ຕົນ​ຂອງ​ຕົນ​ໃນ​ຢູ​ເຄ​ຣນ​ວ່າ “ການ​ປະ​ຕິ​ບັດ​ງານ​ພິ​ເສດ​ທາງ​ທະ​ຫານ” ຊຶ່ງ​ເບ​ລາ​ຣຸ​ສ​ແມ່ນ​ບ່ອນ​ເປັນ​ບ່ອນ​ທີ່​ຖືກ​ໃຊ້​ອັນ​ສຳ​ຄັນ​ໃນ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ.

ຄະ​ນະ​ກຳ​ມະ​ການ​ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ກ່າວ​ຢ້ຳ​ເຖິງ​ພາ​ສາ​ທີ່​ໃຊ້​ສຳ​ລັບ​ການ​ຕັດ​ສິນ​ ໃນ​ທ້າຍ​ເດືອນ​ກຸມ​ພານັ້ນ​ວ່າ “ບໍ່​ແມ່ນ​ການ​ລົງ​ໂທດ ແຕ່​ເປັນ​ນະ​ໂຍ​ບາຍ​ດ້ານ​ຄວາມ​ປອດ​ໄພ.”

ນອກນັ້ນ ທາງ​ຄະ​ນະ​ກຳ​ມະ​ການ​ຍັງ​ກ່າວ​ວ່າ ນະ​ໂຍ​ບາຍ​ບໍ່​ແມ່ນ​ການ​ຈຳ​ແນກ​ກີດ​ກັນ ແລະ​ສົມ​ເຫດ​ສົມ​ຜົນ ໂດຍ​ໃຫ້​ການ​ອະ​ທິ​ບາຍ​ວ່າ ນະ​ໂຍ​ບາຍນີ້​ແມ່ນ​ແນ​ໃສ່​ເພື່ອ​ຄ້ຳ​ປ​ະ​ກັນ​ຄວາມ​ປອດ​ໄພ​ຂອງ​ພວກ​ນັກ​ກິ​ລາ ຜູ້​ເຂົ້າ​ຊົມ ແລະ​ບຸກ​ຄົນ​ອື່ນໆ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງ​ຂັນ.

ໃນ​ວັນ​ອັງ​ຄານ​ວານນີ້ ທາງ​ຄະ​ນະ​ກຳ​ມະ​ການ​ ຍັງ​ໄດ້ຕັດ​ສິນ ​ເຫັນ​ພ້ອມ​ນຳ​ການຕັດສິນ​ໃຈຂອງ​ສະ​ຫະ​ພັນ IIHF ທີ່​ບໍ່​ແຕ່ງ​ຕັ້ງ​ໃຫ້​ຊາວ​ຣັດ​ເຊຍ​ຄົນ​ໃດໆ​ເຂົ້າ​ຮັບ​ໜ້າ​ທີ່​ເປັນ​ເຈົ້າ​ໜ້າ​ທີ່​ກຳ​ກັບ​ນຳ​ການ​ແຂ່ງ​ຂັນ​ກິ​ລາ​ຮັອກ​ກີ້​ນ້ຳ​ກ້ອນ.

ປະ​ທານ​ສະ​ຫະ​ພັນ IIHF ທ່ານ​ລຸກ ທາ​ດິບ (Luc Tardif) ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃຫ້​ພວກ​ນັກ​ຂ່າວ ໂດຍ​ເວົ້າ​ວ່າ “ຄະ​ນະ​ກຳ​ມະ​ການ​ອິດ​ສະ​ຫຼະ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ທັດ​ສະ​ນະ​ຄວາມ​ເຫັນ​ຂອງ​ພວກ​ເຮົາ​ທີ່​ວ່າ ມັນ​ຈະ​ເປັນ​ການ​ຮັບ​ເອົາ​ບໍ່​ໄດ້​ ໃນ​ເລື້ອງ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ ບໍ່​ວ່າ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ (​ການ​ຊິ້ງ​ແຊ້ມ​ໂລກ​ເຍົາ​ວະ​ຊົນ) ແລະ (ການ​ຊິງ​ແຊ້ມ​ໂລກ) ຢູ່​ໃນ​ປະ​ເທດ​ຣັດ​ເຊຍ ຫຼື​ໃຫ້​ທີມ​ຂອງ​ຣັດ​ເຊຍ ແລະ​ເບ​ລາ​ຣຸ​ສ ເຂົ້າ​ຮ່ວມ​ໃນ​ການ​ແຂ່ງ​ຂັນ​ຂອງ​ສະ​ຫະ​ພັນ IIHF.”

ຣັດ​ເຊຍ ແລະ​ເບ​ລາ​ຣຸ​ສ ຍັງ​ມີ​ສິດ​ທີ່​ຈະ​ນຳ​ສະ​ເໜີ​ເລື້ອງ​ນີ້ ຕໍ່​ສານ​ໄກ່​ເກ່ຍ​ດ້ານ​ກິ​ລາ.

ບໍ່​ມີ​ທີມ​ຂອງ​ຣັດ​ເຊຍ ແລະ​ເບ​ລາ​ຣຸ​ສ​ລົງ​ແຂ່ງ​ຂັນ​ໃນ​ການ​ຊິງ​ແຊ້ມ​ໂລກ​ກິ​ລາ​ຮັອກ​ກີ້​ປະ​ເພດ​ຊາຍ​ທີ່​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ຊຶ່ງ​ປະ​ເທດ​ເຈົ້າ​ພາບ​ຟິນ​ແລນ ເປັນ​ຜູ້​ຊະ​ນະ​ການ​ແຂ່ງ​ຂັນ.

ນອກນັ້ນ ຣັດ​ເຊຍ​ຍັງ​ຖືກ​ຖອນ​ສິດ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ກ​ານ​ແຂ່ງ​ຂັນ​ຊິງ​ແຊ້ມ​ໂລກ​ປະ​ເພດ​ຊາຍ​ໃນ​ປີ​ໜ້າ ຊຶ່ງ​ມີ​ກຳ​ນົດ​ຈະ​ຈັດ​ຂຶ້ນ ​ທີ່ນະ​ຄອນ​ເຊນ​ປີ​ເຕີ​ສ໌​ເບີກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG